ໂດຍຕອບສະໜອງຕາມການເຊຶ້ອເຊີນຂອງສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະໄດ້ດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການໃນລະຫວ່າງວັນທີ່ 5-9 ມັງກອນ 2020. ໃນຕອນເຊົ້າວັນທີ່ 6 ມັງກອນ 2020 ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ຈັດພິທີຕ້ອນຮັບເປັນທາງການແລະ ສົມກຽດ.ຄະນະຜູ້ແທນຂັ້ນສຸງຂອງສອງປະເທດລາວ-ຈີນ,ໄດ້ດຳເນີນການພົບປະສອງຝ່າຍຢ່າງເປັນທາງການທີ່ຫໍສະພາປະຊາຊົນຈີນ, ການພົບປະຄັ້ງນີ້ ຜູ້ນຳທັງສອງໄດ້ພ້ອມກັນທົບທວນຄືນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມ 4 ດີ (ສະຫາຍທີດີ, ເພື່ອມິດທີດີ; ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີດີ) ແລະ ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ສອງສະຫາຍເລຂາທິການໃຫຍ່,ປະທານປະເທດໄດ້ຮ່ວມກັນລົງນາມໃນ ເດືອນເມສາ 2019 ທີ່ຜ່ານມາ.
ໃນໂອກາດດັ່ງກ່າວນີ້, ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຢ່າງສົມກຽດຈາກລັດຖະບານ ແລະ ປະຊາຊົນຈີນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມຂອງການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ ແລະ ສະຫຼຸບຕີລາຄາ 40 ປີ ແຫ່ງການເປີດປະຕູສູ່ພາຍນອກ ແລະ ຜົນສຳເລັດອັນໃຫຍ່ຫຼວງໃນການສ້າງສາພັດທະນາປະເທດຊາດຂອງສະຫາຍຈີນທີ່ຍາດມາໄດ້ໃນເງື່ອນໄຂທີ່ສະພາບແວດລ້ອມຂອງສາກົນມີການຜັນແປສະລັບສັບຊ້ອນ, ມີສິ່ງທ້າທາຍຫຼາຍຢ່າງ ແລະ ເສດຖະກິດໂລກກໍ່ຢູ່ໃນສະພາບທົດຖອຍ, ແຕ່ຍ້ອນການນຳພາຂອງພັກຄອມມູຍນິດຈີນໂດຍມີ ສະຫາຍເລຂາທິການໃຫຍ່ ສີ ຈີ້ນ ຜິງ ເປັນແກນກາງນຳພາ, ມີລັດຖະບານເຊິ່ງມີ ສະຫາຍ ຫລີ ເຄີ້ສຽງ ເປັນຫົວໜ້າ ແລະ ມີປະຊາຊົນດຸໝັ່ນ, ຫ້າວຫັນ ແລະ ມີຈິດໃຈຊາດອັນດູດດື່ມສປຈີນສາມາດຍາດມາໄດ້ຜົນສຳເລັດອັນຍິ່ງໃຫຍ່ຢ່າງສະຫງ່າຜ່າເຜີຍ, ສ້າງສັງຄົມນິຍົມຕາມສີສັນລັກສະນະພິເສດຂອງຈີນ ແລະ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະກຳມະການສູນກາງພັກຄອມມູນິດຈີນ ຄັ້ງທີ່ 4 ສະໄໝ XIX ກໍຄືຜົນສຳເລັດການຈັດບັນດາກອງປະຊຸມສາກົນຕ່າງໆເຊັ່ນ: ກອງປະຊຸມສຸດຍອດ ຄັ້ງທີ 2 ໜຶ່ງແລວໜຶ່ງເສັ້ນທາງ, ງານວາງສະແດງສິນຄ້ານຳເຂົ້າສາກົນທີ່ຊຽງໄຮ, ເວທີປຶກສາຫາລືໂບອາວປະຈຳປີ 2019 ທີ່ຜ່ານມາ ແລະ ອື່ນໆ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ສອງນາຍົກລັດຖະມົນຕີຍັງໄດ້ແລກປ່ຽນ ແລະ ປຶກສາຫາລືບາງບັນຫາ ເຊັ່ນ: ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກຳສັງຄົມນິຍົມ ລາວ-ຈີນ ທີ່ເປັນເອກະສານການຮ່ວມມືສອງຝ່າຍ ທີ່ມີຄວາມໝາຍຄວາມສຳຄັນໃຫ້ແກ່ການຮ່ວມມືໃຫ້ເແກ່ 2 ພັກ 2 ລັດ, ແລະ ປະຊາຊົນສອງຊາດ ໃນໄລຍະໃໝ່. ໃນດ້ານການຮ່ວມມືດ້ານການຄ້າແລະການລົງທືນກໍໄດ້ມີການເພີ່ມຂື້ນ, ການລົງທຶນຈາກ ສປຈີນໄດ້ເປັນອັນດັບໜຶ່ງຂອງການລົງທືນຕ່າງປະເທດທັງໝົດໃນ ສປປ ລາວ. ບັນດາໂຄງການຮ່ວມມືສອງຝ່າຍກໍ່ມີຄວາມຄືບໜ້າຢ່າງເປັນທີເພິ່ງພໍໃຈ ໂດຍສະເພາະໂຄງການທາງລົດໄຟຄວາມໄວສູງ ລາວ-ຈີນໄດ້ດຳເນີນສຳເລັດເຖິງ 83% ແລະໂຄງການທາງດ່ວນລາວ-ຈີນວຽງຈັນ-ວັງວຽງກໍ່ມີຄວາມຄືບໜ້າແລ້ວ 50% ທັງສອງໂຄງການຄາດວ່າຈະສຳເລັດຕາມແຜນການທີ່ກຳນົດໄວ້. ນອກນັ້ນຍັງມີໂຄງການຊ່ວຍເຫຼືອລ້າອື່ນໆ ກໍ່ໄດ້ດຳເນີນໄປຢ່າງມີຄວາມຄືບໜ້າດີ ພ້ອມນີ້ ໃນປີ 2021 ເປັນປີຄົບຮອບ60 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ສອງປະເທດຈຶ່ງໄດ້ຮ່ວມກັນກຳນົດໃຫ້ເປັນປີມິດຕະພາບ ລາວ-ຈີນ. ພາຍຫຼັງການພົບປະຢ່າງເປັນທາງການແລ້ວສອງນາຍົກລັດຖະມົນຕີໄດ້ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍຈຳນວນໜຶ່ງ.
ພ້ອມດຽວກັນນີ້, ສອງນາຍົກລັດຖະມົນຕີ ກໍ່ໄດ້ເຫັນດີຕໍ່ການເປັນປະທານຮ່ວມກອງປະຊຸມສຸດຍອດ ຂອບການຮ່ມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງຈະຈັດຂຶ້ນໃນເດືອນມີນາ 2020 ທີ່ ນະຄອນຫຼວງວຽງຈັນ, ພ້ອມກັນນັ້ນ, ກໍ່ໄດ້ຮຽນເຊີນ ທ່ານນາຍົກ ຫຼີ ເຄີສຽງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດມາຢ້ຽມຢາມສປຈີນຢ່າງເປັນທາງການໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີທອງລຸນສີສຸລິດພ້ອມຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍສີຈີ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງສປຈີນ ແລະ ພົບປະກັບ ສະຫາຍ ຫຼີ ຈານຊູ, ປະທານສະພາປະຊາຊົນທົ່ວປະເທດຈີນ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດຈີນທີ່ໂຮງແຮມ Nikko New Century Beijing, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຂອງສະຫາຍ ຫູ ເຫີຜິງ, ເລຂາພັກແຂວງສານຊີ, ສະຫາຍເສີນຫາວ, ເລຂາພັກແຂວງໆຢຸນນານ, ສະຫາຍ ຊູ ສິນຫຼົງ, ເລຂາພັກນະຄອນແຢນອານ,ຢ້ຽມຢາມກຸ່ມລັດວິສາຫະກິດລົດໄຟແຫ່ງຊາດຈີນ, ຢ້ຽມຢາມກຸ່ມບໍລິສັດລົງທືນແລະກໍ່ສ້າງແຂວງຢູນນານ, ຢ້ຽມຢາມສະຖານທີ່ທ່ອງທ່ຽວແລະພື້ນຖານການຜະລິດທີ່ສຳຄັນຈຳນວນໜຶ່ງອີກ.