ພະນະທ່ານ ບຸນຍັງ ວໍລະຈິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ ປະທານປະເທດ,
ໃນນາມປະຊາຊົນເຢຍລະມັນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ, ເນື່ອງໃນໂອກາດທີ່ພະນະທ່ານ ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສສ. ເຢຍລະມັນ ແລະ ສປປ ລາວ ມີສາຍພົວພັນຖານເພື່ອນມິດມາໄດ້ຫຼາຍສິບປີແລ້ວ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນໄລຍະທີ່ພະນະທ່ານ ດຳລົງຕຳແໜ່ງເປັນປະທານປະເທດ, ຈະເຮັດໃຫ້ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດຂອງພວກເຮົາໄດ້ຮັບການເສີມສ້າງຍິ່ງໆຂຶ້ນ. ກັບການເສີມສ້າງດັ່ງກ່າວ, ພະນະທ່ານສາມາດນັບໄດ້ເຖິງການສະໜັບສະໜູນຊ່ວຍເຫຼືອຂອງເຢຍລະມັນ ໃຫ້ແກ່ປະເທດຂອງພະນະທ່ານ ໃນການພັດທະນາທີ່ເຕັມສ່ວນ ແລະ ທັນສະໄໝ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວ ໃນອະນາຄົດ.
ສຸດທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນະທ່ານ.
ໂຈອາຄິມ ເກົາ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ