ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ

speech

  1. 1.ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 8 ຫາ ວັນທີ 9 ກັນຍາ 2016.

ໃນໄລຍະການຢ້ຽມຢາມ, ທ່ານ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ໄດ້ພົບປະປຶກສາຫາລື ກັບ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ. ໃນການພົບປະ  ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະປະເທດ,    ໄດ້ລົງເລິກແລກ ປ່ຽນຄໍາຄິດຄໍາເຫັນນຳກັນ ແລະ ໄດ້ບັນລຸຄວາມເຫັນເປັນເອກະພາບກັນ ກ່ຽວກັບ ການສືບຕໍ່ເສີມສ້າງ ສາຍພົວພັນມິດຕະພາບ ລະຫ່ວາງ ສປປ ລາວ ແລະ ສປ ຈີນ ໃຫ້ເລິກເຊິ່ງຕື່ມອີກ​ໃນໄລຍະໃໝ່ ແລະ ບັນຫາສຳຄັນຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ.

  1. 2.ສອງຝ່າຍໄດ້ຫວນຄືນ ແລະ ຕີລາຄາສູງຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບຂອງສອງປະເທດຕະຫຼອດໄລຍະ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ຊຶ່ງໄດ້ເຫັນດີເປັນເອກະພາບກັນວ່າພາຍໃຕ້ຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ໃນການຊີ້ນຳ-ນຳພາຂອງພັກ-ລັດ ຂອງທັງສອງປະເທດ ເຮັດໃຫ້ສອງປະເທດພວກເຮົາຍາດມາໄດ້ຜົນສຳເລັດອັນໃຫຍ່ຫຼວງ ແລະ ມີບາດກ້າວອັນໃໝ່ຫຼາຍດ້ານ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ປະສານສົມທົບຊຶ່ງກັນແລະກັນຢ່າງໃກ້ຊິດ ໃນເວທີພາກພື້ນ ແລະ ສາກົນ, ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນທັງສອງຊາດພວກເຮົາ, ທັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
  2. 3.ສອງຝ່າຍເປັນເອກະພາບນຳກັນວ່າ ສປປ ລາວ ແລະ ສປ ຈີນ ລ້ວນແລ້ວແຕ່ຍຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມ, ມີອຸດົມການ ແລະ ເປົ້າໝາຍສູ້ຊົນຮ່ວມກັນ. ພາຍໃຕ້ສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປຢ່າງສະລັບຊັບຊ້ອນ ທັງສອງຝ່າຍຈະສືບຕໍ່ຍຶດໝັ້ນທິດນຳ ທີ່ວ່າ: “ໝັ້ນຄົງ    ຍາວນານ, ໄມຕີຈິດຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ແລະ ນໍ້າໃຈ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ເປີດກວ້າງການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ, ລົງເລິກການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ, ເພີ່ມທະວີການປະສານສົມທົບກັນໃນຂອບຫຼາຍຝ່າຍ, ຊຸກຍູ້ໃຫ້ການພົວພັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
  3. 4.ສອງຝ່າຍເຫັນດີຈະເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງການນຳຂັ້ນສູງ ແລະ ການປະສານງານກັນດ້ານຍຸດທະສາດ ໂດຍການແລກປ່ຽນຢ້ຽມຢາມຊຶ່ງກັນແລະກັນ, ພົບປະປຶກສາຫາລືປະຈຳປີ, ພົບປະໃນເວທີຫຼາຍຝ່າຍ ແລະ ໃນຮູບແບບອື່ນໆ, ເພື່ອແລກປ່ຽນທັດສະນະນຳກັນຢ່າງທັນການຕໍ່ການພົວພັນສອງຝ່າຍ ແລະ ບັນຫາສຳຄັນຕ່າງໆທີ່ສອງຝ່າຍສົນໃຈນຳກັນ. ສອງຝ່າຍຈະລົງເລິກການແລກປ່ຽນຖອດຖອນບົດຮຽນ ກ່ຽວກັບ ວຽກງານການກໍ່ສ້າງພັກ ແລະ ຄຸ້ມຄອງລັດ, ສືບຕໍ່ຈັດກອງປະຊຸມສຳມະນາທິດສະດີສອງພັກໃຫ້ໄດ້ດີ, ເພີ່ມທະວີການຮ່ວມມືຝຶກອົບຮົມພະນັກງານພັກ-ລັດ, ຊຸກຍູ້ການແລກປ່ຽນຮ່ວມມືລະຫວ່າງອົງການທີ່ກ່ຽວຂ້ອງນຳກັນ.
  4. 5.ສອງຝ່າຍຕົກລົງເຫັນດີ ຈະເລັ່ງລັດການເຊື່ອມໂຍງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ຂອງລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13 ຂອງຈີນ ໂດຍປິ່ນອ້ອມຍຸດທະສາດ    “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງຈີນ ກັບ ຍຸດທະສາດ “ການຫັນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງກັບພາກພື້ນ”, ກຳນົດ ແລະ ປະຕິບັດໃຫ້ດີໃນການສ້າງແຜນແມ່ບົດການຮ່ວມມື ກ່ຽວກັບ ການຮ່ວມກັນຊຸກຍູ້ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ໃຫ້ສໍາເລັດໂດຍໄວ, ນຳໃຊ້ມາດຕະການຕົວຈິງ ເພື່ອຊຸກຍູ້ການຮ່ວມມືຄວາມອາດສາມາດດ້ານການຜະລິດ ແລະ ການລົງທຶນຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືດ້ານເສດຖະກິດ-ເຕັກນິກ ລະຫວ່າງສອງລັດຖະບານ ລາວ-ຈີນ. ຝ່າຍຈີນຍິນດີຊ່ວຍເຫຼືອຝ່າຍລາວ ໃນການສ້າງແຜນການສະເພາະກິດເພື່ອການພັດທະນາເສດຖະກິດ, ໂດຍສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕາມຄວາມອາດສາມາດຂອງຕົນ ເພື່ອບັນລຸການພັດທະນາເສດຖະກິດ-ສັງຄົມ ແບບຍືນຍົງ.

ສອງຝ່າຍຈະສືບຕໍ່ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຢ່າງຕັ້ງໜ້າ, ເຫັນດີຈະເລັ່ງລັດການກະກຽມໄລຍະຕົ້ນ ແລະ ຈັດຕັ້ງປະຕິບັດບັນດາວຽກງານທີ່ກ່ຽວຂ້ອງໃຫ້ໄດ້ດີ ເພື່ອບັນລຸການລົງມືກໍ່ສ້າງຢ່າງຮອບດ້ານພາຍໃນປີນີ້, ພ້ອມທັງຮັບປະກັນເຮັດໃຫ້ການກໍ່ສ້າງ ແລະ ການດຳເນີນໂຄງການ ດຳເນີນໄປຢ່າງສະດວກ. ສອງຝ່າຍຈະປະສານສົມທົບກັນຢ່າງໃກ້ຊິດໃນການສ້າງເຂດຮ່ວມມືເສດຖະກິດ ບໍ່ເຕັນ-ບໍ່ຫານ ແລະ ເຂດພັດທະນາກວມລວມໄຊເຊດຖານະຄອນຫຼວງວຽງຈັນ.

ສອງຝ່າຍເຫັນດີເພີ່ມທະວີການໄປມາຫາສູ່ກັນທາງດ້ານການຄ້າ, ຍົກສູງບໍລິມາດ ແລະ ລະດັບການຄ້າ, ເພີ່ມທະວີການຮ່ວມມືລະຫວ່າງພາກສ່ວນພາສີອາກອນ, ພາກສ່ວນກວດກາຄຸນນະພາບ ແລະ ອົງການກ່ຽວຂ້ອງອື່ນໆ, ຍົກລະດັບການຜ່ານດ່ານໃຫ້ມີຄວາມສະດວກສະບາຍ ເພື່ອສ້າງເງື່ອນໄຂອັນສະດວກໃຫ້ແກ່ການຄ້າຂອງທັງສອງຝ່າຍ. ສືບຕໍ່ເສີມຂະຫຍາຍບົດບາດຂອງກົນໄກການຮ່ວມມືຂອງຄະນະກຳມະການຮ່ວມມືດ້ານເສດຖະກິດ-ການຄ້າ ລາວ-ຈີນ ແລະ ໜ່ວຍງານຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ແລະ ແຂວງຢຸນນານຂອງຈີນ, ເພີ່ມທະວີການແລກປ່ຽນການຮ່ວມມືລະຫວ່າງບັນດາແຂວງທີ່ຢູ່ລຽບຕາມຊາຍແດນຢ່າງສະໜິດແໜ້ນ.

ສອງຝ່າຍຈະຈັດຕັ້ງປະຕິບັດບັນດາໂຄງການທີ່ສອງຝ່າຍໄດ້ເປັນເອກະພາບກັນໃຫ້ໄດ້ດີ, ຕັ້ງໜ້າຊຸກຍູ້ ໂຄງການປັບປຸງໂຮງໝໍມະໂຫສົດເປັນໂຮງໝໍທັນສະໄໝ, ໂຄງການສ້າງອາຄານດ່ານ ແລະ      ຍົກລະດັບເສັ້ນທາງເຊື່ອມຕໍ່ ໝາຍເລກ 14A, ໂຄງການສ້າງຫ້ອງອາຫານຢູ່ຫໍປະຊຸມແຫ່ງຊາດ ແລະ ໂຄງການຊ່ວຍເຫຼືອໂຮງຮຽນ 10 ຫຼັງ ໃຫ້ເປັນຮູບປະທໍາ.

ສອງຝ່າຍເຫັນດີປະຕິບັດການຊ່ວຍເຫລືອກັນໂດຍທ່າແຮງຂອງແຕ່ລະຝ່າຍ,ຍົກລະດັບການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງ, ກະສິກຳ-ປ່າໄມ້, ພະລັງງານ,ໂທລະຄົມມະນາຄົມ ແລະ ການສື່ສານ; ສືບຕໍ່ປະຕິບັດ ແລະ ດຳເນີນບັນດາໂຄງການໃຫຍ່ໆເຊັ່ນ: ໂຄງການດາວທຽມລາວ-ຈີນ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າ;ຄົ້ນຄວ້າປຶກສາຫາລືການຮ່ວມມືໃນຂົງເຂດການກວດກາຄຸ້ມຄອງການເງິນ, ການກໍ່ສ້າງລະບົບນິເວດ, ການພັດທະນາພະລັງງານໃໝ່, ການລົງທຶນ ແລະ ແລກປ່ຽນເຕັກນິກທາງດ້ານກະສິກຳ.

  1. 6.ສອງຝ່າຍເຫັນດີເປີດກວ້າງການແລກປ່ຽນການຮ່ວມມືໃນຂົງເຂດວັດທະນະທຳ-ສັງຄົມ ເຊັ່ນ: ດ້ານການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ກິລາ ແລະ ທ່ອງທ່ຽວ; ເພີ່ມທະວີຄວາມເຂົ້າໃຈກັນ ແລະ ໄມຕີຈິດມິດຕະພາບ ລະຫວ່າງປະຊາຊົນສອງປະເທດ. ສອງຝ່າຍຈະຊຸກຍູ້ການຮ່ວມມືທາງດ້ານອາຊີວະສຶກສາ ໂດຍປິ່ນອ້ອມຕາມຂົງເຂດ ແລະ ໂຄງການຮ່ວມມືສຳຄັນຕ່າງໆ ລະຫວ່າງສອງປະເທດ; ຝ່າຍຈີນຈະສະ ໜອງທຶນການສຶກສາຈາກລັດຖະບານຈີນຫຼາຍຂຶ້ນ, ສືບຕໍ່ການແລກປ່ຽນຂອງອາສາສະໝັກໜຸ່ມນ້ອຍ ເພື່ອພ້ອມກັນສ້າງຜູ້ສືບທອດມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດລາວ ແລະ ຈີນ; ຝ່າຍລາວຈະສືບຕໍ່ສະໜັບສະໜູນການດຳເນີນງານຂອງສູນວັດທະນະທຳຈີນຢູ່ລາວ ແລະ ສະຖາບັນຂົງຈື້ຂອງມະຫາ ວິທະຍາໄລແຫ່ງຊາດລາວ, ເພື່ອນໍາເອົາມິດຕະພາບຂອງສອງປະເທດຫັນລົງສູ່ສັງຄົມ ແລະ ເຂົ້າເຖິງຈິດໃຈຂອງປະຊາຊົນ.
  2. 7.ສອງຝ່າຍຈະເພີ່ມທະວີການແລກປ່ຽນຢ້ຽມຢາມຄະນະຜູ້ແທນຂັ້ນຕ່າງໆ ລະຫວ່າງສອງກອງທັບ, ຝຶກອົບ ຮົມພະນັກງານ, ການຝຶກຊ້ອມທະຫານ ແລະ ວຽກງານການເມືອງ, ລົງເລິກການຮ່ວມມືດ້ານການທະຫານຂອງສອງປະເທດຕື່ມອີກ. ສອງຝ່າຍເຫັນດີ ເພີ່ມທະວີການຮ່ວມມືການປະຕິບັດກົດໝາຍດ້ານຄວາມໝັ້ນຄົງ, ສ້າງຕັ້ງກົນໄກພົບປະປຶກສາຫາລື ຂັ້ນກະຊວງປ້ອງກັນຄວາມສະຫງົບຂອງສອງປະເທດ, ລົງເລິກການຮ່ວມມືການປ້ອງກັນຄວາມປອດໄພພາຍໃນປະເທດ, ການຈັບຜູ້ຕ້ອງສົງໄສທີ່ລີ້ຊ້ອນຢູ່ປະເທດໃດໜຶ່ງຂອງສອງຝ່າຍ ແລະ ຍຶດຊັບສົມບັດທີ່ຜິດກົດໝາຍຄືນ, ການກໍ່ອາດຊະຍາກຳຂ້າມຊາດ, ການຮ່ວມມືການປະຕິບັດກົດໝາຍ ແລະ ຮັກສາຄວາມປອດໄພຕາມລຳແມ່ນ້ຳຂອງ, ສະໜັບສະໜູນຊຶ່ງກັນແລະກັນ ໃນການປົກປັກຮັກສາຄວາມປອດໄພແຫ່ງຊາດ ແລະ ຄວາມໝັ້ນຄົງທາງສັງຄົມຂອງສອງປະເທດ, ນຳໃຊ້ມາດຕະການທີ່ມີປະສິດທິຜົນໃນການປົກປ້ອງຄວາມປອດໄພຂອງພົນລະເມືອງ, ອົງການ ຈັດຕັ້ງ ແລະ ໂຄງການກໍ່ສ້າງສຳຄັນຂອງກັນແລະກັນ ຢ່າງຈິງຈັງ.
  3. 8.ຝ່າຍລາວຢືນຢັນຄືນຈະສືບຕໍ່ສະໜັບສະໜູນທຸກໆຄວາມພະຍາຍາມຂອງລັດຖະບານຈີນ ໃນການປົກປ້ອງສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ຍຶດໝັ້ນນະໂຍບາຍຈີນດຽວຢ່າງໜັກແໜ້ນ,  ສະໜັບສະໜູນການພົວພັນ ລະຫວ່າງສອງຝັ່ງທະເລໃຫ້ພັດທະນາໂດຍສັນຕິ ແລະ ພາລະກິດແຫ່ງການເຕົ້າໂຮມປະເທດຊາດຈີນ, ເດັດດ່ຽວຄັດຄ້ານທຸກການເຄື່ອນໄຫວໃນທຸກຮູບແບບທີ່ເປັນການແບ່ງແຍກ“ໄຕ້ຫວັນເປັນເອກະລາດ”. ຝ່າຍຈີນສະແດງຄວາມຂອບໃຈຕໍ່ທັດສະນະຫຼັກໝັ້ນຂອງຝ່າຍລາວຕໍ່ບັນຫານີ້ ແລະ ຢືນຢັນຄືນໃນການເຄົາລົບຄວາມເປັນເອກະລາດ, ສິດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ສະໜັບສະໜູນຝ່າຍລາວ ໃນການປົກປັກຮັກສາຄວາມໝັ້ນຄົງປອດໄພພາຍໃນປະເທດ ແລະ ຊຸກຍູ້ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ.
  4. 9.ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືກັນໃນເວທີພາກພື້ນ ແລະ ສາກົນ ທີ່ຜ່ານມາ ແລະ ເຫັນດີຈະເພີ່ມທະວີການປະສານສົມທົບ, ການພົບປະ ແລະ ການປຶກສາຫາລືກັນ ໂດຍຜ່ານຊ່ອງທາງການທູດ ແລະ ກົນໄກການຮ່ວມມືອື່ນໆ, ສືບຕໍ່ຮັກສາການປະສານສົມທົບກັນຢ່າງໃກ້ຊິດ, ທັນການ ແລະ ມີປະສິດທິຜົນໃນບັນຫາຕ່າງໆທີ່ກ່ຽວພັນເຖິງສິດຜົນປະໂຫຍດສຳຄັນຂອງແຕ່ລະຝ່າຍ ແລະ ໃຫ້ການສະໜັບສະໜູນຊຶ່ງກັນແລະກັນ. ພ້ອມດຽວກັນນັ້ນ, ຈະເພີ່ມທະວີການປະສານສົມທົບກັນໃນຂອບການຮ່ວມມືຫຼາຍຝ່າຍ ເຊັ່ນ: ໃນຂອບຂອງອົງການສະຫະປະຊາຊາດ, ຂອບການຮ່ວມມືອາຊີຕາເວັນອອກ, ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ຂອບການຮ່ວມມືອາຊີ-ເອີຣົບ.

ຝ່າຍລາວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປ ຈີນ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດຈີ 20 ທີ່ ນະຄອນຫາງໂຈວ, ສະແດງຄວາມຂອບໃຈຕໍ່ຝ່າຍຈີນໃນການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ຝ່າຍລາວ ໃນການເປັນປະທານໝູນວຽນອາຊຽນ, ສະແດງຄວາມຍ້ອງຍໍຕໍ່ຝ່າຍຈີນທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຕີບໂຕຂອງເສດຖະກິດໂລກ ແລະ ການພັດທະນາຂອງພາກພື້ນ. ຝ່າຍຈີນສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ລວມທັງການຈັດກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ປະຕິບັດພາລະບົດບາດທີ່ເປັນປະເທດປະທານໝູນວຽນອາຊຽນຢ່າງພົ້ນເດັ່ນ, ຕີລາຄາສູງຕໍ່ບົດບາດອັນສຳຄັນຂອງຝ່າຍລາວ ໃນການຊຸກຍູ້ສົ່ງເສີມການພົວພັນລະຫວ່າງຈີນ ແລະ ອາຊຽນ ແລະ ການຮ່ວມມືອາຊີຕາເວັນອອກ.

  1. 10.ໃນໄລຍະການຢ້ຽມຢາມ ສປປ ລາວ ສອງຝ່າຍໄດ້ຮ່ວມກັນລົງນາມເອກະສານຮ່ວມມື ຈຳນວນ 20 ສະບັບ ເຊັ່ນ: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່າງແຜນແມ່ບົດກ່ຽວກັບການຊຸກຍູ້ການຮ່ວມມື ເພື່ອສ້າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ສັນຍາວ່າດ້ວຍການຢືນຢັນ ພ້ອມທັງຮ່ວມກັນຊຸກຍູ້ ໂຄງການສໍາຄັນໃນຂອບຄວາມອາດສາມາດໃນການຜະລິດ ແລະ ການລົງທຶນ, ບົດບັນທຶກຄວາມເຂົ້າໃຈ 3 ຝ່າຍ  ວ່າດ້ວຍການຮ່ວມມືສ້າງແຜນພັດທະນາກວມລວມ 3 ຂົງເຂດ: ແຜນພັດທະນາພະລັງງານໄຟຟ້າ, ແຜນພັດທະນາການທ່ອງທ່ຽວ ແລະ ແຜນພັດທະນາລຽບຕາມເສັ້ນທາງລົດໄຟ ລາວ-ຈີນ, ສັນຍາເພີ່ມເຕີມ ແຜນແມ່ບົດຮ່ວມມືດ້ານເສດຖະກິດ-ເຕັກນິກ ລາວ-ຈີນ 2016-2020, ໜັງສືສະແດງເຈດຈຳນົງ     ວ່າດ້ວຍການຮ່ວມມືແລກປ່ຽນຂໍ້ມູນຂ່າວສານສະພາບການປະຕິບັດກົດໝາຍຄວາມປອດໄພພາຍໃນປະເທດ, ສັນຍາ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສປ ຈີນ ວ່າດ້ວຍການຮ່ວມມືບູລະນະ ແລະ ປົກປັກຮັກສາ ສຸສານວິລະກໍາແຫ່ງຊາດຈີນ ໃນດິນແດນ ສປປ ລາວ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງຖະແຫຼ່ງຂາວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ແລະ ກະຊວງວັດທະນະທໍາ ສປ ຈີນ, ບົດບັນທຶກ ລະຫວ່າງ ກະຊວງການເງິນ ສປປ ລາວ ກັບ ກະຊວງພາສີ ແຫ່ງ ສປ ຈີນ ກ່ຽວກັບການອໍານວຍຄວາມສະດວກດ້ານພາສີ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ແລະ ຄະນະກໍາມາທິການຄຸ້ມຄອງທະນາຄານ ແຫ່ງ ສປ ຈີນ ແລະ ເອກະສານຮ່ວມມືອື່ນໆ.
  2. 11.ສອງຝ່າຍເປັນເອກະພາບນຳກັນວ່າ ການຢ້ຽມຢາມຂອງ ທ່ານ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ    ສປ ຈີນ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນໄມຕີຈິດມິດຕະພາບ ແລະ ລົງເລິກການຮ່ວມມືແບບຍຸດທະສາດໃນໄລຍະໃໝ່ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ພ້ອມທັງເປັນການປະກອບສ່ວນຊຸກຍູ້ເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ.
  3. 12.ທ່ານ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຈີນ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຊື້ອເຊີີນ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຢ້ຽມຢາມ ສປ ຈີນ ໃນເວລາທີ່ສະດວກ. ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຍິນດີຮັບເອົາການເຊື້ອເຊີນຂອງຝ່າຍຈີນ.

                                                                   ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2016

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484484
ມື້ນີ້0
ມື້ວານ188
ອາທິດນີ້922
ເດືອນນີ້3789