ນະຄອນຫຼວງວຽງຈັນ, 30 ຕຸລາ2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ຄົບຮອບ 66 ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າແລະໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນ ອານເຊຣີ ເພື່ອນມິດ.
ນະຄອນຫຼວງວຽງຈັນ, ວັນທີ 2 ພະຈິກ 2020
ພະນະທ່ານ,
ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ລັດຖະມົນຕີຕ່າງປະເທດທີ່ເປັນເພດຍິງ ຄົນທໍາອິດຂອງ ນິວຊີແລນ.
ນະຄອນຫຼວງວຽງຈັນ, ວັນທີ 28 ຕຸລາ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ຕວັກກີ ຄົບຮອບ 97 ປີ, ຕາງໜ້າລັດຖະບານ ແລະ ປາຊາຊົນລາວ ທຸກຖ້ວນໜ້າກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານ ແລະ ປະຊາຊົນຕວັກກີທຸກຖ້ວນໜ້າ.