ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕິດຕາມສະພາບການເລືອກຕັ້ງຂອງ ໄຕ້ຫວັນ ຢ່າງໃກ້ຊິດ, ລັດຖະບານ ແຫ່ງ ສປປ ລາວ ຂໍຢືນຢັນຄືນນະໂຍບາຍອັນສະເຫມີຕົ້ນສະເຫມີປາຍຂອງຕົນໃນການສະຫນັບສະຫນູນ ນະໂຍບາຍຈີນດຽວ ແລະ ຖືວ່າ ໄຕ້ຫວັນ ເປັນສ່ວນຫນຶ່ງຂອງ ສປ ຈີນ ທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ຄັດຄ້ານ ທຸກເຈດຈໍານົງທີ່ມຸ້ງຫວັງສ້າງ “ສອງປະເທດຈີນ” ຫລື “ຫນຶ່ງຈີນ ຫນຶ່ງໄຕ້ຫວັນ”. ພ້ອມນັ້ນ, ກໍ່ສະຫນັບສະຫນູນ ພາລະກິດທ້ອນໂຮມປະເທດຊາດ ໂດຍສັນຕິວິທີ ຂອງລັດຖະບານ ແຫ່ງ ສປ ຈີນ.