ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄວາມເປັນມາຂອງ ວັນການທູດລາວ

ບົດຄວາມ

ຄວາມເປັນມາຂອງ ວັນການທູດລາວ

(​ເນື່ອງ​ໃນ​ໂອກາດ ຄົບຮອບ 75 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2020)

ໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

-------------------------------------

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວ ທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ທີ່ບໍ່ເຄີຍຖືກຮັບຮູ້ຈາກສາກົນມາເປັນເວລາຫຼາຍຮ້ອຍປີ ເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ, ໄຊຊະນະດັ່ງກ່າວ ແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ​ຄວາມສາມັກຄີຕໍ່ສູ້ສັດຕູໂຕດຽວກັນຂອງສາມຊາດອິນດູຈີນ ແມ່ນແບບຢ່າງທີ່ຫາໄດ້ຍາກ ໃນປະຫວັດສາດການພົວພັນສາກົນຂອງໂລກ. ເຫດການ ວັນທີ 12 ຕຸລາ ມັນໄດ້ສ່ອງແສງເຖິງຄວາມສະຫຼາດສ່ອງໃສ ໃນການນໍາພາການຕໍ່ສູ້ຂອງການນໍາລາວເຮົາຮຸ່ນກ່ອນໆ ທີ່ມີຈິດໃຈຮັກຊາດ, ຮັກຄວາມເປັນເອກະລາດ, ຕໍ່ສູ້ປົດແອກປົກຄອງຂອງພວກຮຸກຮານຕ່າງຊາດ, ຊຶ່ງ ທ່ານ ປະທານ ໄກສອນ ພົມວິຫານ ແລະ ທ່ານ ປະທານ ສຸພານຸວົງ ເປັນແກນນໍາລາວຮຸ່ນບຸກເບີກ ໃຫ້ແກ່ວຽກງານການທູດລາວເຮົາ.

ພາຍຫຼັງປະກາດເອກະລາດໂຮມລາວ ວັນທີ 12 ຕຸລາ 1945, ລັດຖະບານລາວອິດສະຫຼະ ໄດ້ປະກາດນະໂຍບາຍ 12 ຂໍ້, ຊຶ່ງໃນນັ້ນ ຂໍ້ທີ 10 ແມ່ນເວົ້າເຖິງວຽກງານການຕ່າງປະເທດ ທີ່ກໍານົດເອົານະໂຍບາຍການຕ່າງປະເທດ ອັນທໍາອິດຂອງລັດຖະບານລາວອິດສະຫຼະ ຄື: ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ນັບຈາກນັ້ນມາ, ວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ ພ້ອມທັງປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນັ້ນ, ກໍເພື່ອຂົນຂວາຍຄວາມຮັບຮູ້, ເຂົ້າໃຈ ແລະ ການຊ່ວຍເຫຼືອຈາກຕ່າງປະເທດ ຊຶ່ງຈໍາຕ້ອງຮູ້ສິດ-ໜ້າທີ່ ແລະ ບູລິມະສິດ ຂອງຕົນໃນການເປັນປະເທດເອກະລາດໜຶ່ງໃນໂລກ ໂດຍສະເພາະການເປັນປະເທດທີ່ເຄີຍຖືກຮຸກຮານ ແລະ ໄດ້ຮັບຜົນເສຍຫາຍຈາກສົງຄາມ. ໄລຍະແຕ່ກ່ອນປີ 2013, ພວກເຮົາຍັງບໍ່ທັນໄດ້ກໍານົດວັນການທູດຂອງລາວ, ໃນຂະນະທີ່ຂະແໜງການຕ່າງໆ ຕ່າງກໍມີວັນສ້າງຕັ້ງຂະແໜງການຂອງຕົນ. ນອກຈາກນີ້, ປະເທດອື່ນໆ ກໍໄດ້ມີວັນການທູດຂອງຕົນ. ສະນັ້ນ, ກະຊວງການຕ່າງປະເທດ ໂດຍສົມທົບກັບພາກສ່ວນກ່ຽວຂ້ອງ ຈຶ່ງໄດ້ຮ່ວມກັນຄົ້ນຄວ້າ ໂດຍອີງໃສ່ການເຄື່ອນໄຫວທາງດ້ານປະຫວັດສາດທີ່ສໍາຄັນຂອງລາວ. ດັ່ງນັ້ນ, ໃນປີ 2013, ຄະນະລັດຖະບານ ຈຶ່ງໄດ້ຕົກລົງເຫັນດີກຳນົດເອົາ ວັນທີ 12 ຕຸລາ ຂອງທຸກໆປີ ເປັນວັນການທູດລາວ ຢ່າງເປັນທາງການ. ພິເສດໃນປີ 2015, ພວກເຮົາ ໄດ້ມີການສະເຫຼີມສະຫຼອງ 70 ປີ ວັນການທູດລາວ, ໂດຍມີປະທານປະເທດ, ນາຍົກລັດຖະມົນຕີ ແລະ ບັນດາການນໍາຂັ້ນສູງຂອງລາວເຮົາ ໃຫ້ກຽດເຂົ້າຮ່ວມສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ.

ຕັ້ງແຕ່ອະດີດ ເຖິງ ປັດຈຸບັນ, ນະໂຍບາຍການຕ່າງປະເທດຂອງລາວເຮົາ ແມ່ນຖືກກໍານົດອອກ ຢ່າງຖືກຕ້ອງ ແລະ ສອດຄ່ອງ ໃນແຕ່ລະຍຸກແຕ່ລະສະໄໝ ເພື່ອຮັບໃຊ້ການເຄື່ອນໄຫວການທູດແບບພາວະວິໄສ ກໍຄື ຖືກກັບສະພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ. ໃນໄລຍະການຕໍ່ສູ້ກູ້ຊາດ, ວຽກງານການທູດ ແມ່ນຕິດພັນກັບປະຊາຊົນ ຫຼື ເອີ້ນວ່າ ການທູດປະຊາຊົນ ເຊິ່ງການນໍາຮຸ່ນກ່ອນ ໄດ້ນໍາໃຊ້ເພື່ອຂົນຂວາຍ ແລະ ປຸກລະດົມນໍ້າໃຈຮັກຊາດຂອງປະຊາຊົນລາວບັນດາເຜົ່າ ບົນພື້ນຖານການຕິດພັນກັບປະຊາຊົນຢ່າງແທ້ຈິງ ຈົນເຮັດໃຫ້ສາມາດເຕົ້າໂຮມປະຊາຊົນ ເພື່ອລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ຈົນໃນທີ່ສຸດ ກໍສາມາດສະຖາປະນາປະເທດ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ທີ່ໂລກໄດ້ຮັບຮູ້.

ຕະຫຼອດໄລຍະ 75 ປີ ທີ່ຜ່ານມາ,ການເຄື່ອນໄຫວການທູດໄດ້ປະກອບສ່ວນອັນສໍາຄັນຕໍ່ຜົນສໍາເລັດຂອງການປະຕິວັດຊາດປະຊາທິປະໄຕໂດຍການສົມທົບກັນ ລະຫວ່າງ ກຳລັງປະກອບອາວຸດແລະ ການຕໍ່ສູ້ການເມືອງທີ່ແຍກອອກຈາກກັນບໍ່ໄດ້. ໝາກຜົນລວມຍອດຂອງການປະສານສົມທົບກັນ ລະຫວ່າງ ກ້ອນກໍາລັງປະກອບອາວຸດ ແລະ ການທູດມີສ່ວນຕັດສິນຊີ້ຂາດຕໍ່ການສ້າງຕັ້ງສປປ ລາວ. ຕົກມາໃນໄລຍະໃໝ່, ບົດບາດຂອງການເຄື່ອນໄຫວການທູດລາວຍິ່ງພົ້ນເດັ່ນຂຶ້ນກວ່າເກົ່າ ໃນພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໂດຍສະເພາະແມ່ນການປັບຕົວໃຫ້ໄປໃນຫຼາຍທິດ, ຫຼາຍຝ່າຍແລະຫຼາຍລະດັບ ເພື່ອການເຊື່ອມໂຍງກັບພາກພື້ນແລະສາກົນ. ສປປ ລາວ ພວກເຮົາ ໄດ້ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ທີ່ຖືກຕ້ອງເປັນທຳ ໂດຍຍຶດໝັ້ນແນວທາງ ”ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນສະເໝີປາຍ, ປະຕິບັດ​ນະ​ໂຍບາຍເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື ແບບ​ຫຼາຍ​ທິດ, ຫຼາຍຝ່າຍ ແລະ ຫຼາຍຮູບ​ແບບ, ທັງປະຕິບັດທິດ​ນຳ “​ເພີ່ມ​ມິດຫຼຸດຜ່ອນ​ສັດຕູ” ຕາມ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຂອງ​ພັກ ແລະ ສືບຕໍ່ລົງເລິກປະຕິບັດຄໍາຂວັນການຕ່າງປະເທດ ທີ່ວ່າ: “ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດ” ຢ່າງໄດ້ຮັບຜົນດີ; ອັນສະແດງອອກໃນການເສີມຂະຫຍາຍ ຮັດແໜ້ນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ທີ່ມີໝາກຜົນຕົວຈິງຢ່າງເລິກເຊິ່ງ ກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດຕ່າງໆ ໃນທົ່ວໂລກ; ວຽກງານການທູດສອງຝ່າຍ, ຫຼາຍຝ່າຍ ແລະ ການພົວພັນກັບອົງການຈັດຕັ້ງສາກົນຕ່າງໆ ກໍໄດ້ສືບຕໍ່ມີໝາກຜົນທີ່ພົ້ນເດັ່ນ.

ເວົ້າລວມແລ້ວ, ການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄື ວຽກງານການທູດ ຢ່າງຕັ້ງໜ້າຮອບດ້ານ ຂອງ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຕະຫຼອດໄລຍະ 75 ປີທີ່ຜ່ານມາສາມາດຕໍ່ສູ້ຍາດແຍ່ງການຮັບຮູ້ຢ່າງກວ້າງຂວາງ ຈາກສາກົນອັນໄດ້ຍົກສູງບົດບາດອິດທິພົນແລະກຽດສັກສີ ຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການຮັກສາສະພາບແວດລ້ອມພາຍນອກ ທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ຜົນ​ງານ ແລະ ຄວາມສຳ​ເລັດ​ອັນ​ໃຫຍ່ຫຼວງ​ຂອງ​ການເຄື່ອນໄຫວວຽກ​ງານດັ່ງກ່າວ ທີ່ສາມາດຍາດ​ມາ​ໄດ້​ນັ້ນ ກໍ​ແມ່ນ​ຍ້ອນ​ແນວທາງ​ອັນ​ຖືກຕ້ອງ​ສອດຄ່ອງ​ຂອງ​ພັກ-ລັດ, ຍ້ອນການ​ຊີ້​ນຳ​-ນໍາພາ​ຢ່າງ​ໃກ້ຊິດ​ຕິດແທດ, ໂດຍກົງ ແລະ ຮອບດ້ານ ຂອງ​ກົມ​ການ​ເມືອງ​ສູນກາງພັກ ໃນ​ແຕ່​ລະ​ຍຸກ​ແຕ່​ລະສະ​ໄໝ ​ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຈັດ​ຕັ້ງ​ປະຕິບັດ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ລັດຖະບານ ພ້ອມ​ຄວາມ​ຮັບຜິດຊອບ ​ແລະ ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ພະນັກງານ, ທະຫານ, ຕຳຫຼວດແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ຍ້ອນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ນັກ​ທຸລະ​ກິດ, ຜູ້​ປະກອບ​ການ ຕະຫຼອດ​ເຖິງ​ປະຊາຊົນ​ລາວ​ບັນດາ​ເຜົ່າໃນ​ທົ່ວປະ​ເທດ ລວມທັງ​ຄົນ​ລາວ​ຢູ່​ຕ່າງປະ​ເທດ, ຊຶ່ງ​ໄດ້​ປະກອບສ່ວນອັນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດຂອງ​ວຽກງານ​ການ​ຕ່າງປະ​ເທດ ​ກໍຄືວຽກງານການ​ທູດ ຂອງ ສປປ ລາວ ຢ່າງມີບາດກ້າວຕໍ່ເນື່ອງ ແລະ ໜັກແໜ້ນ​.

**********************************

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480285
ມື້ນີ້115
ມື້ວານ157
ອາທິດນີ້683
ເດືອນນີ້6516