ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການຮ່ວມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ຖະແຫຼງການຮ່ວມ

ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ

ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

ພະນົມເປັນ, ວັນທີ 12 ກັນຍາ 2019

  1. ອີງຕາມການເຊື້ອເຊີນ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ດຳເນີນການຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019. ພະນະທ່ານ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຕິດຕາມ, ປະກອບມີ ພະນະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຄະນະຜູ້ແທນຂັ້ນສູງທ່ານອື່ນໆ, ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ໂດຍ ລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ປະຊາຊົນ ກຳປູເຈຍ.
  2. ໃນໄລຍະການຢ້ຽມຢາມ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ໄປວາງພວງມາລາທິອານຸສາວະລີເອກະລາດ ເພື່ອລະນຶກເຖິງວິລະຊົນກຳປູເຈຍທີ່ເສຍສະຫຼະຊີວິດໃນປາງສົງຄາມ ແລະ ວາງພວງມາລາ ແລະ ສະແດງຄວາມເຄົາລົບຕໍ່ອານຸສາວະລີ ເຈົ້າໂນໂຣດົມສີຫານຸ, ອະດີດພະມະຫາກະສັດຂອງກຳປູເຈຍ. ພະນະທ່ານ ນາຍົກລັດຖະມົນຕີຂອງລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດ ວິບູນ ເສນາ ແພະກະໄດ ຊາຍ ຊຸມ, ປະທານສະພາສູງ ແລະ ເປັນຜູ້ຮັກສາການແທນປະມຸກລັດ, ແລະ ເຂົ້າຢ້ຽມຂໍ່ານັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮງ ຊໍາ ຣິນ, ປະທານສະພາແຫ່ງຊາດ, ເຊີ່ງສ່ອງແສງໃຫ້ເຫັນການພົວພັນອັນໝັ້ນຄົງຍາວນານ ຂອງການພົວພັນມິດຕະພາບທີ່ໃກ້ຊິດສະໜິດສະໜົມ ລະຫວ່າງສອງປະເທດ.
  3. ສົມເດັດ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ແລກປ່ຽນທັດສະນະຮ່ວມກັນໃນຫຼາຍບັນຫາ ຢ່າງກົງໄປກົງມາ ໃນບັນຍາກາດອັນອົບອຸ່ນ ແລະ ເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ ເພື່ອຜົນປະໂຫຍດລວມຂອງສອງປະເທດ. ສອງນາຍົກລັດຖະມົນຕີໄດ້ເປັນເອກະພາບກັນຫຼາຍບັນຫາດັ່ງມີເນື້ອໃນລຸ່ມນີ້:
  4. ສອງຝ່າຍ ເຫັນດີຍົກລະດັບການພົວພັນສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ດ້ວຍຄວາມມຸ້ງມາດປາດຖະໜາທີ່ຈະຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແບບບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ແລະ ເສີມຂະຫຍາຍ ການຮ່ວມມືໃນຂົງເຂດ ການເມືອງ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ສັງຄົມ-ວັດທະນະທຳ. ສອງຝ່າຍຈະສືບຕໍ່ພັດທະນາສາຍພົວພັນມິດຕະພາບນີ້ ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນ ຫຼັກການທີ່ໄດ້ກໍານົດໄວ້ໃນກົດບັດສະຫະປະຊາຊາດ ແລະ ກົດບັດອາຊຽນ. ສອງຝ່າຍຢືນຢັນຄືນຄວາມໄວ້ເນື້ອເຊື່ອໃຈ ແລະ ເຊື່ອໝັ້ນ ຕໍ່ກັນ, ແລະ ເຄົາລົບຫຼັກການບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນ, ບໍ່ໃຊ້ກຳລັງອາວຸດນາບຂູ່, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ, ແລະ ບໍ່ອະນຸຍາດໃຫ້ກຸ່ມການເມືອງຕ່າງປະເທດໃດໆ ຫຼື ກຳລັງທະຫານຕ່າງປະເທດໃດໆ ເຂົ້າມາໃຊ້ຜືນແຜ່ນດິນຂອງຕົນເພື່ອຕໍ່ຕ້ານອີກຝ່າຍໜຶ່ງ.
  5. ສອງຝ່າຍ ສືບຕໍ່ຮັກສາການແລກປ່ຽນການພົບປະໃນລະດັບສູງຢ່າງເປັນປົກກະຕິ ລະຫວ່າງຕາງໜ້າຂອງລັດຖະບານສອງປະເທດ ກໍ່ຄືຂະແໜງການກ່ຽວຂ້ອງອື່ນໆ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການປະສານງານ ລະຫວ່າງສອງຝ່າຍ ເພື່ອຮ່ວມກັນແກ້ໄຂບັນຫາ ກໍ່ຄື ເຫດການ ຕ່າງໆ ທີ່ເກີດຂຶ້ນຢ່າງທັນການ ແລະ ມີປະສິດທິຜົນ ເພື່ອຈຸດປະສົງເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງສອງຊາດ.
  6. ສອງຝ່າຍ ເຫັນດີ ມອບໃຫ້ ຄະນະກໍາມະການຊາຍແດນຮ່ວມ ຂອງສອງປະເທດ ຮ່າງ ສົນທິສັນຍາວ່າດ້ວຍການກຳນົດເສັ້ນຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຣາຊະອານາຈັກ ກຳປູເຈຍ ໃນບໍລິເວນທີ່ທັງສອງຝ່າຍໄດ້ສຳຫຼວດ ແລະ ໄດ້ຕົກລົງເປັນເອກະພາບກັນແລ້ວ ເຊິ່ງກວມເອົາ 86% ຂອງ ແລວເຂດຊາຍແດນ ລະຫວ່າງ ສອງປະເທດ ໃຫ້ສຳເລັດໂດຍໄວ. ສໍາລັບບໍລິເວນຊາຍແດນທີ່ຄົງຄ້າງ, ສອງຝ່າຍເຫັນດີຈະສືບຕໍ່ປຶກສາຫາລື ເພື່ອຊອກຊ່ອງທາງແກ້ໄຂບັນຫາຮ່ວມກັນແບບສັນຕິວິທີ ໄວເທົ່າທີ່ຈະໄວໄດ້. ພ້ອມນີ້, ສອງຝ່າຍຍັງເຫັນດີມອບໃຫ້ ຄະນະກຳມະການຊາຍແດນຮ່ວມຂອງສອງປະເທດ ປຶກສາຫາລືກ່ຽວກັບການປັກຫຼັກໝາຍຖີ່ ໃນເຂດທີ່ໄດ້ສຳເລັດການປັກຫຼັກໝາຍແລ້ວຄື 86% ດັ່ງທີ່ລະບຸໄວ້ຂ້າງເທິງ ແລະ ຮ່ວມກັນສ້າງແຜນທີ່ຊາຍແດນເຊິ່ງສະແດງເຖິງເສັ້ນຊາຍແດນ ທີ່ສອງຝ່າຍໄດ້ຮັບຮອງຮ່ວມກັນແລ້ວ ເພື່ອໃຊ້ເປັນເອກະສານຊ້ອນທ້າຍ ສົນທິສັນຍາຂ້າງເທິງ.
  7. ນອກຈາກນີ້, ສອງຝ່າຍ ເຫັນດີຈະຊຸກຍູ້ຂະແໜງການກ່ຽວຂ້ອງຂອງສອງຝ່າຍ, ທັງສຸນກາງ ແລະ ທ້ອງຖິ່ນ, ເພື່ອຈັດຕັ້ງປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ແນ່ໃສເສີມຂະຫຍາຍ ມິດຕະພາບ ແລະ ສະຖຽນລະພາບ ຕາມບໍລິເວນຊາຍແດນສອງປະເທດ ລະຫວ່າງ ລາວ ແລະ ກຳປູເຈຍ ແລະ ເພື່ອສ້າງເປັນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ແບບໝັ້ນຄົງຍາວນານ.
  8. ສອງຝ່າຍ ເຫັນດີ ປະສານງານ ແລະ ຮ່ວມມືກັນຢ່າງໃກ້ຊິດ ໃນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໂດຍສະເພາະ ຜ່ານ ການຈັດກອງປະຊຸມປຶກສາຫາລື ແລະ ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນຕ່າງໆເປັນປົກກະຕິ; ການແລກປ່ຽນນັກສຶກສາ; ການຮ່ວມມືດ້ານກົງສູນ ແລະ ຍຸຕິທຳ, ລວມເຖິງການໂອນຕົວນັກໂທດ, ແລະ ການຮ່ວມມືດ້ານການຕ້ານຢາເສບຕິດ ແລະ ອາດສະຍາກຳຂ້າມຊາດອື່ນໆ ແລະ ເພື່ອເຝົ້າລະວັງ ບັນຫາຂ້າມຊາຍແດນອື່ນໆ ເຊັ່ນ ພະຍາດຕິດຕໍ່ ແລະ ໄພທຳມະຊາດຕ່າງໆ.
  9. ສອງຝ່າຍ ຢືນຢັນຄືນຄວາມສຳຄັນຂອງການ ເສີມຂະຫຍາຍການຮ່ວມມືທະວີພາຄີດ້ານເສດຖະກິດ ດ້ວຍຄວາມພະຍາຍາມຮ່ວມກັນໃນການເພີ່ມມູນຄ່າການແລກປ່ຽນການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ແລະ ເສີມຂະຫຍາຍການຮ່ວມມືໃນວຽກງານອື່ນໆເຊັ່ນ: ຂົງເຂດກະສິກຳ, ປ່າໄມ້ ແລະ ການປະມົງ; ວຽກງານການເງິນ, ວຽກງານຂົນສົ່່ງ, ວຽກງານໂທລະຄົມມະນາຄົມ, ວຽກງານແຮງງານ ແລະ ຝຶກອົບຮົມວິຊາຊີບ, ວຽກງານ ອຸຕຸນິຍົມ-ອຸທົກກະສາດ ແລະ ສິ່ງແວດລ້ອມ. ສອງຝ່າຍ ຍັງໄດ້ປຶກສາກັນ ເພື່ອເສີມຂະຫຍາຍການຮ່ວມມືດ້ານວັດທະນະທຳ ແລະ ສັງຄົມ ຄື: ວຽກງານສະຫວັດດີການສັງຄົມ, ວຽກງານສຶກສາທິການ ແລະ ກິລາ, ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ວຽກງານສາທາ ລະນະສຸກ ແລະ ຟື້ນຟູໄວໜຸ່ມ ຊຶ່ງຈະບໍ່ພຽງແຕ່ປະກອບສ່ວນເສີມຂະຫຍາຍສາຍພົວພັນດ້ານເສດຖະກິດ ແຕ່ຍັງຈະເປັນການເສີມຂະຫຍາຍນໍ້າໃຈມິດຕະພາບ ລະຫວ່າງສອງປະເທດ.
  10. ສອງຝ່າຍ ຕົກລົງ ເພີ່ມທະວີການຮ່ວມມືດ້ານພະລັງງານ, ໂດຍສະເພາະ ແມ່ນຜ່ານການຂະຫຍາຍການຊື້-ຂາຍໄຟຟ້າ ທີ່ມາຈາກຖ່ານຫີນ, ພະລັງງານນ້ຳ ແລະ ແຫຼ່ງພະລັງງານ ທົດແທນ ລະ ຫວ່າງສອງປະເທດ ໃນຊຸ່ມປີຂ້າງໜ້າ ບົນພື້ນຖານຄວາມສາມາດຂອງສອງຝ່າຍ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນ ເພື່ອຊຸກຍູ້ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ໃນການກໍ່ສ້າງສາຍສົງໄຟຟ້າແຮງສູງ ລະຫວ່າງ ລາວ ແລະ ກຳປູເຈຍ ໃຫ້ສຳເລັດຕາມທີ່ໄດ້ຕົກລົງກັນ ແລະ ຖືກຕາມແຜນການທີ່ກຳນົດໄວ້. ສອງຝ່າຍ ສະແດງຄວາມມຸ້ງມາດປາດຖະໜາຮ່ວມກັນ ທີ່ຈະເສີມຂະຫຍາຍການຊື້-ຂາຍ ພະລັງງານ ໃນລະດັບພາກພື້ນ, ແລະ ເປັນເອກະພາບກັນ ວ່າ ການຊື້-ຂາຍ ພະລັງງານ ລະຫວ່າງ ລາວ, ກຳປູເຈຍ ແລະ ຫວຽດນາມ ສາມາດເພີ່ມທະວີໄດ້ຜ່ານການສ້າງ ສາຍສົ່ງຮ່ວມກັນ ສາມປະເທດ.
  11. ສອງຝ່າຍຕົກລົງຊຸກຍູ້ການຮ່ວມມືຂອງແຂວງແຮກສ່ຽວ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະນົມເປັນ ແລະ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງສຽມຣຽບ. ພ້ອມນີ້, ສອງຝ່າຍຕົກລົງໃຫ້ເຈົ້າໜ້າທີ່ບັນດາແຂວງຊາຍແດນພົບປະປຶກສາຫາລືກັນເປັນປົກ ກະຕິ ເພື່ອສົ່ງເສີມການຮ່ວມມືຢ່າງໃກ້ຊິດ ແລະ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ເພື່ອຜົນປະໂຫຍດຮ່ວມກັນ.
  12. ສອງຝ່າຍ ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືໃນເວທີອະນຸພາກພື້ນ ແລະ ພາກພື້ນ ເພື່ອການພັດທະນາເສດຖະກິດພາກພື້ນໃຫ້ຍືນຍົງ ແລະ ກວ້າງຂວາງ ກໍ່ຄື ການຈັດຕັ້ງປະຕິບັດບັນດາເອກະສານທີ່ຕົກລົງກັນໃນໄລຍະຜ່ານມາ ໂດຍສະເພາະ ໃນເຂດສາມຫຼ່ຽມພັດທະນາ
  13. ເອກະສານນີ້ ເຮັດເປັນສອງສະບັບ, ທີ່ພະນົມເປັນ, ໃນວັນທີ 12 ກັນຍາ 2019, ເປັນພາສາອັງກິດ.

               

        ລັດຖະບານ                                                    ລັດຖະບານ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ            ແຫ່ງ ຣາຊະອານາຈັກ ກຳປູເຈຍ

        (ລາຍເຊັນ)                                                     (ລາຍເຊັນ)

     ທອງລຸນ ສີສຸລິດ                                                   ຮຸນ ແຊນ

             ນາຍົກລັດຖະມົນຕີ                                            ນາຍົກລັດຖະມົນຕີ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484496
ມື້ນີ້12
ມື້ວານ188
ອາທິດນີ້934
ເດືອນນີ້3801