ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານສະແດງຄວາມຊົມເຊີຍ ບັນດາການນໍາໃໝ່ ຂອງ ຣາຊະອານາຈັກ ກໍາປູເຈຍ

    

   

ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 21 ສິງຫາ 2023

   

ພະນະທ່ານ,

​         

ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ກໍຄື​ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ມີຄວາມຍິນດີເປັນຢ່າງຍິ່ງ ຂໍ​ສົ່ງ​ຄໍາ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ຈິງໃຈ ​ແລະ ອວຍພອນ​ໄຊ​ອັນ​ປະ​ເສີດ ມາ​ຍັງ​ ພະນະທ່ານ ໃນໂອກາດທີ່ ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາຈັກ ກໍາປູ​ເຈຍ.

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດ ຮົງກາຣີ

 

 

ພະນະທ່ານ ນາງ ກາຕາລິນ ໂນວັກ,

ປະທານາທິບໍດີ ຮົງກາຣີ

ທີ່ ບູດາແປສ

ນະຄອນຫລວງວຽງຈັນ, ວັນທີ 20 ສິງຫາ 2023

 

ພະນະທ່ານ,

ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ຮົງກາຣີ ເພື່ອນມິດທຸກຖ້ວນໜ້າ.

 

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ, ຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດພວກເຮົາ ຈະສືບ​ຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ  ພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

 

ໃນໂອກາດອັນມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ  ອັນໃຫຍ່ຫລວງໃນໜ້າທີ່ອັນມີກຽດຂອງ ພະນະທ່ານ ແລະ ປະຊາຊົນ ຮົງກາຣີ ເພື່ອນມິດ ຈົ່ງມີຄວາມສົມບູນພູນສຸກ.

         

ດ້ວຍຄວາມນັບຖືຢ່າງສູງ,

                                                         

ທອງລຸນ ສີສຸລິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

-------------------------------------

 

ພະນະທ່ານ ວິກຕໍ ອໍບານ,

ນາຍົກລັດຖະມົນຕີ ຮົງກາຣີ

ທີ່ ບູດາແປສ

ນະຄອນຫລວງວຽງຈັນ, ວັນທີ 20 ສິງຫາ 2023

                                                                            

ພະນະທ່ານ,

 

ເນື່ອງໃນໂອກາດວັນຊາດ ແຫ່ງ ຮົງກາຣີ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ  ລັດຖະບານ ຮົງກາຣີ.

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 78 ປີ

 

 

ພະນະທ່ານ,

 

ໃນ​ນາມປວງ​ຊົນລາວທັງຊາດ ​ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ຂໍສະແດງຄວາມຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະນະ​ທ່ານ ​ແລະ ​ປະຊາຊົນ​ອິນໂດເນເຊຍ ​ເພື່ອນ​ມິດທຸກ​ຖ້ວນໜ້າ ເນື່ອງ​ໃນ​ໂອກາດ​ວັນຊາດ ​ແຫ່ງ ສາທາລະນະ​ລັດ ອິນໂດເນເຊຍ ຄົບຮອບ 78 ປີ.

 

ຂ້າພະ​ເຈົ້າ ​ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍ​ພົວພັນມິດຕະພາບທີ່ຍາວນານ ແລະ ການ​ຮ່ວມມື​ຢ່າງໃກ້ຊິດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນໂດເນເຊຍ ໄດ້ຮັບການພັັດທະນາໃຫ້ກວ້າງຂວາງຍິ່ງໆຂຶ້ນໃນຫຼາຍຂົງເຂດ ຕະຫຼອດໄລຍະ 6 ທົດສະວັດກວ່າຜ່ານມາ, ເຊິ່ງເຫັນໄດ້ຈາກການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງໃນລະດັບຕ່າງໆ ຢ່າງເປັນປົກກະຕິ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ກໍຄືໃນວົງຄະນາຍາດອາຊຽນ. ພິເສດ, ສອງປະເທດພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 65 ປີ ໃນປີ 2022 ດ້ວຍຜົນສໍາເລັດຢ່າງຈົບງາມ. ຂ້າພະເຈົ້າ ເຊື່ອໝັ້ນວ່າການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ຈະໄດ້ຮັບການພັດທະນາ ໃຫ້ກ້າວສູ່ລວງເລີກກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

       

ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ຂໍໃຫ້ປະຊາຊົນ ອິນໂດເນເຊຍ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

 

ດ້ວຍຄວາມ​ເຄົາລົບ ​ແລະ ນັບຖືເປັນຢ່າງສູງ, 

                                                                                                                     ທອງລຸນ ສີສຸລິດ

ພະນະທ່ານ ໂຈໂກ ວິໂດໂດ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ

ທີ່ ຈາກາກຕາ                   

     

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865