ບົດຄວາມ
ປະຕິບັດແນວທາງການຕ່າງປະເທດຂອງພັກ ຍົກສູງບົດບາດອິດທີພົນ ແລະ ຊື່ສຽງຂອງ ສປປ ລາວ ໃຫ້ນັບມື້ສູງເດັ່ນ
----------------------------
(ຄັດຈາກໜັງສືພິມຂ່າວສານປະເທດລາວ ສະບັບວັນທີ 9 ກໍລະກົດ 2018)
ຄືດັ່ງພວກເຮົາເຫັນແຈ້ງແລ້ວວ່າ ພັກເຮົາ ຍາມໃດກໍໄດ້ເປັນເຈົ້າການຊີ້ນຳການເຄື່ອນໄຫວວຽກງານຕ່າງປະເທດຢ່າງຕັ້ງໜ້າ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືການເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ; ເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນກວ່າເກົ່າ ໃນເວທີພາກພື້ນ ແລະ ສາກົນ.
ບົດຮຽນທີ່ຖອດຖອນໄດ້ຕະຫລອດໄລຍະເວລາ 30 ກວ່າປີ ແຫ່ງ ການປະຕິບັດແນວທາງປ່ຽນແປງໃຫມ່ນັ້ນ ແມ່ນຕ້ອງຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເຫມີຕົ້ນສະເຫມີປາຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ, ກໍຄືບັນດາປະເທດໃນປະຊາຄົມອາຊຽນ, ປະເທດເພື່ອນມິດໃນໂລກ ແລະ ອົງການຈັດຕັ້ງສາກົນ, ພິເສດແມ່ນເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີຖານສະຫາຍຮ່ວມອຸດົມການສັງຄົມນິຍົມ ກັບບັນດາປະເທດເພື່ອນມິດຍຸດທະສາດ, ອັນນີ້ແມ່ນເປັນປັດໄຈອັນຈຳເປັນ ແລະ ຂາດບໍ່ໄດ້ ເພື່ອສ້າງເປັນກຳລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ.
ໃນໄລຍະປີມໍ່ໆນີ້, ວຽກງານການຕ່າງປະເທດ ໄດ້ມີຜົນສຳເລັດຫລາຍດ້ານ ເຊິ່ງຜົນສຳເລັດອັນສຳຄັນຈຳນວນໜຶ່ງ ແມ່ນການເປັນປະທານໝູນວຽນອາຊຽນ, ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອື່ນໆ ພ້ອມທັງການຕ້ອນຮັບບັນດາປະມຸກລັດ ແລະ ຜູ້ນຳບັນດາປະເທດທີ່ມາຢ້ຽມຢາມເປັນທາງການ, ໄດ້ເຮັດໃຫ້ບົດບາດອິດທິພົນ ແລະ ຊື່ສຽງຂອງ ສປປ ລາວ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ອັນເປັນການຢັ້ງຢືນໃຫ້ເຫັນເຖິງແນວທາງການຕ່າງປະເທດອັນຖືກຕ້ອງຂອງພັກເຮົາ.
ເວົ້າສະເພາະໃນໄລຍະ 4 ເດືອນຕົ້ນປີ 2018 ນີ້, ວຽກງານການຕ່າງປະເທດ ໄດ້ຮັບການເຄື່ອນໄຫວຢ່າງຕັ້ງໜ້າຕາມນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ລັດຖະບານສືບຕໍ່ຍາດໄດ້ຜົນສຳເລັດທີ່ພົ້ນເດັ່ນໃນຫລາຍດ້ານ ເປັນຕົ້ນແມ່ນສາຍພົວພັນ ແລະ ການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ, ໂດຍສະເພາະກັບ ສສ ຫວຽດນາມ ແລະ ສປ ຈີນ ໄດ້ສືບຕໍ່ຂະຫຍາຍຕົວທັງທາງກວ້າງ ແລະ ທາງເລິກ, ທັງໃນລະດັບລັດຖະບານ ກໍຄືຂະແໜງການ ແລະ ທ້ອງຖິ່ນ, ຕະຫລອດຮອດໃນລະດັບປະຊາຊົນ; ຮັກສາໄດ້ສາຍພົວພັນອັນເປັນປົກກະຕິກັບປະເທດເພື່ອນມິດຕ່າງໆ ໃນພາກພື້ນ ແລະ ໃນໂລກ; ບົດບາດອັນຕັ້ງໜ້າຂອງ ສປປ ລາວ ໃນປະຊາຄົມອາຊຽນ ກໍຄືຂອບການຮ່ວມມືອື່ນໆໃນພາກພື້ນ ແລະ ໃນໂລກ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ; ສາມາດຊຸກຍູ້ໃຫ້ມີຂໍ້ຕົກລົງຮ່ວມມືທາງດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ອື່ນໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຫລາຍສະບັບ.
ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງ ພັກເຮົາ ໃນຊຸມປີຕໍ່ໜ້ານີ້ໃຫ້ມີຜົນສຳເລັດເປັນກ້າວໆນັ້ນ ມັນຮຽກຮ້ອງໃຫ້ ຄະນະພັກ-ຄະນະນຳ ທຸກຂັ້ນ ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຫລັກໝັ້ນມິດສັດຕູຈະແຈ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ, ເຊື່ອມຊຶມບັນດາມະຕິຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ກຳແໜ້ນປະຫວັດສາດ, ຮີດຄອງປະເພນີວັດທະນະທຳຂອງຊາດ ເພື່ອເປັນພື້ນຖານໃນການເຄື່ອນໄຫວໃນເວທີສາກົນ.
****************************************