ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການຮ່ວມ ລະຫວ່າງ ສປປ ລາວ ແລະ ສປ ຈີນ

1. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍ ລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 13-14 ພະຈິກ 2017.

     ໃນໄລຍະຢ້ຽມຢາມຄັ້ງນີ້, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ; ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້,ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ. ໃນການພົບປະລະຫວ່າງການນໍາຂັ້ນສູງ ຂອງສອງພັກ, ສອງລັດ ໄດ້ແຈ້ງສະພາບການອັນພົ້ນເດັ່ນ ຂອງແຕ່ລະພັກ ແລະ ປະເທດຕົນເອງໃຫ້ກັນ ແລະ ກັນຊາບ, ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງເລິກເຊິ່ງ ກ່ຽວກັບ ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ລາວ-ຈີນ, ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ ແລະ ມີຄວາມຮັບຮູ້ບັນຫາສຳຄັນຕ່າງໆທີ່ເປັນເອກະພາບຮ່ວມກັນ.

2. ທັງສອງຝ່າຍ ຮູ້ສຶກປິຕິຍິນດີຕໍ່ບັນດາຜົນສຳເລັດທີ່ມີຄວາມໝາຍປະຫວັດສາດຂອງສອງພັກ, ສອງລັດ ທີ່ຍາດມາໄດ້ໃນການຄົ້ນຄວ້າຫາເສັ້ນທາງແຫ່ງການພັດທະນາສັງຄົມນິຍົມ ທີ່ເໝາະສົມ ກັບສະພາບຕົວຈິງຂອງປະເທດຕົນເອງ, ໄດ້ເປັນເອກະພາບຮ່ວມກັນໃນການເພີ່ມທະວີການແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຊຸກຍູ້ການປະຕິຮູບເປີດປະຕູສູ່ພາຍນອກຂອງ ປະເທດຈີນ ແລະ ພາລະກິດການປ່ຽນແປງໃໝ່ຂອງປະເທດລາວ ໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

 

     ຝ່າຍລາວ ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນສະຫງ່າງາມຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIX ຂອງ ພັກກອມມູນິດຈີນ ລວມທັງໄດ້ນໍາເອົາແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃຫມ່ ເປັນແນວຄິດຊີ້ນຳຂອງພັກກອມມູນິດຈີນ;ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການຊີິ້ນໍານໍາພາຂອງ ສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍສີ ຈິ້ນຜິງ ເປັນແກນນຳນັ້ນ, ປະຊາຊົນຈີນ ຈະສືບຕໍ່ຊຸກຍູ້ການວາງແຜນ ການພັດທະນາ 5 ປະການໃນໜຶ່ງດຽວ, ປະສານສົມທົບຊຸກຍູ້ການວາງແຜນຍຸດທະສາດ 4 ຮອບດ້ານ ແລະ ເດີນໜ້າເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີ ສອງເຫດການ ເພື່ອສ້າງສາປະເທດຈີນ ໃຫ້ເປັນປະເທດ ສັງຄົມນິຍົມທີ່ທັນສະໄໝ, ຮັ່ງມີຜາສຸກ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີິວິໄລ, ກົມກຽວປອງດອງ ແລະ ສວຍງາມ.

 

        ຝ່າຍຈີນ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ໃນພາລະກິດປ່ຽນແປງ   ໃໝ່ຂອງປະເທດລາວ ໃນໄລຍະ 30 ກວ່າປີທີ່ຜ່ານມາ, ໂດຍສະເພາະ ໃນພາລະກິດປົກປັກຮັກສາ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກປະຊາ ຊົນປະຕິວັດລາວເປັນຕົ້ນມາ; ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນເຂັ້ມແຂງ ຂອງ ພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ເປັນຜູ້ນຳພານັ້ນ, ປະຊາຊົນລາວ ຈະປະສົບຜົນສຳເລັດໃນການບັນລຸໜ້າທີ່, ເປົ້າໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ວາງອອກ ແລະ ຍາດໄດ້ຜົນສຳເລັດອັນໃຫມ່, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດສັງຄົມນິຍົມຕາມເປົ້າໝາຍ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

3. ທັງສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນວ່າ, ສອງປະເທດ ລາວ ແລະ ຈີນ ທີ່ມີສາຍພູ, ສາຍນໍ້າຕິດຈອດກັນ, ປະຊາຊົນສອງຊາດ ໄດ້ມີສາຍພົວພັນອັນເປັນມູນເຊື້ອມາແຕ່ດຶກດຳບັນ, ສອງພັກ, ສອງລັດ ໄດ້ມີຄວາມເຫັນອົກເຫັນໃຈກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນພາລະກິດການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ, ການປົດປ່ອຍຊາດ ແລະ ການສ້າງສັງຄົມນິຍົມ, ຊຶ່ງໄດ້ເສີມສ້າງມິດຕະພາບອັນດູດດື່ມ ແລະ ເລິກເຊິ່ງລະຫວ່າງກັນ ແລະ ກັນ; ໃນຊຸມປີຜ່ານມາທັງສອງຝ່າຍໄດ້ມີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງນັບມື້ນັບເລິກເຊິ່ງ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຽດໃນທຸກຂົງເຂດໄດ້ມີຜົນສຳເລັດອັນອຸດົມສົມບູນ, ຊຶ່ງໄດ້ຊຸກຍູ້ພາລະກິດການສ້າງສັງຄົມນິຍົມ ແລະ ການກໍ່ສ້າງພັກ ຂອງ ສອງປະເທດໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະໂຫຽດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

 

     ສອງປະເທດ ລາວ-ຈີນ ລ້ວນແລ້ວແຕ່ແມ່ນປະເທດສັງຄົມນິຍົມທີ່ມີພັກກອມມູນິດເປັນຜູ້ນໍາ ພາ, ທັງສອງປະເທດມີອຸດົມການອັນດຽວກັນ, ມີລະບອບການເມືອງສັງຄົມ ແລະ ເສັ້ນທາງການພັດທະນາທີ່ຄ້າຍຄືກັນ. ເຖິງວ່າສະພາບການຂອງພາກພື້ນ ແລະ ສາກົນມີການຜັນປ່ຽນຢ່າງໄວວາ ແລະ ສັບສົນ, ແຕ່ທັງສອງຝ່າຍ ໄດ້ສືບຕໍ່ຍຶດໝັ້ນທິດທາງການພົວພັນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ຕາມທິດ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ອັນໄດ້ເຮັດໃຫ້ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງ ສອງປະເທດ ລາວ-ຈີນ ນັບມື້ນັບມີຄວາມອຸດົມສົມບູນ, ມີຄວາມເຊື່ອໝັ້ນເຊິ່ງກັນແລະກັນ, ໃຫ້ການຊ່ວຍເຫຼືອ ແລະ ສ້າງຜົນປະໂຫຍດເຊິ່ງກັນແລະກັນໃນລະດັບສູງ, ເປັນຄູ່ຮ່ວມຊາຕາກຳທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ ແລະ ມີຄວາມຫມາຍຍຸດທະສາດຊຶ່ງສອດຄ່ອງກັບຜົນປະ ໂຫຽດພື້ນຖານ ແລະ ຄວາມມຸ້ງຫວັງຮ່ວມກັນ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ທັງມີຜົນດີຕໍ່ຄວາມຈະເລີນຮຸ່ງເຮືອງຂອງພາລະກິດການສ້າງສັງຄົມນິຍົມ ກໍ່ຄື ຕໍ່ພາລະກິດອັນສູງສົ່ງ ແຫ່ງ ສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

4. ທັງສອງຝ່າຍ ເຫັນດີຈະສືບຕໍ່ຮັກສາມູນເຊື້ອອັນດີງາມ ໂດຍຮັກສາການໄປມາຫາສູ່ລະຫວ່າງ ການນຳຂັ້ນສູງ ຂອງ ສອງພັກ, ສອງລັດ; ຈະສືບຕໍ່ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ບັນຫາສຳຄັນຕ່າງໆຂອງການພົວພັນສອງຝ່າຍ ກໍ່ຄື ສະພາບການພາກພື້ນ ແລະ ສາກົນ ຢ່າງທັນເວລາ ດ້ວຍຫຼາຍຮູບການ ທີ່ມີໄຫວພິບ ເພື່ອເປັນທິດຊີ້ນໍານໍາພາການເສີມຂະຫຍາຍສາຍພົວພັນ ລະຫວ່າງ ລາວ-ຈີນ ໃນໄລຍະໃໝ່. ທັງສອງຝ່າຍ ຍິນດີສືບຕໍ່ເພີ່ມທະວີການຮ່ວມມືແລກປ່ຽນແບບໄມຕີຈິດມິດຕະພາບ ລະຫວ່າງ ສອງພັກ, ຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງພັກ (ໄລຍະແຕ່ປີ 2016-2020) ໃຫ້ດີ, ສືບຕໍ່ຈັດຕັ້ງກອງປະຊຸມສຳມະນາທິດສະດີ ລະຫວ່າງ ສອງພັກ ໃຫ້ດີ, ເພີ່ມທະວີການຮ່ວມມືໃນການຝຶກອົບຮົມກໍ່ສ້າງພະນັກງານ, ລົງເລິກແລກປ່ຽນບົດຮຽນ ໃນການກໍ່ສ້າງພັກ ແລະ ການປົກຄອງລັດ-ບໍລິຫານປະເທດ, ສືບຕໍ່ລົງເລິກການພົວພັນທີ່ດີ ລະຫວ່າງ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ກັບ ສະພາແຫ່ງຊາດລາວ, ກໍ່ຄື ລະຫວ່າງ ສະພາປຶກສາການເມືອງທົ່ວປະເທດຈີນ ກັບ ສູນກາງແນວລາວສ້າງຊາດຂອງລາວ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງອົງການກ່ຽວຂ້ອງ ແລະ ການແລກປ່ຽນປະສານງານດ້ານນະໂຍບາຍ ເພື່ອປະກອບສ່ວນເຂົ້າໃນການສ້າງສາສັງຄົມນິຍົມຂອງສອງປະເທດ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງ ສອງປະເທດ ລາວ-ຈີນ.

5. ທັງສອງຝ່າຍ ເຫັນດີສືບຕໍ່ການແລກປ່ຽນໄປມາຫາສູ່ ແລະ ການຮ່ວມມືກັນໃນຂົງເຂດວຽກງານການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຮ່ວມກັນຈັດຕັ້ງປະຕິບັດສັນຍາວ່າດ້ວຍ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນສະພາບການໃໝ່ ທີ່ໄດ້ເຊັນກັນໃນໄລຍະຢ້ຽມຢາມຄັ້ງນີ້ ເພື່ອເຮັດໃຫ້ແຕ່ລະຂັ້ນມີການປະສານງານກັນຢ່າງໃກ້ຊິດ; ຮັກສາການແລກປ່ຽນລະຫວ່າງການນຳທຸກຂັ້ນຂອງສອງກະຊວງປ້ອງກັນປະເທດ, ສືບຕໍ່ການພົບປະລະຫວ່າງ ການນໍາຂັ້ນສູງຂອງທະຫານປ້ອງກັນຊາຍແດນຂອງສອງປະເທດ, ເພີ່ມທະວີການຮ່ວມມືໃນຂົງເຂດການຝຶກອົບຮົມບຸກຄະລາກອນ, ການຝຶກຊ້ອມການທະຫານ, ​ວຽກງານການເມືອງ, ວຽກ​ງານ​ເສ​ນາ​ຮັກ ແລະ ອື່ນໆ; ເພີ່ມທະວີການຮ່ວມມືໃນຂົງເຂດການປະຕິບັດກົດໝາຍ ແລະ ຄວາມປອດໄພ ໃນດ້ານຮັກສາຄວາມປອດໄພພາຍໃນປະເທດ; ການຕ້ານອາຊະຍາກຳຂ້າມຊາດ; ການລາດຕະເວນຕາມລຳແມ່ນ້ຳຂອງ; ສະຫນັບສະຫນູນການປົກປັກຮັກສາຄວາມຫມັ້ນຄົງ ແລະ ຄວາມສະຫງົບທາງສັງຄົມຂອງກັນ ແລະ ກັນ; ປົປັກຮັກສາບຸກຄົນ, ອົງການ ແລະ ໂຄງການໃຫຍ່ຂອງກັນ ແລະ ກັນໃຫ້ດີ.

6. ທັງສອງຝ່າຍ ເຫັນດີຈະເອົາໃຈໃສ່ ແລະ ລົງເລິກການເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ-ຈີນ ດ້ວຍຍຸດທະສາດລະດັບສູງ ໃນການຊອກຄົ້ນກຳລັງແຮງບົ່ມຊ້ອນຂອງການຮ່ວມມືຕື່ມອີກບາດກ້າວໜຶ່ງ ເພື່ອຍົກລະດັບການຮ່ວມມືໃຫ້ສູງຂຶ້ນກວ່າເກົ່າຄື:

 

  1. ເລັ່ງລັດການເຊື່ອມໂຍງ ລະຫວ່າງ ຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ກັບ ຍຸດທະສາດ “ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດເຊື່ອມໂຍງກັບພາກພື້ນ ແລະ ສາກົນ” ຂອງລາວ, ສອງຝ່າຍຈະຮ່ວມກັນສ້າງແລວເສດຖະກິດ ລະ​ຫວ່າງ ລາວ-ຈີນ ທີ່​ເລີ່ມ​ຈາກ​ແຂວງ​ຢຸນ​ນານ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາ​ວ-ຈີນ ຜ່ານ​ຈຸດ​ສຳ​ຄັນ​ຕ່າງໆ ແລະ ລົງ​ມາ​ຮອດ​ພາກ​ໃຕ້​ຂອງ​ປະ​ເທດ​ລາວ.
  2. ຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳ ວ່າດ້ວຍ ການເພີ່ມທະວີການຮ່ວມມືການກໍ່ສ້າງພື້ນຖານໂຄງລ່າງ ທີ່​ລົງ​ນາມ​ຮ່ວມ​ກັນໃນລະຫວ່າງການຢ້ຽມຢາມຄັ້ງນີ້ໃຫ້ດີ; ເລັ່ງລັດຊຸກຍູ້ບັນດາໂຄງການທີ່ເປັນຂີດໝາຍສໍາຄັນຂອງການຮ່ວມມື, ລວມທັງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ດ້ວຍການເພີ່ມທະວີການປະສານງານຢ່າງກົມກຽວ, ສົມທົບກັນແກ້ໄຂບັນຫາໃນການປະ​ຕິ​ບັດໂຄງການ, ນະໂຍບາຍກ່ຽວຂ້ອງ, ການຮັກສາຄວາມປອດໄພ ແລະ ການລະດົມທຶນເພີ່ມເຕີມຂອງໂຄງການໃຫ້ດີ ເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດໂດຍໄວ.
  3. ສົ່ງເສີມບົດບາດຂອງຄະນະກຳມາທິການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ກໍຄື ກົນໄກການຮ່ວມມືກ່ຽວ​ກັບຄວາມ​ອາດ​ສາ​ມາດ​ດ້ານການຜະລິດ ແລະ ການລົງທຶນ ຢ່າງເຕັມສ່ວນ; ເພີ່ມທະວີການວາງແຜນຢ່າງຮອບ​ດ້ານໃນການຮ່ວມມືດ້ານເສດຖະກິດ-ການຄ້າສອງຝ່າຍ ເພື່ອຍົກສູງລະດັບ ແລະ ຂະໜາດການຮ່ວມມືທາງດ້ານເສດຖະກິດ-ການຄ້າຂອງສອງຝ່າຍ; ເພີ່ມທະວີການຮ່ວມມືໃນຂົງເຂດຄວາມອາດສາມາດການຜະລິດ, ການເງິນ-ທະນາຄານ, ພະລັງງານ, ຊັບພະຍາກອນທໍາມະຊາດ, ການ​ທ່ອງ​ທ່ຽວ ແລະອື່ນໆ ເພື່ອຊຸກຍູ້ການຊ່ວຍໜູນຊຶ່ງ​ກັນ​ແລະກັນ ດ້ານທ່າແຮງເສດຖະກິດຂອງສອງປະເທດ.
  4. ຝ່າຍຈີນຍິນດີຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະຫນັບສະຫນຸນໃຫ້ແກ່ການສ້າງສາພັດທະນາປະເທດຊາດຂອງຝ່າຍລາວຕາມຄວາມສາມາດຂອງຕົນ, ສົ່ງເສີມການພັດທະນາ ເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ, ຊ່ວຍເຫຼືອວຽກງານສາທາ ລະນະສຸກ, ວັດທະນະທຳ, ການສຶກສາ ແລະ ອື່ນໆ ຂອງຝ່າຍລາວ ມີການຂະຫຍາຍຕົວ, ສືບຕໍ່ສະຫນັບສະຫນູນການສ້າງສາພື້ນຖານໂຄງລ່າງ ດ້ານກະສິກຳ, ຊົນລະປະທານ, ຄົມມະ ນາຄົມຂົນສົ່ງ, ໂທລະຄົມສື່ສານ ແລະ ອື່ນໆ, ຈັດຕັ້ງປະຕິບັດບັນດາໂຄງການເຊັ່ນ: ດ້ານສຸກ ສາລາ, ສຸຂະນະໄມ ໃຫ້ແກ່ປະຊາຊົນລາວ ທີ່ຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກລີກ, ທັງນີ້ກໍ່ເພື່ອແນ່ໃສຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ, ໂດຍສະເພາະປະຊາຊົນທີ່ຢູ່ທ້ອງຖິ່ນຂອງລາວໃຫ້ຫລາຍຂຶ້ນກວ່າເກົ່າ.

7. ທັງສອງຝ່າຍ ຍິນດີຈະເປີດກວ້າງການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດວັດທະນະທໍາ, ສຶກສາ, ເຕັກນິກ-ວິທະຍາສາດ ແລະ ອື່ນໆ; ເພີ່ມທະວີການໄປມາຫາສູ່ກັນ ລະຫວ່າງ ອົງການກຳມະ ບານ, ຊາວໜຸ່ມ ແລະ ແມ່ຍິງຂອງສອງປະເທດ; ຈັດຕັ້ງປະຕິບັດແຜນການຮ່ວມມືດ້ານວັດທະນະ ທຳປະຈຳປີໃຫ້ດີ, ສືບຕໍ່ດຳ​​ເນີນວຽກງານ ຂອງ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໃຫ້ດີ. ຝ່າຍຈີນ ຈະສືບຕໍ່ສະໜອງທຶນການສຶກສາຂອງລັດຖະບານຈີນໃຫ້ແກ່ຝ່າຍລາວຫຼາຍ​ຂຶ້ນ, ພ້ອມທັງຈະຊຸກຍູ້ການຮ່ວມມືໃນດ້ານອາຊີວະສຶກສາ ເພື່ອຮັບໃຊ້ໃຫ້ແກ່ການສ້າງສາເສດຖະກິດ-ສັງຄົມຂອງລາວ ກໍ່ຄື ການຮ່ວມມືທີ່ເປັນຮູບປະທຳ ລະຫວ່າງ ສອງປະເທດ; ຈັດຕັ້ງປະຕິບັດສັນຍາຮ່ວມມືດ້ານເຕັກນິກ-ວິທະຍາສາດ ລະຫວ່າງ ລັດຖະບານສອງປະເທດ ທີ່ເຊັນກັນໃນລະຫວ່າງການຢ້ຽມຢາມຄັ້ງນີ້ໃຫ້ດີ; ສືບຕໍ່ປະຕິບັດການແລກປ່ຽນອາສາສະໝັກຊາວໜຸ່ມ, ເພີ່ມທະວີການແລກປ່ຽນຊາວໜຸ່ມ-ໄວໜຸ່ມສອງປະເທດ, ພ້ອມກັນສຶກສາອົບຮົມ ແລະ ສ້າງຜູ້ສືບທອດມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ລາວ-ຈີນ; ເປີດກວ້າງການຮ່ວມມື ລະຫວ່າງ ທ້ອງຖິ່ນຂອງສອງປະເທດ; ສືບຕໍ່ສົ່ງເສີມບົດບາດຂອງກົນໄກການຮ່ວມມື ລະຫວ່າງ ແຂວງຢູນນານຂອງຈີນ ກັບບັນດາແຂວງພາກ ເໜືອຂອງລາວ; ເພີ່ມທະວີການໄປມາຫາສູ່ກັນລະ​ຫວ່າງບັນດາແຂວງທີ່ມີຊາຍແດນຕິດຈອດກັນ.

8. ສອງຝ່າຍຕີລາຄາຢ່າງຕັ້ງໜ້າ ຕໍ່ສະພາບການໃນທະເລຈີນໃຕ້ ທີ່ມີສະຖຽນລະພາບ, ເຫັນດີສືບຕໍ່ຈັດຕັ້ງປະຕິບັດ ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້ ຢ່າງຄົບຖ້ວນ ແລະ ມີປະສິດທິພາບ ແລະ ​ເສີມຂະຫຍາຍທ່ວງທ່າທີ່ດີ ເພື່ອກ້າວໄປສູ່ການສ້າງກົດແຫ່ງການປະພຶດໃນທະເລຈີນໃຕ້ ໂດຍໄວ, ບົນພື້ນຖານການປຶກສາຫາລື ແລະ ເຫັນດີເປັເອກະາບ. ທັງສອງຝ່າຍສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງ ຮ່ວມມືທີ່ເປັນຮູບປະທຳໃນທະເລຈີນໃຕ້ ເພື່ອເຮັດໃຫ້ທະເລຈີນໃຕ້ ເປັນທະເລແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.

9. ຝ່າຍຈີນ ຢືນຢັນຄືນການສະໜັບສະໜູນຢ່າງຫນັກແຫນ້ນຄວາມພະຍາຍາມຂອງຝ່າຍລາວ ໃນການປົກປັກຮັກສາອະທິປະໄຕ, ເອກະລາດ ແລະ ຄວາມໝັ້ນຄົງຂອງຊາດ. ຝ່າຍລາວ ຢືນຢັນຄືນໃນການຍຶດຫມັ້ນ ນະໂຍບາຍປະເທດຈີນດຽວຢ່າງຫນັກແຫນ້ນ, ສືບຕໍ່ສະໜັບສະໜູນການພັດທະນາສາຍພົວພັນສອງຝັ່ງທະເລໄຕ້ຫວັນ, ສະໜັບສະໜູນພາລະກິດທ້ອນໂຮມປະເທດຊາດ ຂອງ ສປ ຈີນ, ເດັດດ່ຽວຄັດຄ້ານທຸກການເຄື່ອນໄຫວ ໃນທຸກຮູບແບບທີ່ເປັນການແບ່ງແຍກ ໄຕ້ຫວັນເປັນເອກະລາດ.

10. ສອງຝ່າຍຕີລາຄາສູງ ຕໍ່ການຮ່ວມມືຢ່າງມີປະສິດທິຜົນຂອງສອງປະເທດ ໃນເວທີພາກພື້ນ ແລະ ສາກົນ, ເຫັນດີສືບຕໍ່ເພີ່ມທະວີການປະສານງານ ແລະ ຮ່ວມມືໃນຂອບຫຼາຍຝ່າຍ ຄື: ເວທີສະຫະປະຊາຊາດ, ກອງປະຊຸມອາຊີ-ເອີຣົບ,ການຮ່ວມມືໃນຂອບກອງປະຊຸມສຸດຍອດອາຊີຕາເວັນອອກ, ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ແລະ ອື່ນໆ; ສືບຕໍ່ພົວພັນກັນຢ່າງໃກ້ຊິດ, ທັນການ, ມີປະສິດທິຜົນ ແລະ ໃຫ້ການສະໜັບສະໜູນເຊິ່ງກັນແລະກັນ ຢ່າງແຂງແຮງ ໃນບັນຫາຕ່າງໆທີ່ກ່ຽວພັນເຖິງຜົນປະໂຫຍດສຳຄັນຂອງແຕ່ລະຝ່າຍ.

    ຝ່າຍຈີນຕີລາຄາສູງ ຕໍ່ການປະກອບສ່ວນສຳຄັນຂອງຝ່າຍລາວ ໃນການມີສ່ວນຮ່ວມກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງຕັ້ງໜ້າ, ສະແດງຄວາມຊົມເຊີຍຕໍ່ຝ່າຍລາວທີ່ໄດ້ມີບົດບາດ​ສຳຄັນໃນການຊຸກຍູ້ການພົວພັນ ລະຫວ່າງ ອາຊຽນ-ຈີນ, ການຮ່ວມມືອາຊີຕາເວັນອອກ, ສະໜັບສະໜູນຝ່າຍລາວ ໃນການເປັນປະທານຮ່ວມຂອງຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນປີ 2018. ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມເວທີປາໄສສາກົນລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍຜົນສຳເລັດອັນຈົບງາມ ແລະ ຍິນດີຮ່ວມກັບ ສປ ຈີນ ແລະ ບັນດາປະເທດອ່າງແມ່ນໍ້າຂອງ ພ້ອມກັນສ້າງຄູ່ຮ່ວມຊາຕາກຳຂອງບັນດາປະເທດແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

11. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເຊັນເອກະສານການຮ່ວມມື ຈໍານວນ 17 ສະບັບ ຄື: ສັນຍາການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງປະເທດ ສປ ຈີນ ກ່ຽວກັບການເພີ່ມທະວີການຮ່ວມມືໃນສະພາບການໃຫມ່; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນກໍ່ສ້າງແລວເສດຖະກິດລາວ-ຈີນ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີການພັດທະນາເສັ້ນທາງສາຍໄໝດີຈີຕອນ ຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນຂ່າວສານ; ສັນຍາ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດ ຕັ້ງປະຕິບັດຮ່ວມ ໂຄງການຕົວແບບ ໃນການສ້າງສູນຂໍ້ມູນ-ຂ່າວສານ ຊັບພະຍາ ກອນນໍ້າແຫ່ງຊາດ ແລະ ການສ້າງແຜນແມ່ບົດ ການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມກັນຊຸກຍູ້ສ້າງເຂດຕົວແບບພັດທະນາກະສິກໍາຄົບວົງຈອນທີ່ທັນສະໄໝ; ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການຊ່ວຍເຫຼືອໃນ 3 ປີຕໍ່ໜ້າ; ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ; ສານແລກປ່ຽນວ່າດ້ວຍຝ່າຍຈີນເຫັນດີກຳນົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ; ສັນຍາຂອບ ສະໜອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ; ບົດບັນທຶກຄວາມເຂົ້າໃຈ ການສ້າງຄູ່ຮ່ວມມືຍຸດທະສາດ ດ້ານການຮ່ວມມືໄຟຟ້າ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທາງດ້ານການເງິນເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ; ສັນຍາເງິນກູ້ພິເສດດອກເບ້ຍຕໍ່າໂຄງການເຂື່ອນໄຟຟ້າຫ້ວຍປາຫລາຍ; ສັນຍາເງິນກູ້ທຸລະກິດໂຄງ ການສາຍສົ່ງ 115ກວ ຊຽງຮ່ອນ-ຫົງສາ; ສັນຍາຮ່ວມທຶນໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນຕອນທີ I ນະຄອນຫຼວງວຽງຈັນ ຫາ ວັງວຽງ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫຼວງວຽງຈັນ.

12. ສອງຝ່າຍມີຄວາມເປັນເອກະພາບຮ່ວມກັນວ່າ ການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ, ເປັນຂີດໝາຍທີ່ມີຄວາມສຳຄັນ ໃນການສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງປະເທດ ລາວ-ຈີນ ແລະ ໄດ້ຊຸກຍູ້ໃຫ້ສາຍພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລາວ-ຈີນ ກ້າວຂຶ້ນສູ່ລະດັບສູງອັນໃໝ່.

 

              ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິລາວ, ປະທານປະເທດ ແຫ່ງ ສປປ ລາວ ກໍ່ຄື ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ຄຶກຂຶມ ແລະ ສົມກຽດ ໃນໂອກາດການຢ້ຽມຢາມຄັ້ງນີ້. ໃນໂອກາດດັ່ງກ່າວ, ສະຫາຍ ສີ ຈິ້ນຜິງ ໄດ້ເຊື້ອເຊີນ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄປຢ້ຽມຢາມ ສປ ຈີນ ອີກຄັ້ງໜຶ່ງ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບຕໍ່ການເຊື້ອເຊີນດ້ວຍຄວາມຍິນດີ.

 

                                          ທີ່ ນະຄອນຫຼວງວຽງຈັນ, ວັນທີ 14 ພະຈິກ 2017

 

 

 

 

 

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480220
ມື້ນີ້50
ມື້ວານ157
ອາທິດນີ້618
ເດືອນນີ້6451