ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ປະທານປະເທດລາວ ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງໃໝ່ ແຫ່ງ ເອກົວດໍ

 

ພະນະທ່ານ ເລນິນ ໂວນຕາອີເຣ ໂມເຣໂນ ກາຣເຊສ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ

ທີ່ ກີໂຕ

ພະນະທ່ານ,

ເນື່ອງໃນໂອກາດທີ່ພະນະທ່ານ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານາທິບໍດີ ແຫ່ງ ສາທາລະນະລັດ ເອກົວດໍ, ຂ້າພະເຈົ້າຂໍຖືເປັນກຽດຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີ ແລະ ຄວາມຊົມເຊີຍ ຢ່າງຈິງໃຈມາຍັງພະນະທ່ານ. ການທີ່ພະນະທ່ານໄດ້ຮັບເລືອກຕັ້ງໃຫ້ເປັນປະທານາທິບໍດີ ຂອງ ສາທາລະນະລັດ ເອກົວດໍ ໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນເອກົວດໍ ທີ່ມີຕໍ່ພະນະທ່ານ ໃນການສືບຕໍ່ນຳພາປະເທດຊາດກ້າວໄປສູ່ຄວາມຜາສຸກ ແລະ ຄວາມວັດທະນາຖາວອນ.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ສປປ ລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການກໍ່ການຮ້າຍວາງລະເບີດຢູ່ ອັງກິດ

ພະນະທ່ານ ນາງ Theresa May,

ນາຍົກລັດຖະມົນຕີ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ

ທີ່ ນະຄອນຫຼວງ ລອນດອນ

ພະນະທ່ານ,

​ຂ້າພະ​ເຈົ້າ ​ໄດ້​ຮັບ​ຊາບ​ຂ່າວ​ດ້ວຍ​ຄວາມ​ເສົ້າ​ສະຫລົດ​ໃຈ ກ່ຽວ​ກັບ​ ເຫດການ​ສະຫຍອງ​ຂັວນທີ່​ເປັນຍ້ອນລະເບີດແຕກ ​ໃນຕອນ​ແລງ ວັນ​ທີ 22 ພຶດສະພາ 2017, ທີ່ ເມືອງແມນເຊສ໌ເຕີ, ​ຊື່ງຖືກຕີລາຄາວ່າ​ເປັນ​ການກະ​ທຳ​ຂອງກຸ່ມ​ກໍ່​ການ​ຮ້າຍ ອັນ​ໄດ້ເຮັດ​ໃຫ້​ມີການ​ສູນ​ເສຍ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຜູ້​ບໍລິສຸດຈຳນວນ​ໜຶ່ງ ​ແລະ ​ມີ​ຜູ້ໄດ້​ຮັບບາດ​ເຈັບ​​ເປັນຈຳນວນ​ຫລວງຫລາຍ.

ອ່ານເພີ່ມເຕີມ... 

ສານອວຍພອນວັນຊາດ ຕີມໍ-ເລສເຕ ຈາກບັນດາການນຳລາວ

ນະຄອນຫຼວງວຽງຈັນ, ວັນທີ 20 ພຶດສະພາ 2017

 

ພະນະທ່ານ,

          ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍຖືເປັນກຽດສົ່ງຄຳຊົມເຊີຍ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເນື່ອງໃນໂອກາດ ວັນຄົບຮອບ 15 ປີ ແຫ່ງ ການຟື້ນຟູຄວາມເປັນເອກະລາດຄືນໃຫມ່ ຂອງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485863
ມື້ນີ້162
ມື້ວານ206
ອາທິດນີ້899
ເດືອນນີ້5168