ສປປ ລາວ ຕີລາຄາສູງ ຕໍ່ຄວາມພະຍາຍາມຂອງຜູ້ນໍາ ສປປ ເກົາຫຼີ ແລະ ສ.ອາເມຣິກາ ໃນການຈັດການພົບປະສຸດຍອດ ຄັ້ງທີ 2 ລະຫວ່າງຜູ້ນຳສອງປະເທດ, ຊຶ່ງໄດ້ຈັດຂຶ້ນ ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ, ແຕ່ວັນທີ 27-28 ກຸມພາ 2019. ພ້ອມກັນນັ້ນ, ກໍຂໍຊົມເຊີຍການເປັນເຈົ້າພາບທີ່ດີເລີດຂອງລັດຖະບານ ແລະ ປະຊາຊົນ ສສ. ຫວຽດນາມ, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນ ເຂົ້າໃນຂະບວນການສ້າງສັນຕິພາບໃນພາກພື້ນ ແລະ ໃນໂລກ ເຖິງແມ່ນວ່າ ສອງຝ່າຍຈະບໍ່ສາມາດບັນລຸຂໍ້ຕົກລົງໃດໆຮ່ວມກັນກໍຕາມ. ສປປ ລາວ ເຫັນວ່າ ການພົບປະຄັ້ງນີ້ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າໃຈຊຶ່ງກັນ ແລະ ກັນຕື່ມ ລະຫວ່າງຜູ້ນໍາ ສປປ ເກົາຫຼີ ແລະ ສ.ອາເມລິກາ, ເຊິ່ງຈະເປັນພື້ນຖານສໍາຄັນໃຫ້ແກ່ການເຈລະຈາສ້າງສາຍພົວພັນແບບໃໝ່ ລະຫວ່າງສອງປະເທດ, ກໍຄືການສ້າງແຫຼມເກົາຫຼີໃຫ້ເປັນເຂດປອດອາວຸດນິວເຄລຍ ໃນອະນາຄົດ.
ສປປ ລາວ ຫວັງຢ່າງຍິ່ງວ່າ ທຸກຝ່າຍທີ່ກ່ຽວຂ້ອງຈະສືບຕໍ່ຄວາມພະຍາຍາມຮ່ວມກັນ ເພື່ອຮັກສາບັນຍາກາດໃນປະຈຸບັນ ແລະ ສ້າງເງື່ອນໄຂສະດວກ ໃຫ້ແກ່ການເຈລະຈາຫາຊ່ອງທາງແກ້ໄຂບັນຫາແຫຼມເກົາຫຼີ ໃນສັນຕິວິທີ ເພື່ອປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ໃນແຫຼມເກົາຫຼີ ແລະ ໃນໂລກ.
ສປປ ລາວ ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງຕົນ ໃນການສະໜັບສະໜູນການສ້າງແຫຼມເກົາຫຼີ ໃຫ້ປອດອາວຸດນິວເຄລຍດ້ວຍສັນຕິວິທີ ເພື່ອຜົນປະໂຫຍດ ກໍຄື ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນແຫຼມເກົາຫຼີ ກໍຄືພາກພື້ນ ແລະ ໃນໂລກ.