ນະຄອນຫຼວງວຽງຈັນ, ວັນທີ 26 ມີນາ 2024
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 53 ປີ, ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງ ພະນະທ່ານ, ລັດຖະບານ ແລະ ປະຊາຊົນ ບັງກະລາເທດ ເພື່ອນມິດ ທຸກຖ້ວນໜ້າ.
ນະຄອນຫລວງວຽງຈັນ, ວັນທີ 23 ມິຖຸນາ 2024
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວ ຕໍ່ເຫດການຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ ເມືອງ ກຣາສະໂນໂກສກ໌, ເຂດຊານເມືອງມົດສະກູ ໃນວັນທີ 22 ມີນາ 2024, ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊິວິດ ແລະ ໄດ້ຮັບບາດເຈັບ ເປັນຈໍານວນຫຼາຍ.
ພະນະທ່ານ ວາລາດີເມຍ ປູຕິນ
ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ
ທີ່ ມົດສະກູ
ພະນະທ່ານ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄໍາຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ພະນະທ່ານ ທີ່ໄດ້ຮັບໄຊຊະນະຢ່າງຖ້ວມທົ້ນໃນການເລືອກຕັ້ງ ແລະ ສືບຕໍ່ດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ອີກໜຶ່ງສະໄໝ. ຜົນການເລືອກຕັ້ງຄັ້ງນີ້ ໄດ້ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ຣັດເຊຍ ຕໍ່ຄວາມສາມາດ ແລະ ສະຫຼຽວສະຫຼາດ ໃນການເປັນຜູ້ນຳ ຂອງພະນະທ່ານ.