ສປປ ລາວ ສະແດງຄວາມເປັນຫວ່ງຢ່າງຍິ່ງ ຮ່ວມກັບວົງຄະນາຍາດສາກົນ ຕໍ່ເຫດການທົດລອງ ລະເບີດນິວເຄຼັຍ/ໄຮໂດຼເຈນ ຢູ່ໃຕ້ດິນ ໂດຍ ສປປ ເກົາຫລີ ໃນວັນທີ 3 ກັນຍາ 2017 ເຊິ່ງການທົດລອງດັ່ງກ່າວ ເປັນການຂັດກັບຍັດຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ອາດຈະເຮັດໃຫ້ຄວາມເຄັ່ງຕຶງໃນແຫຼມເກົາຫລີເພີ່ມຂຶ້ນ, ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງໃຊ້ຄວາມອົດກັ້ນ ແລະ ພະຍາຍາມຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ. ສປປ ລາວ ຢືນຢັນທັດສະນະອັນສະເໝີຕົ້ນສະເໝີປາຍ ໃນການສະໜັບສະໜູນໃຫ້ແຫຼມເກົາຫລີ ມີສັນຕິພາບ, ສະຖຽນລະພາບ ແລະ ເປັນເຂດປອດອາວຸດນິວເຄຼັຍ, ພ້ອມທັງແກ້ໄຂບັນຫາຂໍ້ຄັດແຍ່ງໂດຍສັນຕິວິທີ ແລະ ຜ່ານການເຈລະຈາແບບສ້າງສັນ.