ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມສັ້ນ 50 ປີ ອົງການຟຣັງໂກໂຟນີສາກົນ

 

ອົງການຟຣັງໂກໂຟນີສາກົນ (OIF)ເປັນອົງການຈັດຕັ້ງສາກົນລະຫວ່າງ​ລັດຖະບານ ທີ່ເຕົ້າໂຮມບັນດາປະເທດຕ່າງໆ ທີ່ໃຊ້ພາສາຝຣັ່ງ,ສ້າງຕັ້ງຂຶ້ນໃນວັນທີ20 ມີນາ 1970,ໂດຍຜູ້ນໍາຈາກ21 ປະເທດໄດ້ເຊັນສັນຍາຮ່ວມກັນ, ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ (Agence de CooperationCulturelle et Techniqueຫຼື ACCT)ທີ່ດຳເນີນການເຄື່ອນໄຫວວຽກງານ​ທາງດ້ານການ​ຝຶກ​ອົບຮົມ​ວິຊາ​ຊີບ ​ແລະ ​ເຕັກນິກ ​ແລະ ດ້ານວັດທະນະທໍາ. ຈົນມາຮອດປີ 2005, ອົງການດັ່ງກ່າວຈຶ່ງໄດ້ປ່ຽນຊື່ມາເປັນ ອົງການຟຣັງໂກໂຟນີສາກົນ ຫຼື Organisation Internationale de la Francophonie (OIF), ຊຶ່ງ​ມີ​ຈຸ​ດປະສົງ ເພື່ອສົ່ງ​ເສີມ​ການ​ສຶກສາ, ການ​ຝຶກ​ອົບຮົມ​ວິຊາ​ຊີບ ​ແລະ ​ເຕັກນິກ; ການພັດທະນາ​ແບບ​ຍືນ​ຍົງ; ການ​ຮັກສາ​ສັນຕິພາບ, ການ​ເຄົາລົບ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດແລະ ​ເຄົາລົບຄວາມຫຼາກຫຼາຍທາງ​ດ້ານ​ວັດທະນະທຳ ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ດ້ວຍ​ກັນ.

ອົງການ​ຟຣັງໂກໂຟນີສາກົນ ​ເປັນ​ອົງການ​ທີ່ໃຫຍ່ ມີ​ສະມາຊິກ​ທັງໝົດ 88 ປະ​ເທດ (54 ປະ​ເທດ​ສະມາຊິກສົມບູນ, 7 ປະເທດສະມາຊິກສົມທົບ ​ແລະ 27 ​​ປະເທດ​ສະມາຊິກ​ສັງ​ເກດ​ການ), ມີ​ສຳນັກງານ​ໃຫຍ່​ຕັ້ງຢູ່ ນະຄອນຫຼວງປາຣີ, ປະເທດຝຣັ່ງ. ອົງການ​ດັ່ງກ່າວ ນຳພາໂດຍ ​ເລຂາທິການ​ໃຫຍ່ (Secrétaire Générale) ​ຊີ້ນຳ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ ​ແລະ ​ເປັນ​ກະບອກ​ສຽງ​ໃນ​ເວທີ​ສາກົນ. ປັດຈຸບັນ, ເລຂາທິການໃຫຍ່ ແມ່ນທ່ານ ນາງ ຫຼຸຍ ມູຊິກິວາໂບະ (Louise MUSHIKIWABO), ສັນຊາດຣູວັນດາ, ຊຶ່ງເຂົ້າຮັບຕຳແໜ່ງນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນມາ.

ອົງການດັ່ງກ່າວ ເຄື່ອນໄຫວວຽກງານໃນຫຼາຍດ້ານ ໂດຍສະເພາະ ທາງດ້ານການສຶກສາ, ການເມືອງ ແລະ ເສດຖະກິດ-ສັງຄົມ ໂດຍປິ່ນອ້ອມ 04 ພາລະກິດໃຫຍ່ ຄື:ສົ່ງເສີມພາສາຝຣັ່ງ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ພາສາ; ສົ່ງເສີມສັນຕິພາບ, ​ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ; ສົ່ງ​ເສີມ​ການ​ສຶກສາ, ການ​ຝຶກ​ອົບຮົມ​, ການສຶກສາຊັ້ນສູງ ​ແລະ ການຄົ້ນຄ້ວາ;ແລະ ພັດທະນາການຮ່ວມມືທາງດ້ານເສດຖະກິດ ເພື່ອການພັດທະນາ​ແບບ​ຍືນ​ຍົງ.

ສຳລັບຊຸມປີໃນຕໍ່ໜ້າ, ອົງການດັ່ງກ່າວ ມີຈຸດມຸ້ງໝາຍໃນການປັບປຸງຮູບແບບການຈັດກອງປະຊຸມທີ່ສຳຄັນ ແລະ ການເຄື່ອນໄຫວວຽກງານຂອງຕົນ ໂດຍຈະສຸມໃສ່ 03 ບູລິມະສິດ ທີ່ສຳຄັນ ເປັນຕົ້ນຕໍ ຄື: 1). ສົ່ງເສີມການນໍາໃຊ້ພາສາຝຣັ່ງ ໂດຍການຍົກສູງບົດບາດຂອງພາສາຝຣັ່ງ ໃຫ້ຖືກນຳໃຊ້ເຂົ້າໃນທຸກວຽກງານທີ່ສຳຄັນ ຂອງບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນຕ່າງໆ; 2). ເສີມຂະຫຍາຍຄວາມສາມັກຄີພາຍໃນຂົງເຂດຟຣັງໂກໂຟນີ ເພື່ອແບ່ງປັນປະສົບການຮ່ວມກັນໃນຂອບວຽກງານຕ່າງໆ, ໂດຍສະເພາະ ການປົກປັກຮັກສາສະພາບອາກາດ ແລະ ສິ່ງແວດລ້ອມ, ການພົວພັນຮ່ວມມືທາງດ້ານເສດຖະກິດ, ການສົ່ງເສີມຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ການສົ່ງເສີມວຽກງານວັດທະນະທຳ ແລະ ວຽກງານດີຈີຕອນ; ແລະ 3). ການຢືນຢັນຄວາມເປັນເອກະລັກທາງດ້ານການເມືອງ ຂອງອົງການ OIFໃນການເປັນກະບອກສຽງສະແດງທັດສະນະຕໍ່ບັນຫາຕ່າງໆຂອງສາກົນ, ການປ້ອງກັນ ແລະ ແກ້ໄຂວິກິດການຕ່າງໆ ພາຍໃນຂົງເຂດຟຣັງໂກໂຟນີ, ລວມທັງການສ້າງລັດແຫ່ງກົດໝາຍ ແລະ ປະຊາທິປະໄຕ.

ສຳລັບ ສປປ ລາວ ແມ່ນໄດ້ເຂົ້າເປັນສະມາຊິກສັງເກດການ ຂອງອົງການ OIFແຕ່ປີ 1972 ແລະ ໄດ້ເຂົ້າເປັນສະມາຊິກສົມບູນ ໃນວັນທີ 22 ພະຈິກ 1991.ນັບແຕ່ເຂົ້າເປັນສະມາຊິກຂອງອົງການOIF, ສປປ ລາວ ໄດ້ຮັບການຊ່ວຍເຫຼືອໃນຫຼາຍດ້ານ ເປັນຕົ້ນ ທາງດ້ານການສຶກສາ, ການຍົກລະດັບວິຊາຊີບ, ວຽກງານສາທາລະນະສຸກ, ວຽກງານຖະແຫຼງຂ່າວ ແລະ ອື່ນໆ. ໃນຖານະທີ່ເປັນສະມາຊິກຂອງອົງການຟຣັງໂກໂຟນີສາກົນ, ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຕ່າງໆຂອງອົງການ ກໍຄືການເຂົ້າຮ່ວມກອງປະຊຸມທີ່ສຳຄັນໃນແຕ່ລະປີ, ລວມທັງໄດ້ເປັນເຈົ້າພາບຈັດກອງປະຊຸມຕ່າງໆ ເຊັ່ນ: ກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 23, ໃນເດືອນພະຈິກ 2007; ກອງປະຊຸມບັນດາເຈົ້າຄອງນະຄອນທີ່ໃຊ້ພາສາຝຣັ່ງ ໃນເດືອນເມສາ 2013, ລວມທັງໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບພາກພື້ນ ຂອງລັດຖະສະພາທີ່ໃຊ້ພາສາຝຣັ່ງ ຫຼາຍຄັ້ງ. ນອກຈາກນີ້, ສປປ ລາວ ກໍຄືກັບບັນດາປະເທດສະມາຊິກອື່ນໆ ໄດ້ຈັດພິທີທາງການ ແລະ ກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອົງການຟຣັງໂກໂຟນີສາກົນ 20 ມີນາ ໃນທຸກໆປີ, ຊຶ່ງໃນໄລຍະຜ່ານມາ ໄດ້ມີການໝູນວຽນກັນຈັດພິທີທາງການ ຢູ່ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ມີຫຼັກສູດການຮຽນ-ການສອນພາສາຝຣັ່ງ ເຊັ່ນ: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນນັ້ນໄດ້ມີການຈັດກິດຈະກຳຕ່າງໆ ເພື່ອສົ່ງເສີມການນໍາໃຊ້ພາສາຝຣັ່ງ ແລະ ສົ່ງເສີມວຽກງານຟຣັງໂກໂຟນີ ຢູ່ ສປປ ລາວ.

ສໍາລັບປີ 2020 ນີ້ ແມ່ນເປັນປີຄົບຮອບ 50 ປີ ຂອງການສ້າງຕັ້ງອົງການຟຣັງໂກໂຟນີສາກົນ. ເພື່ອເຮັດໃຫ້ວັນຄົບຮອບ 50 ປີດັ່ງກ່າວ ມີຄວາມໝາຍ ແລະ ມີສີສັນ, ກະຊວງການຕ່າງປະເທດ ໂດຍການຮ່ວມມືຂອງນະຄອນຫຼວງວຽງຈັນ ໄດ້ປະດັບຄໍາຂວັນ ເພື່ອຊົມເຊີຍ 50 ປີ ຂອງການສ້າງຕັ້ງອົງການດັ່ງກ່າວ ຢູ່ ຕາມເສັ້ນທາງຫຼັກ 02 ສາຍ ຂອງ ນະຄອນຫຼວງວຽງຈັນ. ເນື່ອງຈາກວ່າ, ສປປ ລາວ ກໍຄືຫຼາຍປະເທດໃນທົ່ວໂລກ, ລວມທັງບັນດາປະເທດສະມາຊິກຂອງອົງການຟຣັງໂກໂຟນີສາກົນ ກໍາລັງປະເຊີນໜ້າກັບບັນຫາການແພ່ລະບາດຂອງເຊື້ອໄວຣັດ ໂຄວິດ-19, ສະນັ້ນ ການຈັດພິທີເພື່ອສະເຫຼີມສະຫຼອງໃຫຍ່ໃຫ້ແກ່ວັນສ້າງຕັ້ງອົງການຟຣັງໂກໂຟນີດັ່ງກ່າວ ຈະໄດ້ຖືກເລື່ອນອອກໄປແບບບໍ່ມີກໍານົດຈົນກ່ວາສະພາບການຈະກັບສູ່ຄືນປົກກະຕິ. ແຕ່ເຖິງຢ່າງໃດກໍຕາມ, ຢູ່ໃນບັນດາໂຮງຮຽນຕ່າງໆ ແມ່ນຈະມີການຈັດກິດຈະກຳພາຍໃນສະເພາະຂອງຕົນ ເພື່ອເປັນການສົ່ງເສີມການຮຽນ-ການສອນ ແລະ ການນໍາໃຊ້ພາສາຝຣັ່ງ.

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483918
ມື້ນີ້42
ມື້ວານ183
ອາທິດນີ້356
ເດືອນນີ້3223