ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫລງການຮ່ວມ ລາວ-ຫວຽດນາມ

 

1. ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ, ສະຫາຍ ຫງວຽນ​ຟູຈ້ອງ, ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ດຳເນີນການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ​ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 24 ຫາວັນທີ 25 ກຸມພາ 2019.

2. ໃນ​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ​ແລະ ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ທີ່​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ແລະ ທິດທາງ, ໜ້າທີ່ຈຸດສຸມໃນຕໍ່ໜ້າ; ແລກປ່ຽນ​ຄຳ​ຄິດ​​ເຫັນ​ກ່ຽວ​ກັບ​ແຜນນະ​ໂຍບາຍ, ມາດ​ຕະການ ​ເພື່ອສືບ​ຕໍ່ເຮັດໃຫ້ສາຍ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້​ນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເຂົ້າ​ສູ່​ລວງກວ້າງ ແລະ ລວງ​ເລິກ, ມີ​ປະສິດທິ​ຜົນ ແລະ ແທດຕົວຈິງໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນການປະຕິບັດແນວທາງການປ່ຽນແປງໃໝ່ຂອງແຕ່ລະພັກຢ່າງມີໄຊ; ພ້ອມ​ກັນ​ນັ້ນ, ໄດ້​​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນນຳກັນ ກ່ຽວ​ກັບ ບັນຫາພາກພື້ນ ​ແລະ ສາກົນ ທີ່​ສອງ​ຝ່າຍ​ຕ່າງມີ​ຄວາມ​ສົນ​ໃຈ.

3. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍບັນດາການນຳຂັ້ນສູງຂອງລາວ ແລະ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດທີ່ຍາດມາໄດ້ໃນໄລຍະ 30 ກວ່າປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງແຕ່ລະປະເທດ ແລະ ບັນດາຜົນສຳເລັດທີ່ສຳຄັນຍາດມາໄດ້ໃນໄລຍະ 3 ປີແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ; ສະແດງຄວາມເຊື່ອ ໝັ້ນຢ່າງໜັກແໜ້ນ​ວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ, ພາລະກິດການປ່ຽນແປງໃໝ່, ການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຢູ່ລາວ ແລະ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ, ສືບຕໍ່ຍົກສູງຖານະບົດບາດ​ຂອງສອງປະເທດ ຢູ່ໃນພາກພື້ນ ແລະໃນໂລກ ຢ່າງບໍ່ຢຸດຢັ້ງ.

4. ສອງ​ຝ່າຍ ສືບຕໍ່​ຢືນຢັນ​ວ່າ​ ສາຍ​ພົວພັນ​ມິດຕະພາບ​ອັນຍິ່ງໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ​ໂດຍ​ແມ່ນ​ ປະ​ທານ ​ໂຮ່ຈີມີ​ນ ຜູ້​ຍິ່ງ​ໃຫຍ່ ແລະ ປະທານ ​ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່​ແສນເຄົາ​ລົບ​ຮັກ ໄດ້ກໍ່ຕັ້ງຂຶ້ນ ແລະ​ ບັນດາ​​ການ​ນຳ​ຮຸ່ນຕ່າງໆຂອງ​ສອງພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ຊາດໄດ້​ອອກເຫື່ອ​ເທ​ແຮງເພີ່ມ​ພູນ​ຄູນ​ສ້າງນັ້ນ ໄດ້ກາຍເປັນ​ມໍລະດົກ​ອັນ​ລໍ້າ​ຄ່າ​ລວມ​ຂອງສອງ​ພັກ, ສອງ​ຊາດ, ​​ເປັນ​ປັດໃຈຮັບປະກັນໃຫ້ແກ່​ການ​ຄົງ​ຕົວ ​ແລະ ຂະຫຍາຍຕົວ​ຂອງ​​ສອງປະ​ເທດ. ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດມີໜ້າທີ່ພັນທະພ້ອມກັນປົກປັກຮັກສາ,​ ສືບຕໍ່ເພີ່ມພູນຄູນສ້າງສາຍ​ພົວພັນ​ດັ່ງກ່າວ ໃຫ້ຂະຫຍາຍ ຕົວຂຶ້ນສູ່ລະດັບສູງອັນໃໝ່.​ ພ້ອມດຽວກັນ, ສອງຝ່າຍ ຢືນຢັນວ່າ ລາວ ແລະ ຫວຽດນາມ ຈະເດັດ ດ່ຽວເດີນຕາມເສັ້ນທາງແຫ່ງເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ມີສັນຕິພາບ ແລະ ຈະເລີນຮຸ່ງເຮືອງຕະຫຼອດໄປ.

5. ສອງຝ່າຍເປັນເອກະພາບກັນສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ, ສອງປະເທດ, ບັນດາຖະແຫຼງການຮ່ວມລາວ-ຫວຽດນາມໃນໂອກາດການຢ້ຽມຖາມສັນຖະວະໄມຕີຢ່າງເປັນທາງການຂອງການນໍາຂັ້ນສູງສອງພັກ, ສອງລັດໃນໄລຍະມໍ່ໆມານີ້ ບົນພື້ນຖານແຫ່ງການເສີມຂະຫຍາຍຈິດໃຈແຫ່ງຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ,​ ສົມທົບຢ່າງກົມກຽວລະຫວ່າງລັກສະນະພິເສດຂອງການພົວພັນ ລາວ-ຫວຽດນາມກັບປະເພນີສາກົນ, ໃຫ້ບູລິມະສິດການຜ່ອນຜັນແກ່ກັນ ແລະ ກັນ, ຊ່ວຍໜູນ ແລະສ້າງເງື່ອນໄຂທີ່ສະດວກໃຫ້ແກ່ກັນເພື່ອພ້ອມກັນພັດທະນາ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນອາຊີຕາເວັນອອກສຽງໃຕ້ ແລະ ໃນໂລກ.

6. ສອງຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​​ກັນໃນການເພີ່ມ​ທະວີ​ ແລະສືບຕໍ່ນໍາເອົາການພົວພັນທາງດ້ານການເມືອງກ້າວເຂົ້າສູ່ລວງເລິກ, ກໍານົດທິດທາງໃຫ້ແກ່ການພົວພັນຮ່ວມມືລວມຂອງສອງປະເທດ; ຍົກສູງປະສິດທິຜົນການຮ່ວມມື ລະຫວ່າງບັນດາຄະນະຂອງສູນກາງພັກ, ບັນດາກະຊວງ, ຂະແໜງການຂອງລັດຖະບານ, ບັນດາກໍາມາທິການຂອງສະພາແຫ່ງຊາດ, ແນວໂຮມ, ອົງການຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງປະຊາຊົນ ແລະບັນດາທ້ອງຖິ່ນຂອງສອງປະເທດ; ລົງເລິກການແລກປ່ຽນທາງດ້ານທິດສະດີ-ພຶດ ຕິກໍາ, ແລກປ່ຽນບົດຮຽນໃນວຽກງານກໍ່ສ້າງພັກ, ຖືສໍາຄັນການກໍ່ສ້າງ, ບໍາລຸງພະນັກງານການນໍາ, ຄຸ້ມຄອງແຕ່ລະຂັ້ນ; ກໍ່ສ້າງລະບົບການເມືອງໃຫ້ກະທັດຮັດ, ​ມີປະສິດທິພາບ, ປະສິດທິຜົນ; ພັດທະນາເສດ ຖະກິດ-ສັງຄົມ, ການເປີດກວ້າງວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ; ຍູ້ແຮງການໂຄສະນາສຶກສາກ່ຽວກັບມູນເຊື້ອການພົວພັນພິເສດ ລາວ-ຫວຽດນາມໃຫ້ບັນດາຊັ້ນຄົນຕ່າງໆ, ໂດຍສະເພາະແມ່ນ ຄົນຮຸ່ນໜຸ່ມຂອງສອງປະເທດ; ຈັດຕັ້ງຜັນຂະຫຍາຍແຜນແມ່ບົດນໍາເອົາບັນດາເນື້ອໃນປະຫວັດສາດແຫ່ງການພົວພັນພິເສດ ລາວ-ຫວຽດນາມ ເຂົ້າໃນຫຼັກສູດການສິດສອນຢູ່ສະຖາບັນການສຶກສາຂອງສອງປະເທດ; ສືບຕໍ່ປະສານສົມທົບກໍ່ສ້າງບັນດາໂຄງການ ແລະ ບູລະນະບັນດາຮ່ອງຮອຍທາງປະຫວັດສາດ ກ່ຽວກັບການພົວພັນພິເສດ ລາວ-ຫວຽດນາມຢູ່ແຕ່ລະປະເທດ; ປະສານສົມທົບຈັດຕັ້ງການສະເຫຼີມສະຫຼອງບັນດາເຫດການວັນສໍາຄັນຕ່າງໆຂອງສອງພັກ, ສອງລັດ ເປັນຢ່າງດີ.

7. ສອງ​ຝ່າຍເປັນເອກະພາບຊຸກຍູ້ຢ່າງແຂງແຮງ, ຍົກສູງປະສິດທິຜົນຂອງການຮ່ວມມືທາງດ້ານ​ເສດຖະກິດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ-​ເຕັກນິກ ບົນພື້ນຖານການເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ; ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສົນທິສັນຍາການຮ່ວມມື ລະຫວ່າງ ສອງລັດຖະບານ ແລະ ບັນດາໂຄງການ, ແຜນການຮ່ວມມື ລະຫວ່າງ ສອງປະເທດຢ່າງມີປະສິດທິຜົນ; ເຈລະຈາລົງນາມເຊັນບັນດາສັນຍາ/ຂໍ້ຕົກລົງ ສະບັບໃໝ່ ແລະ ສືບຕໍ່ປັບປຸງ, ເພີ່ມເຕີມບາງສັນຍາ/ຂໍ້ຕົກລົງຈໍານວນໜຶ່ງ ເພື່ອສ້າງເງື່ອນໄຂດ້ານນິຕິກໍາອັນສະດວກໃນການຮ່ວມມືໃນຂົງເຂດຕ່າງໆ ແລະ ໃຫ້ບູລິມະສິດໃນການເພີ່ມທະວີການເຊື່ອມຕໍ່, ການຊ່ວຍໜຸນ ລະຫວ່າງ ພື້ນຖານເສດຖະກິດຂອງສອງປະເທດ, ໂດຍສະເພາະແມ່ນ ການເຊື່ອມຕໍ່ທາງຄົມມະນາຄົມຂົນສົ່ງ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ການທ່ອງທ່ຽວ ແລະ ຫວຽດນາມ ສ້າງທຸກເງື່ອນໄຂທີ່ອໍານວຍຄວາມສະດວກທຸກຢ່າງໃຫ້ແກ່ລາວ ເພື່ອສົ່ງອອກ ແລະ ນໍາເຂົ້າສິນຄ້າໂດຍຜ່ານບັນດາທ່າກໍາປັ່ນຂອງ ຫວຽດນາມ. ສອງຝ່າຍ ມີບັນດາມາດຕະການອັນລະອຽດ ເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບຂອງບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ລາວ; ສືບຕໍ່ຍົກສູງຄຸນນະພາບການຮ່ວມມືທາງດ້ານການສຶກສາ, ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ໃນນັ້ນຖືສໍາຄັນການກໍ່ສ້າງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ.

8. ສອງ​ຝ່າຍເນັ້ນໜັກເຖິງຄວາມສໍາຄັນ ແລະ ​​ເຫັນ​ດີ​ເປັນ​ເອກະ​ພາບ​ກັນໃນການ​​ເພີ່ມ​ທະວີ​ການ​ຮ່ວມ​ມືທີ່ເປັນເສົາຫຼັກໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ເພື່ອແນໃສ່​​ຮັບປະກັນ​ສະ​ຖຽນລະ​ພາບ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍແລະ ຄວາມສະຫງົບ​ດ້ານ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ; ຈັດຕັ້ງປະຕິບັດບັນດາອານຸສັນຍາ ແລະ ແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ; ຜັນຂະຫຍາຍສັນຍາວ່າດ້ວຍກົດລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນ; ອານຸສັນຍາວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນຢ່າງມີປະສິດທິຜົນ; ສູ້ຊົນແກ້ໄຂບັນຫາການເຄື່ອນຍ້າຍພູມລໍາເນົາຕາມລໍາພັງໃຈ ແລະ ການແຕ່ງງານບໍ່ຖືກຕ້ອງຕາມກົດໝາຍ ຢູ່ບໍລິເວນຊາຍແດນຂອງສອງປະເທດໃຫ້ສໍາເລັດໂດຍໄວ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ; ຕ້ານ ແລະ ສະກັດກັ້ນອາດຊະຍາກຳຂ້າມຊາດປະເພດຕ່າງໆ, ການຄ້າຂາຍເຖື່ອນ, ຂົນສົ່ງສິ່ງເສບຕິດ; ສືບຕໍ່ອອກແຮງປະສານສົມທົບໃນການຊອກຄົ້ນຫາ ແລະ ຈັດສົ່ງອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ ກັບຄືນປະເທດ.

9. ສອງ​ຝ່າຍ ​ເປັນເອກະພາບກັນແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ ແລະ ​ປະ​ສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​, ມີປະສິດທິຜົນ, ສະໜັບສະໜຸນເຊິ່ງກັນ ແລະ ກັນໃນ​ບັນຫາພາກ​ພື້ນ ແລະ ສາກົນ,​ເປັນ​ຕົ້​ນ​ແມ່ນ ​ໃນຂອບການຮ່ວມມືອາ​ຊຽນ, ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ກົນ​ໄກ​ການຮ່ວມ​ມື​ອະນຸ​ພາກ​ພື້ນແມ່ນໍ້າຂອງ, ປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ; ເພີ່ມທະວີການປະສານສົມທົບກັບກໍາປູເຈຍ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ລະຫວ່າງ ສາມນາຍົກລັດຖະມົນຕີ ກ່ຽວກັບ ເຂດສາມຫຼ່ຽມພັດທະນາ ລາວ-ຫວຽດນາມ-ກໍາປູເຈຍ.

10. ສະຫາຍ ບຸນ​ຍັງ ວໍລະ​ຈິດ,​ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ​ຟູຈ້ອງ, ເລຂາທິການ​ໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ເປັນສັກຂີພິຍານໃນການເຊັນເອກະສານການຮ່ວມມື ລະຫວ່າງ ສອງປະເທດ ຈໍານວນ 09 ສະບັບ, ໃນນັ້ນມີ ສັນຍາ ວ່າດ້ວຍ ການຮ່ວມມືດ້ານການພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່, ບົດ​ບັນ​ທຶກການຮ່ວມມືດ້ານການເງິນ, ບົດບັນທຶກສັນຍາ ວ່າດວ້ຍ ການກໍ່ສ້າງ ແລະ ນຳໃຊ້ ເສັ້ນທາງລົດໄຟຫວຸ້ງອ້າງ-ວຽງຈັນ ແລະ ບົດບັນທຶກ, ຂໍ້ຕົກລົງຈຳນວນໜຶ່ງ ກ່ຽວກັບ ການຮ່ວມມື ລະຫວ່າງກະຊວງ, ຂະແໜງການຂອງສອງປະເທດ.

11. ສອງ​ຝ່າຍ​ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມ ແລະ ມີຄວາມໝາຍທາງປະຫວັດສາດການຢ້ຽມຢາມ​ສັນຖະວະ​ໄມຕີ ​ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຢ່າງ​ເປັນ​ທາງ​ການ ຂອງ ສະຫາຍ ຫງວຽນຟູ້ຈ້ອງ,​ ເລຂາທິການ​ໃຫຍ່​, ປະທານປະເທດ ແຫ່ງ ສສ ຫວຽດນາມ, ເຊິ່ງເປັນ​ການປະກອບສ່ວນ​​​​ເຂົ້າໃນການນໍາເອົາສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ​ ນັບ​ມື້​ນັບ​​ໄດ້​ຮັບ​ການ​​ເສີມ​ຂະຫຍາຍເຂົ້າສູ່ລວງເລິກ​, ແທດ​ຕົວ​ຈິງ ແລະ ມີປະສິດທິຜົນ ເພື່ອຜົນປະໂຫຍດຂອງ​ປະຊາຊົນແຕ່ລະ​ປະ​ເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນ​​ໄລຍະ​ຢ້ຽມຢາມ, ສະຫາຍ ຫງວຽນ​ຟູຈ້ອງ, ເລຂາທິການ​ໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ​​ໄດ້​ພົບ​ປະເຈລະຈາ​ກັບ ສະຫາຍ ບຸນ​ຍັງ ວໍລະ​ຈິດ,​ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ແຫ່ງ ສປປ ລາວ; ພົບປະແລກປ່ຽນ​ຄຳຄິດ​ເຫັນ​ກັບ ສະຫາຍ ​ ທອງລຸນສີສຸລິດ, ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ​ ແລະ ສະຫາຍ ນາງປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານ​ສະພາ​ແຫ່ງ​ຊາດ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ສະຫາຍ ວິໄລວົງບຸດດາຄໍາ, ກໍາມະການສູນກາງພັກ, ປະທານຄະນະກຳມະທິການແຜນການ, ການເງິນ ແລະການກວດສອບສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ຂັ້ນສູນກາງ ແລະຢ້ຽມຢາມອະດີດການນໍາ ພັກ-ລັດ ລາວ; ຢ້ຽມຢາມ ແລະກວດກາຄວາມຄືບໜ້າຂອງໂຄງການປຸກສ້າງຫໍສະພາແຫ່ງຊາດລາວ, ເຊິ່ງເປັນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ,​ ຕາງໜ້າບັນດາວິສາຫະກິດ ແລະ ຊາວຫວຽດນາມ ທີ່ກໍາລັງດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ລາວ; ຢ້ຽມຢາມພື້ນຖານວັດທະນະທໍາຈໍານວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ.

ສອງຝ່າຍ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນໃຫຍ່ຫລວງ, ລ້ຳຄ່າ, ໝົດຈິດໝົດໃຈ, ບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນ ຊຶ່ງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ມີໃຫ້ແກ່ກັນ ແລະ ກັນຕະຫຼອດໄລຍະທີ່ຜ່ານມາທັງໃນໄລຍະແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປ່ຽນແປງໃໝ່ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.

ສອງຝ່າຍ ຢືນຢັນສືບຕໍ່ສ້າງເງື່ອນໄຂທີ່ອໍານວຍຄວາມສະດວກໃຫ້ແກ່ຊາວຫວຽດນາມຢູ່ລາວ ແລະ ຊາວລາວ ຢູ່ຫວຽດນາມ ໃນການດໍາລົງຊີວິດ, ທຳມາຫາກິນ, ສຶກສາຮໍ່າຮຽນຢູ່ແຕ່ລະປະເທດ ໂດຍສອດຄ່ອງກັບລະບຽບກົດໝາຍຂອງແຕ່ລະປະເທດ ແລະ ປະເພນີສາກົນ. ຫວຽດນາມ ສະແດງຄວາມຂອບໃຈຕໍ່ ລາວທີ່ໃຫ້ຄວາມສໍາຄັນການປະກອບສ່ວນທີ່ຕັ້ງໜ້າຂອງຊາວຫວຽດນາມ ເຂົ້າໃນພາລະກິດການປົກປັກຮັກສາ ແລະ ພັດທະນາປະເທດລາວ.

ຫວຽດນາມສະແດງຄວາມຂອບໃຈທີ່ລາວ ສະໜັບສະໜູນ ຫວຽດນາມ ລົງສະໝັກເຂົ້າເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສະໄໝ 2020-2021 ແລະ ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2020 ໃຫ້ມີຜົນສໍາເລັດອັນຈົບງາມ.

ສອງຝ່າຍ ເຫັນດີເປັນເອກະພາບກັນສືບຕໍ່ເພີ່ມທະວີການຮ່ວມມື, ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ຮ່ວມກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເພື່ອຄຸ້ມຄອງ, ຕິດຕາມ, ກວດກາຜົນກະທົບຮອບດ້ານຂອງການນຳໃຊ້ແມ່ນ້ຳຂອງໃຫ້ມີຄວາມປອດໄພ,​ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດຂອງບັນດາປະເທດໃນຂົງເຂດລຽບແມ່ນໍ້າຂອງຢ່າງກົມກຽວ; ສອງຝ່າຍ ປະສານສົມທົບນໍາກັນຢ່າງແໜ້ນແຟ້ນ ໃນຂອບຄະນະກໍາມະການແມ່ນໍ້າຂອງສາກົນ ແລະ ໃນກອບການຮ່ວມມື ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ.

ສອງ​ຝ່າຍ ສືບຕໍ່​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນລະ​ພາບ, ຄວາມສະຫງົບ​ ປອດ​ໄພຢູ່ທະ​ເລ​ຈີນ​ໃຕ້ (ຫວຽດນາມ ເອີ້ນວ່າ: ທະເລຕາເວັນອອກ)​; ສະ​ໜັບ​ສະ​ໜູນບົດບາດ ແລະ ບັນດາຫຼັກການຂອງອາຊຽນ; ເປັນເອກະພາບໃນການຊຸກຍູ້ການແກ້ໄຂບັນດາຂໍ້ຂັດແຍ້ງໃນທະເລຈີນໃຕ້ໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງອົງການສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982; ຮ່ວມກັນກັບບັນດາຝ່າຍທີ່ກ່ຽວຂ້ອງປະ​ຕິ​ບັດ​ຖະ​ແຫຼງ​ການ​ ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າ​ຍ​ທີ່​ກ່ຽວ​ຂ້ອງ​ຢູ່ ທະ​ເລ​ຈີນ​ໃຕ້ (DOC)​ ຢ່າງຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ ແລະ ຊຸກຍູ້ໃຫ້ບັນລຸການສ້າງກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້ (COC) ໂດຍໄວທີ່ແທດຕົວຈິງ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນ​ການ​ປົກ​ປັກຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນລະ​ພາບ, ຄວາມປອດໄພ, ກາ​ນ​ຮ່ວມ​ມື ແລະ​ ການ​ພັດ​ທະ​ນາ​​ຢູ່​ໃນພາກ​ພື້ນ ແລະ ໃນ​ໂລກ.

ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້​ສະ​ແດງຄວາ​ມຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​​ໃຈ​ຕໍ່ພັກ, ລັດ ແລະ ປະຊາຊົນລາວ,​ ຂອບ​ໃຈ​ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການນໍາຂັ້ນ​ສູງພັກ, ລັດລາວ ທີ່​ໄດ້​ໃຫ້ການ​ຕ້ອນຮັບຢ່າງ​ສົມ​ກຽດ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ຖານ​ສະຫາຍ​ອ້າຍ​ນ້ອງ,​ ເຊິ່ງສະ​ແດງອອກແຈ້ງ​ເຖິງ​ຄວາມ​ມີ​ຊີວິດ​ຊີວາແຫ່ງສາຍ​ພົວພັນ​ຄວາມສາມັກຄີ, ຄວາມສະໜິດແໜ້ນ, ບໍລິສຸດຜຸດຜ່ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ສະຫາຍ ຫງວຽນຟູຈ້ອງ, ເລຂາທິການ​ໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້​ເຊື້​ອ​ເຊີນ ສະຫາຍ ບຸນ​ຍັງ ວໍລະ​ຈິດ, ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ແລະ ບັນດາສະຫາຍການນຳຂັ້ນ​ສູງຂອງພັກ, ລັດລາວ ​ໄປ​ຢ້ຽມຢາມ​ຫວຽດນາມ. ສະຫາຍ ບຸນ​ຍັງ ວໍລະ​ຈິດ,​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ແຫ່ງ ສປປລາວ ແລະ ບັນດາການນຳຂັ້ນສູງຂອງ ພັກ, ລັດ ລາວ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຕອບ​ຮັບ​ຄຳ​ເຊີນ​ດ້ວຍ​ຄວາມ​ຍິນ​ດີ, ສ່ວນວັນເວລາ​ຂອງ​ການ​ຢ້ຽມຢາມ​ຈະ​​ແຈ້ງ​ຜ່ານ​ທາງ​ການ​ທູດ.

 

                                                 ນະຄອນຫລວງວຽງຈັນ, ວັນ​ທີ 25 ກຸມພາ 2019

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484492
ມື້ນີ້8
ມື້ວານ188
ອາທິດນີ້930
ເດືອນນີ້3797