ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ພ້ອມກັນອອກແຮງແຂ່ງຂັນ ຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຢ່າງຟົດຟື້ນແລະມີໄຊນີ້, ວຽກງານການຕ່າງປະເທດກໍສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ຕື່ມອີກກ້າວໜຶ່ງ, ໃນໂອກາດ ຄົບຮອບ 71 ປີວັນການທູດລາວ ແລະ ເປັນປີທີ່ ສປປລາວ ພວກເຮົາພວມຮັບກຽດຮັບພາລະເປັນປະທານໝູນວຽນ ອາຊຽນ ແລະ ກໍຫາກໍ່ມີຜົນສຳເລັດຢ່າງສະຫງ່າງາມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ທີ່ນະຄອນຫຼວງວຽງຈັນ.
ວັນທີ 12 ຕຸລາ 1945 ແມ່ນວັນທີ່ມີຄວາມໝາຍສຳຄັນທາງປະຫວັດສາດຂອງຊາດລາວເຮົາທີ່ເປັນວັນແຫ່ງການ ປະກາດເອກະລາດຂອງຊາດລາວເຮົາຕໍ່ໂລກ ໃຫ້ໂລກຮັບຮູ້ວ່າ ໃນແຜ່ນດິນແຫ່ງນີ້ມີປະເທດລາວ ແມ່ນຄົນລາວເປັນເຈົ້າຂອງປະເທດຊາດ ອຳນາດອະທິປະໄຕ ແລະ ຜືນແຜ່ນອັນຄົບຖ້ວນຂອງຕົນ. ລັດຖະບານອິດສະຫຼະໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດນະໂຍບາຍ 12 ຂໍ້ ໃນນັ້ນ ໃຫ້ປະກາດນະໂຍບາຍການຕ່າງປະເທດອອກຢ່າງເປັນທາງການ, ດັ່ງນັ້ນ ວັນທີ 12 ຕຸລາ ຈິງໄດ້ກາຍເປັນວັນການທູດລາວ. ຕະຫລອດໄລຍະ 71 ປີ ຂອງການເຄື່ອນໄຫວວຽກງານ ການຕ່າງປະເທດ, ພາຍໃຕ້ການນຳພາອັນສະຫຼາດສ່ອງໄສ ແລະ ປີຊາສາມາດຂອງພັກເຮົາ, ວຽກງານຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະ ກິດຕໍ່ສູ້ກູ້ຊາດທີ່ສາມາດຍາດໄດ້ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນຢ່າງຕໍ່ເນື່ອງ, ຈົນໃນທີ່ສຸດການປະຕິວັດຊາດ ປະຊາ ທິປະໄຕ ຢູ່ປະເທດເຮົາ ໄດ້ສຳເລັດລົງດ້ວຍການປະກາດສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດຊາດໄດ້ຮັບການສະຖາປະນາ ສປປ ລາວ ຂຶ້ນ, ການເຄື່ອນໄຫວຕ່າງປະເທດຂອງ ສປປລາວ ສືບຕໍ່ໄດ້ຮັບຜົນສຳເລັດຢ່າງໜ້າພາກພູມໃຈ, ການຕ່າງປະເທດ ນັບມື້ນັບເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ, ຖັນແຖວຂອງນັກຮົບການເມືອງການຕ່າງປະເທດນັບມື້ເຂັ້ມແຂງ, ຊື່ສຽງ ບົດບາດຂອງ ສປປລາວ ນັບມື້ສູງເດັ່ນຂຶ້ນຢູ່ໃນເວທີພາກພື້ນແລະສາກົນ. ສປປລາວພວກເຮົາ ສືບຕໍ່ປະຕິບັດແນວທາງ ການຕ່າງປະເທດ ທີ່ຖືກຕ້ອງເປັນທຳ ໂດຍຍຶດໝັ້ນແນວທາງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສືບຕໍ່ລົງເລິກປະຕິບັດຄຳຂັວນການຕ່າງປະເທດທີ່ວ່າ: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະພັດທະນາປະເທດຊາດ ຢ່າງໄດ້ຮັບຜົນດີ; ອັນສະແດງອອກໃນການເສີມຂະຫຍາຍຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາ ປະເທດເພື່ອນມິດຍຸດທະສາດ, ກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ; ວຽກງານການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການພົວພັນກັບອົງການຈັດຕັ້ງສາກົນຕ່າງໆ ກໍແມ່ນສືບຕໍ່ມີໝາກຜົນທີ່ພົ້ນເດັ່ນ. ວຽກງານການຕ່າງປະເທດ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ນັບທັງການຂົນຂວາຍ ຍາດແຍ່ງການຊ່ວຍເຫຼືອ ແລະ ລົງທຶນຂອງຕ່າງປະເທດ,ຊຶ່ງເປັນການປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງຊາດເໝືອນດັ່ງຂະແໜງການອື່ນໆ ທີ່ປະກອບເຂົ້າເປັນກຳລັງ ແຮງສັງລວມຂອງຊາດເຮົາໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວດ້ວຍບາດກ້າວໜັກແໜ້ນຕໍ່ເນື່ອງ, ເຊິ່ງພັກເຮົາໄດ້ຕີລາ ຄາວ່າ, ພວກເຮົາມີຄວາມເອກອ້າງທະນົງໃຈ ແລະ ເຫັນວ່າ, ໃນປະຫວັດສາດຂອງຊາດລາວ ບໍ່ມີຍຸກໃດ ແລະ ສະໄຫມໃດ ທີ່ປະເທດຊາດອັນແສນຮັກຂອງພວກເຮົາ ຈະໄດ້ມີຄວາມຮົ່ມເຢັນເປັນສຸກ, ໄດ້ຮັບການພັດທະນາ ຈະເລີນກ້າວຫນ້າ ຄືກັນກັບໃນຊູ່ມື້ນີ້ ແລະ ບໍ່ມີຍຸກໃດສະໄໝໃດ ບົດບາດອິດທິພົນຂອງປະເທດເຮົາຕໍ່ສາກົນຈະໄດ້ຮັບການຍົກສູງໂດດເດັ່ນຂຶ້ນຄືຊູ່ມື້ນີ້.
ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນປ່ຽນຢ່າງເລິກເຊິ່ງ, ສັບສົນ ແລະ ໄວວານີ້, ການປະຕິບັດແນວທາງການຕ່າງປະເທດ ແລະ ເຄື່ອນໄຫວການທູດທີ່ຖືກຕ້ອງ ແລະ ສອດຄ່ອງ ຍິ່ງມີຄວາມຈໍາເປັນ ແລະ ຕ້ອງການກວ່າເວລາໃດໝົດ. ເພື່ອສ້າງເງື່ອນໄຂສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ, ກ້າວໄປສູ່ເປົ້າໝາຍນຳເອົາປະເທດຊາດຫຼຸດພົ້ນ ອອກຈາກສະຖານະພາບຄວາມດ້ອຍພັດທະນາ ໃນປີ 2020 ແລະ ສ້າງປະເທດໃຫ້ເປັນປະເທດທີ່ມັ່ງຄັ່ງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມຍຸຕິທຳ, ປະຊາທິປະໄຕ, ປອງດອງ ແລະ ສີວິໄລ. ເພື່ອບັນລຸເປົ້າໝາຍ ດັ່ງກ່າວນີ້ ໃນມະຕິ 10 ຂອງພັກຍັງໄດ້ສືບຕໍ່ຢັ້ງຢືນວ່າ: ພວກເຮົາຕ້ອງສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການປະຕິບັດບົດບາດໜ້າທີ່ ການຕ່າງປະເທດພາຍ ໃຕ້ຄຳຂວັນ "ການທູດ ປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ", ໂດຍຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໜີ ຕົ້ນສະເໝີປາຍ, ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ, ຕາມທິດທາງດ້ານວຽກງານການຕ່າງປະເທດ ທີ່ກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກວາງອອກ.
ຍ້ອນແນວທາງອັນຖືກຕ້ອງເປັນທຳ ແລະ ການເຄື່ອນໄຫວການທູດທີ່ມີໝາກຜົນດີເປັນກ້າວໆມາຂອງພັກ-ລັດ ແລະ ປະຊາຊົນເຮົາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ໃນລະດັບພາກພື້ນ ແລະ ສາກົນຫລາຍຄັ້ງເຊັ່ນ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 ປີ 2004; ກອງປະຊຸມສຸດຍອດລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 38 ແລະ ລັດຖະສະພາໄອໂປ ປີ 2005; ກອງປະຊຸມລັດຖະມົນຕີຕ່າງປະເທດໃຊ້ພາສາ ຝຣັ່ງ ຄັ້ງທີ 23 ປີ 2007; ກອງປະຊຸມສາກົນວ່າດ້ວຍລະເບີດລູກຫວ່ານ ປີ 2010; ກອງປະຊຸມສຸດຍອດ ອາເຊັມ ຄັ້ງທີ 9 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ປີ 2012; ອັນພົ້ນເດັ່ນໃນໄລຍະທີ່ ສປປລາວ ເປັນປະທານອາຊຽນນີ້ ແມ່ນຜົນສຳເລັດ ອັນໃຫຍ່ຫຼວງໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມບັນດາລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນປີ 2016 ທີ່ສປປລາວ; ພ້ອມດຽວກັນ ໃນໄລຍະປີ 2016 ນີ້ ສປປລາວ ກໍໄດ້ເປັນກຽດ ອັນສູງໃນການຕ້ອນຮັບການຢ້ຽມຢາມລາວຂອງຄະນະຜູ້ແທນຂັ້ນສູງປະເທດເພື່ອນມິດທີ່ສຳຄັນ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ, ສະຫະລັດ ເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ອົງການ ສປຊ ແລະ ປະເທດອື່ນໆ; ອັນນີ້ ໄດ້ຢັ້ງຢືນເຖິງຄວາມສາມາດ ດ້ານການຕ່າງປະເທດ,ຖານະບົດບາດຂອງ ສປປ ລາວ ຕໍ່ເວທີພາກພື້ນ ແລະ ສາກົນ ແລະຄວາມເຊື່ອໝັ້ນໃຈຂອງສາກົນທີ່ມີຕໍ່ປະເທດພວກເຮົາ, ຕໍ່ການນຳພາຂອງພັກເຮົາ, ຕໍ່ຄວາມສະຫງົບ ແລະມີການພັດທະນາຢ່າງຕໍ່ເນື່ອງຂອງປະເທດເຮົາ, ທັງຢັ້ງຢືນເຖິງໝາກຜົນຂອງການເຄື່ອນໄຫວ ການຕ່າງປະເທດທີ່ຕັ້ງໜ້າ, ບໍ່ຮູ້ອິດຮູ້ເມື່ອຍຂອງການນຳພັກ-ລັດ ບໍ່ວ່າດ້ານພັກ, ດ້ານລັດ, ດ້ານສະພາ ແລະ ທຸກຂະແໜງການວຽກງານ, ກະຊວງທະບວງຂອງ ສປປ ລາວ ພວກເຮົາ, ເຊິ່ງການເຄື່ອນໄຫວທີ່ມີໝາກຜົນອັນພົ້ນເດັ່ນ, ທີ່ຕັ້ງໜ້າ ແລະ ມີລັກສະນະບຸກທະລຸຄືແນວນີ້ ແມ່ນບໍ່ເຄີຍມີມາໃນປະຫວັດການເຄື່ອນໄຫວການທູດຂອງຊາດເຮົາ, ອັນໄດ້ຢັ້ງຢືນຄືນອີກເທື່ອໜຶ່ງຄວາມ ຖືກຕ້ອງເປັນທຳ ຂອງແນວທາງນະໂຍບາຍການຕ່າງປະເທດ ຂອງພັກ ແລະ ການເຕີບໃຫຍ່ເຂັ້ມແຂງຂອງການຕ່າງປະເທດຂອງ ສປປ ລາວ ຢ່າງເປັນກ້າວໆມາ, ເຊິ່ງມີການປະກອບສ່ວນຢ່າງຫ້າວຫັນ, ເອົາໃຈໃສ່ ແລະຄວາມເປັນແບບຢ່າງທີ່ດີຈາກການນຳພັກ-ລັດແຕ່ລະຮຸ້ນລະຮຸ້ນສືບ ຕໍ່ກັນມາ. ມາຮອດປະຈຸບັນ ສປປລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 139 ປະເທດໃນໂລກ, ຊຶ່ງສົມທຽມໃສ່ປີ 1975 ມີພຽງແຕ່ 44 ປະເທດເທົ່ານັ້ນ.
71 ປີຜ່ານມາກັບຜົນງານ ແລະ ຄວາມສຳເລັດອັນໃຫ່ຍຫລວງຂອງວຽກງານການຕ່າງປະເທດ ແລະ ການທູດ ຂອງພັກ ແລະ ລັດເຮົາ ຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳນໍາພາທີ່ໃກ້ຊິດໂດຍກົງ ຮອບດ້ານ ຂອງກົມການເມືອງ ໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ ພ້ອມຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ຕຳຫລວດ, ແຕ່ສູນກາງຮອດທ້ອງຖິ່ນ, ຍ້ອນການເຂົ້າຮ່ວມຢ່າງຕັ້ງໜ້າຂອງນັກທຸລະກິດ, ຜູ້ປະກອບການ ຕະຫລອດເຖິງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເຮົາ ລວມທັງຄົນລາວຢູ່ຕ່າງປະເທດ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງວຽກງານການຕ່າງປະເທດ ແລະ ເປັນການປຸກລະດົມກຳລັງໃຈຢ່າງແຂງແຮງໃຫ້ພະນັກງານລັດຖະກອນຂອງຂະແໜງການຕ່າງປະເທດ ຊຶ່ງເປັນຜູ້ປະຕິບັດງານຕົວຈິງໃນແນວຮົບຕ່າງປະເທດ ແລະ ການທູດສາມາດປະຕິບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕະຫລອດໄລຍະທີ່ຜ່ານມາ.