ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 75 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສືບທອດມູນເຊຶ້ອການເຄື່ອນໄຫວການທູດອັນດີເລີດ ຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ

 

ພັກ-ລັດຖະບານ ໄດ້ກໍານົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ, ເຊິ່ງສະແດງໃຫ້ເຫັນເຖິງຜົນ ສຳເລັດ ແລະ ຄວາມຫມາຍຄວາມສຳຄັນຂອງການທູດ ຕໍ່ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ, ຍັງຫມາຍເຖິງການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງການນຳພັກ-ລັດ ແລະ ນັກການທູດລາວແຕ່ລະຮຸ້ນ, ແຕ່ລະສະໄໝ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານການຕ່າງປະເທດ. ໃນໄລຍະ 76 ປີຜ່ານມາ, ນັກການທູດລາວຫຼາຍຮຸ້ນຫຼາຍສະໄໝໄດ້ຖືກຍອມຮັບ ແລະ ຮັບຮູ້ຢ່າງກວ້າງຂວາງ ຢູ່ໃນເວທີພາກພື້ນ ແລະ ສາກົນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນໜຶ່ງໃນບັນດາການນຳລາວທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ, ຈຸດພິເສດ ແລະ ເອກະລັກສະເພາະຕົວຂອງ ພວກເພິ່ນເປັນປັດໃຈສໍາຄັນຕັດສິນຜົນສຳເລັດໃນການເຄື່ອນໄຫວການທູດ, ກາຍເປັນມູນເຊື້ອ ແລະ ບົດຮຽນອັນລໍ້າຄ່າ ໃຫ້ແກ່ນັກການທູດຮຸ້ນຫລັງໄດ້ສືບທອດມາຈົນເຖິງປະຈຸບັນ. ໃນບົດຄວາມນີ້ ແບ່ງອອກເປັນສອງພາກ, ໃນພາກທີໜຶ່ງ ແມ່ນຈະຍົກໃຫ້ເຫັນການຊີ້ນຳ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ປະທານ ໄກສອນ ພົມວິຫານ ແລະ ໃນພາກທີສອງ ຈະເວົ້າເຖິງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ປະທານ ສຸພານຸວົງ.

ປະທານ ໄກສອນ ພົມວິຫານ ເປັນຜູ້ນໍາອັນແສນເຄົາລົບຮັກຂອງປະຊາຊົນລາວ, ເພິ່ນໄດ້ນໍາພາປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ຂັບໄລ່ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃຫມ່ຢ່າງອົງອາດກ້າຫານ, ເປັນວິຣະບູຣຸດຂອງຊາດລາວ ທີ່ໄດ້ນຳເອົາເອກະລາດ ແລະ ຄວາມເປັນເຈົ້າຕົນເອງມາໃຫ້ປະຊາຊົນລາວ. ປະທານ ໄກສອນ ພົມວິຫານ ເປັນຜູ້ທີ່ມີລະບຽບວິໃນ, ມີຄວາມເດັດດ່ຽວໜຽວແໜ້ນ, ມີຫົວຄິດປະດິດສ້າງ ແລະ ມີຄວາມມັກຮັກໃນການສຶກສາຮໍ່າຮຽນ ແລະ ຮຽນຮູ້ສິ່ງໃໝ່ໆຢູ່ໃນສັງຄົມ.ໃນຖານະທີ່ເປັນການນຳສູງສຸດທັງສາຍພັກ ແລະ ສາຍລັດ ເພິ່ນໄດ້ຄົ້ນຄວ້າກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດໂຮ່ຈິມິນ, ກຳແໜ້ນສະພາບການພາຍໃນ ແລະ ສາກົນ, ໄດ້ວາງແນວທາງ, ຍຸດທະສາດ, ຍຸດໂທບາຍ ໃນການເຄື່ອນໄຫວວຽກງານການຕ່າງປະເທດໃນແຕ່ລະໄລຍະຢ່າງມີປະສິດທິຜົນ.

ໃນໄລຍະຕໍ່ສູ້ກູ້ຊາດ ປະທານ ໄກສອນ ພົມວິຫານ ໄດ້ສົມທົບຢ່າງແໜ້ນແຟ້ນ ແລະ ກົມກຽວ ລະຫວ່າງ ການຕໍ່ສູ້ດ້ວຍກຳລັງອາວຸດ ກັບການຕໍ່ສູ້ທາງດ້ານການເມືອງ, ເພິ່ນໄດ້ສົມທົບແໜ້ນ ລະຫວ່າງ ກຳລັງແຮງສັງລວມຂອງຊາດ ກັບກຳລັງແຮງຂອງສາກົນ ຍົກສູງການຮ່ວມສຳພັນສູ້ຮົບ ລະຫວ່າງ ລາວ, ຫວຽດນາມ ແລະ ກຳປູເຈຍ, ເຮັດໃຫ້ກໍາລັງແຮງຂອງຂະບວນການປະຕິວັດເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ກອງປະຊຸມໃຫຍ່ຂອງພັກຄັ້ງທີ I ໃນເດືອນມີນາ 1955, ປະທານ ໄກສອນ ພົມວິຫານ ໄດ້ກໍານົດນະໂຍບາຍການຕ່າງປະເທດ: ສັນຕິພາບ, ເປັນກາງ ແນໃສ່ຕ້ານການແຊກແຊງຂອງຈັກກະພັດຜູ້ຮຸກຮານແລະກຽມພ້ອມສ້າງສາຍພົວພັນການທູດກັບບັນດາປະເທດຕ່າງໆ ໂດຍບໍ່ຈຳແນກລະບອບການເມືອງ, ຕາມຫຼັກການຢູ່ຮ່ວມກັນໂດຍສັນຕິເພືີ່ອຍາດແຍ່ງເອົາຄວາມເຫັນອົກເຫັນໃຈຈາກບັນດາປະເທດເພືີ່ອນມິດ. ນອກຈາກນັ້ນ, ໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນລາວຄົບຮອບ 10 ປີ, ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳໃຫ້ເພີ່ມທະວີການຕໍ່ສູ້ການເມືອງ, ປົກປັກຮັກສາສັນຍາເຊີແນວ ແລະ ສັນຍາ 3 ຝ່າຍ, ເພີ່ມທະວີວຽກງານຕ່າງປະເທດ ແລະ ໂຄສະນາຕ່າງປະເທດ, ເປີດເຜີຍໃບໜ້າຂອງພວກຈັກກະພັດລ່າເມືອງຂຶ້ນທີ່ຫວັງທໍາລາຍສັນຍາ ແລະ ຮຸກຮານໂດຍກົງຂອງຈັກກະພັດ ແລະ ລູກມື, ຍາດແຍ່ງຄວາມເປັນໃຈ, ສະໜັບສະໜູນຈາກຫາງສຽງຂອງໂລກ ແລະ ການຊ່ວຍເຫລືອຂອງບັນດາພັກອ້າຍນ້ອງ.

ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກທີ່ຈັດຂຶ້ນໃນປີ 1972, ປະທານ ໄກສອນ ພົມວິຫານ ໄດ້ວາງນະໂຍບາຍການຕ່າງປະເທດ ເພີ່ມທະວີຄວາມສາມັກຄີ ແລະ ປະສານສູ້ຮົບປະຊາຊົນເຮົາ ກັບປະຊາຊົນຫວຽດນາມ, ປະຊາຊົນກຳປູເຈຍ ໃນການຮ່ວມສຳພັນສູ້ຮົບຂອງປະຊາຊົນ 3 ປະເທດອິນດູຈີນ; ປັບປຸງ ແລະ ຂະຫຍາຍສາຍພົວພັນ ສາມັກຄີມິດຕະພາບກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ຂະບວນການກອມມູນິດ ແລະ ກຳມະກອນສາກົນ; ຂະ ຫຍາຍການພົວພັນດ້ານຕ່າງປະເທດກັບທຸກປະເທດຕາມຫລັກການສະເໝີພາບ, ຄວາມເປັນເອກະລາດ ແລະ ເຄົາລົບອະທິປະໄຕຂອງກັນ ແລະ ກັນ, ກ່ອນອື່ນແມ່ນບັນດາປະເທດສັງຄົມນິຍົມ ແລະ ຕັ້ງໜ້າຍາດເອົາການສະໜັບສະໜູນ ແລະ ຊ່ວຍເຫລືອຈາກຝ່າຍສັງຄົມນິຍົມ ແລະ ຂະບວນການປົດປ່ອຍຊາດ; ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ປະຊາທິປະໄຕ, ສັງຄົມນິຍົມ ແລະ ປົກປັກຮັກສາສັນຕິພາບໃນອິນດູຈີນ, ໃນອາຊີອາຄະເນ ແລະ ໃນໂລກ. ໃນໄລຍະຕໍ່ສູ້ກູ້ຊາດ ປະທານໄກສອນພົມວິຫານ ຍັງໃຫ້ຄວາມສໍາຄັນໃນການເດີນທາງໄປເຄື່ອນໄຫວຢ້ຽມ ຢາມບັນດາປະເທດສັງຄົມນິຍົມ ໂດຍສະເພາະຫວຽດນາມ, ສປ ຈີນ, ສະຫະພາບໂຊວຽດ ແລະ ບັນດາປະເທດ ສັງຄົມນິຍົມເອີຣົບຕາເວັນອອກ ເພື່ອຮັດແໜ້ນຄວາມສາມັກຄີຮັກແພງ ແລະ ການສະໜັບສະໜູນ ຂະບວນການປະຕິວັດຢູ່ລາວ.

ພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍ, ປະທານ ໄກສອນ ພົມວິຫານ ໄດ້ສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາ ວຽກງານການຕ່າງປະເທດ, ແນໃສ່ຮັກສາຫມາກຜົນຂອງການປະຕິວັດ, ສ້າງສະພາບແວດລ້ອມພາຍນອກທີ່ເອື້ອອຳ ນວຍໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງສະແດງອອກໃນບາງທິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ຕໍ່ວຽກງານການຕ່າງປະເທດ ດັ່ງນີ້:

ວັນທີ 1 ທັນວາ 1975, ປະທານ ໄກສອນ ພົມວິຫານ ໄດ້ຊີ້ນໍາຕໍ່ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດວ່າ: ປະຕິບັດນະໂຍບາຍການຕ່າງປະເທດ ເອກະລາດ, ສັນຕິພາບ, ມິດຕະພາບ ແລະ ບໍ່ຮ່ວມກຸ່ມ, ແນໃສ່ກໍ່ສ້າງປະເທດລາວ ໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ກ້າວໜ້າທາງສັງຄົມ, ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ ຢູ່ພາກພື້ນອາຊີອາຄະເນ ແລະ ໃນໂລກ. ນອກນັ້ນ, ໃນກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ ໃນປີ 1982, ປະທານ ໄກສອນ ພົມວິຫານ ໄດ້ສືບຕໍ່ວາງແນວທາງການຕ່າງປະເທດທີ່ຖືກຕ້ອງ, ຕໍ່ເນື່ອງ ແລະ ສະເໝີຕົ້ນສະເໝີປາຍ ໂດຍໄດ້ຍຶດຫມັ້ນໃນຫລັກການ ສັນຕິພາບ, ເອກະລາດ, ມິດຕະພາບ, ເພີ່ມທະວີຢ່າງບໍ່ຢຸດຢັ້ງຄວາມສາມັກຄີພິເສດ, ການຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ແລະ ກຳປູເຈຍ, ສາມັກຄີແໜ້ນແຟ້ນ ແລະ ຮ່ວມມືຮອບດ້ານກັບ ສະຫະພາບ ໂຊວຽດ ແລະ ບັນດາປະເທດສັງຄົມນິຍົມ; ສ້າງສະພາບແວດລ້ອມສາກົນ ທີ່ເອື້ອອໍານວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ອອກແຮງປົກປັກຮັກສາສັນຕິພາບໃນອິນດູຈີນ ແລະ ອາຊີອາຄະເນ, ປະກອບສ່ວນເຂົ້າໃນການຕໍ່ສູ້ລວມຂອງບັນດາປະຊາຊາດໃນໂລກ ເພື່ອສັນຕິພາບ, ເອ ກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ, ໂດຍຍົກພຶດຕິກຳຕົວຈິງມາຢັ້ງຢືນ ໃນການພົວພັນກັບປະເທດໃກ້ຄຽງ, ບັນດາປະເທດບໍ່ຮ່ວມກຸ່ມ, ອາຊຽນ ແລະ ຢູ່ ສະຫະປະຊາຊາດ.

ການຕັດສິນໃຈຢ່າງເດັດດ່ຽວສະຫຼຽວສະຫຼາດຂອງປະທານ ໄກສອນ ພົມວິຫານ ໃນການດໍາເນີນການປ່ຽນແປງໃຫມ່ ຫລື ຈິນຕະນາການໃຫມ່ ໃນປີ 1986 ແມ່ນບາດລ້ຽວສຳຄັນສຳລັບວຽກງານຕ່າງປະເທດຂອງ ສປປ ລາວ, ປະທານ ໄກສອນ ພົມວິຫານ ໄດ້ວາງນະໂຍບາຍການຕ່າງປະເທດໃນການຍຶດຫມັ້ນ ແລະ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດຂອງພັກ ແລະ ລັດ ຖືສຳຄັນ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເປີດກວ້າງການພົວພັນຮ່ວມມືຮອບດ້ານກັບຫວຽດນາມ, ກໍາປູເຈຍ, ສະຫະພາບໂຊວຽດ ແລະ ປະເທດສັງຄົມນິຍົມອ້າຍນ້ອງອື່ນໆ; ສືບຕໍ່ຂະຫຍາຍການພົວພັນກັບທຸກປະເທດໃນໂລກ ໂດຍບໍ່ຈຳແນກລະບອບການເມືອງ ແລະ ສັງຄົມທີ່ແຕກຕ່າງກັນ ບົນພື້ນຖານແຫ່ງການເຄົາລົບເອກະລາດ, ອະທິປະໄຕຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແນໃສ່ສ້າງເງື່ອນໄຂສາກົນອັນສະດວກໃຫ້ແກ່ການປະຕິບັດ 2 ໜ້າທີ່ຍຸດທະສາດ. ປະທານ ໄກສອນ ພົມວິຫານ ໃນຖານະຜູ້ນຳພາລິເລີ່ມການປ່ຽນແປງໃໝ່ ເວລາໃດກໍຮັບຮູ້ແຈ້ງວ່າ ການເຮັດໃຫ້ປະເທດເຮົາຫລຸດພົ້ນອອກຈາກສະພາວະດ້ອຍພັດທະນາ ມັນມີຄວາມຈຳເປັນຢ່າງຍິ່ງ ທີ່ຕ້ອງເປີດກວ້າງການພົວພັນກັບຕ່າງປະເທດ. ເອົາເສດຖະກິດຂອງປະເທດເຮົາເຊື່ອມຕິດກັບເສດຖະກິດຂອງບັນດາປະເທດໃນພາກພື້ນ ແລະ ໃນໂລກ.[1]

ປີ 1991 ກອງປະຊຸມໃຫຍ່ຂອງພັກໄດ້ໄຂຂຶ້ນທ່າມກາງ ສະພາບການສາກົນທີ່ມີຄວາມສັບສົນ ພາຍຫລັງທີ່ອະ ດີດສະຫະພາບໂຊວຽດ ແລະ ປະເທດສັງຄົມນິຍົມຕາເວັນຕົກພັງທະລາຍ, ປະທານ ໄກສອນ ພົມວິຫານ ເດັດດ່ຽວ ແລະ ຍຶດໝັ້ນໃນອຸດົມການສັງຄົມນິຍົມ, ສືບຕໍ່ປະຕິບັດພາລະກິດປ່ຽນແປງໃຫມ່ຢ່າງມີຫລັກການຂອງພັກ, ໄດ້ຢືນຢັນໃນການສືບຕໍ່ການພົວພັນ ແລະ ຮ່ວມມືກັບປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມຢູ່ໃນໂລກ ຕາມທິດເພີ່່ມມິດຫຼຸດຜ່ອນສັດຕູ, ບໍ່ຫຼົງກົນອຸບາຍເກາະຜິດຂອງສັດຕູ, ເຄື່ອນໄຫວການທູດແບບຫຼາຍທິດຫຼາຍຝ່າຍ ແລະ ຫຼາຍລະດັບ.

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຜູ້ຊີ້ນຳການເປີດກວ້າງການພົວພັນກັບຕ່າງປະເທດ ເທົ່ານັ້ນ, ຍັງເປັນຜູ້ທີ່ເຄື່ອນໄຫວດ້ານການຕ່າງປະເທດຢ່າງຈິງຈັງ, ເຊິ່ງຍາມໃດ ກໍເປັນແບບຢ່າງໃນການກຳແໜ້ນຫລັກການ ແລະ ຍຸດທະສາດທີ່ວາງອອກ; ພ້ອມນັ້ນທ່ານຍັງເປັນຜູ້ທີ່ຄ່ອງແຄ້ວ ນິ້ມນວນໃນດ້ານຍຸດໂທບາຍ ເພື່ອບັນລຸເປົ້າໝາຍທີ່ວາງໄວ້. ປະທານ ໄກສອນ ພົມວິຫານ ເຄີຍມີຄຳເຫັນວ່າ: ພວກເຮົາຕ້ອງສົມທົບຢ່າງກົມກຽວລະຫວ່າງການເຄື່ອນໄຫວດ້ານການເມືອງ-ການທູດ ກັບດ້ານເສດຖະກິດ, ເພື່ອຍາດແຍ່ງເອົາທຶນຮອນ, ບົດຮຽນ ແລະ ວິທະຍາສາດເຕັກນິກມາຮັບໃຊ້ພາລະກິດປ່ຽນແປງໃໝ່. ຢາກໃຫ້ການເປີດກວ້າງການພົວພັນກັບຕ່າງປະເທດໄດ້ຮັບຜົນດີ, ກ່ອນອື່ນຕ້ອງສ້າງກຳລັງໃຫ້ເຂັ້ມແຂງຮອບດ້ານຄື: ດ້ານການເມືອງ, ຕ້ອງເຮັດໃຫ້ປະຊາຊົນຕິດພັນ ແລະ ເຊື່ອໝັ້ນລະບອບໃໝ່; ດ້ານເສດຖະກິດ, ຕ້ອງຂະຫຍາຍການຜະລິດທຸລະກິດຢ່າງແຂງແຮງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ; ດ້ານສັງຄົມ, ຕ້ອງມີຄວາມປອດໃສຍຸຕິທຳ ແລະ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ອງຕິດແໜ້ນ ແລະ ຮັບໃຊ້ການພົວພັນເສດຖະກິດກັບຕ່າງປະເທດ.[2] ເຊິ່ງໝາກຜົນ ການຊີ້ນໍາ-ນໍາພາ ຂອງປະທານ ໄກສອນ ພົມວິຫານ ຕໍ່ວຽກງານການຕ່າງປະເທດ ກໍຄືພາລະກິດປ່ຽນແປງໃໝ່ ແມ່ນໄດ້ຮັບການສືບທອດມາຈົນເຖິງປັດຈຸບັນ. ດ້ວຍບຸກຄະລິກກະພາບ ແລະ ຄວາມປີຊາສາມາດຂອງປະທານ ໄກສອນ ພົມວິຫານ ໄດ້ເຮັດໃຫ້ເພິ່ນມີຊື່ສຽງໂດ່ງດັງໄປທົ່ວໂລກ. ສະນັ້ນ, ເພື່ອຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງເພິ່ນ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຮັບນາມມະຍົດ ວິລະຊົນແຫ່ງຊາດ, ຫລຽນຄຳແຫ່ງຊາດ ແລະ ອີກຫລາຍຫລຽນ. ນອກຈາກນັ້ນ, ຍັງໄດ້ຮັບການຍ້ອງຍໍຈາກຕ່າງປະເທດ ເປັນຕົ້ນແມ່ນ ໄດ້ຮັບຫລຽນດາວຄຳ ແລະ ຫລຽນໄຊໂຮ່ຈີ່ມິນ ຈາກ ສສ ຫວຽດນາມ; ຫລຽນໄຊອັງກໍ ຈາກ ກຳປູເຈຍ; ຫລຽນໄຊ ເລນິນ ແລະ ຫລຽນໄຊມະຫາປະຕິວັດເດືອນ ຕຸລາ ແຫ່ງສະຫະພາບໂຊວຽດ ແລະ ຫລຽນອື່່ນໆອີກ.[3]

ປະທານ ສຸພານຸວົງ ແມ່ນການນຳອີກໜຶ່ງທ່ານ ທີ່ມີບົດບາດສຳຄັນ ແລະ ເປັນແບບຢ່າງໃນການເຄື່ອນໄຫວວຽກງານການຕ່າງປະເທດ. ໃນໄລຍະຕໍ່ສູ້ກູ້ຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພິ່ນໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ, ຍຸດທະສາດ, ຍຸດໂທບາຍຂອງພັກວາງອອກໃນແຕ່ລະໄລຍະຢ່າງມີປະສິດທິຜົນ, ຈຸດພິເສດສະເພາະຕົວຂອງປະທານ ສຸພານຸວົງ ໄດ້ເຮັດໃຫ້ເພິ່ນໄດ້ຮັບຜົນສຳເລັດຢ່າງຈົບງາມໃນການເຄື່ອນໄຫວວຽກງານຕ່າງປະເທດ.

ປະທານ ສຸພານຸວົງ ເປັນຜູ້ທີ່ຮຽນດີຮຽນເກັ່ງມາຕັ້ງແຕ່ເຍົາໄວ, ເພິ່ນເປັນຜູ້ທີ່ມັກຄົ້ນຄວ້າຮໍ່າຮຽນ ຈຶ່ງເຮັດໃຫ້ເພິ່ນມີຄວາມຮູ້ຮອບຕົວຫລາຍດ້ານ, ກໍາແໜ້ນສະພາບການພາຍໃນ ແລະ ສາກົນໄດ້ຢ່າງເລິກເຊິ່ງ, ເພິ່ນເຄີຍສັ່ງສອນຜູ້ອື່ນຢູ່ສະເໝີວ່າ: “......ຄົນເຮົາມີຊີວິດກໍ່ເພື່ອສຶກສາຮໍ່າຮຽນ, ຖ້າບໍ່ຮູ້ກໍຕ້ອງຮຽນ ຮຽນແລ້ວຮຽນອີກ ຮຽນຕະຫລອດໄປ ເພື່ອໃຫ້ຮູ້ສະພາບການພາຍໃນ ແລະ ຕ່າງປະເທດຢ່າງເລິກເຊິ່ງເຖິງຖອງ, ຮຽນເພື່ອໃຫ້ທັນກັບສະພາບ ບໍ່ໃຫ້ຕົນເອງຫລ້າຫລັງ ເພາະເຫດການໄດ້ມີການປ່ຽນແປງຕະຫລອດໄລຍະ.....”. ປະທານ ສຸພານຸວົງ ນອກຈາກຈະມີຄວາມຮູ້ຮອບຕົວຢ່າງກວ້າງຂວາງແລ້ວ, ເພິ່ນຍັງຮຽນຮູ້ ແລະ ສາມາດເວົ້າພາສາຕ່າງປະເທດໄດ້ຫລາຍກວ່າ 10 ພາສາ ເປັນຕົ້ນແມ່ນ: ພາສາຝຣັ່ງ, ອັງກິດ, ຫວຽດນາມ, ລາແຕັງ, ເຢຍລະມັນ, ແອສປາຍ, ອີຕາລີ, ຣັດເຊຍ, ຈີນ ແລະ ພາສາອື່ນໆອີກ. ນອກຈາກນັ້ນ, ໃນເວລາທີ່ເປັນນັກຮຽນ ນອກຈາກໄດ້ເອົາໃຈໃສ່ສຶກສາຮຳ່ຮຽນທາງດ້ານວິຊາສະເພາະແລ້ວ ເພິ່ນຍັງໄດ້ຊອກຮູ້ຮໍ່າຮຽນ ເອົາຄວາມຮູ້ດ້ານອື່ນໆ ເປັນຕົ້ນແມ່ນຄວາມຮູ້ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສາດສະໜາ, ເຕັກໂນໂລຊີ. ພອນສະຫວັນທາງດ້ານພາສາຕ່າງປະເທດ ແລະ ຄວາມຮູ້ອັນກວ້າງຂວາງຮອບດ້ານຂອງເພິ່ນ ໄດ້ເຮັດໃຫ້ເພິ່ນສາມາດພົບປະໂອ້ລົມກັບແຂກພາຍໃນ ແລະ ຕ່າງປະເທດໄດ້ທຸກຫົວຂໍ້ຢ່າງເລິກເຊິ່ງ, ສິ່ງດັ່ງກ່າວໄດ້ສ້າງຄວາມປະທັບໃຈ ຕໍ່ຜູ້ທີ່ໄດ້ພົບປະໂອ້ລົມນຳເພິ່ນ ເຊິ່ງເປັນປັດໃຈໜຶ່ງເຮັດໃຫ້ການເຄື່ອນໄຫວການທູດຂອງເພິ່ນມີປະສິດທິຜົນສູງ.

ປະທານ ສຸພານຸວົງ ຍາມໃດກໍຍົກສູງຜົນປະໂຫຍດຂອງຊາດ ແລະ ຜົນປະໂຫຍດຂອງປະຊາຊົນ ສູງກວ່າຜົນປະໂຫຍດຂອງຕົນເອງ ແລະ ຄອບຄົວ, ເພິ່ນໄດ້ກິ້ງເກືອກລີເລືອ ນຳການປະຕິວັດ, ຮ່ວມສຸກຮ່ວມທຸກກັບອ້າຍນ້ອງນັກຮົບ ແລະ ປະຊາຊົນ, ມີຄວາມສະຫລາດສະຫລຽວ, ມີຄວາມສະດຸ້ງໄວ, ມີບຸກຄະລິກະພາບອັນກ້າແກ່ນ, ມີນໍ້າໃຈອົງອາດກ້າຫານ, ມີຫລັກໝັ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເສຍສະຫລະທຸກສິ່ງທຸກຢ່າງເພື່ອຊາດ ເພື່ອປະຊາຊົນ, ດັ່ງຄຳເວົ້າຂອງເພິ່ນທີ່ໄດ້ກ່າວວ່າ: “ ເຖິງຕາຍກໍບໍ່ກິນແໜງ ເພາະຕາຍເພື່ອປະເທດຊາດ, ຈະຕ້ອງສູ້ໄປເຖິງທີ່ສຸດ”, ນໍ້າໃຈຮັກຊາດຮັກປະຊາຊົນອັງສູງສົ່ງຂອງເພິ່ນ ໄດ້ສ້າງຊື່ສຽງ ແລະ ຄວາມປະທັບໃຈໃຫ້ແກ່ ປະຊາຊົນລາວ ແລະ ຊາວຕ່າງປະເທດທີ່ຕໍ່ສູ້ເພື່ອຄວາມເປັນເອກະລາດ.

ປະທານ ສຸພານຸວົງ ຍັງເປັນນັກເຈລະຈາທີ່ດີເດັ່ນຂອງລາວ, ເພິ່ນມີໄຫວພິບໃນການເຄື່ອນໄຫວຕໍ່ສູ້ການເມືອງຢູ່ພາຍໃນ ແລະ ຕ່າງປະເທດ, ກ່ອນເຂົ້າຮ່ວມເຈລະຈາເພິ່ນໄດ້ມີການກະກຽມເປັນຢ່າງດີ, ວາງເປົ້າຫມາຍຈະແຈ້ງ, ກຳ      ແໜ້ນແນວທາງນະໂຍບາຍຂອງພັກ, ເປັນຜູ້ທີ່ມີລະບຽບເຄັ່ງຄັດຕໍ່ຕົນເອງ ກໍາແໜ້ນລະບຽບຫລັກການຂອງການເຈລະ ຈາ, ຢືນຢູ່ໃນຫລັກການຄວາມສະເໝີພາບ, ໃຫ້ກຽດແກ່ຝ່າຍກົງກັນຂ້າມ, ການເວົ້າ ແລະ ການກະທໍາຂອງເພິ່ນແມ່ນກົງກັນ ສິ່ງດັ່ງກ່າວໄດ້ສ້າງຄວາມເຊື່ອຖືໃຫ້ຝ່າຍກົງກັນຂ້າມ. ປະທານ ສຸພານຸວົງ ຍັງເປັນຄົນທີ່ມີຄວາມອົດທົນ, ພາກພຽນພະຍາຍາມ ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ບໍ່ຢ້ານກົວຕໍ່ຝ່າຍສັດຕູ ເຖິງແມ່ນວ່າຈະຢູ່ໃນສະພາບຖືກຈັບກຸມຄຸມຂັງກໍຕາມ.

ພາຍຫລັງທີ່ລາວໄດ້ປະກາດເອກະລາດຢ່າງເປັນທາງການ ແລະ ສ້າງຕັ້ງລັດຖະບານລາວອິດສະຫລະຂຶ້ນ, ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ດໍາລົງຕໍາແຫນ່ງເປັນຜູ້ບັນຊາການສູງສຸດຂອງບັນດາກຳລັງປະກອບອາວຸດອິດສະຫລະ ຍ້ອນເພິ່ນມີຄວາມຮູ້ອັນກວ້າງຂວາງ ແລະ ກຳໄດ້ສະພາບການພາກພື້ນ ແລະ ສາກົນ, ໃນໄລຍະດຳລົງຕໍາແໜ່ງດັ່ງກ່າວ ເພິ່ນໄດ້ເຄື່ອນໄຫວຍາດແຍ່ງການສະໜັບສະໜູນຈາກປະເທດເພື່ອນມິດຢ່າງຕັ້ງໜ້າ ແລະ ໄດ້ນຳພາປະຊາຊົນລາວຜູ້ຮັກຊາດ ຕໍ່ສູ້ກັບສັດຕູຢ່າງອົງອາດກ້າຫານຢູ່ບັ້ນຮົບປ້ອງກັນເມືອງທ່າແຂກໃນປີ 1946. ໃນໄລຍະຕໍ່ມາ, ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນປະທານຄະນະກໍາມະການສູນກາງແນວລາວອິດສະ ຫລະ ແລະ ເປັນນາຍົກລັດຖະມົນຕີ ຂອງລັດຖະບານລາວຕໍ່ຕ້ານໃນປີ 1950, ເຊິ່ງໄດ້ເຮັດໃຫ້ບົດບາດຂອງເພິ່ນທັງຢູ່ພາຍໃນ ແລະ ສາກົນ ສູງເດັ່ນຂຶ້ນ ແລະ ກາຍເປັນຄັນທຸງເຕົ້າໂຮມປະຊາຊົນບັນດາເຜົ່າ, ນັກສຶກສາ, ປັນຍາຊົນ ແລະ ຊົນຊັ້ນຕ່າງໆນັບທັງເຊື້ອເຈົ້າ ເຂົ້າມາຢູ່ໃນແນວໂຮມແຫ່ງຊາດ ຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາຂອງພັກ. ໃນໄລຍະຕໍ່ສູ້ກູ້ຊາດ ປະທານ ສຸພານຸວົງ ໄດ້ເຄື່ອນໄຫວການທູດຢ່າງຫ້າວຫັນ ໂດຍໄດ້ໄປຢ້ຽມຢາມປະເທດເພື່ອນມິດ ແລະ ເຂົ້າຮ່ວມມກອງປະຊຸມພາກພື້ນ ແລະ ສາກົນ ຈຳນວນຫລາຍຄັ້ງ ເພື່ອສືບຕໍ່ຍາດແຍ່ງທຸກກຳລັງແຮງຈາກພາຍນອກ ປະກອບສ່ວນເຂົ້າໃນການກໍ່ສ້າງກຳລັງຕໍ່ສູ້ກູ້ຊາດໃຫ້ໜັກແໜ້ນເຂັ້ມແຂງ, ການສົມທົບ ລະຫວ່າງ ການຕໍ່ສູ້ທາງດ້ານກຳລັງທະຫານ ແລະ ການຍາດແຍ່ງຫາງສຽງສະໜັບສະໜູນຈາກສາກົນ ເຮັດໃຫ້ກໍາລັງປະຕິວັດນັບມື້ນັບເຂັ້ມແຂງຈົນສາມາດປົດປ່ອຍປະເທດຊາດໄດ້ໃນປີ 1975.

ພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນປະທານປະເທດຄົນທໍາອິດຂອງ ສປປ ລາວ, ໃນຖານະເປັນປະທານປະເທດ ເພິ່ນໄດ້ເອົາໃຈໃສ່ເຄື່ອນໄຫວການທູດຢ່າງຕັ້ງໜ້າ ເພື່ອເຮັດໃຫ້ສາກົນຮັບຮູ້ລະບອບໃຫມ່, ຍາດແຍ່ງການສະໜັບສະໜູນຂອງປະເທດເພື່ອນມິດເຂົ້າໃນການຮໍາບາດແຜສົງຄາມ, ປະກອບ ສ່ວນສຳຄັນໃນການຮັດແໜ້ນຄວາມສາມັກຄີແບບສູ້ຮົບ ລະຫວ່າງ ປະຊາຊົນ 3 ຊາດ ລາວ, ຫວຽດນາມ ແລະ ກຳປູ ເຈຍ. ອັນພົ້ນເດັ່ນແມ່ນເພິ່ນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ V ຂອງປະມຸກລັດ ແລະ ຫົວໜ້າລັດຖະບານ ຂອງປະເທດບໍ່ຮ່ວມກຸ່ມ ທີ່ນະຄອນຫລວງ ໂກໂລມໂບ, ປະເທດສີລັງກາ ໃນປີ 1976, ຢູ່ກູບາໃນປີ 1979 ແລະ ຈັດຢູ່ອິນເດຍໃນປີ 1983. ການເຄື່ອນໄຫວການທູດຂອງ ປະທານ ສຸພານຸວົງ ຢູ່ໃນກອງປະຊຸມດັ່ງກ່າວ ແມ່ນມີຄວາມສະຫງ່າຜ່າເຜີຍ ແລະ ມີບຸກຄະລິກະພາບ ທີ່ໜ້າເຄົາລົບ ແລະ ຢໍາເກັງ, ຄຳປາໄສຂອງເພິ່ນ ໄດ້ກາຍເປັນທິດທາງທີ່ສໍາຄັນຂອງຂະ ບວນການຕໍ່ສູ້ຕ້ານລະບອບລ່າເມືອງຂຶ້ນທຸກຮູບແບບ, ການເຄື່ອນໄຫວຂອງ ປະທານ ສຸພານຸວົງ ໃນຂະບວນການບໍ່ຮ່ວມກຸ່ມ ໄດ້ສ້າງພາບພົດ ແລະ ພື້ນຖານອັນດີໃຫ້ແກ່ການເຄື່ອນໄຫວການທູດຂອງ ສປປ ລາວ ໃນຂອບດັ່ງກ່າວໃນໄລຍະຕໍ່ມາ.

ປະທານ ສຸພານຸວົງ ເປັນຜູ້ນໍາ, ເປັນນັກວິສາວະກອນ, ນັກປະຕິວັດ, ນັກການທູດ ແລະ ນັກເຈລະຈາ ທີ່ຍິ່ງໃຫຍ່ຂອງລາວອີກຜູ້ໜຶ່ງ ທີ່ມີຊື່ສຽງໂດ່ງດັງຢູ່ພາກພື້ນ ແລະ ສາກົນ ຄຳຍ້ອງຍໍສັນລະເສີນຂອງຊາວຕ່າງປະເທດ ທີ່ໄດ້ພົບເຫັນ ຫລື ຮູ້ຈັກຜົນງານ ແລະ ປະຫວັດຄວາມເປັນມາຂອງເພິ່ນ ໄດ້ເກີດຂຶ້ນຢ່າງບໍ່ຂາດສາຍ, ເຊັ່ນ: “...ທ່ານມີນິໄສທີ່ເຕັມໄປດ້ວຍຄວາມດູດດຶງໃຈ ແລະ ຄວາມສຸພາບ ບໍ່ຈຳແນກຊົນຊັ້ນວັນນະຂອງຄົນ, ທ່ານເປັນຜູ້ທີ່ປີຊາສາມາດ, ຄວາມຮູ້ຮອບຕົວຂອງທ່ານມີຢ່າງມະຫາສານ, ທ່ານເປັນຜູ້ທີ່ກຳສະພາບການຂອງໂລກໄດ້ ຮູ້ດີກ່ຽວກັບບັນດາທ່າອ່ຽງ ແລະ ເຫດການທາງດ້ານການເມືອງ ແລະ ເສດຖະກິດຫລ້າສຸດໃນໂລກ...” (ຄໍາເວົ້າຂອງ ທ່ານ ເບີນາດ ດອບສ໌, ອະດີດເອກອັກຄະລັດຖະທູດອັງກິດປະຈຳລາວ); ສື່ມວນຊົນຂອງຕາເວັນຕົກຂະໜານນາມ ປະທານ ສຸພານຸວົງ ວ່າ: “ເຈົ້າຊາຍແດງ”; “…ທ່ານເປັນຜູ້ຮັກຊາດຢ່າງດູດດື່ມ, ດຳລົງຊີວິດແບບລຽບງ່າຍ, ຊື່ສັດສຸດຈະລິດ, ບໍ່ເຫັນແກ່ຕົວ, ເຕັມໄປດ້ວຍຄວາມເຂັ້ມແຂງທາງດ້ານຈິດໃຈ...” (ຄໍາເວົ້າຂອງ ທ່ານ ຫງວຽນ ຊັນຢານ, ສສ ຫວຽດນາມ); ປະທານ ສຸພານຸວົງ ເປັນຜູ້ນໍາລາວ ອີກທ່ານໜຶ່ງ ທີ່ໄດ້ຮັບຄວາມເຄົາລົບນັບຖືຈາກນັກປະຕິວັດ ແລະ ປະຊາຊົນ 3 ຊາດອິນດູຈີນ, ສະນັ້ນ ປີ 1981 ປະທານ ສຸພານຸວົງ ຈຶ່ງໄດ້ຮັບການປະດັບຫລຽນໄຊດາວຄຳ ຈາກ ສສ ຫວຽດນາມ ຊຶ່ງເປັນຫລຽນສູງສຸດຂອງ ຫວຽດນາມ.

ໃນໄລຍະ 76 ປີຂອງການເຄື່ອນໄຫວການທູດ, ການຕ່າງປະເທດ ພາຍໃຕ້ການຊີ້ນໍາ-ນຳພາຂອງພັກ ແລະ ການເຄື່ອນໄຫວການທູດ ຢ່າງມີໄຫວພິບ, ສະຫຼຽວສະຫຼາດ, ປີຊາສາມາດ,ຄ່ອງແຄ້ວ, ນິ້ມນວນ, ມີຄວາມສະດຸ້ງໄວ, ອ່ອນໂຍນ ແຕ່ບໍ່ອ່ອນແອ, ສົມທົບກັບການເຄື່ອນໄຫວວຽກງານຕ່າງປະເທດຢ່າງຕັ້ງໜ້າ ຂອງປະທານ ໄກສອນ ພົມວິຫານ; ປະທານ ສຸພານຸວົງ ແລະ ບັນດາທ່ານຜູ້ນໍາຂອງລາວຫລາຍຮຸ້ນຫລາຍສະໄຫມຜ່ານມາ, ການເຄື່ອນໄຫວຕ່າງປະເທດຂອງລາວ ໄດ້ຮັບຜົນສຳເລັດເປັນກ້າວໆມາ, ມາເຖິງປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 147 ປະເທດໃນໂລກ, ບົດບາດຂອງ ສປປ ລາວ ໄດ້ຖືກຮັບຮູ້ ແລະ ຍອມຮັບໃນເວທີພາກພື້ນ ແລະ ສາກົນ, ສ້າງສະພາບແວດລ້ອມພາຍນອກ ທີ່ເອື້ອຍອຳນວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ນຳຜົນປະໂຫຍດຢ່າງເປັນຮູບປະທຳໃນຫລາຍດ້ານມາໃຫ້ປະເທດຊາດ ແລະ ປະຊາຊົນ.

ເຖິງວ່າ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ຈາກພວກເຮົາໄປ ຢ່າງບໍ່ມີວັນກັບມາ, ຜົນ ງານ ແລະ ຄຸນງາມຄວາມດີຂອງພວກເພິ່ນ ໄດ້ຖືກຈາລຶກໄວ້ຢູ່ໃນປະຫວັດສາດຂອງ ສປປ ລາວ, ສະຖິດໄວ້ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າຕະຫລອດມາ. ນັກການທູດຮຸ້ນໜຸ່ມນ້ອຍ ຄວນສຶກສາຮໍ່າຮຽນເອົາເປັນແບບຢ່າງ ໂດຍສະເພາະແມ່ນດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ການດຳລົງຊີວິດແບບລຽບງ່າຍ, ນໍ້າໃຈຮັກເຊື້ອແພງຊາດ ຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ເພື່ອຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນນັກການທູດທີ່ມີຄຸນນະພາບ, ມີຄວາມຮູ້ກວ້າງຂວາງ, ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ.

(ໂດຍ: ນັກການທູດໜຸ່ມນ້ອຍ, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ)

 


[1] ຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ ວິລະບູຣຸດຂອງຊາດລາວ, ໜ້າ 94

[2] ຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ ວິລະບູຣຸດຂອງຊາດລາວ, ໜ້າ 96-97

[3] ຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ ວິລະບູຣຸດຂອງຊາດລາວ, ໜ້າ 126-127

ແຈ້ງການ

* (ໃໝ່) ບົດຄວາມ: ສືບທອດມູນເຊື້ອການເຄື່ອນໄຫວການທູດອັນດີເລີດຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ

* (ໃໝ່) ບົດຄວາມ: ການເຄື່ອນໄຫວວຽກງານການທູດ ໄດ້ມີບົດບາດສຳຄັນໃນການປະກອບສ່ວນ ໃນການຂົນຂວາຍການຊ່ວຍເຫຼືອຈາກສາກົນ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19

* (ໃໝ່) ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ


#ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

#ຄຳແນະນຳສຳລັບຜູ້ທີ່ຈະເດີນທາງເຂົ້າ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19 (ວັນທີ 26 ກຸມພາ 2021)

#ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

#ປະກາດ ຄັດເລືອກບຸກຄົນ ຫຼື ອົງການຈັດຕັ້ງ ເພື່ອແຂ່ງຂັນຊິງລາງວັນອາຊຽນ ປະຈຳປີ 2021.

*ຄຳແນະນຳ ສຳລັບການເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະດຳເນີນມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.

*ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາບາງປະເພດ ໃຫ້ແກ່ພົນລະເມືອງລາວ.

*ຄໍາແນະນໍາ ກ່ຽວກັບ ຂັ້ນຕອນລະອຽດໃນການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ, ວັນທີ 31 ກໍລະກົດ 2020.

*ແຈ້ງການຈາກກົມກົງສຸນ ກະຊວງການຕ່າງປະເທດ ກ່ຽວກັບ ການສືບຕໍ່ໂຈະການອອກວີຊາທຸກປະເພດ ເຖິງວັນທີ 3 ພຶດສະພາ 2020.

*ແຈ້ງການຈາກກົມກົງສຸນ ກະຊວງການຕ່າງປະເທດ ກ່ຽວກັບ ການໂຈະການອອກວີຊາທຸກປະເພດ.

*ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ມາດຕະການດ້ານວີຊາ ເພື່ອສະກັດກັ້ນພະຍາດ Covid-19.

*ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
305700
ມື້ນີ້10
ມື້ວານ100
ອາທິດນີ້181
ເດືອນນີ້693