ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຮັບທຸງໄຊນຳຫນ້າໃນຂະບວນການແຂ່ງຂັນ 4 ບຸກ

20200108-yout1

20200108-yout2

ໃນຕອນບ່າຍວັນ​ທີ 8 ມັງກອນ 2020, ກະຊວງ​ການ​ຕ່າງປະ​ເທດ ໄດ້ຈັດພິທີ​ ມ​ອບ-ຮັບ ​ທຸງໄຊນຳຫນ້າຂະບວນການຂໍ້ແຂ່ງຂັນ 4 ບຸກ ​ໃຫ້ແກ່ ຄະນະ​ຊາວ​ໜຸ່ມປະຊາຊົນ ປະຕິວັດ​ລາວ ກະຊວງ​ການ​ຕ່າງປະ​ເທດ ໂດຍການ​ເປັນປະທານຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກ, ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະພັກ, ປະທານກວດກາພັກ-ລັດ, ຮອງເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ອານຸພາບ ວົງ​ໜໍ່​ແກ້ວ, ​ເລຂາ​ຄະນະ​ບໍລິຫານ​ງານຊາວ​ໜຸ່ມ​ກະຊວງການ​ຕ່າງປະ​ເທດ ແລະ ມີບັນດາສະຫາຍຄະນະພັກກະຊວງ, ເລຂາຫນ່ວຍພັກ ແລະ ຕາງຫນ້າຫນ່ວຍພັກຈາກຫ້ອງການ ແລະ ບັນດາກົມຕ່າງໆຂອງກະຊວງການຕ່າງປະເທດ, ແຂກຖືກເຊີນຈາກສູນກາງຊາວໜຸ່ມ ແລະ ກະຊວງອ້ອມຂ້າງຈຳນວນຫນຶ່ງ, ພ້ອມ​ດ້ວຍສະມາຊິກຊາວໜຸ່ມ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ສະຫາຍ ອານຸພາບ ວົງໜໍ່ແກ້ວເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວສະຫລຸບລາຍງານວຽກງານ 4 ບຸກ ຄັ້ງທີ 3 ແລະ ທິດທາງ ໃນຕໍ່ຫນ້າ, ໂດຍໄດ້ຍົກໃຫ້ເຫັນວ່າ: ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ເຄື່ອນໄຫວວຽກງານຊາວໜຸ່ມພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກກະຊວງການຕ່າງປະເທດ ແລະ ທັງເປັນກໍາລັງແຮງທີ່ສໍາຄັນໃນການດໍາເນີນພາລະກິດວຽກງານການຕ່າງປະ ເທດ. ປະຈຸບັນ, ຄະນະ​ບໍລິຫານງານຊາວ​ໜຸ່ມ​ກະຊວງ​ການ​ຕ່າງປະ​ເທດ ໄດ້ຄຸ້ມຄອງສະມາຊິກຊາວໜຸ່ມພາຍໃນກະ ຊວງການຕ່າງປະເທດທັງໝົດມີ ​17 ໜ່ວຍ, ມີສະມາຊິກທັງໝົດ 462 ສະຫາຍ, ຍິງ 203 ສະຫາຍ ແລະ ໜ່ວຍຊາວໜຸ່ມຂອງບັນດາສຳນັກງານການທູດ ຂອງ ສປປ ລາວ ທີ່ຕ່າງປະເທດ ຈຳນວນ 173 ໜ່ວຍ ແລະ 8 ຮາກຖານ; ໃນນີ້, ຈໍານວນ​ສະມາຊິກຊາວໜຸ່ມທັງໝົດ 4.728 ສະຫາຍ, ຍິງ 1.924 ສະຫາຍ, ແຕ່ຈໍານວນດັ່ງກ່າວມີການເພີ່ມຂຶ້ນ ຫລື ຫລຸດລົງເປັນປະຈຳ, ເນື່ອງຈາກຊາວໜຸ່ມທີ່ເປັນນັກສຶກສາຢູ່ຕ່າງປະເທດ ທີ່ຂຶ້ນກັບໜ່ວຍ ແລະ ຮາກຖານຂອງພວກເຮົາ ແມ່ນຈະຍົກຍ້າຍກັບຄືນປະເທດ ຫລື ກົມກອງທີ່ຕົນເອງສັງກັດ ພາຍຫລັງສໍາເລັດການສຶກສາ.

ໃນໄລຍະຜ່ານມາ, ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ໄດ້ປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມ ປປລ ວາງອອກໂດຍພາຍໃຕ້ການຊີ້ນຳ-ນຳພາ ຢ່າງໄກ້ຊິດ ຂອງຄະນະພັກກະຊວງການຕ່າງປະເທດ ແລະ ຄະນະນໍາຂອງສູນກາງຊາວໜຸ່ມ ປປລ, ພ້ອມທັງປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ VII. ຄຽງຄູ່ກັບວຽກງານວິຊາສະເພາະ, ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ແມ່ນຍັງໄດ້ໃຫ້ຄວາມສໍາຄັນການເຄື່ອນໄຫວຂອງວຽກງານຊາວໜຸ່ມ, ເປັນຕົ້ນແມ່ນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ. ໃນໄລຍະໃນການປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ຄະນະຊາວໜຸ່ມ ປປລ ກະຊວງການຕ່າງປະເທດ ແມ່ນມີຄວາມເອົາໃຈໃສ່ ແລະ ໜັກແໜ້ນໃນການແຂ່ງຂັນຈົນໄດ້ຮັບນາມມະຍົດຊາວໜຸ່ມ ປປລ 4 ບຸກ ເຖິງ 3 ສະໄຫມຕິດຕໍ່ກັນ ເຊິ່ງປະກອບມີ ບຸກດ້ານການເມືອງແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມການຮຽນ, ບຸກດ້ານການຈັດຕັ້ງ ແລະ ບຸກດ້ານວິຊາສະເພາະ ຕາມມາດຕະຖານ ແລະ ເງື່ອນໄຂຂອງສູນກາງຊາວໜຸ່ມ ປປລ ວາງອອກ ແລະ ຜົນງານດັ່ງກ່າວນັ້ນ ລ້ວນແລ້ວແຕ່ແມ່ນການປະກອບສ່ວນຂອງຊາວໜຸ່ມແຕ່ລະໜ່ວຍພ້ອມດ້ວຍສະມາຊິກທຸກສະຫາຍ ທີ່ມີຄວາມສາມັກຄີເປັນເອກກະພາບກັນປະຕິບັດຂໍ້ແຂງຂັນ 4 ບຸກ ຢ່າງຕັ້ງໜ້າ.

ໃນໂອກາດດັ່ງກ່າວນີ້, ເພື່ອສືບຕໍ່ຮັກສາມູນເຊື້ອດັ່ງກ່າວ ຊາວຫນຸ່ມກະຊວງການຕ່າງປະເທດ ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກ, ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະຫາຍ ນາງ ວິລະວອນ ພັນທະວົງ, ຮອງເລຂາຄະນະພັກ, ປະທານກວດກາພັກ-ລັດ, ຮອງເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມ ປປລ, ເຊິ່ງທັງສອງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນດັ່ງກ່າວ ທີ່ຊາວຫນຸ່ມກະຊວງການຕ່າງປະເທດຍາດມາໄດ້ ໃນການປະກອບສ່ວນດ້ວຍຄວາມຮັບຜິດຊອບສູງເຂົ້າໃນການຜັນຂະຫຍາຍແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງພັກ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ ແລະ ຮຽກຮ້ອງໃຫ້ຊາວຫນຸ່ມໃນຂະແຫນງການຕ່າງປະເທດ ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດໃຫ້ເຂັ້ມແຂງຂຶ້ນ ເພື່ອສຶກສາອົບຮົມໃຫ້ສະມາຊິກຊາວໜຸ່ມໃຫ້ກຳແຫນ້ນເຊື່ອມຊຶມແນວທາງປ່ຽນແປງໃຫ່ມອັນຖືກຕ້ອງ ແລະ ມີຫລັກການຂອງພັກ, ເສີມຂະຫຍາຍນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ ບົນພື້ຖານຢຶດຫມັ້ນເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ເພີ່ທະວີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ການຈັດຕັ້ງທຸກຂັ້ນ, ຮັບປະກັນຄວາມສະຫົງບ ແລະ ມີສະຖຽນລະພາບໃນທຸກດ້ານ; ສືບຕໍ່ສ້າງບາດກ້າວບຸກທະລຸຢ່າງແຂງແຮງກວ່າເກົ່າດ້ານການສ້າງຊັບພະຍາກອນມະນຸດ ໂດຍເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານການທູດ ກໍຄືພະນັກງານຮຸ້ນໜຸ່ມທີ່ເຮັດວຽກໃນຂະແໜງການຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງດ້ານວິຊາ​ການ-ວິຊາ​ສະ​ເພາະ​​ ​ເພື່ອ​ຕອບ​ສະໜອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງໜ້າທີ່​ວຽກງານ​ໃນ​ແຕ່ລະ​ໄລຍະຕາມທິດຫັນເປັນຫນຸ່ມ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນການຊີ້ນຳ-ນຳພາຂອງຄະນະບໍລິຫານງານຊາວໜຸ່ມກະຊວງ​ການ​ຕ່າງປະ​ເທດ ໂດຍເຮັດໃຫ້ເປັນລະບົບ, ເຂັ້ມແຂງ ແລະ ສາມາດຊີ້ນຳການເຄື່ອນໄຫວວຽກງານຊາວໜຸ່ມໄດ້ຢ່າງເໝາະສົມ, ມີປະສິດທິພາບ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຕົວຈິງຂອງໜ້າທີ່ການເມືອງຂະແໜງການຕ່າງ ປະເທດ; ຄຽງຄູ່ກັນນັ້ນ, ກໍ່ໃຫ້ສືບຕໍ່ແກ້ໄຂຂໍ້ຄົງຄ້າງ ໂດຍຊອກຫາມາດຕະການ ແລະ ວິທີການແກ້ໄຂບັນຫາໃຫ້ທັນກັບສະພາບການຕົວຈິງ ບົນພື້ນຖານການປຶກສາຫາລື ແລະ ມີຄວາມເປັນເອກະພາບສູງພາຍໃນຄະນະ ເພື່ອເຮັດໃຫ້ຊາວໜຸ່ມຂະແຫນງການຕ່າງປະເທດ ມີຄວາມຫນັກແຫນ້ນເຂັ້ມແຂງ ໃຫ້ສົມກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ສົມຍານາມຊາວໜຸ່ມໄວ້ວ່າ: ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ ພາຍຸລົມແດງ ຈົ່ງກາຍເປັນສິນ ໄຊແຫ່ງຍຸກສະໄໝຂອງພວກເຮົາ.

          ໃນ​ພິທີດັ່ງກ່າວນີ້, ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ຕາງຫນ້າໃຫ້ຄະນະບໍລິຫານງານສູນກາງຊາວຫນຸ່ມ ປປລ​ ມອບທຸງໄຊນໍາຫນ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ ສະຫາຍເລຂາຄະນະນບໍລິຫານງານຊາວຫນຸ່ມກະຊວງການຕ່າງປະເທດ ຕາງຫນ້າຊາວຫນຸ່ມຂະແຫນງການຕ່າງປະເທດທັງຫມົດ ຂຶ້ນຮັບທຸງໄຊໃນຄັ້ງນີ້.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480384
ມື້ນີ້42
ມື້ວານ172
ອາທິດນີ້782
ເດືອນນີ້6615