ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂະບວນການປະເມີນຂອງ ອົງການ ສປຊ ແລະ ຄວາມຄືບໜ້າຂອງ ສປປ ລາວ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ

ຂະບວນການປະເມີນຂອງ ອົງການ ສປຊ ແລະ ຄວາມຄືບໜ້າຂອງ ສປປ ລາວ

ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ

ບົດຄວາມໂດຍ: ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ

ໃນນາມ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ

ສປປ ລາວ ໄດ້ຖືກກຳນົດລາຍຊື່ເຂົ້າໃນກຸ່ມປະເທດດ້ອຍພັດທະນາ ຫລື Least Developed Countries - LDCs ໃນປີ 1971 ໂດຍ ອົງການສະຫະປະຊາຊາດ (ສປຊ). ແນວຄວາມຄິດໃນການລິເລີ່ມສ້າງຕັ້ງກຸ່ມປະເທດດ້ອຍພັດທະນາ ແມ່ນມີຂຶ້ນໃນຊຸມປີ 1960 ເນື່ອງຈາກ ອົງການ ສປຊ ເຫັນວ່າ ລະດັບດ້ານການພັດທະນາຂອງປະເທດສະມາຊິກ ສປຊ ຈຳນວນໜຶ່ງແມ່ນຍັງຫຼ້າຫຼັງຫຼາຍ ແລະ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອເປັນພິເສດ ແນໃສ່ເຮັດໃຫ້ບັນດາປະເທດເຫຼົ່ານັ້ນ ສາມາດຫຼຸດຜົ້ນອອກຈາກສະຖານະພາບດ້ອຍພັດທະນາໃນທີ່ສຸດ.ສະນັ້ນ,ໃນປີ 1971 ອົງການສປຊໄດ້ກຳນົດລາຍຊື່ກຸ່ມປະເທດດ້ອຍພັດທະນາ ທັງໝົດ 25 ປະເທດ ທີ່ປະກອບດ້ວຍບັນປະເທດທີ່ທຸກຍາກທີ່ສຸດ, ມີລາຍຮັບຕໍ່າ, ມີຄວາມອ່ອນໄຫວຕໍ່ວິກິດການຕ່າງໆ ແລະ ເສດຖະກິດຍັງອ່ອນນ້ອຍ. ມາຮອດປັດຈຸບັນ ຈຳນວນປະເທດດ້ອຍພັດທະນາໄດ້ເພິ່ມຂຶ້ນເປັນ 46 ປະເທດ, ໃນນັ້ນ 33 ປະເທດ ຢູ່ທະວີບອາຟຣິກກາ, 12 ປະເທດ ຢູ່ທະວີບອາຊີ-ປາຊິຟິກ, 1 ປະເທດ ຢູ່ທະວີບອາເມລິກາລາຕິນ,ພົນລະເມືອງຂອງບັນດາປະເທດເຫຼົ່ານີ້ມີປະມານ 880 ລ້ານຄົນ, ກວມເອົາ 12% ຂອງປະຊາກອນໂລກ,ແຕ່ສັດສ່ວນລວມຍອດຜະລິດຕະພັນພາຍໃນ ຫຼື GDP ກວມພຽງແຕ່ 2% ແລະບໍລິມາດສິນຄ້າສົ່ງອອກ-ນໍາເຂົ້າ ມີພຽງ 1% ຂອງໂລກ.

ພາຍໃຕ້ຂອບວຽກຂອງ ສະພາເສດຖະກິດ-ສັງຄົມ ສປຊ, ຄະນະກຳມະການນະໂຍບາຍດ້ານການພັດທະນາ (Committee for Development Policy - CDP) ໄດ້ຖືກມອບໝາຍໃຫ້ເຮັດໜ້າທີ່ກຳນົດນະໂຍບາຍ ແລະ ປະເມີນຄວາມຄືບໜ້າຂອງການພັດທະນາຂອງປະເທດດ້ອຍພັດທະນາ ທຸກໆ 3 ປີ ບົນພື້ນຖານ3ເງື່ອນໄຂ ຄື:ລາຍໄດ້ສະເລ່ຍແຫ່ງຊາດ(Gross National Income - GNI); ດັດສະນີຊັບສິນມະນຸດ (Human Asset Index - HAI); ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (Economic and Environmental Vulnerability Index - EVI). ປະເທດທີ່ຈະຖືກສະເໜີຊື່ໃຫ້ອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຕ້ອງບັນລຸໄດ້ຢ່າງໜ້ອຍ 2 ໃນ 3 ເງື່ອນໄຂ ຫຼື ມີລາຍໄດ້ສະເລ່ຍແຫ່ງຊາດ(GNI)ເກີນມາດຕະຖານສອງເທົ່າຂອງເກນຫຼຸດພົ້ນ ຄື $2,460 ຕໍ່ຄົນ ຕໍ່ປີ ແລະ ຕ້ອງຜ່ານເກນດັ່ງກ່າວ 2 ຄັ້ງຕິດຕໍ່ກັນ ຈຶ່ງຈະຖືກສະເໜີຊື່ໃຫ້ອອກຈາກປະເທດດ້ອຍພັດທະນາ ໂດຍຈະມີໄລຍະເວລາຂ້າມຜ່ານ 3 ປີ (ອີງຕາມສະພາບປົກກະຕິ) ເພື່ອຕິດຕາມເບິ່ງວ່າ ປະເທດດັ່ງກ່າວຍັງຢູ່ໃນເກນຂອງການຫຼຸດພົ້ນ ຫຼື ບໍ່. ຫຼັງຈາກນັ້ນ, ສະມັດຊາໃຫຍ່ ສປຊ ຈະສະເໜີຮັບຮອງເອົາຍັດຕິ ປະກາດລຶບຊື່ປະເທດທີ່ບັນລຸບັນດາເງື່ອນໄຂທີ່ກ່າວມານັ້ນອອກຈາກບັນຊີກຸ່ມປະເທດດ້ອຍພັດທະນາຢ່າງເປັນທາງການ.

ໃນໄລຍະຜ່ານມາ, ເພື່ອຊ່ວຍເຫຼືອໃຫ້ແກ່ປະເທດດ້ອຍພັດທະນາ, ອົງການ ສປຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ສ້າງແຜນດຳເນີນງານ ສຳລັບກຸ່ມປະເທດດ້ອຍພັດທະນາຂຶ້ນ ຈຳນວນ 4 ແຜນດຳເນີນງານ ຄື: ຄັ້ງທີ 1 ແລະ ຄັ້ງທີ 2 ແມ່ນຈັດຂຶ້ນຢູ່ທີ່ ປາຣີ, ປະເທດ ຝຣັ່ງ, ໂດຍໄດ້ສ້າງແຜນດຳເນີນງານ ປາຣີ ທົດສະວັດ 1990 - 2000, ຄັ້ງທີ 3 ທີ່ ບຣຸກແຊນ, ປະເທດ ແບນຊິກ, ໂດຍໄດ້ສ້າງຕັ້ງແຜນດຳເນີນງານ ບຣຸກແຊນ ທົດສະວັດ 2001 -2010,​ ຄັ້ງທີ 4 ທີ່ ອິສຕັນບູລ, ປະເທດ ຕວັກກີ, ໂດຍໄດ້ສ້າງແຜນດຳເນີນງານ ອີສຕັນບູລ ທົດສະວັດ 2011 - 2020 (Istanbul Programme of Action - IPoA). ສ່ວນຄັ້ງທີ 5 ແມ່ນຄາດວ່າຈະໄປຈັດທີ່ ໂດຮາ, ປະເທດ ກາຕາ,​ ໃນລະຫວ່າງວັນທີ 23 - 27 ມັງກອນ 2022. ນອກຈາກນັ້ນ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນດຳເນີນງານ ແລະ ສະໜອງການຊ່ວຍເຫຼືອໃຫ້ແກ່ກຸ່ມປະເທດດ້ອຍພັດທະນາ, ອົງການ ສປຊ ກໍ່ໄດ້ສ້າງຕັ້ງ ຫ້ອງການຂັ້ນສູງເພື່ອຮັບຜິດຊອບ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກຳລັງພັດທະນາ (Office of High Representatives for Least Developed Countries, Landlocked Developing Countries, and Small Island Developing States - OHRLLS) ເພື່ອຕິດຕາມຊຸກຍູ້ ແລະ ຊ່ວຍເຫຼືອປະເທດເຫຼົ່ານັ້ນ. ນັບຕັ້ງແຕ່ການສ້າງກຸ່ມປະເທດດ້ອຍພັດທະນາ ຂຶ້ນມາໃນປີ 1971 ຮອດປັດຈຸບັນ ແມ່ນມີພຽງແຕ່ 6 ປະເທດ ເທົ່ານັ້ນ ທີ່ສາມາດຫຼຸດພົົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຄື: ປະເທດ ບອດສະວານາ ຫລຸດພົ້ນອອກໃນປີ 1994, ເຄບ ເວີດໃນປີ 2007, ມານດິບໃນປີ 2011, ຊາມົວໃນປີ 2014, ເອກົວຕໍເຣຍ ກີນີ ໃນປີ 2017 ແລະ ປະເທດ ວານູອາຕູ ໃນປີ 2021. ໃນການປະເມີນປີ 2021 ມີພຽງ: 3 ປະເທດ ທີ່ຖືກສະເໜີໃຫ້ຫຼຸດພົ້ນ ໄດ້ແກ່ ສປປ ລາວ, ບັງກະລາເທດແລະ ເນປານ.

ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ສຸມທຸກຄວາມພະຍາຍາມ ເພື່ອລຶບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ຕັດສິນໃຈວາງຄາດໝາຍສູ້ຊົນ ນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ຂອງພັກ ສະໄໝທີ VI ໃນປີ 2000ເປັນຕົ້ນມາ ໂດຍໄດ້ສຸມໃສ່ພັດທະນາເສດຖະກິດ-ສັງຄົມ, ລວມທັງການຜັນຂະຫຍາຍແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ(National Economic and Social Development Plan - NSEDP).ໃນປີ2015ສປປລາວໄດ້ຖືກປະເມີນໂດຍ CDPແຕ່ບໍ່ຜ່ານເກນປະເມີນທັງ 3 ເງື່ອນໄຂ. ຕໍ່ມາ, ໃນການປະເມີນປີ 2018 ສປປ ລາວ ສາມາດຜ່ານມາດຖານການປະເມີນ 2 ໃນ 3 ຂອງເງື່ອນໄຂ ໄດ້ເປັນເທື່ອທໍາອິດ ຄື:​ ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI) ຂອງ ສປປ ລາວ ໄດ້ $1,996ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ $1,230 ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI) ຂອງ ສປປ ລາວ ໄດ້ 72.8 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66 ຫລື ສູງກວ່າ; ສ່ວນດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ຂອງ ສປປ ລາວ ແມ່ນ 33.7 ຖືວ່າບໍ່ຜ່ານ ເນື່ອງຈາກມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32 ຫລື ຕໍ່າກວ່າ. ສະນັ້ນ, ໃນກອງປະຊຸມຮອບວຽນ 3 ປີ ລະຫວ່າງວັນທີ 22 - 26 ກຸມພາ 2021ຜ່ານມາ,​ CDP ຈຶ່ງໄດ້ນຳເອົາ ສປປ ລາວ ມາປະເມີນຄືນ, ເຊິ່ງຜົນຂອງການປະເມີນ ສປປ ລາວ ສາມາດຜ່ານເກນການປະເມີນທັງ 3 ເງື່ອນໄຂ ຄື: ລາຍໄດ້ສະເລ່ຍແຫ່ງຊາດຕໍ່ຫົວຄົນ (GNI)ຂອງ ສປປ ລາວ ໄດ້ $2,265 ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ $1,210ຫລື ສູງກວ່າ; ດັດສະນີຊັບສິນມະນຸດ (HAI)ຂອງ ສປປ ລາວ ໄດ້ 72.2ເຊິ່ງມາດຖານທີ່ ອົງການ ສປຊ ຕັ້່ງໄວ້ແມ່ນ 66.0ຫລື ສູງກວ່າ; ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI)ຂອງ ສປປ ລາວ ແມ່ນ 26.6ເຊິ່ງມາດຖານທີ່ ອົງການ ສປຊ ຕັ້ງໄວ້ແມ່ນ 32.0ຫລື ຕໍ່າກວ່າ.

ເຖິງຢ່າງໃດກໍ່ຕາມ, ເນື່ອງຈາກສະພາບການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກໂດຍລວມ ອັນໄດ້ສ້າງຄວາມຫຍຸ້ງຍາກ ສັບສົນ ເຮັດໃຫ້ການພັດທະນາດ້ານຕ່າງໆພົບກັບອຸປະສັກ ແລະ ກາຍເປັນບັນຫາທ້າທາຍ ໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ບວກໃສ່ ຂໍ້ມູນທີ່ຖືກນຳໃຊ້ເຂົ້າໃນການປະເມີນໂດຍ CPDເປັນຂໍ້ມູນຮອດແຕ່ປີ 2019 ເຊິ່ງບໍ່ໄດ້ສ່ອງແສງເຖິງຜົນກະທົບຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 ເຂົ້າໃນການປະເມີນ, ອົງການ ສປຊ ຈຶ່ງໄດ້ຂະຫຍາຍໄລຍະເວລາຂ້າມຜ່ານຈາກປົກກະຕິ 3 ປີ ອອກໄປເປັນ 5 ປີ, ໝາຍຄວາມວ່າ ສປປ ລາວ ແລະ ປະເທດທີ່ຜ່ານການປະເມີນໃນຄັ້ງນີ້ ຈະມີເວລາເພື່ອກະກຽມຄວາມພ້ອມ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຮອດປີ 2026. ໃນໄລຍະດັ່ງກ່າວ, ອົງການ ສປຊ ຈະຕິດຕາມ ແລະ ກວດຄືນອີກຄັ້ງໃນປີ 2024 ເພື່ອເບິ່ງວ່າ ບັນດາປະເທດທີ່ຜ່ານເກນການປະເມີນ ໃນປີ 2021 ຈະສາມາດຖືກປະກາດຫຼຸດພົ້ນໄດ້ແທ້ ຫຼື ບໍ່, ທັງນີ້ ກໍ່ເພື່ອຮັບປະກັນໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ, ຢືນຍົງ ແລະ ຮັບປະກັນວ່າປະເທດທີ່ຫຼຸດພົ້ນ ຈະບໍ່ກັບມາເປັນປະເທດດ້ອຍພັດທະນາຄືນອີກ. ສິ່ງທີ່ສຳຄັນ ອົງການສະຫະປະຊາຊາດ ແລະ ວົງຄະນະຍາດສາກົນ ຍັງມີພັນທະໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອປະເທດເຫຼົ່ານີ້ ໃນຖານະທີ່ຍັງເປັນປະເທດດ້ອຍພັດທະນາ ໄປຈົນກວ່າຈະຖືກລຶບຊື່ອອກຈາກສະຖານະພາບດັ່ງກ່າວ ຢ່າງເປັນທາງການ.

ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານໄດ້ສຸມທຸກຄວາມພະຍາຍາມ ເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າທຸກຄົນໃນຊາດ ຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງ ໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ. ການຜ່ານເກນການປະເມີນ ກໍ່ຍັງສະແດງເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍຄຳໝັ້ນສັນຍາຕໍ່ສາກົນ ກໍ່ຄື ຄາດໝາຍທີ່ ອົງການ ສປຊ ໄດ້ຕັ້ງໄວ້ ທີ່ຈະສູ້ຊົນຊ່ວຍໃຫ້ຈຳນວນປະເທດດ້ອຍພັດທະນາຫຼຸດລົງເຄິ່ງໜຶ່ງ ພາຍໃນປີ 2020. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ, ສປປ ລາວ ກໍ່ອາດຈະປະເຊີນກັບບັນດາສິ່ງທ້າທາຍ ພາຍຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນອະນາຄົດຢ່າງຫຼີກລ້ຽງບໍ່ໄດ້. ດ້ານການຄ້າອາດຈະບໍ່ກະທົບຫລາຍປານໃດ, ເນື່ອງຈາກວ່າ ສປປ ລາວ ບໍ່ໄດ້ນຳໃຊ້ສິດທິພິເສດທາງການຄ້າ (Generalized system of preferences -GSP)ທີ່ໄດ້ຮັບໃນນາມເປັນປະເທດດ້ອຍພັດທະນາ ເພື່ອສົ່ງອອກສິນຄ້າໄປຍັງຕະຫຼາດຢູ່ໃນ ທະວີບເອີຣົບ ຢ່າງມີປະສິດທິຜົນ ແຕ່ ສປປ ລາວ ກໍ່ຈະເສຍສິດທິພິເສດເຫຼົ່ານັ້ນໄປ ເຊັ່ນ: ສິດທິໃນການຍົກເວັ້ນພາສີ ແລະ ໂກຕາ (duty - free; quota - free ຫລື DDQF) ໃນການສົ່ງອອກສິນຄ້າຂອງຕົນໄປສູ່ຕະຫຼາດທີ່ໃຫ້ສິດທິພິເສດເຫຼົ່ານັ້ນໂດຍສະເພາະແມ່ນການສົ່ງອອກໄປປະເທດສະຫະພາບເອີຣົບ (EU). ນອກຈາກນັ້ນ, ການເຂົ້າເຖິງແຫຼ່ງທຶນສາກົນ ໂດຍສະເພາະການກູ້ຢືມທີ່ມີອັດຕາດອກເບ້ຍຕໍ່າ, ການກູ້ຢືມທຶນເພື່ອການພັດທະນາ ທີ່ສປປ ລາວ ເຄີຍເຂົ້າເຖີງໃນຖານະເປັນປະເທດດ້ອຍພັດທະນາ, ມູນຄ່າການຊ່ວຍເຫລືອທາງການເພື່ອການພັດທະນາ (ODA)ກໍ່ອາດຈະຫລຸດລົງ ເນື່ອງຈາກບັນດາປະເທດຜູ້ໃຫ້ທຶນ ຫຼື ຄູ່ຮ່ວມພັດທະນາອາດຫັນການຊ່ວຍເຫລືອໄປໃຫ້ປະເທດທີ່ຍັງຢູ່ໃນສະຖານະພາບເປັນປະເທດດ້ອຍພັດທະນາອື່ນ. ການສະໜັບສະໜູນທຶນໃຫ້ເຂົ້າຮ່ວມກອງປະຊຸມສາກົນ ກໍ່ອາດຫຼຸດລົງ, ກົງກັນຂ້າມ ການຈ່າຍເງິນພັນທະປະກອບສ່ວນໃຫ້ແກ່ ອົງການສປຊ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ກໍ່ຈະມີການເພີ່ມຂຶ້ນ ອີງຕາມເພດານການຄິດໄລ່ ໃນຖານະທີ່ບໍ່ແມ່ນປະເທດດ້ອຍພັດທະນາ. ​

ບົນພື້ນຖານຜົນສຳເລັດ ແລະ ສິ່ງທ້າທາຍດັ່ງກ່າວ, ມັນເລັ່ງທ້ວງໃຫ້ທົ່ວພັກ ທົ່ວລັດ ແລະ ປວງຊົນລາວທັງຊາດ ຈະຕ້ອງໄດ້ເດັດດ່ຽວພ້ອມກັນ ເພີ່ມທະວີຄວາມເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານ ແລະ ຫລຸດຜ່ອນການເອື່ອຍອີງໃສ່ການຊ່ວຍເຫລືອຈາກຕ່າງປະເທດໃນຊຸມປີຕໍ່ໜ້າ ເປັນຕົ້ນແມ່ນ ການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ການຍົກສູງຄວາມອາດສາມາດ ແລະ ສະມັດຖະພາບດ້ານການຜະລິດພາຍໃນ ເພື່ອເຮັດໃຫ້ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້. ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຈະຊ່ວຍເຮັດໃຫ້ຖານະບົດບາດ ແລະ ອິດທິພົນຂອງ ສປປ ລາວ ພົ້ນເດັ່ນຂຶ້ນໃນເວທີສາກົນ ລວມທັງບົດບາດໃນການປຶກສາຫາລືບັນຫາການເມືອງໂລກ. ໃນດ້ານການຄ້າ ແລະ ການເຊື່ອມໂຍງເສດຖະກິດກັບພາກກພື້ນ ແລະ ສາກົນ ກໍ່ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນຕ່າງປະເທດ ໃຫ້ມີຄວາມສົນໃຈເຂົ້າມາລົງທຶນຢູ່ປະເທດເຮົາຫຼາຍຂຶ້ນ ອັນຈະເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການກະຕຸກຊຸກຍູ້ເສດຖະກິດຂອງປະເທດເຮົາ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີຄຸນນະພາບ ຕາມທິດຍືນຍົງ ແລະ ສີຂຽວ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484632
ມື້ນີ້148
ມື້ວານ188
ອາທິດນີ້1070
ເດືອນນີ້3937