ສປປ ລາວ ສະແດງຄວາມຍິນດີ ຕໍ່ຜົນສໍາເລັດ ຂອງ ການພົບປະຄັ້ງທີ 3 ລະຫວ່າງ ປະທານ ກິມ ຈອງອຸນ ແຫ່ງ ສປປ ເກົາຫລີ ແລະ ປະທານາທິບໍດີ ມູນ ແຈ-ອິນ ແຫ່ງ ສ. ເກົາຫຼີ ແຕ່ວັນທີ 18-20 ກັນຍາ 2018 ທີ່ ນະຄອນຫຼວງ ພຽງຢາງ. ສປປ ລາວ ເຫັນວ່າ ການພົບປະຂອງຜູ້ນຳ ສອງເກົາຫຼີ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການສືບຕໍ່ສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງເກົາຫຼີ ໃຫ້ດີຍິ່ງໆຂື້ນ ແຕ່ຍັງເປັນການຢໍ້າຄືນອີກເທື່ອໜຶ່ງເຖິງຄວາມພະຍາຍາມຂອງສອງເກົາຫຼີ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງຢ່າງຖາວອນ ແລະ ເຮັດໃຫ້ແຫຼມເກົາຫຼີເປັນເຂດປອດອາວຸດນິວເຄລຍ.
ສປປ ລາວ ມີຄວາມຍິນດີ ທີ່ເຫັນວ່າ ສະພາບການ ຢູ່ ແຫລມເກົາຫຼີ ໄດ້ຮັບການພັດທະນາໄປໃນທາງບວກ ແລະ ຫວັງວ່າທຸກຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ຮ່ວມກັນຮັກສາບັນຍາກາດທີ່ດີນີ້ຕໍ່ໄປ.
ສປປ ລາວ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນ ໃນການສະໜັບສະໜູນການສ້າງແຫລມເກົາຫລີໃຫ້ປອດອາວຸດນິວເຄລຍດ້ວຍສັນຕິວິທີ ເພື່ອຜົນປະໂຫຍດ ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ໃນແຫລມເກົາຫຼີ ແລະ ໃນໂລກ.