ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການທູດລາວໄດ້ຮັບການພັດທະນາຢ່າງໜັກແໜ້ນ ແລະ ເຂັ້ມແຂງ

 

ການທູດລາວໄດ້ຮັບການພັດທະນາຢ່າງໜັກແໜ້ນ ແລະ ເຂັ້ມແຂງ

(​ແດ່ເນື່ອງ​ໃນ​ໂອກາດຄົບຮອບ 73 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2018)

 

 

ວັນທີ 12 ຕຸລາ ຫາກໍຜ່ານພົ້ນໄປ, ເມື່ອທົບທວນຫວນຄືນເຖິງມູນເຊື້ອປະຫວັດສາດຂອງຊາດ, ກ່ອນນີ້ 73 ປີ ຄື ວັນທີ 12 ຕຸລາ ປີ 1945 ຢູ່ທີ່ເດີ່ນກິລາວຽງຈັນ ຫຼື ນະຄອນຫຼວງວຽງຈັນ, ລັດຖະບານລາວອິດສະຫຼະ ໄດ້ປະ ກາດປະເທດລາວເປັນເອກະລາດຕໍ່ໂລກຢ່າງເປັນທາງການ, ມັນແມ່ນໝາກຜົນຂອງການຕໍ່ສູ້ອັນຢືດເຢື້ອຍາວ ນານຂອງປະຊາຊົນລາວທົ່ວທັງຊາດຜ່ານຫຼາຍສະໄໝ, ປະກາດເອກະລາດຂອງຊາດລາວເຮົາຕໍ່ໂລກໃຫ້ໂລກຮັບຮູ້ວ່າ ໃນແຜ່ນດິນແຫ່ງນີ້ມີປະເທດລາວແມ່ນຄົນລາວເປັນເຈົ້າຂອງປະເທດຊາດ ທີ່ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ລັດຖະບານອິດສະຫຼະໄດ້ຮັບການສ້າງຕັ້ງຂື້ນ ແລະ ໄດ້​ປະກາດ​ນະ​ໂຍບາຍການເມືອງ 12 ຂໍ້, ໃນນັ້ນໄດ້ປະກາດນະໂຍບາຍການຕ່າງປະເທດອອກຢ່າງເປັນທາງການ. ດັ່ງນັ້ນ, ວັນທີ 12 ຕຸລາ 1945 ຈິ່ງໄດ້ກາຍເປັນວັນການທູດລາວ. ຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນປະຕິວັດລາວ, ວຽກງານຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ສາມາດຍາດໄດ້ໄຊຊະນະໃໝ່ຢ່າງຕໍ່ເນື່ອງ, ຈົນໃນທີ່ສຸດການປະຕິວັດຊາດ ປະຊາ ທິປະໄຕຢູ່ປະເທດເຮົາ ຈິ່ງໄດ້ສໍາເລັດຜົນຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ 1975.

ພາຍໃຕ້ລະບອບໃໝ່ອັນສົດໃສ, ການເຄື່ອນໄຫວຕ່າງປະເທດຂອງ ສປປ ລາວ ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສໍາເລັດເປັນທີ່ໜ້າພາກພູມໃຈ, ຖັນແຖວຂອງນັກຮົບການເມືອງການຕ່າງປະເທດນັບມື້ເຂັ້ມແຂງ, ຊື່ສຽງບົດບາດຂອງ ສປປ ລາວ ກໍນັບມື້ສູງເດັ່ນຂື້ນຢູ່ໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ສືບຕໍ່ປະ ຕິບັດແນວທາງການຕ່າງປະເທດທີ່ຖືກຕ້ອງເປັນທໍາ ໂດຍຍຶດໝັ້ນແນວທາງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ; ສືບຕໍ່ປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອ ປົກປັກຮັກສາ ແລະ ພັດທະນາປະເທດຊາດ” ຢ່າງໄດ້ຮັບຜົນດີ, ເຊິ່ງໄດ້ສະແດງອອກໃນການເສີມຂະຫຍາຍ ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບບັນດາປະເທດເພື່ອນມິດຍຸດທະສາດ, ກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ.

ເວົ້າໄດ້ວ່າ ວຽກງານການຕ່າງປະເທດໄດ້ປະກອບສ່ວນອັນສໍາຄັນເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ນັບ ທັງການຂົນຂວາຍຍາດແຍ່ງການຊ່ວຍເຫຼືອ ແລະ ລົງທຶນຂອງຕ່າງປະເທດ, ເປັນການປະກອບສ່ວນຮ່ວມກັບຂະ ແໜງການອື່ນໆ ເຂົ້າໃນຜົນສໍາເລັດລວມຂອງຊາດ.

ໃນສະພາບການພາກພື້ນ ແລະ ສາກົນ ທີ່ມີການຜັນປ່ຽນຢ່າງເລິກເຊິ່ງ, ສັບສົນ ແລະ ໄວວານີ້, ການປະ ຕິບັດແນວທາງການຕ່າງປະເທດ ແລະ ເຄື່ອນໄຫວການທູດທີ່ຖືກຕ້ອງ ແລະ ສອດຄ່ອງຍິ່ງມີຄວາມຈໍາເປັນ ແລະ ຕ້ອງການກວ່າເວລາໃດໝົດ ເພື່ອສ້າງເງື່ອນໄຂສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍໃຫ້ແກ່ການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ເພື່ອມຸ້ງສູ່ຄວາມສໍາເລັດໃນເປົ້າໝາຍ ນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ແລະ ສ້າງປະເທດໃຫ້ເປັນ ປະເທດທີ່ມັ້ງຄັ້ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໄດ້ສືບຕໍ່ຢັ້ງຢືນວ່າ: ພວກເຮົາຕ້ອງສືບຕໍ່ຮັກສາມູນເຊື້ອອັນ ດີງາມໃນການປະຕິບັດບົດບາດໜ້າທີ່ການຕ່າງປະເທດ ພາຍໃຕ້ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັັດທະນາປະເທດຊາດ”, ໂດຍຍຶດໝັ້ນແນວທາງການຕ່າງປະເທດຂອງພັກ: ສັນ ຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນ, ຕາມທິດ ທາງດ້ານວຽກງານການຕ່າງປະເທດ ທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກ.

ຍ້ອນແນວທາງອັນຖືກຕ້ອງເປັນທຳ ແລະ ການເຄື່ອນໄຫວການທູດທີ່ມີໝາກຜົນດີເປັນກ້າວໆມາຂອງ ພັກ-ລັດ ແລະ ປະຊາຊົນເຮົາ, ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໃນລະດັບພາກພື້ນ ແລະ ສາກົນຫຼາຍ ຄັ້ງເຊັ່ນ: ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 ປີ 2004; ກອງປະຊຸມສຸດຍອດລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 38 ແລະ ລັດຖະສະພາໄອໂປ ປີ 2005; ກອງປະຊຸມລັດຖະມົນຕີຕ່າງປະເທດໃຊ້ພາສາຝຣັ່ງ ຄັ້ງທີ 23 ປີ 2007; ກອງປະຊຸມສາກົນວ່າດ້ວຍລະເບີດລູກຫວ່ານ ປີ 2010; ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ປີ 2012, ສປປ ລາວ ໄດ້ເຂົ້າເປັນສະມາຊິກການຄ້າໂລກ (WTO) ໃນເດືອນ ກຸມພາ 2013. ອັນພົ້ນເດັ່ນໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2016 ແມ່ນຜົນສຳເລັດອັນໃຫຍ່ຫຼວງ ໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມບັນດາ ລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະ ຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໃນໄລຍະປີ 2016 ຜ່ານມາ; ສປປ ລາວກໍໄດ້ເປັນກຽດອັນສູງໃນການຕ້ອນ ຮັບການຢ້ຽມຢາມລາວ ຂອງຄະນະຜູ້ແທນຂັ້ນສູງປະເທດເພື່ອນມິດທີ່ສໍາຄັນ ເປັນຕົ້ນແມ່ນ ສສ ຫວຽດນາມ, ສປ ຈີນ, ສະຫະລັດອາເມລິກາ, ສ ເກົາຫຼີ, ຍີ່ປຸ່ນ, ອົງການ ສປຊ ແລະ ປະເທດອື່ນໆ, ເຊິ່ງໄດ້ຢັ້ງຢືນເຖິງຄວາມເຊື່ອໝັ້ນ ຂອງສາກົນຕໍ່ຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍຄືຕໍ່ການນໍາພາຂອງພັກ-ລັດເຮົາ, ທັງ ເປັນການຢັ້ງຢືນເຖິງໝາກຜົນຂອງການເຄື່ອນໄຫວການຕ່າງປະເທດທີ່ຕັ້ງໜ້າ, ບໍ່ຮູ້ອິດຮູ້ເມື່ອຍຂອງການນໍາພັກ-ລັດ ກໍຄືທຸກຂະແໜງການ. ການເຄື່ອນໄຫວມີໝາກຜົນອັນພົ້ນເດັ່ນ, ຕັ້ງໜ້າ ແລະ ມີລັກສະນະບຸກ ທະລຸຄືແນວນີ້ໄດ້ ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມຖືກຕ້ອງເປັນທໍາ ຂອງແນວທາງນະໂຍບາຍການຕ່າງປະເທດຂອງພັກ ແລະ ການເຕີບໃຫຍ່ເຂັ້ມແຂງຂອງຂະແໜງການຕ່າງປະເທດແຫ່ງ ສປປ ລາວ.

    ໃນ 73 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ສປປ ລາວ ມີຖານະບົດບາດຫຼາຍຂື້ນໃນເວທີພາກພື້ນ ແລະ ສາກົນ, ທີ່ມີເພື່ອນມິດສາກົນຢ່າງກວ້າງຂວາງ. ມາຮອດປັດຈຸບັນ, ພັກປະຊາຊົນປະຕິວັດລາວໄດ້ມີການພົວພັນກັບພັກການເມືອງຕ່າງປະເທດ ຫຼາຍກວ່າ 130 ພັກ. ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 141 ປະເທດ, ມີສໍານັກງານຕາງໜ້າການທູດຢູ່ຕ່າງປະເທດ 40 ແຫ່ງ, ໃນນີ້ ມີສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ, ເຊິ່ງສົມທຽບໃສ່ປີ 1975 ປະເທດເຮົາມີສາຍພົວພັນການທູດພຽງແຕ່ 44 ປະເທດເທົ່ານັ້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484539
ມື້ນີ້55
ມື້ວານ188
ອາທິດນີ້977
ເດືອນນີ້3844