ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

20200104-pm-visit-china1

20200104-pm-visit-china2

ໂດຍຕອບສະໜອງຕາມການເຊຶ້ອເຊີນຂອງສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະໄດ້ດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການໃນລະຫວ່າງວັນທີ່ 5-9 ມັງກອນ 2020. ໃນຕອນເຊົ້າວັນທີ່ 6 ມັງກອນ 2020 ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບເປັນທາງການແລະ ສົມກຽດ.ຄະນະຜູ້ແທນຂັ້ນສຸງຂອງສອງປະເທດລາວ-ຈີນ,ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການທີ່ຫໍສະພາປະຊາຊົນຈີນ, ການພົບປະຄັ້ງນີ້ ຜູ້ນຳທັງສອງໄດ້ພ້ອມກັນທົບທວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມ 4 ດີ (ສະຫາຍທີດີ, ເພື່ອມິດທີດີ; ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີດີ) ແລະ ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ສອງສະຫາຍເລຂາທິການໃຫຍ່,ປະທານປະເທດໄດ້ຮ່ວມກັນລົງນາມໃນ ເດືອນເມສາ 2019 ທີ່ຜ່ານມາ.

ໃນໂອກາດດັ່ງກ່າວນີ້, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຢ່າງສົມກຽດຈາກລັດຖະບານ ແລະ ປະຊາຊົນຈີນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມຂອງການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ແລະ ສະຫຼຸບຕີລາຄາ 40 ປີ ແຫ່ງການເປີດປະຕູສູ່ພາຍນອກ ແລະ ຜົນສຳເລັດອັນໃຫຍ່ຫຼວງໃນການສ້າງສາພັດທະນາປະເທດຊາດຂອງສະຫາຍຈີນທີ່ຍາດມາໄດ້ໃນເງື່ອນໄຂທີ່ສະພາບແວດລ້ອມຂອງສາກົນມີການຜັນແປສະລັບສັບຊ້ອນ, ມີສິ່ງທ້າທາຍຫຼາຍຢ່າງ ແລະ ເສດຖະກິດໂລກກໍ່ຢູ່ໃນສະພາບທົດຖອຍ, ແຕ່ຍ້ອນການນຳພາຂອງພັກຄອມມູຍນິດຈີນໂດຍມີ ສະຫາຍເລຂາທິການໃຫຍ່   ສີ ຈີ້ນ ຜິງ ເປັນແກນກາງນຳພາ, ມີລັດຖະບານເຊິ່ງມີ ສະຫາຍ ຫລີ ເຄີ້ສຽງ ເປັນຫົວໜ້າ ແລະ ມີປະຊາຊົນດຸໝັ່ນ, ຫ້າວຫັນ ແລະ ມີຈິດໃຈຊາດອັນດູດດື່ມສປຈີນສາມາດຍາດມາໄດ້ຜົນສຳເລັດອັນຍິ່ງໃຫຍ່ຢ່າງສະຫງ່າຜ່າເຜີຍ, ສ້າງສັງຄົມນິຍົມຕາມສີສັນລັກສະນະພິເສດຂອງຈີນ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະກຳມະການສູນກາງພັກຄອມມູນິດຈີນ ຄັ້ງທີ່ 4 ສະໄໝ XIX ກໍຄືຜົນສຳເລັດການຈັດບັນດາກອງປະຊຸມສາກົນຕ່າງໆເຊັ່ນ: ກອງປະຊຸມສຸດຍອດ ຄັ້ງທີ 2 ໜຶ່ງແລວໜຶ່ງເສັ້ນທາງ, ງານວາງສະແດງສິນຄ້ານຳເຂົ້າສາກົນທີ່ຊຽງໄຮ, ເວທີປຶກສາຫາລືໂບອາວປະຈຳປີ 2019 ທີ່ຜ່ານມາ ແລະ ອື່ນໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີຍັງໄດ້ແລກປ່ຽນ ແລະ ປຶກສາຫາລືບາງບັນຫາ ເຊັ່ນ: ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ທີ່ເປັນເອກະສານການຮ່ວມມືສອງຝ່າຍ ທີ່ມີຄວາມໝາຍຄວາມສຳຄັນໃຫ້ແກ່ການຮ່ວມມືໃຫ້ເແກ່ 2 ພັກ 2 ລັດ, ແລະ ປະຊາຊົນສອງຊາດ ໃນໄລຍະໃໝ່. ໃນດ້ານການຮ່ວມມືດ້ານການຄ້າແລະການລົງທືນກໍໄດ້ມີການເພີ່ມຂື້ນ, ການລົງທຶນຈາກ ສປຈີນໄດ້ເປັນອັນດັບໜຶ່ງຂອງການລົງທືນຕ່າງປະເທດທັງໝົດໃນ ສປປ ລາວ. ບັນດາໂຄງການຮ່ວມມືສອງຝ່າຍກໍ່ມີຄວາມຄືບໜ້າຢ່າງເປັນທີເພິ່ງພໍໃຈ ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນໄດ້ດຳເນີນສຳເລັດເຖິງ 83% ແລະໂຄງການທາງດ່ວນລາວ-ຈີນວຽງຈັນ-ວັງວຽງກໍ່ມີຄວາມຄືບໜ້າແລ້ວ 50% ທັງສອງໂຄງການຄາດວ່າຈະສຳເລັດຕາມແຜນການທີ່ກຳນົດໄວ້. ນອກນັ້ນຍັງມີໂຄງການຊ່ວຍເຫຼືອລ້າອື່ນໆ ກໍ່ໄດ້ດຳເນີນໄປຢ່າງມີຄວາມຄືບໜ້າດີ ພ້ອມນີ້ ໃນປີ 2021 ເປັນປີຄົບຮອບ​60 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ສອງປະເທດຈຶ່ງໄດ້ຮ່ວມກັນກຳນົດໃຫ້ເປັນປີມິດຕະພາບ ລາວ-ຈີນ. ພາຍຫຼັງການພົບປະຢ່າງເປັນທາງການແລ້ວສອງນາຍົກລັດຖະມົນຕີໄດ້ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍຈຳນວນໜຶ່ງ.

ພ້ອມດຽວກັນນີ້, ສອງນາຍົກລັດຖະມົນຕີ ກໍ່ໄດ້ເຫັນດີຕໍ່ການເປັນປະທານຮ່ວມກອງປະຊຸມສຸດຍອດ ຂອບການຮ່ມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫຼວງວຽງຈັນ, ພ້ອມກັນນັ້ນ, ກໍ່ໄດ້ຮຽນເຊີນ ທ່ານນາຍົກ ຫຼີ ເຄີສຽງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດມາຢ້ຽມຢາມສປຈີນຢ່າງເປັນທາງການໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີທອງລຸນສີສຸລິດພ້ອມຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍສີຈີ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງສປຈີນ ແລະ ພົບປະກັບ ສະຫາຍ ຫຼີ ຈານຊູ, ປະທານສະພາປະຊາຊົນທົ່ວປະເທດຈີນ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດຈີນທີ່ໂຮງແຮມ Nikko New Century Beijing, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຂອງສະຫາຍ ຫູ ເຫີຜິງ, ເລຂາພັກແຂວງສານຊີ, ສະຫາຍເສີນຫາວ, ເລຂາພັກແຂວງໆຢຸນນານ, ສະຫາຍ ຊູ ສິນຫຼົງ, ເລຂາພັກນະຄອນແຢນອານ,ຢ້ຽມຢາມກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ, ຢ້ຽມຢາມກຸ່ມບໍລິສັດລົງທືນແລະກໍ່ສ້າງແຂວງຢູນນານ, ຢ້ຽມຢາມສະຖານທີ່ທ່ອງທ່ຽວແລະພື້ນຖານການຜະລິດທີ່ສຳຄັນຈຳນວນໜຶ່ງອີກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484512
ມື້ນີ້28
ມື້ວານ188
ອາທິດນີ້950
ເດືອນນີ້3817