ເຖິງ: - ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.
- ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
- ສະຫາຍ ນ. ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ທີ່ນະຄອນຫຼວງວຽງຈັນ
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ, ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບັນດາສະຫາຍ ແລະປະຊາຊົນລາວ ບັນດາເຜົ່າອ້າຍນ້ອງທຸກຖ້ວນໜ້າ.
ນະຄອນຫຼວງວຽງຈັນ, ວັນທີ 28 ພະຈິກ 2020
ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຄົບຮອບ 45 ປີ. ໃນນາມປະຊາຊົນລາວທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະປະຊາຊົນຕີມໍ-ເລສເຕເພື່ອນມິດທຸກຖ້ວນໜ້າ.
ພະນະທ່ານ ໂຣດຣິໂກ ຣົວ ດູເຕີເຕ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ
ທີ່ ມະນີລາ
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າເສຍໃຈ ຕໍ່ເຫດການນຳ້ຖ້ວມຢ່າງຮ້າຍແຮງ ແລະ ດິນເຈື່ອນກະທັນຫັນ ໃນອາທິດທີ່ຜ່ານມາ ໂດຍພາຍຸໃຕ້ຝຸ່ນວາມກໍ ທີ່ພັດເຂົ້ານະຄອນຫຼວງມະນີລາ, ເກາະລູຊອນ ແລະ ແຂວງຕ່າງໆ ຂອງ ປະເທດຟິລິບປິນ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຈຳນວນຫຼວງຫຼາຍແກ່ ປະຊາຊົນຟິລິບປິນ ທີ່ດຳລົງຊີວິດຢູ່ໃນເຂດດັ່ງກ່າວ.