ລົງເລິກຜັນຂະຫຍາຍແນວຄິດການຕ່າງປະເທດ ສີ ຈິ້ນຜິງ,
ຮັບໃຊ້ການພົວພັນລະຫວ່າງການນຳສູງສຸດ ສອງພັກ ສອງລັດ ລາວ-ຈີນ ຈີນ-ລາວ ຢ່າງສຸດອົກສຸດໃຈ
ບົດຄວາມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຈີນ-ລາວ ຄົບຮອບ 61 ປີ ບົດທີ 1
ເນື່ອງໃນໂອກາດປະຊາຊົນລາວສະເຫຼີມສະຫຼອງປີໃໝ່ລາວ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ປະເທດຈີນກັບປະເທດລາວໄດ້ສ້າງຕັ້ງສາຍພົວພັນການທູດຄົບຮອບ 61 ປີ. ໃນປີທີ່ຜ່ານມາ, ສອງຝ່າຍໄດ້ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ປີມິດຕະພາບ ຈີນ-ລາວ ລາວ-ຈີນ ຢ່າງຟົດຟື້ນ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ລາວ-ຈີນ ມີຄວາມຄືບໜ້າຢ່າງຮອບດ້ານ, ທາງລົດໄຟ ຈີນ-ລາວ ລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ໂດຍສະເພາະແມ່ນ ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ທາງລົດໄຟ ຈີນ-ລາວ ລາວ-ຈີນ ແລະ ຈັດການພົບປະແບບທາງໄກ ແລະ ຊີ້ອອກວ່າ, ສາຍພົວພັນ ຈີນ-ລາວ ລາວ-ຈີນ ສາມາດຜ່ານຜ່າການທົດສອບແຫ່ງການປ່ຽນແປງຢ່າງສັບສົນຂອງສະຖານະການສາກົນ,ແລະ ຍິ່ງດົນຍິ່ງແໜ້ນແຟ້ນ, ຍິ່ງດົນຍິ່ງມີຜົນປະໂຫຍດໃໝ່, ເນື່ອງຈາກວ່າ ສອງຝ່າຍ ຍຶດໝັ້ນອຸດົມການອັນດຽວກັນ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຊ່ວຍເຫຼືອອູ້ມຊູເຊິ່ງກັນ ແລະ ກັນ ແລະ ຮ່ວມຊາຕາກຳ; ສະຫາຍເລຂາທິການໃຫຍ່ສອງປະເທດ ຍັງເນັ້ນໜັກວ່າ, ປະເທດຈີນ ກັບ ປະເທດລາວ ຕ່າງກໍຍຶດໝັ້ນການນຳພາຂອງພັກກອມມູນິດ ແລະ ທິດທາງສັງຄົມນິຍົມ, ເຊິ່ງເປັນເອກະລັກພື້ນຖານຂອງສາຍພົວພັນ ຈີນ-ລາວ ລາວ-ຈີນ, ສອງຝ່າຍ ຕ້ອງຍຶດໝັ້ນຮ່ວມກັນຮັກສາພາລະກິດສັງຄົມນິຍົມ ແລະ ເລີ່ມຈາກຈຸດສູງທາງການເມືອງ ແລະ ຍຸດທະສາດດັ່ງກ່າວນີ້, ຊຸກຍູ້ສາຍພົວພັນສອງພັກສອງລັດ ກ້າວເຂົ້າສູ່ລະດັບໃໝ່ ແລະ ສ້າງຄູ່ຮ່ວມຊາຕາກຳທີ່ແໜ້ນແຟ້ນຢ່າງຕໍ່ເນື່ອງ. ການນຳສູງສຸດສອງພັກສອງລັດ ຍັງມີຄວາມຮັບຮູ້ເປັນເອກະພາບກັນທາງດ້ານການຮັກສາຄວາມໝັ້ນຄົງທາງການເມືອງ ແລະ ລະບອບ, ລົງເລິກການແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານການຄຸ້ມຄອງພັກ ແລະ ບໍລິຫານລັດ, ຊຸກຍູ້ການຮ່ວມມືຮອບດ້ານ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ, ເຊິ່ງເປັນຫຼັກການພື້ນຖານ ແລະ ກຳລັງແຮງໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ລາວ-ຈີນ ແລະ ສະແດງໃຫ້ເຫັນການພົວພັນລະຫວ່າງການນຳສູງສຸດສອງພັກສອງລັດ ໄດ້ເສີມຂະຫຍາຍບົດບາດຊີ້ນຳນຳພາຕໍ່ການພັດທະນາສາຍພົວພັນຈີນ-ລາວ ລາວ-ຈີນ ຢ່າງບໍ່ມີສິ່ງໃດປ່ຽນແທນໄດ້.
ເນື່ອງຈາກວ່າການພົວພັນລະຫວ່າງການນຳສູງສຸດມີບົດບາດສຳຄັນໃນການຊີ້ນຳນຳພາ ແລະ ໃຫ້ກຳລັງແຮງຕໍ່ການພົວພັນສອງຝ່າຍ, ຝ່າຍຈີນ ຍາມໃດກໍຖືການຮັບໃຊ້ ແລະ ຮັບປະກັນການພົວພັນລະຫວ່າງການນຳສູງສຸດສອງພັກສອງລັດ ເປັນວຽກງານສຳຄັນທີ່ສຸດໃນການພົວພັນສອງຝ່າຍ ແລະ ເປັນມາດຕະການສຳຄັນ ເພື່ອຈັດຕັ້ງປະຕິບັດແນວຄິດການຕ່າງປະເທດສີຈິ້ນຜິງ. ເພາະສະນັ້ນ, ໃນປີມິດຕະພາບ ຈີນ-ລາວ ລາວ-ຈີນ, ສອງຝ່າຍ ໄດ້ຈັດ “ກອງປະຊຸມສຳມະນາກ່ຽວກັບຄວາມໝາຍຕໍ່ໂລກຂອງແນວຄິດການຕ່າງປະເທດ ສີຈິ້ນຜິງ”. ໃນກອງປະຊຸມດັ່ງກ່າວ, ຝ່າຍຈີນ ໄດ້ບັນລະຍາຍຄວາມໝາຍສຳຄັນ, ຈິດໃຈພື້ນຖານ ແລະ ເນື້ອໃນທີ່ອຸດົມສົມບູນຂອງແນວຄິດການຕ່າງປະເທດສີຈິ້ນຜິງ ແລະ ສະແດງວ່າ ເລຂາທິການໃຫຍ່ ສີຈິິ້ນຜິງ ໃນຖານະເປັນນັກການເມືອງ, ນັກແນວຄິດ ແລະ ນັກຍຸດທະສາດລັດທິມາກ, ເພິ່ນໄດ້ນຳໃຊ້ສະຕິປັນຍາທາງດ້ານການເມືອງທີ່ດີເລີດ, ຄວາມກ້າຫານທາງດ້ານທິດສະດີທີ່ພົ້ນເດັ່ນ ແລະ ນ້ຳໃຈຮັບຜິດຊອບຕໍ່ທົ່ວໂລກ, ຄຳນຶງເຖິງສະພາບການຍຸດທະສາດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ແລະ ສະຖານະການປ່ຽນແປງຂອງໂລກທີ່ບໍ່ເຄີຍມີໃນຮອບຮ້ອຍປີ, ໄດ້ນຳພາພຶດຕິກຳ ການຕ່າງປະເທດທີ່ມີສີສັນພິເສດຂອງຈີນ ໃນຖານະເປັນມະຫາປະເທດ ແລະ ໄດ້ສະເໜີແນວຄິດໃໝ່, ທັດສະນະໃໝ່ ແລະ ຂໍ້ລິເລີ່ມໃໝ່ທາງດ້ານການຕ່າງປະເທດຈຳນວນຫຼວງຫຼາຍທີ່ມີຫົວຄິດປະດິດສ້າງແລະ ມີບົດບາດຊີ້ນຳນຳພາ, ເຊິ່ງເປັນຫຼັກການພື້ນຖານ ແລະ ທິດທາງຊີ້ນຳຕໍ່ພຶດຕິກຳການຕ່າງປະເທດ ທີ່ມີສີສັນພິເສດຂອງຈີນ ແລະ ສະໜອງສະຕິປັນຍາ ແລະ ບົດຮຽນຂອງຈີນ ຕໍ່ການແກ້ໄຂຄວາມຫຍຸ້ງຍາກຂອງທົ່ວໂລກ.ໂດຍສະເພາະຕໍ່ກັບຄຳຖາມ “ໂລກເປັນແນວໃດແລ້ວ, ພວກເຮົາຈະເຮັດແນວໃດ”, ເລຂາທິການໃຫຍ່ ສີຈິ້ນຜິງ ຮຽກຮ້ອງໃຫ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດດ້ວຍສາຍຕາເບິ່ງກວ້າງມອງໄກ, ຊຸກຍູ້ສ້າງໂລກທີ່ມີສັນຕິພາບຍາວນານ, ມີຄວາມໝັ້ນຄົງທົ່ວໄປ, ມີຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ມີຄວາມເປີດກວ້າງ ແລະ ໂອບເອື້ອອາລີ ແລະ ມີຄວາມສະອາດສວຍງາມ, ຊຸກຍູ້ສ້າງສາຍພົວພັນສາກົນແບບໃໝ່ທີ່ເຄົາລົບເຊິ່ງກັນ ແລະ ກັນ, ມີຍຸດຕິທຳ ແລະ ຄວາມເປັນທຳ ແລະ ຮ່ວມມືຢ່າງຮັບຊະນະພ້ອມກັນ, ເສີມຂະຫຍາຍຄຸນຄ່າຮ່ວມຂອງມວນມະນຸດທີ່ມີສັນຕິພາບ, ການພັດທະນາ, ຍຸດຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະ ເສລີພາບ, ໄດ້ຮັບຄວາມເຂົ້າໃຈ ແລະ ການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມໂລກ, ເປັນກຳລັງທາງບວກໃຫ້ແກ່ໂລກທີ່ມີປັດໄຈບໍ່ໝັ້ນຄົງ ແລະ ບໍ່ແນ່ນອນ, ແລະ ຊີ້ນຳທິດທາງໃຫ້ແກ່ການພັດທະນາກ້າວໜ້າຂອງປະຊາຄົມມວນມະນຸດ.
ຝ່າຍລາວ ໄດ້ໃຫ້ຕອບໂຕ້ຢ່າງຕັ້ງໜ້າຕໍ່ຂໍ້ລິເລີ່ມດັ່ງກ່າວ ແລະ ໄດ້ກ່າວວ່າ, ເລຂາທິຫານໃຫຍ່ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ແລະ ທັດສະນະກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງມີຫົວຄິດປະດິດສ້າງ ເຊິ່ງເປັນການປະກອບສ່ວນອັນພົ້ນເດັ່ນໃຫ້ແກ່ປະຊາຄົມສາກົນ, ສປປ ລາວ ກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. ປະເທດຈີນກັບປະເທດລາວ ຕ່າງກໍເປັນປະເທດສັງຄົມນິຍົມ ແລະ ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີອຸດົມການອັນດຽວກັນ, ສະນັ້ນການດຳເນີນການແລກປ່ຽນ ແລະ ຄົ້ນຄວ້າກ່ຽວກັບແນວຄິດການຕ່າງປະເທດ ສີຈິ້ນຜິງ ແມ່ນມີຄວາມໝາຍສຳຄັນພິເສດ,ຈະຊ່ວຍພວກເຮົາຮັບຮູ້ທ່າອ່ຽງ ແລະ ທິດທາງຢ່າງຈະແຈ້ງໃນສະຖານະການສາກົນ ແລະ ພາກພື້ນທີ່ສັບສົນໃນປະຈຸບັນ, ເພື່ອຮ່ວມກັນກຳແໜ້ນກາລະໂອກາດການພັດທະນາ, ຮັບມືກັບຄວາມສ່ຽງ ແລະ ສິ່ງທ້າທາຍ ແລະ ສ້າງອະນາຄົດທີ່ສົດໃສ. ພວກເຮົາດີໃຈທີ່ໄດ້ເຫັນວ່າ,ທັດສະນະຫຼັກຂອງແນວຄິດການຕ່າງປະເທດ ສີຈິ້ນຜິງ ໄດ້ຫັນເປັນການປະຕິບັດຕົວຈິງຢ່າງມີຊີວິດຊີວາຂອງການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ລາວ-ຈີນ. ສອງປະເທດ ຈີນ-ລາວ ຍຶດໝັ້ນການນຳພາລວມສູນເປັນເອກະພາບຂອງພັກຕໍ່ກັບວຽກງານການຕ່າງປະເທດ, ຍຶດໝັ້ນສູນກາງພັກມີອຳນາດຕັດສິນນະໂຍບາຍການຕ່າງປະເທດ, ອັນນີ້ໄດ້ກາຍເປັນການຮັບປະກັນອັນກົກຮາກທີ່ວຽກງານການຕ່າງປະເທດ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນລຸໄຊຊະນະທຸກຢ່າງໄດ້. ການນຳສູງສຸດຂອງສອງຝ່າຍ ໄດ້ລົງນາມແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ລາວ-ຈີນ ເພື່ອສະແຫວງຫາ ແລະ ສ້າງສາຍພົວພັນລະຫວ່າງປະເທດສັງຄົມນິຍົມແບບໃໝ່ບົນພື້ນຖານສາຍພົວພັນສາກົນແບບໃໝ່, ອັນນີ້ເປັນການກະທຳຢ່າງປະດິດສ້າງອັນສຳຄັນໃນປະຫວັດສາດທາງການທູດຂອງສອງປະເທດ. ພວກເຮົາຢູ່ແຖວໜ້າຂອງການຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ", ແລວທາງເສດຖະກິດ ຈີນ-ລາວ ລາວ-ຈີນ ໄດ້ປ່ຽນຈາກແຜນແມ່ບົດກາຍເປັນຄວາມຈິງ, ທາງລົດໄຟ ຈີນ-ລາວ ລາວ-ຈີນ ແລະ ທາງດ່ວນວຽງຈັນ ຫາ ວັງວຽງ ກໍໄດ້ເປີດນຳໃຊ້ຢ່າງສຳເລັດຜົນ. ການຮ່ວມມືສອງຝ່າຍໄດ້ສ້າງເປັນຮູບແບບໃໝ່ໂດຍມີຄວາມຮັບຮູ້ເປັນເອກະພາບກັນອັນສຳຄັນຂອງ ສະຫາຍເລຂາທິການໃຫຍ່ສອງພັກ ເປັນທິດຊີ້ນຳ, ຖືການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ລາວ-ຈີນ ເປັນສາຍຫຼັກ ແລະ ຖືການຮ່ວມມືສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ເປັນເວທີ.
ເນື່ອງໃນໂອກາດສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປ ຈີນ - ສປປ ລາວຄົບຮອບ 61 ປີ, ພວກເຮົາຮູ້ສຶກຕື່ນເຕັ້ນໃຈຍ້ອນວ່າສາຍພົວພັນສອງຝ່າຍ ໄດ້ຮັບການຂະຫຍາຍຕົວອັນຍາວໄກພາຍໃຕ້ການນຳພາຂອງການນຳສູງສຸດສອງພັກສອງລັດ, ພ້ອມກັນນັ້ນ, ກໍໄດ້ເພີ່ມຄວາມຮັບຜິດຊອບໃນການປະຕິບັດຄວາມຮັບຮູ້ເປັນເອກະພາບກັນອັນສຳຄັນຂອງການນຳສູງສຸດສອງພັກສອງລັດ. ສະນັ້ນ, ໃນວັນດຽວກັນທີ່ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ພົບປະແບບທາງໄກກັບ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ສະຫາຍ ຫວັງອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ກັບ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ແລກປ່ຽນຄວາມເຫັນຢ່າງຮອບດ້ານ ແລະ ຈັດການວຽກງານເປັນສັງລວມ. ໃນຕໍ່ໜ້າ, ພວກເຮົາຈະສືບຕໍ່ຮ່ວມກັບຝ່າຍລາວ ຊຸກຍູ້ປະຕິບັດຄວາມຮັບຮູ້ເປັນເອກະພາບກັນອັນສຳຄັນດັ່ງກ່າວຢ່າງສຸດຄວາມແຮງ ພາຍໃຕ້ການຊີ້ນຳນຳພາຂອງແນວຄິດການຕ່າງປະເທດ ສີຈິ້ນຜິງ: ເພີ່ມທະວີການແລກປ່ຽນຖອດຖອນບົດຮຽນດ້ານການຄຸ້ມຄອງພັກບໍລິຫານລັດ, ຮ່ວມກັນຍຶດໝັ້ນເສັ້ນທາງສັງຄົມນິຍົມໃຫ້ດີ, ຮັດແໜ້ນລະບອບສັງຄົມນິຍົມໃຫ້ດີ, ພັດທະນາພາລະກິດສັງຄົມນິຍົມໃຫ້ດີ, ລົງເລິກການຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການຮ່ວມມືກໍ່ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ໃຫ້ມີຄຸນນະພາບສູງໂດຍຜ່ານການພັດທະນາທາງລົດໄຟ ຈີນ-ລາວ ລາວ-ຈີນ, ເລັ່ງລັດການສ້າງແລວທາງເສດຖະກິດ ຈີນ-ລາວ ລາວ-ຈີນ ແລະ ຍົກລະດັບການຮ່ວມມືເປັນຮູບປະທຳ ລະຫວ່າງ ຈີນ-ລາວ; ເນັ້ນໜັກເຖິງທັດສະນະທີ່ຖືປະຊາຊົນເປັນຫຼັກ, ເພີ່ມທະວີການຮ່ວມມືຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, ເພີ່ມການຊ່ວຍເຫຼືອດ້ານວັກແຊງ, ເລັ່ງລັດສ້າງໂຮງໝໍແລະ ມອບ-ຮັບໂຮງຮຽນທີ່ສ້າງຂຶ້ນໂດຍບໍລິຈາກ; ປະສານສົມທົບດ້ານຫຼາຍຝ່າຍໃຫ້ແໜ້ນແຟ້ນກວ່າເກົ່າ, ຮ່ວມກັນປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຮັກສາລັດທິຫຼາຍຝ່າຍທີ່ແທ້ຈິງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ພວກເຮົາເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາຮ່ວມກັນຂອງ ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ແລະ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ, ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງທຸກພາກສ່ວນ ແລະ ທ້ອງຖິ່ນຂອງສອງຝ່າຍ, ສາຍພົວພັນ ຈີນ-ລາວ ລາວ-ຈີນ ທີ່ໄດ້ກ້າວເຂົ້າສູ່ໄລຍະອີກ 60 ປີ ຕ້ອງບຸກເບີນສ້າງສະພາບການໃໝ່ ແລະ ເປີດສັງກາດໃໝ່ຢ່າງບໍ່ຢຸດຢັ້ງ.