ສປປ ລາວ ສະແດງຄວາມຍິນດີ ຕໍ່ຜົນສຳເລັດຂອງການພົບປະສຸດຍອດຄັ້ງປະຫວັດສາດ ລະຫວ່າງ ຜູ້ນຳ ສປປ ເກົາຫລີ ແລະ ສ. ອາເມຣິກາ ໃນວັນທີ 12 ມີຖຸນາ 2018, ທີ່ ປະເທດ ສິງກະໂປ. ສປປ ລາວ ເຫັນວ່າຜົນການພົບປະຄັ້ງນີ້ ຈະເປັນບາດລ້ຽວໃໝ່ແຫ່ງການພົວພັນ ລະຫວ່າງ ສອງປະເທດ, ເຊິ່ງຈະປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນແຫລມເກົາຫລີ ແລະ ໃນໂລກ, ກໍຄືການສ້າງແຫລມເກົາຫລີ ໃຫ້ເປັນເຂດປອດອາວຸດນິວເຄລຍ.
ສປປລາວ ຫວັງຢ່າງຍິ່ງວ່າ ທຸກຝ່າຍທີ່ກ່ຽວຂ້ອງສືບຕໍ່ຄວາມພະຍາຍາມຮ່ວມກັນເສີມຂະຫຍາຍທ່ວງທ່າທີ່ດີໃນປັດຈຸບັນນີ້ ເພື່ອສືບຕໍ່ປຶກສາຫາລືກັນແກ້ໄຂບັນຫາແຫລມເກົາຫລີ ໃນທາງສ້າງສັນຢ່າງບໍ່ຢຸດຢັ້ງ.
ສປປ ລາວ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນ ໃນການສະໜັບສະໜູນການສ້າງແຫລມເກົາຫລີ ໃຫ້ປອດອາວຸດນິວເຄລຍ ດ້ວຍສັນຕິວິທີ ເພື່ອຜົນປະໂຫຍດ ກໍຄືສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ໃນແຫລມເກົາຫລີ, ໃນພາກພື້ນ ແລະ ໃນໂລກໂດຍລວມ.
ນະຄອນຫລວງວຽງຈັນ, ວັນທີ 12 ມີຖຸນາ 2018