ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລະ​ຫານ​ງານ​ສູນ​ກາງ​ພັກ ປ​ປ​ ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ​ສ​ສ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

 

ບົດ​ນຳ

ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລະ​ຫານ​ງານ​ສູນ​ກາງ​ພັກ ປ​ປ​ ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ​ສ​ສ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ລະ​ຫວ່າງວັນ​ທີ 19-21/12/2017

ໂດຍຕອບສະໜອງຕາມການ​ເຊື້ອເຊີນຂອງ ສະຫາຍ ຫງວຽນ ຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມ​ມູ​ນິດ ຫວຽດ​ນາມ ແລະ ສະຫາຍ ເຈິ່ນ ດ້າຍ ກວາງ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານປະເທດ ແຫ່ງ ຫວຽດນາມ, ໃນ​ຕອນ​ເຊົ້າ​ຂອງວັນ​ທີ 19 ທັນ​ວາ 2017 ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະ​ນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດລາວ, ປະທານປະເທດ ແຫ່ງ ລາວ ພ້ອມດ້ວຍ ​ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສາທາລະນະລັດ ປະທິປະໄຕ ປະຊາຊົນລາວ ໄດ້​ເລີ່ມຢ້ຽມາມສັນຖະວະໄມຕີ ສ​ສ ຫວຽດ​ນາມ ຢ່າງເປັນທາງການ ​ເຊິ່ງ​ການ​ຢ້ຽມ​ຢາມ​ຈະ​ດຳ​ເນີນ​ໄປແຕ່ວັນທີ 19-21 ​ທັນວາ 2017.

ເຂົ້າຮ່ວມໃນຄະນະ​​ໄປຢ້ຽມຢາມຄັ້ງນີ້ມີສະຫາຍ ຄໍພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ລາວ; ສະຫາຍ ກິແກ້ວ ໄຂຄຳພິທູນ, ​ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ພົ. ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ຄຳເມີງ ພົງທະດີ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ; ສະຫາຍ ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ນາງ ເຂັມມະນີ ພົນເສນາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ; ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ປະທານກຳມາທິການເສດຖະກິດ - ການເງິນ, ງົບປະມານ, ກວດສອບສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ; ສະຫາຍ ສຸພັນ ແກ້ວມີໄຊ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ສະຫາຍ ພົ. ສິນທະວົງ ໄຊຍະກອນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ສະຫາຍ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ລາວ ປະຈຳ ຫວຽດນາມ ແລະພະນັກງານຂັ້ນສູງຈຳນວນໜຶ່ງ.

ໃນ​ໄລ​ຍະ​​ຢູ່​ຢ້ຽມ​ຢາມ, ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິ​ຫານ​ກາງ​ສູນ​ກາງ​ພັກປະ​ຊາ​ຊົນ ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ລາວ ຈ​ະໄດ້​ພົບ​ປະ​ກັບ​ການ​ນຳ​ຂັ້ນ​ສູງ​ສຸດ​ຂອງ​ຫວຽດ​ນາມ: ​ສະ​ຫາຍ ຫງວຽນ ຟູ ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ; ສະ​ຫາຍ ເຈີ່ນດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ​ແຫ່ງ ສ​ສ​ ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ພິ​ທີ​ປິດ​ປີ​ສາ​ມັກ​ຄີ​ມິດ​ຕ​ະ​ພາບ ລາວ-ຫວຽດ​ນາມ 2017; ​ພົ​ບ​ປະ​ກັບ ສະ​ຫາຍ ຫງວຽນ ຊວັນ ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່ງ ສ​ສ​ ຫວຽດ​ນາມ ແລະ ສະ​ຫາຍ ນາງ ຫງວຽນທິກີມ​ເງິນ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ແຫ່ງຊາດ​ຫວຽດ​ນາມ; ພົບ​ປະ​​ຢ້ຽມ​ຢາມໂອ້​ລົມ​ບັນ​ດາ​ ສະ​ຫາຍອາ​ດີດ​ການ​ນຳ​ຂັ້​ນ​ສູງ​ຂອງພັກ, ລັດ ຫວຽດ​ນາມ; ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​​ຂ່ຳນັບ​ຂອງ​ ສະມ​ະ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ-ລາວ ​ຂັ້ນ​ສູນ​ກາງ; ພົບ​ປະ​ໂອ້​ລົມ​ກັບບັນ​ດາ​ຜູ້ຕາງ​ໜ້າ ​ອາ​ດີດ​ທະ​ຫານ​ອາ​ສາ​ສະ​ໝັກ​ ແລະ ຊ່ຽວ​ຊານ​ຫວຽດ​ນາມ ​ພ້ອມ​ດ້ວຍ​​ຜູ້ຕາງ​ໜ້າຊາວ​ໜຸ່ມຫວຽດ​ນາມ, ນັກ​ສຶກ​ສາ​ລາວ​ທີ່​ພວມ​ຮຽນ​ຢູ່​ ສ​ສ ຫວຽດ​ນາມ. ນອກ​ຈາກ​ເຄື່ອນ​ໄຫວ​ຢູ່​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ​ແລ້ວ ຄະ​ນະຈະໄດ້​ຢ້ຽມ​ຢາມ​ ​ແຂວງເຫງະ​ອານ.

ການ​ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ສ​ສ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການຂອງ ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ພ້ອມ​ດ້ວຍ​ຄະ​ນະ ເປັນ​ເຫດ​ການ​ທີ່​ສຳ​ຄັນ ໃນ​ການ​ພົວ​ພັນ​ລະ​ຫວ່າງ ສອງພັກ, ​ສອງລັດ ປະ​ຊາ​ຊົນສອງຊາດ ລາວ-ຫວຽດ​ນາມ ເພາະ​ດຳ​ເນີນ​ໄປ​ໃນທ່າມ​ກາງ​ບັນ​ຍາ​ກາດທີ່​ທັງ​ສອງ​ປະ​ເທດ​ ພວມ​ຕັ້ງ​ໜ້າ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XII ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ ແລະ ໃນ​ບັນ​​ຍາ​ກາດ​ທີ່​ປະ​ຊາ​ຊົນສອງຊາດ ພວມ​ສະ​ເຫລີມ​ສະ​ຫລອງ 2 ວັນ​ປະ​ຫວັດ​ສາດ​ນັ້ນ​ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບ ຮອບ 55 ປີ, ວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມືລະຫວ່າງ ສອງປະເທດ ຄົບຮອບ 40 ປີໃນປີ 2017, ​ທັງເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ ສອງ​ພັກ, ສອງ​ຊາດ ແລະ​ ປະ​ຊາ​ຊົນສອງຊາດ ລາວ-ຫວຽດ​ນາມ ເຊິ່ງມີມາ​ແຕ່​ດົນ​ນານ​ແລ້ວນັ້ນ​ໃຫ້​ກ້າວ​ສູ່​ລະ​ດັບ​ສູງ​ອັນໃໝ່.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484525
ມື້ນີ້41
ມື້ວານ188
ອາທິດນີ້963
ເດືອນນີ້3830