ນະຄອນຫຼວງວຽງຈັນ, ວັນທີ 12 ມິຖຸນາ 2024
ພະນະທ່ານ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ຟີລິບປິນ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 126 ປີ.
ນະຄອນຫລວງວຽງຈັນ, ວັນທີ 12 ມິຖຸນາ 2024
ພະນະທ່ານ,
ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ປະຊາຊົນ ຣັດເຊຍ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສະຫະພັນ ຣັດເຊຍ.
ນະຄອນຫຼວງວຽງຈັນ, ວັນທີ 20 ພຶດສະພາ 2024
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວກ່ຽວກັບການເສຍຊີວິດ ຂອງ ພະນະທ່ານ ເອບຣາຮິມ ໄຣຊີ, ປະທານາທິບໍດີ ແລະ ພະນະທ່ານ ຮຸດເຊນ ອາມີ ອັບດຸນລາຮຽນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ພ້ອມດ້ວຍ ຄະນະຕິດຕາມ ໃນເຫດການຍົນຕົກ ຢູ່ພາກຕາເວັນຕົກສ່ຽງເໜືອ ຂອງອີຣານ ໃນວັນທີ 19 ພຶດສະພາ 2024 ຜ່ານມາ.