ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ສານອວຍພອນວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 58 ປີ.

 

ພະນະທ່ານ,

 

ໃນ​ນາມປວງ​ຊົນລາວທັງຊາດ ​ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າ​ ຂໍສະແດງຄວາມຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະນະ​ທ່ານ ​ແລະ ​ປະຊາຊົນ​ສິງກະ​ໂປ ​ເພື່ອນ​ມິດທຸກຖ້ວນໜ້າ ເນື່ອງ​ໃນ​ໂອກາດ​ວັນປະກາດເອກະລາດ ​ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ຄົບຮອບ 58 ປີ.

ຂ້າພະ​ເຈົ້າ ​ມີຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ຕະຫຼອດໄລຍະເກືອບ 5 ທົດສະວັດທີ່ຜ່ານມາ ແລະ ໃນປີ 2024 ທີ່ຈະມາເຖິງນີ້ ກໍຈະເປັນປີທີ່ມີຄວາມໝາຍທາງດ້ານປະຫວັດສາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍຶພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາ. ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ສືບຕໍ່ຮ່ວມເຮັດວຽກກັບພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນຂອງພວກເຮົາ ໃຫ້ກ້າວສູ່ລວງເລິກ ແລະ ກວ້າງຂວາງກວ່າເກົ່າໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດອັນແທ້ຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້້າ ຂໍອວຍພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນສິງກະໂປ ສືບຕໍ່ພັດທະນາໃຫ້ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ

ດ້ວຍຄວາມ​ເຄົາລົບ ​ແລະ ນັບຖືເປັນຢ່າງສູງ,

     

                                                                                                                    ທອງລຸນ ສີສຸລິດ

ພະນະທ່ານ ນາງ ຮາລິມາສ ຢາຄອບ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ

ທີ່ ສິງກະໂປ      

                                                       

****************************************************************************************************************************

ພະນະທ່ານ,

ເນື່ອງ​ໃນ​ໂອກາດ​ວັນປະກາດເອກະລາດ ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ຄົບຮອບ 58 ປີ, ໃນ​ນາມ​ລັດຖະບານ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ​ໃນ​ນາມສ່ວນ​ຕົວ, ຂ້າພະ​ເຈົ້າ ຂໍຖືເປັນກຽດ ສົ່ງຄຳ​ຊົມ​ເຊີຍຢ່າງ​ຈິງ​ໃຈ ​ແລະ ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ ພະນະ​ທ່ານ, ລັດຖະບານ ​ແລະ ປະຊາຊົນ​ ສິງກະ​ໂປ​ ເພື່ອນ​ມິດທຸກຖ້ວນໜ້າ.

ຂ້າພະ​ເຈົ້າ ມີ​ຄວາມ​ພາກພູມໃຈ​ເປັນ​ຢ່າງ​ຍິ່ງ​ທີ່ເຫັນວ່າ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ແລະ ສາທາລະນະລັດ ສິງກະໂປ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ       ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫລອດໄລຍະເກືອບ 5 ທົດສະວັດຜ່ານມາ ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໃນປີ 2024 ຈະມາເຖິງນີ້ ແມ່ນປີຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດພວກເຮົາ. ຂ້າພະເຈົ້າ ຫວັງວ່າ ພວກເຮົາຈະຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ ດ້ວຍຄວາມເບີກ ບານມ່ວນຊື່ນ. ຂ້າພະເຈົ້າ ມີຄວາມຍິນດີ ຈະໄດ້ສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນຂອງພວກເຮົາ ໃຫ້ກ້າວສູ່ລວງເລິກກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດ ຂອງ    ພະນະທ່ານ ແລະ ນໍາພາປະຊາຊົນສິງກະໂປ ສືບຕໍ່ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,                                  

 

                                                                                                                ສອນໄຊ ສີພັນດອນ

ພະນະ​ທ່ານ ລີ ຊຽນ ລຸງ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ

ທີ່ ສິງກະໂປ

*******************************************************************************************************************

ພະນະທ່ານ,

ຂ້າພະເຈົ້າ ມີຄວາມປິຕິຍິນດີສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊ ມາຍັງ  ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງເພື່ອນຮ່ວມງານ ຂອງກະຊວງຕ່າງປະເທດ ແຫ່ງ ສາທາ ລະນະລັດ ສິງກະໂປ ທຸກຖ້ວນໜ້າ ເນື່ອງ​ໃນ​ໂອກາດ​ວັນປະກາດເອກະລາດ ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ຄົບຮອບ 58 ປີ.

ຂ້າພະ​ເຈົ້າ  ມີ​ຄວາມຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສິງກະໂປ ໂດຍສະເພາະ ລະຫວ່າງສອງກະຊວງການຕ່າງປະເທດພວກເຮົາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໄດ້ຮັບການເສີມຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະເກືອບ 5 ທົດສະຫວັດທີ່ຜ່ານມາ. ພິເສດໃນປີ 2024 ຈະມາເຖິງນີ້ ກໍຈະເປັນປີຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂອງສອງປະເທດພວກເຮົາ. ຂ້າພະເຈົ້າ ຫວັງວ່າພວກເຮົາຈະຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວດ້ວຍຄວາມເບີກບານມ່ວນຊື່ນ. ຂ້າພະເຈົ້າ ມີຄວາມຍິນດີຈະສືບຕໍ່ຮ່ວມເຮັດວຽກກັບ ພະນະທ່ານ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ລະຫວ່າງສອງຊາດ ແລະ ສອງກະຊວງການຕ່າງປະເທດຂອງພວກເຮົາໃນຊຸມປີຕໍ່ໜ້າ ເພື່ອນໍາເອົາຜົນປະໂຫຍດລວມມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ຄອບຄົວອາຊຽນ.  

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ລວມທັງເພື່ອນຮ່ວມງານຂອງກະຊວງຕ່າງປະເທດ ສິງກະໂປ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງ ພະນະທ່ານ.

ດ້ວຍ​ຄວາມເຄົາລົບ ແລະ ​ນັບ​ຖື​ຢ່າງ​ສູງ,                                  

 

                                                                                                                  ສະເຫຼີມໄຊ ກົມມະສິດ

ພະນະທ່ານ ດຣ. ວິວຽນ ບາລາຄຣີສນານ

ລັດຖະມົນຕີຕ່າງປະເທດແຫ່ງ ສາທາລະນະລັດ ສິງກະໂປ

ທີ່ ສິງກະໂປ

ສານອວຍພອນວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລັດກູເວດ ຄົບຮອບ 15 ປີ

 

ສົມເດັດ,

 

ເນື່ອງໃນໂອກາດ ອັນສະຫງ່າລາສີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ​ສາທາລະນະລັດ ​ປະຊາທິປະໄຕ ​ປະຊາຊົນລາວ ແລະ ລັດກູເວດ ຄົບຮອບ 15 ປີ, ໃນ​ນາມ​ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າ​ພະ​ເຈົ້າ​ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດ​ ມາ​ຍັງ​ ສົມ​ເດັດ ແລະ ປະ​ຊາ​ຊົນກູ​ເວດ ເພື່ອນ​ມິດ​.

 

ສປປ ລາວ ແລະ ລັດ​ກູເວດ ມີສາຍພົ​ວ​ພັນມິດ​ຕະ​ພາບ, ການຮ່ວມມືທີ່ດີ ແລະ ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ​ແລະ​ ກັນ​ ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ ຕະຫຼອດມາ. ຂ້າ​ພະ​ເຈົ້າ ເຊື່ອ​ໝັ້ນ​ວ່າ ​ສາຍ​ພົວ​ພັນ​ມິດຕະພາບ ແລະ ການຮ່ວມມື ອັນດີທີ່ມີຢູ່ແລ້ວນັ້ນ ຈະສືບ​ຕໍ່ໄດ້ຮັບ​ການເສີມ​ຂະ​ຫຍາຍ​ໃນ​ຊຸມ​ປີ​ຕໍ່​ໜ້າ ເພື່ອ​ຜົນ​ປະ​ໂຫຍດ​ຂອງປະ​ຊາ​ຊົນ​ສອງຊາດ​ພວກ​ເຮົາ.

 

ຂ້າ​ພະ​ເຈົ້າ ຂໍຖືໂອກາດນີ້ ອວ​ຍ​ພອນໄຊອັນປະເສີດ ມາຍັງ ​​ສົມເດັດ ຈົ່ງມີ​ສຸຂະພາບເຂັ້ມແຂງ, ມີຄວາມສຸກ, ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງພະອົງ ແລະ ຂໍອວຍໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມືອັນດີງາມ ລະຫວ່າງສອງປະເທດພວກເຮົາ ຈົ່ງສືບຕໍ່ແຕກດອກອອກຜົນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.

 

ດ້ວຍ​ຄວາມ​ນັບ​ຖືຢ່າງ​ສູງ.

                                                                  

                                                                                                              ທອງລຸນ ສີສຸລິດ

 

ສົມເດັດ ເຊັກຄ໌ ນາວາຟ ອານ-ອາມັດ ອານ-ຈາເບີ ອານ-ຊາບາ

ກະສັດ ແຫ່ງ ລັດກູເວດ

ທີ່ ກູເວດ

 

******************************************************************************************************

 

ສົມເດັດ,

 

ໃນ​ນາມ​ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ ກໍ່ຄື ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ​ ມີ​ຄວາມ​ປິ​ຕິ​ຍິນ​ດີເປັນ​ຢ່າງ​ຍິ່ງສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນ​ໄຊ​ອັນ​ປະ​ເສີດມາ​ຍັງ ​ສົມເດັດ, ລັດຖະບານ ແລະ ປະຊາຊົນ ແຫ່ງ ລັດ​ກູເວດ ເພື່ອນມິດ, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດກູເວດ ຄົບຮອບ 15 ປີ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ລັດ ກູເວດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນຊຸມປີຜ່ານມາ. ຂ້າພະເຈົ້າ ຫວັງວ່າ ຈະໄດ້ເຮັດວຽກຮ່ວມກັບ ສົມເດັດ ຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງສອງປະເທດພວກເຮົາ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.

 

ຂ້າ​ພະ​ເຈົ້າ ຂໍຖືໂອກາດນີ້ ອວ​ຍ​ພອນ ​​ສົມເດັດ ຈົ່ງມີ​ພະ​ລາ​ນາ​ໄມສົມ​ບູນ, ມີ​ຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ກູເວດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາວອນ.

 

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

                                                                    

                                                                                                          ສອນໄຊ ສີພັນດອນ

    

ສົມເດັດ ເຊັກຄ໌ ອາມັດ ນາວາບຟ໌ ອານ-ອາມັດ ອານ-ຊາບາ

ນາຍົກລັດຖະມົນຕີ ແຫ່ງ ລັດກູເວດ.

ທີ່ ກູເວດ

 

ສານສະແດງຄວາມເຫັນໃຈຕໍ່ເຫດການນໍ້າຖ້ວມຢູ່ ສາທາລະນະລັດ ເກົາຫຼີ

 

ພ​ະນະ​ທ່ານ,
 

ຂ້າພະ​ເຈົ້າ​ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວເຫດການນໍ້າຖ້ວມທີ່ຮ້າຍແຮງ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ຢູ່ແຂວງກິຢອງຊາງເໜືອ ແລະ ເຂດອື່ນໆ ໃນ ສາທາລະນະລັດ ເກົາຫຼີ ນັບແຕ່ວັນທີ 15 ກໍລະກົດ 2023 ເປັນຕົ້ນມາ, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນເປັນຈຳນວນຫລາຍ.

​ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ໂດຍສະເພາະຜູ້ທີ່ໄດ້ຮັບເຄາະຮ້າຍ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກເຫດການຄັ້ງນີ້.

 

ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ຂອງລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ເກົາຫຼີ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

 ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,         

                                                           

                                                                                      ສະເຫຼີມໄຊ ກົມມະສິດ                                               

                                                                                   ຮອງນາຍົກລັດຖະມົນຕີ

                                                                           ລັດຖະມົນຕີກະຊວງການຕ່າງປະເທດ

                                                                   ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນ​ລາວ

 

ພະນະ​ທ່ານ ປາກ ຈິນ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະ​ລັດ ​ເກົາ​ຫຼີ
ທີ່ ​ເຊ​ອູ​ນ

                       

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484630
ມື້ນີ້146
ມື້ວານ188
ອາທິດນີ້1068
ເດືອນນີ້3935