ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ບົດຄວາມ ຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ

 

 

ລົງເລິກຜັນຂະຫຍາຍແນວຄິດການຕ່າງປະເທດ ສີ ຈິ້ນຜິງ

ຊຸກຍູ້ກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ

ບົດຄວາມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຈີນ-ລາວ ຄົບຮອບ 61 ປີ ບົດທີ 2

 

ທ່ານເລຂາທິການໃຫຍ່ ສີ ຈິ້ນຜິງ ຊີ້ອອກວ່າ ພັກກອມມູນິດຈີນ ເປັນພັກທີ່ສະແຫວງຫາຄວາມສຸກຂອງປະຊາຊົນຈີນ ທັງເປັນພັກທີ່ບາກບັ່ນສູ້ຊົນ ເພື່ອຄວາມກ້າວໜ້າຂອງມວນມະນຸດ. ປະຊາຊາດຈີນ ນິຍົມນັບຖືຄວາມກົມກຽວປອງດອງ ແລະ ຄວາມສາມັກຄີຮ່ວມມືຂອງທົ່ວໂລກ. ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມສໍາຄັນໃຫຍ່ທີ່ວ່າ ກໍ່ສ້າງຄູ່ຮ່ວມຊາຕາກໍາ, ທັງເປັນການພັດທະນາວັດທະນະທໍາດັ້ງເດີມທີ່ດີງາມຂອງຈີນ ດ້ວຍຫົວຄິດປະດິດສ້າງ, ທັງເປັນຄໍາຕອບທີ່ຊັດເຈນຕໍ່ຄໍາຖາມທີ່ມີລັກສະນະສະຕະວັດທີ່ວ່າ ໂລກນີ້ເປັນແນວໃດ ພວກຂ້າພະເຈົ້າຄວນເຮັດແນວໃດ, ເຊິ່ງໄດ້ເປັນກໍາລັງໃຈໃຫ້ແກ່ໂລກທີ່ບໍ່ໝັ້ນຄົງ ແລະ ບໍ່ແນ່ນອນ ໄດ້ຊີ້ທິດເຍືອງທາງຕໍ່ການພັດທະນາກ້າວໜ້າຂອງສັງຄົມມະນຸດ. ພາຍໃຕ້ການນໍາພາຂອງແນວຄິດສໍາຄັນໃຫຍ່ດັ່ງກ່າວ, ຈີນຕັ້ງໜ້າຊຸກຍູ້ເສີມສ້າງສາຍພົວພັນສາກົນແບບໃໝ່ ສົ່ງເສີມຮ່ວມກັນກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງທີ່ມີຄຸນນາພາບສູງ ເສີມຂະຫຍາຍຄຸນຄ່າຮ່ວມຂອງມວນມະນຸດ, ຍາມໃດກໍໄດ້ພະຍາຍາມປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມ  ໝັ້ນຄົງຂອງທົ່ວໂລກ ເຂົ້າໃນການຂະຫຍາຍຕົວຮ່ວມກັນຂອງທົ່ວໂລກ ເຂົ້າໃນການແລກປ່ຽນອະລິຍະທໍາຂອງທົ່ວໂລກ ເພື່ອໃຫ້ການພັດທະນາໃໝ່ຂອງຈີນ ສະໜອງໂອກາດໃໝ່ໃຫ້ໂລກ.

ຈີນ ແລະ ລາວ ເປັນປະເທດສັງຄົມນິຍົມໃກ້ຄຽງທີ່ມີອຸດົມການອັນດຽວກັນ ເຊິ່ງໄດ້ກ້າວເດີນຢູ່ແຖວໜ້າຂອງການກໍ່ສ້າງຄູ່ຮ່ວມຊາຕາກໍາມວນມະນຸດ. ໃນປີ 2013 ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ກໍໄດ້ຊີ້ອອກວ່າ ຈີນ-ລາວ ເປັນຄູ່ຮ່ວມຊາຕາກໍາທີ່ມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ, ໃນປີ 2016 ສອງຝ່າຍ ໄດ້ປະກາດໃນຖະແຫຼງການຮ່ວມເປັນຄັ້ງທໍາອິດວ່າ ຈີນ-ລາວ ເປັນຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍຍຸດທະສາດ, ໃນປີ 2019 ການນໍາສູງສຸດຂອງສອງພັກສອງລັດ ໄດ້ເຊັນແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ລາວ-ຈີນ ເຊິ່ງໄດ້ຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ລາວ-ຈີນ ແຕກດອກອອກຜົນ. ໃນຂະນະນີ້, ຂ້າພະເຈົ້າຂໍປະກອບບາງຕົວຢ່າງທາງດ້ານການຮ່ວມມືແທດຕົວຈິງ. ຈີນ ມີສຸພາສິດວ່າ ຖ້າຢາກຮັ່ງມີຂຶ້ນຕ້ອງສ້າງເສັ້ນທາງກ່ອນ, ທາງລົດໄຟ ຈີນ-ລາວ ລາວ-ຈີນ ເປັນທາງລົດໄຟທັນສະໄໝເສັ້ນທໍາອິດໃນປະເທດລາວ, ທາງດ່ວນວຽງຈັນ-ວັງວຽງ ກໍເປັນທາງດ່ວນເສັ້ນທໍາອິດ, ເສັ້ນທາງດັ່ງກ່າວ ກໍໄດ້ເປີດນໍາໃຊ້ຢ່າງເປັນທາງການ ເຊິ່ງໄດ້ເປັນຜົນດີຊ່ວຍປະເທດລາວ ບັນລຸຍຸດທະສາດ ຫັນປ່ຽນຈາກປະເທດບໍ່ມີທາງອອກສູ່ທະເລມາເປັນປະເທດເຊື່ອມຈອດ. ນໍ້າມັນເຊື້ອໄຟຄືເລືອດຂອງອຸດສາຫະກໍາ, ໃນໄລຍະສໍາຄັນຂອງການຫັນເປັນອຸດສາຫະກໍາຂອງລາວ ສອງຝ່າຍໄດ້ຮ່ວມມືສ້າງໂຮງງານກັ່ນນໍ້າມັນທັນສະໄໝແຫ່ງທໍາອິດ ເຊິ່ງໄດ້ປ່ຽນແປງປະຫວັດສາດທີ່ປະເທດລາວ ມີແຕ່ນໍາເຂົ້ານໍ້າມັນສໍາເລັດຮູບຈາກຕ່າງປະເທດໄດ້. ສອງຝ່າຍ ໄດ້ຕັ້ງໜ້າປຶກສາຮ່ວມກັນກໍ່ສ້າງເຄືອຂ່າຍສາຍສົ່ງໄຟຟ້າ ເພື່ອລົບລ້າງອຸປະສັກ ຊ່ວຍໝໍ້ໄຟຫັນເປັນຊັບສົມບັດທີ່ແທ້ຈິງ. ຊັບພະຍາກອນກະສິກໍາຂອງລາວ ຍັງບໍ່ໄດ້ຮັບການພັດທະນາທີ່ມີປະສິດທິຜົນ ແລະ ປອດໄພ, ສອງຝ່າຍ ໄດ້ສົ່ງເສີມຮ່ວມມືສົ່ງງົວເຂົ້າປະເທດຈີນ ເຊິ່ງໄດ້ຫັນທ່າແຮງດ້ານຊັບພະຍາກອນທໍາມະຊາດຂອງລາວ ເປັນທ່າແຮງດ້ານການພັດທະນາຮັ່ງມີຂຶ້ນ. ການຮ່ວມມືເຫຼົ່ານີ້ ທັງສອດຄ່ອງກັບກົດເກນຕະຫຼາດ ທັງສະແດງໃຫ້ເຫັນເຖິງມິດຕະພາບຈີນລາວ ໂດຍສະເພາະເປັນຜົນດີຕໍ່ການຍົກສູງຄວາມສາມາດພັດທະນາດ້ວຍຕົນເອງຂອງລາວ ເຊິ່ງໄດ້ສະແດງຈິດໃຈຮ່ວມຊາຕາກໍາຢ່າງເຕັມສ່ວນ.

 

ການຮ່ວມກັນກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງ ເປັນເວທີສໍາຄັນໃນການປະຕິບັດຄູ່ຮ່ວມຊາຕາກໍາຂອງມວນມະນຸດ, ຈີນ ແລະ ລາວ ກໍໄດ້ກ້າວເດີນຢູ່ແຖວໜ້າຂອງການຮ່ວມກັນກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງ, ໃນນັ້ນ ໝາກຜົນທີ່ພົ້ນເດັ່ນທີ່ສຸດກໍແມ່ນ ທາງລົດໄຟ ຈີນ-ລາວ ລາວ-ຈີນ. ໃນຖານະທີ່ເປັນໂຄງການສັນຍະລັກຂອງມິດຕະພາບຈີນ-ລາວ ແລະ ການຮ່ວມກັນກໍ່ສ້າງໜຶ່ງແລວໜຶ່ງເສັ້ນທາງ, ການກໍ່ສ້າງທາງລົດໄຟ ຈີນ-ລາວ ລາວ-ຈີນ ໄດ້ຮັບການຊີ້ນໍາ ແລະ ຊຸກຍູ້ຫຼາຍຈາກການນໍາຂັ້ນສູງຂອງສອງຝ່າຍ ຢ່າງສະເໝີຕົ້ນສະເໝີປາຍ, ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ກັບ ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ການນໍາສູງສຸດຂອງລາວຮຸ່ນກ່ອນ ໄດ້ແລກປ່ຽນຄໍາເຫັນຫຼາຍຄັ້ງ ເອົາໃຈໃສ່ດ້ວຍຕົນເອງ ແລະ ຊີ້ທິດໂດຍກົງ ໂດຍໄດ້ຮຽກຮ້ອງວ່າ ຕ້ອງຮັບປະກັນການກໍ່ສ້າງທາງລົດໄຟ ຈີນ-ລາວ ລາວ-ຈີນ ດໍາເນີນໄປຢ່າງສະດວກ, ໄດ້ມີສາຍຕາເບິ່ງກວ້າງມອງໄກ ແລະກະກຽມລ່ວງໜ້າ ໂດຍໄດ້ກ່າວເນັ້ນວ່າ ຕ້ອງເສີມຂະຫຍາຍບົດບາດທີ່ເປັນແບບຢ່າງນໍາໜ້າຂອງທາງລົດໄຟ ຈີນ-ລາວ ລາວ-ຈີນ ແລະໂຄງການສໍາຄັນອື່ນ, ເຊິ່ງເປັນບ່ອນອີງພື້ນຖານ ແລະ ແຜນການປະຕິບັດງານໃຫ້ການຊຸກຍູ້ກໍ່ສ້າງທາງລົດໄຟຂອງສອງຝ່າຍ. ພາຍໃຕ້ການນໍາພາທາງດ້ານຍຸດທະສາດຂອງການນໍາຂັ້ນສູງສອງຝ່າຍ, ບັນດາພາກສ່ວນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຂອງສອງຝ່າຍ ໄດ້ປະສານສົມທົບຢ່າງແໜ້າແຟ້ນ ວາງນະໂຍບາຍພິເສດສຳລັບວຽກງານພິເສດ, ເປີດຊ່ອງທາງວ່ອງໄວສຳລັບບຸກຄະລາກອນ ແລະ ຊ່ອງທາງສີຂຽວສຳລັບສິນຄ້າ ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວ ກໍ່ສ້າງຕາມມາດຕະຖານສູງ ແລະ ສໍາເລັດຕາມຄຸນນະພາບສູງ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ໃນເວລາເປີດນໍາໃຊ້ຢ່າງເປັນທາງການ, ເລຂາທິການໃຫຍ່ຂອງສອງພັກ ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ທາງລົດໄຟຮ່ວມກັນ, ພ້ອມທັງໄດ້ຮຽກຮ້ອງວ່າ ຕ້ອງຮັບປະກັນ ແລະ ດໍາເນີນໂຄງການທາງລົດໄຟດ້ວຍດີ ຕ້ອງສ້າງສາພັດທະນາເຂດແຄວ້ນຕາມເສັ້ນທາງລົດໄຟດ້ວຍດີ ເສີມສ້າງເສັ້ນທາງອັນມີຄ່າ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ.

 

ພາຍໃຕ້ການຊີ້ນໍາບົນຈິດໃຈສໍາຄັນດັ່ງກ່າວ, ການດໍາເນີນທຸລະກິດຂອງລົດໄຟ ຈີນ-ລາວ ລາວ-ຈີນ ໄດ້ມີການເລີ່ມຕົ້ນອັນດີງາມ, ໂດຍສະເພາະແມ່ນທີມງານການດໍາເນີນທຸລະກິດຂອງສອງຝ່າຍ ໄດ້ຍຶດໝັ້ນການສ້າງຄວາມສຸກໃຫ້ແກ່ປະຊາຊົນ ແລະ ບໍລິການຜູ້ໂດຍສານ, ຍົກສູງຄຸນນະພາບການບໍລິການຢ່າງຕໍ່ເນື່ອງ, ເພີ່ມຂະບວນລົດໄຟໃນວັນເສົາວັນອາທິດ ແລະ ມື້ພັກເທດສະການ ເພື່ອຮັບປະກັນໃນການເດີນທາງມີຄວາມສະດວກໃນຊ່ວງໄລຍະທີ່ມີຜູ້ໂດຍສານຫຼາຍທີ່ສຸດ, ຈັດສະຖານທີ່ຂາຍປີ້ຂອງແຕ່ລະເມືອງຕາມເສັ້ນທາງລົດໄຟເພື່ອຕອບສະໜອງຄວາມຕ້ອງການອອກເດີນທາງຂອງຜູ້ໂດຍສານທີ່ມີການເພີ່ມຂຶ້ນ, ເຮັດໃຫ້ຂັ້ນຕອນໃນການຈັດຂົນສົ່ງສິນຄ້າງ່າຍຂຶ້ນ, ເຮັດໃຫ້ບໍລິການຂົນສົ່ງແບບ “ປະຕູຕໍ່ປະຕູ” ປະກົດເປັນຈິງ, ເລັ່ງລັດໃຫ້ສິນຄ້າຜ່ານດ່ານໄວຂຶ້ນ, ຍົກສູງປະສິດທິພາບ ແລະ ທັນເວລາໃນການຂົນສົ່ງ. ຕໍ່ກັບບັນຫາທີ່ພົບໃນການດໍາເນີນທຸລະກິດນັ້ນ, ທາງສອງຝ່າຍໄດ້ພະຍາຍາມແກ້ໄຂ ແລະ ປັບປຸງເຊັ່ນ: ຊຸກຍູ້ວຽກງານການຂາຍປີ້ທາງອອນໄລ ເພື່ອຍົກສູງລະດັບການໃຫ້ບໍລິການຜູ້ໂດຍສານດ້ານອາດສະລິຍາ, ເປີດເສັ້ນທາງໄວແມ່ນໍ້າຂອງແມ່ນໍ້າລ້ານຊ້າງ, ຍົກສູງລະດັບການບໍລິການການຂົນສົ່ງໃນພາກພື້ນ, ປັບປຸງມາດຕະການໃນການປ້ອງກັນ ແລະ ການຄວບຄຸມດ້ານຄວາມສ່ຽງ, ຍົກສູງລະດັບແບບເປັນລະບົບດ້ານການບໍລິການການປ້ອງກັນຄວາມປອດໄພ, ຮັບປະກັນລົດໄຟ ຈີນ-ລາວ ລາວ-ຈີນ ເດີນຢູ່ແຖວໜ້າໃນການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ລາວ-ຈີນ ແລະ ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ.

 

ໝາກຜົນແຫ່ງການສ້າງຄູ່ຮ່ວມຊາຕາກໍາທີ່ ຈີນ-ລາວ ລາວ-ຈີນ ໄດ້ສົ່ງເສີມຊຸກຍູ້ນັ້ນ, ບໍ່ພຽງແຕ່ໄດ້ສະແດງໃນການຮ່ວມມືຂອງສອງຝ່າຍ, ຍັງສະແດງໃນການຮ່ວມກັນສູ້ຊົນ ເພື່ອກິດຈະກໍາທີ່ກ້າວໜ້າ ແລະ ຊີວິດການເປັນຢູ່ອັນດີງາມຂອງມະນຸດ, ເພີ່ມທະວີການຮ່ວມມື ແລະ ປະສານກັບຫຼາຍຝ່າຍຢ່າງຕັ້ງໜ້າ. ສະພາບໂຄວິດ-19 ເຮັດໃຫ້ຜົນງານການຫຼຸດຜ່ອນຄວາມທຸກຍາກອ່ອນລົງ, ເຮັດໃຫ້ບາດກ້າວການຟື້ນຟູເສດຖະກິດໂລກມີການຊັກຊ້າ, “ຄອງການພັດທະນາ” ລະຫວ່າງ ເໜືອກັບໃຕ້ມີການຂະຫຍາຍກວ້າງອອກ (ຄວາມແຕກໂຕນທາງດ້ານການພັດທະນາເພີ່ມຂຶ້ນ). ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ ໄດ້ສະເໜີຂໍ້ລິເລີ່ມການພັດທະນາໂລກຢ່າງເຄັ່ງຂຶມ, ເນັ້ນຕ້ອງຍຶດໝັ້ນການພັດທະນາເປັນຫຼັກ, ຍຶດໝັ້ນຖືປະຊາຊົນເປັນຈຸດໃຈກາງ, ຍຶດໝັ້ນໃຈກວ້າງເອື້ອເຟື້ອເຜື່ອແຜ່, ຍຶດໝັ້ນຂັບເຄື່ອນ ແລະ ນະວັດຕະກໍາໃໝ່, ຍຶດໝັ້ນມະນຸດກັບທໍາມະຊາດຢູ່ຮ່ວມກັນ ແລະ ຍຶດໝັ້ນການວາງແຜນກ່ອນການປະຕິບັດ. ຂໍ້ລິເລີ່ມສໍາຄັນນີ້ເໝາະກັບສັນຕິພາບ ແລະ ການພັດທະນາເຊິ່ງເປັນຫົວຂໍ້ຍຸກສະໄໝ, ຕອບສະໜອງຄວາມປາດຖະຫນາທີ່ເຂັ້ມແຂງຂອງປະຊາຊົນແຕ່ລະປະເທດທີ່ສະແຫວງຫາຊິວິດການເປັນຢູ່ອັນດີກວ່າເກົ່າ, ນີ້ເປັນການເພີ່ມກໍາລັງແຮງດ້ານແນວຄິດໃຫ້ແກ່ຄວາມສາມັກຄີ ແລະ ການພັດທະນາຂອງບັນດາປະເທດ.

 

ມີຄວາມຈໍາເປັນຕ້ອງຊີ້ໃຫ້ເຫັນວ່າຂໍ້ລິເລີ່ມການພັດທະນາໂລກແມ່ນໃຫ້ຄວາມສໍາຄັນກັບຄວາມຕ້ອງການພິເສດຂອງປະເທດທີ່ກໍາລັງພັດທະນາ, ສະເໜີວິທີຕ່າງໆໃນການຊ່ວຍເຫຼືອການພັດທະນາ, ສະໜັບສະໜູນປະເທດທີ່ກໍາລັງພັດທະນາ ໂດຍສະເພາະທີ່ຍັງມີຄວາມຫຍຸ້ງຍາກຫຼາຍດ້ານ, ທັງໃຫ້ຄວາມສໍາຄັນໃນການຊຸກຍຸ້ການຮ່ວມມືໃນແປດດ້ານຄື: ຫຼຸດຜ່ອນຄວາມທຸກຍາກ, ຄວາມປອດໄພດ້ານອາຫານ, ການເຊື່ອມໂຍງເຊື່ອມຈອດກັນ, ພໍດີສອດຄອງກັບຄວາມຕ້ອງການຂອງຝ່າຍລາວ, ເປັນການຊ່ວຍແກ້ໄຂບັນຫາການພັດທະນາຢ່າງຮີບດ່ວນ, ຍົກສູງຄວາມສາມາດໃນການພັດທະນາດ້ວຍຕົນເອງ, ເລັ່ງລັດຂະບວນວິວັດການຫັນເປັນແບບອຸດສາຫະກໍາ ແລະ ແບບທັນສະໄໝ. ຝ່າຍລາວ ໃຫ້ຄວາມສໍາຄັນຢ່າງສູງ, ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ກໍໄດ້ສະແດງໃຫ້ການສະໜັບສະໜູນຢ່າງຕັ້ງໜ້າ. ຂໍ້ລິເລີ່ມສໍາຄັນນີ້ ເປັນແນວຄິດການພັດທະນາທີ່ຖືປະຊາຊົນເປັນຈຸດໃຈກາງ,ບໍ່ພຽງແຕ່ສອດຄອງກັບແຜນການພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9 ຂອງ ສປປ ລາວ,ທັງສອດຄອງກັບຄວາມຕ້ອງການອັນຮີບດ່ວນຂອງແຕ່ລະປະເທດໃນການຟື້ນຟູເສດຖະກິດ ໂດຍສະເພາະແມ່ນປະເທດທີ່ກໍາລັງພັດທະນາທີ່ຢູ່ໃນສະພາບຂອງໂຄວິດ-19 ລະບາດ, ຝ່າຍລາວ ຫວັງວ່າຜ່ານການເຂົ້າຮ່ວມຂໍ້ລິເລີ່ມໄດ້ຮັບພະລັງໃໝ່ໃນການພັດທະນາເພື່ອບັນລຸເປົ້າໝາຍຈົບຈາກປະເທດດ້ອຍພັດທະນາຢ່າງໄວເທົ່າທີ່ຈະໄວໄດ້. ຕໍ່ກັບການປະຕິບັດຂໍ້ລິເລີ່ມການພັດທະນາໂລກພວກຂ້າພະເຈົ້າຍິນດີຈະປະສານສົມທົບກັບຝ່າຍລາວ ເພື່ອດໍາເນີນການຢ່າງລະອຽດ,ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກໍາແຫ່ງການພັດທະນາຂອງໂລກ, ເສີມສ້າງເນື້ອໃນຄູ່ຮ່ວມຊາຕາກໍາ ຈີນ-ລາວ ລາວ-ຈີນ ໃຫ້ສົມບຸນຢ່າງຕໍ່ເມື່ອງ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484700
ມື້ນີ້11
ມື້ວານ205
ອາທິດນີ້1138
ເດືອນນີ້4005