ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ: ຊົມເຊີຍວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ

 

 

ຊົມເຊີຍວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ຄົບຮອບ 94 ປີ

(01/08/1927 -1/8/2021)

                       ໂດຍ: ໂຄງການຄົ້ນຄວ້າຮ່ວມລາວ-ຈີນ, ສະຖາບັນການຕ່າງປະເທດ,​

(ກະຊວງການຕ່າງປະເທດ)

ການລຸກຮືຂຶ້ນຂອງປະຊາຊົນຜູ້ຮັກຊາດທີ່ເມືອງໜານຊາງ, ແຂວງຈ່ຽງຊີໃນວັນທີ 1 ສິງຫາ ປີ 1927 ເປັນສັນຍາລັກສະແດງໃຫ້ເຫັນວ່າ ກອງທັບປະຊາຊົນແບບໃຫມ່ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໄດ້ກາຍມາເປັນກອງທັບປົດປ່ອຍປະຊາຊົນຈີນໃນປະຈຸບັນ. ໃນໄລຍະ 94 ປີຜ່ານມາ, ພາຍໃຕ້ການຊີ້ນຳ - ນໍາພາຂອງພັກກອມມູນິດຈີນ ໂດຍມີ ປະທານ ເໝົາ ເຈີຕົງ ເປັນແກນນໍາ ແລະ ຜູ້ນໍາຈີນຫລາຍຮຸ້ນຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນໄດ້ຮັບການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈາກຈໍານວນຄົນໜ້ອຍມາເປັນກອງທັບທີ່ມີຈໍານວນຄົນຫຼາຍສົມຄວນ, ຈາກກອງທັບທີ່ມີອາວຸດຫລ້າຫລັງ ກາຍມາກອງທັບທີ່ມີອາວຸດທັນສະໄໝໃນໂລກ.

 

ນັບແຕ່ມື້ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຕໍ່ສູ້ກັບສັດຕູທັງພາຍໃນ ແລະ ພາຍນອກຢ່າງອົງອາດກ້າຫານ, ຜ່ານຜ່າອຸປະສັກນາໆປະການ ຈົນສາມາດປົດປ່ອຍປະເທດຊາດ ຍາດເອົາເອກະລາດມາໃຫ້ປະຊາຊົນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາຊົນຈີນ ໃນປີ 1949. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປົດປ່ອຍປະຊາຊົນຈີນ ໄດ້ສຸມເຫື່ອແຮງໃສ່ການຟື້ນຟູປະເທດຊາດ ພາຍຫລັງທີ່ຖືກສົງຄາມທຳລາຍມາເປັນເວລາຫລາຍທົດສະວັດ, ພ້ອມກັນນັ້ນກອງທັບປົດປ່ອຍປະຊາຊົນຈີນໄດ້ສືບຕໍ່ຍົກສູງນໍ້າໃຈສາກົນກຳມະຊີບ ໃຫ້ການສະໜັບສະໜູນຂະບວນການປະຕິວັດຊາດປະຊາທິປະໄຕ ຢູ່ຫລາຍປະເທດໃນໂລກ ລວມທັງ ສປປ ລາວ ທີ່ຕໍ່ສູ້ເພື່ອເອກະລາດ ຕ້ານຈັກກະພັດຜູ້ຮຸກຮານ ຢ່າງອົງອາດກ້າຫານ ແລະ ໄດ້ຮັບໄຊຊະນະເລື້ອຍໆມາ.

ໃນໄລຍະທີ່ປະເທດຊາດມີສັນຕິພາບ ກອງທັບປົດປ່ອຍປະຊາຊົນຈີນ ນອກຈາກສືບຕໍ່ປະຕິບັດໜ້າທີ່ໃນການປົກປັກຮັກສາຄວາມໝັ້ນຄົງຂອງຊາດເພື່ອ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາປະເທດຊາດແລ້ວ, ຍັງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ສປ ຈີນ, ສ້າງຄວາມເຂັ້ມແຂງ, ເພີ່ງຕົນເອງ, ກຸ້ມຕົນເອງ, ບ່ອນໃດທີ່ປະເທດຊາດ ແລະ ປະຊາຊົນຕ້ອງການ ບ່ອນນັ້ນກອງທັບປົດປ່ອຍປະຊາຊົນຈີນມີຫນ້າ ໂດຍສະເພາະການຮັບມືກັບພະຍາດລະບາດ, ການກອບກູ້ໄພພິບັດທາງທຳມະຊາດ, ການຕ້ານການກໍ່ການຮ້າຍ ແລະ ອື່ນໆ. ກອງທັບປົດປ່ອຍປະຊາຊົນຈີນ ເປັນນັກຮົບທີ່ຈົງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ, ເປັນກຳລັງອັນສຳຄັນໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ເປັນກຳແພງທີ່ແຂງແກ່ນໃນການປົກປ້ອງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ. ປະຈຸບັນ, ພາຍໃຕ້ການຊີ້ນຳ - ນໍາພາ ຂອງພັກກອມມູນິດຈີນ ໂດຍມີເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນການນໍາ, ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະມີຄວາມກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນທຸກເວລາ.

ການເຕີບໃຫຍ່ເຂັ້ມແຂງຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ປະກອບສ່ວນອັນສຳຄັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ກໍຄືຢູ່ໃນໂລກ, ຍາມໃດ ສປ ຈີນ ກໍປະຕິບັດນະໂຍບາຍ ເດີນຕາມເສັ້ນທາງພັດທະນາຢ່າງສັນຕິ ໂດຍບໍ່ປ່ຽນແປງ, ຍຶດໝັ້ນປະຕິບັດນະໂຍບາຍປ້ອງກັນຊາດ ລັກສະນະປ້ອງກັນ ແລະ ບໍ່ເປັນເຈົ້າມະຫາອຳນາດ. ນອກຈາກພະລາກິດປົກປັກຮັກສາປະເທດຊາດ, ກອງທັບປົດປ່ອຍປະຊາຊົນຈີນຍັງໄດ້ປະກອບສ່ວນໃນການສ້າງສັນຕິພາບໂລກ ພາຍໃຕ້ການຮ່ວມມືກັບອົງການສະຫະປະຊາຊາດ, ເຊິ່ງ ສປ ຈີນ ແມ່ນຢູ່ໃນແຖວໜ້າຂອງບັນດາປະເທດທີ່ປະກອບສ່ວນໃນພາລະກິດຮັກສາສັນຕິພາບຂອງອົງການສະຫະປະຊາຊາດ. ໃນໄລຍະ 30 ປີຜ່ານມາ, ກອງກໍາລັງຂອງ ສປ ຈີນໄດ້ປະຕິບັດຕາມຈຸດປະສົງ ແລະ ຂໍ້ກໍານົດຂອງກົດບັດສະຫະປະຊາຊາດຢ່າງຫ້າວຫັນ. ກອງທັບ ສປ ຈີນ ໄດ້ສົ່ງກອງກໍາລັງ ທັງໝົດ 40.000 ຄົນ ເຂົ້າຮ່ວມກອງກໍາລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ, ໄດ້ແລກປ່ຽນຮ່ວມມືກັບ 90 ກວ່າປະເທດ ແລະ 10 ກວ່າອົງການຈັດຕັ້ງຂອງພາກພື້ນ ແລະ ສາກົນ, ເປັນປະເທດທີ່ປະກອບທຶນເຂົ້າໃນຂະບວນການຮັກສາສັນຕິພາບຂອງອົງການສະຫະປະຊາຊາດຫຼາຍເປັນອັນດັບ 2, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການໃນການປະກອບສ່ວນ ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.

       ສຳລັບການພົວພັນລະຫວ່າງ ສອງກອງທັບ ລາວ-ຈີນ, ໃນໄລຍະທີ່ຜ່ານມາທັງສອງຝ່າຍ ແມ່ນມີມູນເຊື້ອແຫ່ງການພົວພັນ ແລະ ຮ່ວມມືອັນດີງາມມາເປັນເວລາດົນນານ, ກອງທັບປົດປ່ອຍປະຊາຊົນຈີນ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດການປະຕິວັດປົດປ່ອຍຊາດຂອງ ສປປ ລາວ ດັ່ງທີ່ ປະທານ ໄກສອນ ພົມວິຫານ ໄດ້ກ່າວຢູ່ໃນງານລ້ຽງຕ້ອນຮັບໃນໂອກາດຢ້ຽມຢາມ ສປ ຈີນ ຄັ້ງວັນທີ 18 ມີນາ 1976 ທີ່ ນະຄອນຫຼວງປັກກິ່ງ ວ່າ: ...ບໍ່ມີອັນໃດຈະສົງໄສໄປອີກແລ້ວ ມິດຕະພາບສະຖານອ້າຍນ້ອງ ແລະ ຄວາມສາມັກຄີແບບສູ້ຮົບ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ, ລະຫວ່າງ ປະຊາຊົນລາວ ກັບ ປະຊາຊົນຈີນ ໄດ້ມີການຈະເລີນງອກງາມ. ປະຊາຊົນລາວ ຈະອອກແຮງປົກປັກຮັກສາ ແລະ ເສີມສ້າງມິດຕະພາບ ແລະ ຄວາມສາມັກຄີນັ້ນໃຫ້ຈະເລີນງອກງາມຂຶ້ນໄປເລື້ອຍໆ. ໃນໄລຍະປະເທດຊາດມີສັນຕິພາບ ສອງກອງທັບ ລາວ-ຈີນ ໄດ້ສືບຕໍ່ມູນເຊື້ອອັນດີງາມ ເພີ່ມທະວີການພົວພັນຮ່ວມມືໃນຫລາຍຂົງເຂດວຽກງານ ເປັນຕົ້ນແມ່ນກໍ່ສ້າງນາຍ ແລະ ພົນທະຫານ, ການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດ, ການກອບກູ້ຈາກໄພທໍາມະຊາດ, ການຮ່ວມກັນລາດຕະເວນຕາມລໍາແມ່ນໍ້າຂອງ, ການຮັກສາຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ແລະ ອື່ນໆ ຢ່າງເປັນຮູບປະທຳ ເຊິ່ງໄດ້ປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ກອງທັບປະຊາຊົນລາວ ເພື່ອພ້ອມກັນອອກແຮງຮັກສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນພາກພື້ນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484531
ມື້ນີ້47
ມື້ວານ188
ອາທິດນີ້969
ເດືອນນີ້3836