ສົມເດັດ,
ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເປັນຫ່ວງເປັນຢ່າງຍິ່ງ ຕໍ່ເຫດການຝົນຕົກໜັກ ແລະ ນໍ້າຖ້ວມ, ເຮັດໃຫ້ເກີດນ້ຳຖ້ວມ ຢູ່ນະຄອນຫຼວງພະນົມເປັນ ແລະ ຫຼາຍແຂວງຂອງກຳປູເຈຍ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນກຳປູເຈຍ ຈຳນວນຫຼວງຫຼາຍ.
ນະຄອນຫຼວງວຽງຈັນ, 27 ຕຸລາ 2020
ສົມເດັດ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງຊຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ເຈົ້າຊາຍ ຮາຈິ ອັບດູນ ອາຊິມ ແຫ່ງ ບຣູໄນ ດາຣູຊາລາມ ໃນວັນທີ 24 ຕຸລາ 2020 ຜ່ານມາ.
ນະຄອນຫຼວງວຽງຈັນ, 23 ຕຸລາ 2020
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ໂອຕຣິດ ຄົບຮອບ 65 ປີ, ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ພາລະນາໄມສົມບູນ ແລະ ປະຊາຊົນໂອຕຣິດ ທຸກຖ້ວນໜ້າ ຈົ່ງມີແຕ່ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງ ຕະຫຼອດກາລະນານ.