ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ໂທລະເລກສະແດງຄວາມເຫັນໃຈ ຕໍ່ກັບສະພາບການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ຢູ່ ສາທາລະນະລັດ ອິດສະລາມ ອີຣານ

 


 ໃນວັນທີ 23 ມີນາ 2020, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງ ໂທລະເລກສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ຮາຊານ ຣູຮານີ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ຕໍ່ກັບສະພາບການແຜ່ລະບາດ ຂອງເຊື້ອພະຍາດ COVID-19 ຢູ່ ສາທາລະນະລັດ ອິດສະລາມ ອີຣານ, ຊຶ່ງມີເນື້ອໃນດັ່ງນີ້:

 

 

 

ນະຄອນຫລວງວຽງຈັນ,​ ວັນທີ 23 ມີນາ 2020


ພະນະ​ທ່ານ,

 

ຂ້າພະ​ເຈົ້າ​ ໄດ້ຕິດຕາມຢ່າງໃກ້ຊິດ ດ້ວຍຄວາມເປັນຫ່ວງ ຕໍ່ກັບສະພາບການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ປັດຈຸບັນ ໄດ້ແຜ່ລາມໄປຢ່າງໄວວາ ຢູ່ສາທາລະນະລັດ ອິດສະລາມ ອີຣານ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຈໍານວນຫຼາຍ ລວມທັງການນໍາຂັ້ນສູງ ຂອງອີຣານ ກໍຄືສົ່ງຜົນກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນອີຣານ ໃນທົ່ວປະເທດ.

 

ໃນນາມລັດຖະບານ ​ແລະ ປະຊາຊົນ​ລາວ ກໍ່​ຄື​ໃນ​ນາມ​ສ່ວນ​ຕົວ, ຂ້າພະເຈົ້າຂໍ​ສະ​ແດງ​ຄວາມເຫັນໃຈ ແລະ ເສົ້າສະຫລົດໃຈ​​​ຢ່າງ​ສຸດຊຶ້ງມາ​ຍັງ ​ພະນະທ່ານ, ລັດຖະບານ ​ແລະ ປະຊາຊົນອີຣານ ໂດຍສະເພາະຄອບຄົວ ຂອງຜູ້ເສຍຊີວິດ ຈາກພະຍາດ​ COVID-19 ດັ່ງກ່າວ.

 

ຂ້າພະເຈົ້າ ເຊື່ອໝັ້ນຢ່າງແຮງກ້າວ່າ ພາຍໃຕ້ການຊີ້ນຳຢ່າງ​ໃກ້​ຊິດ ຂອງພະນະທ່ານ ແລະ ການປະຕິບັດມາດຕະການ ທີ່ມີປະສິດທິພາບຕ່າງໆ ຂອງລັດຖະບານ, ສາທາລະນະລັດ ອິດສະລາມ ອີຣານ ຈະ​ສາມາດ​ຄວບຄຸມ ແລະ ຈຳກັດການລະບາດ ຂອງເຊື້ອພະຍາດດັ່ງກ່າວ ​ແລະ ຟື້ນ​ຟູ​ຊີວິດການເປັນຢູ່ ຂອງປະຊາຊົນ​ອີຣານ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍ​ໄວ.

 

ດ້ວຍຄວາມນັບຖືຢ່າງສູງ.

                                                                

ບຸນ​ຍັງ ວໍລະ​ຈິດ
ປະທານ​ປະ​ເທດ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

 

 

ພະນະທ່ານ ຮາຊານ ຣູຮານີ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ

ທີ່ ເຕຮາຣານ


 

 

ສານຊົມເຊີຍນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ມາດາກັສກາ

ນະຄ​ອນຫຼວງ​ວຽງ​ຈັນ, ກຸມພາ 2020

ພະນະ​ທ່ານ,

​             ຂ້າພະ​ເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງໃຈ ມາ​ຍັງພະນະ​​ທ່ານ ໃນໂອກາດທີ່ໄດ້ຖືກ​ແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະລັດ ມາດາກັສກາ.

ອ່ານເພີ່ມເຕີມ... 

ສານສະແດງຄວາມຊົມເຊີຍ ຈາກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ


ນະຄອນຫຼວງວຽງຈັນ, ວັນທີ 03 ມີນາ 2020

 

ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

 

ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ ສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ກຳລັງເຕີບໃຫຍ່ຂະຫຍາຍຕົວ ແລະ ມີໝາກຜົນ.

 

ຂ້າພະເຈົ້າ ພ້ອມແລ້ວທີ່ຈະຮ່ວມເຮັດວຽກຢ່າງໃກ້ຊິດກັບ ພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືືທີ່ດີ ລະຫວ່າງ ສອງປະເທດພວກເຮົາ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍ່ຄື ເພືຶ່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ສາກົນ.

 

ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ແລະ ປະສົບການອັນສູງສົ່ງ ຂອງ ພະນະທ່ານ, ມາເລເຊຍ ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ ແລະ ວັດ ທະນະຖາວອນຍິ່ງໆຂຶ້ນ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ມີຜົນສຳເລັດຍິ່ງໆຂຶ້ນ ໃນພາລະກິດອັນມີກຽດສູງສົ່ງ ຂອງພະນະທ່ານ.

 

ດ້ວຍຄວາມນັບຖືຢ່າງສູງ,

 

 

 

ທອງລຸນ ສີສຸລິດ

 

 

 

ພະນະທ່ານ ຕັນ ສຣີ ມູຢິດດິນ ບິນ ຮາຈິ ມູຮຳມັດ ຢັດຊິນ

ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ

ກົວລາລຳເປີ


 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484693
ມື້ນີ້4
ມື້ວານ205
ອາທິດນີ້1131
ເດືອນນີ້3998