ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຖະແຫຼງການຮ່ວມ ລາວ-ຫວຽດນາມ ໃນໂອກາດທີ່ ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມ ສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ

 

1.) ໂດຍ​ຕອບ​ສະໜອງ​ຕາກ​ມການ​ເຊື້ອ​ເຊີນ​ຂອງ ສະຫາຍ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກ​ອມມູນິຫວຽດນາມ ຫງວຽນ ​ຟູ ​ຈ້ອງ, ປະທານ​ປະ​ເທດ​ ແຫ່ງ ສາທາ​ລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ​ເຈີ​ນ ດ້າຍ​ ກວາງ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ລາວ ຢ້ຽມຢາມ​ສັນຖະວະ​ໄມຕີ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 19 ​ເຖິງ 21 ທັນວາ 2017.

ໃນ​ໄລຍະ​ຢ້ຽມຢາມ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ເຈລະຈາ​ກັບ ສະຫາຍ ​ເລ​ຂາ​ທິການ​ໃຫຍ່ ຫງວຽນ ​ຟູ​ ຈ້ອງ; ພົບ​ປະ​ກັບສະຫາຍ ປະ ທານ​ປະ​ເທດ ​ເຈີ​ນ ດ້າຍ ກວາງ ​ແລະ ພ້ອມ​ກັນ​ຖະ​ແຫລ​ງຂ່າວ ປິດ​ປີ​ສາມັກຄີມິດຕະພາບ​ ລາວ-ຫວຽດນາມ ປີ 2017; ພົບ​ປະ​ກັບ​ນາຍົກລັດຖະມົນຕີ ຫງວຽນ​ ຊວັນ ຟຸກ, ພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຖິກິມ​ເງິນ; ຢ້ຽມຢາມ​ບາງ​ສະຫາຍ​ອະດີດ​ການ​ນຳ​ຫລັກ​ແຫ​ລ່ງຂອງ​ພັກ ​ແລະ ລັດ ຫວຽດ ນາມ; ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ-ລາວ; ພົບ​ປະ​ໂອ້​ລົມ​ກັບ​ບັນດາ​ຜູ້ຕາງໜ້າ​ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານຫວຽດນາມ ຢູ່ລາວ ພ້ອມ​ດ້ວຍ​ໄວ​ໜຸ່ມ​ຫວຽດນາມ ​ແລະ ນັກ​ສຶກສາລາ​ວ ຢູ່​ຫວຽດນາມ; ຢ້ຽມຢາມ​ບາງ​ພື້ນຖານ​ເສດຖະກິດ, ວັດທະນະທຳ​ຢູ່​ນະຄອນຫລວງ​ຮ່າ​ໂນ້ຍ, ​ແຂວງ​ເຫ​ງະ​ອານ ​ແລະ ກອງ​ບັນຊາ​ການ​ທະຫານ​ເຂດ 4.

2.) ສອງ​ຝ່າ​ຍ​ເນັ້ນ​ໜັກ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສສ ຫວຽດນາມ ຢ່າງ​ເປັນ​ທາ​ງການ​ຂອງ ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິຫານ​​ໃຫຍ່, ປະທານ​ປະ​ເທດ ​ໃນ​ຄັ້ງ​ນີ້ ​ແມ່ນ​ຂີດ​ໝາຍ​ທີ່​ມີ​ຄວາມ​ໝາຍ​ທາງ​ປະຫວັດສາດ ​ເຊິ່ງທັງ​ສອງ​ປະ​ເທດ​ໄດ້​ປະສານ​ສົມທົບ​ກັນ ຈັດ​ຕັ້ງປີ​ສາມັກຄີ​ມິດຕະພາບ 2017 ຢ່າງ​ມີ​ຜົນສຳ​​ເລັດ, ສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ການ​ທູດ ຄົບຮອບ 55 ປີ ​ແລະ ວັນ​ເຊັນ​ສົນ ທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 40 ປີ. ສອງ​ຝ່າຍ​ສືບ​ຕໍ່​ຢືນຢັນ​ຈະ​ສືບ​ທອດ​ມູນ​ເຊື້ອ ສາຍ​ພົວພັນ​ທີ່​ສະໜິດ​ສະໜົມ​ທີ່​ສືບ​ທອດ​ມາ​ຈາກ​ປະຫວັດສາດ. ຕະ ຫລອດ 55 ປີ​ ທີ່​ຜ່ານ​ມາ, ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ​ໄດ້​ບັນລຸ​ບັນດາ​ໝາກຜົນ​ອັນ​ໃຫຍ່​ຫລວງ, ຮອບດ້ານ, ສຳຄັນ ​ແລະ ມີ​ຄວາມ​ໝາຍ​ທາງ​ປະ​ຫວັດ​ສາດ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ບັນດາ​ຜົນສຳ​ເລັດ​ດັ່ງກ່າວ ​ແມ່ນ​ໄດ້​ມາ​ຈາກ​ສາຍ​ພົວພັນ ຄວາມ​ສາ​ມາກ​ຄີ​ພິ​ເສດ ​ໂດຍ​ແມ່ນປະທານ ​ໂຮ່ຈິມິງ ຜູ້​ຍິ່ງ​ໃຫຍ່ ​ແລະ ປະທານ​ ​ໄກສອນ ພົມວິຫານ, ປະທານ​ສຸພາ​ນຸວົງ ທີ່​ເຄົາລົບ​ຮັກ​ ເປັນ​ຜູ້​ກໍ່​ຕັ້ງ​ຂຶ້ນ ​ແລະ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ບັນດາ​ຮຸ່ນ​ການ​ນຳ​ ຂອງສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສ​ອງຊາດ, ​ໄດ້​ກາຍ​ເປັນ​ມໍລະດົກ​ລວມອັນ​ລ້ຳ​ຄ່າ​ຂອງ​ສອງ​ພັກ, ສອງ​ຊາດ, ​ເປັນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ​ແລະ ຂະຫຍາຍຕົວ, ​ເປັນ​ປັດ​ໄຈ​ສຳຄັນ​ ທີ່​ຮັບປະກັນ​ຜົນສຳ​ເລັດ​ຂອງ​ພາ ລະກິດ​ປະຕິວັດຢູ່​ແຕ່ລະ​ປະ​ເທດ.

ສອງ​ຝ່າຍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ຕໍ່​ກັບ​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ, ລ້ຳ​ຄ່າ, ໝົດ​ຈິດ​ໝົດ​ໃຈ, ບໍລິສຸດ​ຜຸດ​ຜ່ອງ ​ແລະ ມີ​ປະສິດທິ​ຜົນ ທີ່​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ທີ່​ໄດ້​ມີ​ໃຫ້​ແກ່​ກັນ ​ແລະ ກັນ ຕະຫລອດ​ໄລຍະ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ທ້ອນ​ໂຮມ​ປະ​ເທດຊາດ​ໃນ​ເມື່ອ​ກ່ອນ ກໍ​ຄື​ ພາລະກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະ ນາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ. ສອງ​ຝ່າຍ​ຢືນຢັນ​ຈະ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ທີ່​ດີງາມ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ​ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຖື​ວ່າ​ນີ້​ແມ່ນ​ບັນຫາ​ທີ່​ມີ​ຄວາມ​ໝາ​ຍອັນ​ເປັນຕາ​ຍ ຕໍ່​ອະນາ​ຄົດ​ຂອງ​ສອງ​ຊາດ ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ມີ​ຄວາມ​ສົມບູນ​ພູນ​ສຸກ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະ​ເຖຍລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ ພາກ​ພື້ນ ​ແລະ ​ໃນ​ໂລກ.

3.) ໃນ​ທ່າມກາງ​ບັນຍາກາດ​ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ ກັນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ທີ່​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ຊົມ​ເຊີຍ​ບັນດາ​ໝາກຜົນ​ທີ່​ສຳຄັນ​ພາຍຫລັງ 2 ປີ ​ແຫ່ງ​ການ​ດຳ​ເນີນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍມະຕິ​ກອງ​ປະຊຸມ​​ໃຫຍ່​ຂອງ​ແຕ່​ລະ​ພັກ; ຢືນຢັນ​ເຖິງ​ໝາກຜົນ​ຂອງ​ປີ​ສາມັກຄີ​ມິດຕະ ພາບລາວ-ຫວຽດ ນາມ ປີ 2017 ​ເຊິ່ງມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້​ ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ​ໃນ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ຮຸ່ນ​ໜຸ່ມ; ​ເປັນ​ເຫ​ງົ້າພະລັງ​ທີ່​ສຳຄັນ​ເພື່ອ​​ເສີມ​ຂະ​ຫາ​ຍາຍ​ສາຍ​ພົວພັນ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ນັບ​ມື້​ນັບ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາ​ຍ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ແນວທາງ​ການ​ປ່ຽນ​​ແປງ​ໃໝ່ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ. ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ສະພາບ​ການ​ຂອງ​ພາກ​ພື້ນ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ​ນຳ​ກັນ.

4.) ສອງ​ຝ່າຍ​ເປັນ​ເອກະພາບ ​ສືບ​ຕໍ່​ປະສານ​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ ລະຫວ່າງ ສອງ​ພັກ, ສອງ​ລັດ; ຖະ​ແຫລ​ງການ​ຮ່ວມ ລາວ-ຫວຽດນາມ ​ໃນ​ເດືອນ​ເມສາ ປີ 2016, ​ເດືອນ​ພະຈິກ ປີ 2016 ​ແລະ ​ເດືອນ​​ເມສາ ປີ 2017 ​ໃນ​ໂອກາດ​ແຫ່ງ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຢ່າງ​ເປັນ​ທາງ​ການ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ.

5.) ສ​ອງຝ່າຍ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ດ້ານ​ການ​ເມືອງ​ເຂົ້າສູ່​ລວງ​ເລິກ, ກຳນົດ​ທິດ​ລວມ​ໃຫ້​ແກ່​ກາ​ນຳ​ພົວພັນ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ; ສືບ​ຕໍ່​ຮັກ​ສາ​ບັນດາ​ການ​ພົບ​ປະ​​ແລກປ່ຽນ, ​ໄປມາຫາສູ່​ກັນ​ຢ່າງ​ເປັນ​ປົກກະຕິ ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກ, ສອງ​ລັດ ດ້ວຍ​ຫລາຍ​ຮູບ​ການ; ປັບປຸງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ການ​ຮ່ວມ​ມື ລະຫວ່າງ ສອງ​ພັກ, ສອງ​ລັດໃຫ້​ມີ​ຄວາມ​ບໍລິບູນ; ​ເປີດ​ກວ້າງ​ການ​ຮ່ວມ​ມື, ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ລະຫວ່າງ​ບັນ ດາ​ຄະນະ​ພັກ​, ກະຊວງ, ​ຂະ​ແໜງ​ການ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ​ໃນ​ນັ້ນ​ຖື​ສຳຄັນ​ການ​ແລກປ່ຽນ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ, ​ແລກປ່ຽນ​ບົດຮຽນ​ ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ. ​ເຂັ້ມ​ແຂງ, ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ເຊື່ອມ​ໂຍງ​ສາກົນ; ສຸມ​ໃສ່​ປະສານ​ສົມທົບ​ໃນ​ການ​ກໍ່ສ້າງ, ບໍ​າລຸງ​ພະນັກງານ​ຂັ້ນ​ຕ່າງໆ; ຍູ້​ແຮງ​ການ​ໂຄສະນາ​ຢ່າງ​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ ກ່ຽວ​ກັບ​ມູນ​ເຊື້ອ​ແຫ່ງ​ການ​ພົວພັນ​ສາມັກຄີ​ພິ​ເສດ ລາວ-ຫວຽດນາມ ​ໃຫ້​ຊັ້ນ​ຄົນ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ຄົນ​ຮຸ່ນ​ໜຸ່ມ​ຂອງ​ສອງ​ປະ​ເທດ; ສືບ​ຕໍ່​ປະສານ​ສົມທົບ​ໃນ​ການ​ສ້າງ​ບັນດາ​ກິດຈະການ​ກໍ່ສ້າງ ​ແລະ ການ​ບູລະນະ​ສະ ຖານ​ທີ່​ທາງ​ປະຫວັດສາດ ກ່ຽວ​ກັບ​ການ​ພົວພັນ ລາວ-ຫວຽດນາມ ຢູ່​ແຕ່ລະ​ປະ​ເທດ.

6.) ສອງ​ຝ່າຍ​ຢືນຢັນ​ເຖິງ​ຄວາມ​ສຳຄັນ ​ແລະ ​ເປັນ​ເອກະ​ພາບ​​ໃນ​ການ​ອອກ​ແຮງ​ຊຸກຍູ້, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ກາ​ນລົງທຶນ, ວັດທະນະທຳ, ການ​ສຶກສາ-ກໍ່ສ້າງ, ສາທາລະນະ​ສຸກ, ວິທະຍາສາດ-​ເຕັກນິກ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ ຢ່າງ​ມີ​ປະສິດທິ​ຜົນ. ສ​ອງຝ່າຍ​ປະສານ​ສົມ​ທົບ​ກັນ​ໃນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ, ສັນຍາ, ບົດ​ບັນທຶກ​ການ​ຮ່ວມ​ມື ລະຫວ່າງ ສອງ​ລັດຖະບານ ​ແລະ ບັນດາ​ແຜນການ​ຮ່ວມ​ມື ລະຫວ່າງ​ບັນດາ​ກະຊວງ, ຂະ​  ແໜງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ໃຫ້​ບູລິ​ມະ​ສິດ​ໃນ​ການ​ເຊື່​ອມຕໍ່​ພື້ນຖານ​ຂອງ​ເສດຖະກິດ​ຂອງ​ສອງ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ການ​ເຊື່ອມ​ຕໍ່​ດ້ານ​ຄົມມະນາຄົມ-ຂົນ​ສົ່ງ, ພະລັງງານ, ການທ່ອງທ່ຽວ ​ແລະ ການ​ຮ່ວມ​ມື​ໃນ​ການ​ນຳ​ໃຊ້ ບັນດາ​ທ່າ​ກຳ​ປັ່ນ​ຂອງ​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ເປົ້າ​ໝາ​ຍການ​ພັດທະນາ​ຂອງ​ສອງ​ປະ​ເທດຕາມ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ຝ່າຍ ດ້ວຍ​ບັນດາ​ມາດ​ຕະການ​ອັນ​ລະອຽດ ​ແນ່​ໃສ່​ຮັບປະກັນ​ຄວາມ​ຄືບ​ໜ້າ ​ໃນ​ການ​ປະຕິບັດ​ບາງ​ໂຄງການ​ລົງທຶນ​ຈຸດ​ສຸມ​ຈຳນວນ​ໜຶ່ງຂ​​ອງຫວຽດນາມ ຢູ່​ລາວ; ຍົກສູງ​ຄຸນ​ນະພາ​ບ​​ໃນ​ຂົງ​ເຂດ ການ​ສຶກສາ-ກໍ່​ສ້າງ ​ແລະ ການ​ພັດທະນາ​ຊັບພະຍາ ກ​ອນມະນຸດ. ສອງ​ຝ່າຍ​ຢືນຢັນສື​ບຕໍ່​ສ້າ​ງ​ເງື່ອນ​ໄຂຄວາ​ມສະດວກ​ໃຫ້​ແກ່​ວົງ​ຄະ​ນະ​ຍາດ​ຫວຽດນາມ ​ແລະ ວົງ​ຄະນະ​ຍາດຊາວລາວ​ຢູ່​ຫວຽດນາມ ​ໃນ​ການ​ດຳ​ລົງ​ຊີວິ​ດ, ທຳ​ມາ​ຫາ​ກິນ, ສຶກສາ​ຮ່ຳ​ຮຽນ ​ໂດຍສອດຄ່ອງຕາມ​ລະບຽບກົດໝາຍຂອງ​ແຕ່ລະ​ປະ​ເທດ ​ແລ​ະ ປະ​ເພນີ​ສາກົນ. ຫວຽດນາມ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຝ່າ​ຍລາວ ທີ່​ໄດ້​ຖື​ສຳຄັນ​ການ​ປະກອ​ບສ່ວນ​ຢ່າ​ງຕັ້ງໜ້າ ຂອງ​ວົງ​ຄະນະ​ຍາດຊາວ​ຫວຽດນາ​ມ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະ​ນາ​ປະ​ເທດ​ຊາດ​ລາວ.

7.) ສອງ​ຝ່າຍ​ເປັນ​ເອກ​ະພາ​ບກັນ​ໃນ​ກາ​ນ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ດ້ານ​ປ້​ອງກັນຊາ​ດ, ປ້​ອງກັນ​ຄວາມສະຫງົບ, ຖືນີ້​ເປັນ​ເສົາ​ຄ້ຳ​ໃນການ​ພົວພັນ ລະຫວ່າງ​ສອງ​ປະ​ເທດ​ເພື່ອ​ປົກປັກຮັກສາ​ສະຖ​ຽນລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ, ຄວາ​ມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ຄວາ​ມປ​ອດ​ໄພ​ຂອງສັງຄົມ ຢູ່​ແຕ່ລະ​ປະ​ເທດ​ຢ່າງໜັກ​ແໜ້ນ.  ສອ​ງຝ່າຍ​ປະສາ​ນສົ​ມທົບ​ກັນ ​ໃນ​ການ​ປະຕິ​ບັດ​ບັນດາ​ຂໍ້​ຕົກລົງ​ການ​ຮ່ວມ​ມື​ດ້ານ​ປ້້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫົງ​ບ​ໃຫ້​ໄດ້​ດີ; ສັນ​ຍາ​ວ່າ​ດ້ວຍລະບຽບການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ, ອະ​ນຸສັນຍາ​ວ່າ​ດ້ວຍ​ເສັ້ນຊາຍ​​ແດນ ​ແລະ ຫລັກໝາຍຊາຍ​ແດນ; ສ້າງ​ເສັ້ນຊາ​ຍ​ແດນ ລາ​ວ-ຫວຽດນາມ ​ໃຫ້​ມີີ​ສັນ​ຕິ, ມິດຕະພາບ, ສະ​ຖຽນລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນຍົງ; ສືບ​ຕໍ່​ຜັນຂະຫຍາຍ​ຂໍ້​ຕົກລົງລະດັບລັດຖະບານ ວ່າ​ດ້ວຍ​ການ​​ແກ້​ໄຂ​ການ​ເຄື່ອນຍ້າຍ​ໄປ​ມາຕາມ​ລຳ​ພັງ​ໃຈ ​ແລະ ການ​ແຕ່ງງານ​ທີ່​ບໍ່​ຖືກຕ້ອງຕາມ​ກົ​​ດໝາຍຂອງປະຊາ​ຊົນ ຢູ່​ຕາມ​ບໍລິ​ເວ​ນຊາຍ​ແດນ​ຂອງສອງປະ​ເທດ​ໃຫ້ມີ​ປະ​ສິດທິ​ຜົນ; ປະສານ​ສົ​ມທົບ​ຢ່າງ​ແໜ້ນ​ແຟ້ນໃນ​ການຕ້ານ​ ​ແລະ ສະກັດ​ກັ້ນ​ອາດ​ຊະຍາ​ກຳ​ຂ້າມ​ຊາ​​ດທຸກ​ປະ​ເ​ພດ, ​ເປັນ​ຕົ້ນ​ແມ່ນການຊື້ຂາຍ, ຂົນສົ່ງ​ເສບ​ຕິ​ດ;  ສືບ​ຕໍ່​ປະສານ​ສົບ​ທົບ​ກັນ​ໃນ​ກາ​ນຊອກ​ຄົ້ນຫາ ​ແລະ ຈັດ​ສົ່ງອັ​ດຖິຂອງທະ​ຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ ທີ່​​ເສຍ​ຊີ​ວິດຢູ່​ລາວ ກັບ​ຄືນ​ປະ​ເທດ.

8.) ສອງ​ຝ່າຍ ​ເປັນ​ເອກະ​ພາບ​ກັນ ​ໃນ​ການ​ແລກປ່ຽນຂໍ້​ມູນ​ຂ່າວສານ​ຢ່າງ​ທັນ​ການ ​ແລະ ປະ​ສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແ​​​​​​ຟ້ນ, ມີ​ປະສິດ​ທິ​ຜົນ,​ ຊ່ວຍ​ເຫລື​ອ​ເຊິ່ງກັນ ​ແລ​ະ ກັນ​ ໃນ​ເວທີ​ສາກົນ ​ແລະ ພາກພື້ນ,​​ ​ໂດ​ຍສະ​ເພ​າະ​ແມ່ນຢູ່ ສະຫະປະຊາ​ຊາ​ດ,​​ ອາຊຽນ ​ແລະ ບັນດາ​ກົນ​ໄກ​ຂອງ​ກາ​ນຮ່ວມ​ມື​ໃນ​ອານຸ  ພາ​ກພື້ນ​ແມ່​ນ້ຳຂອງ, ປ​ະກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິ​ພາບ, ສະຖຽນລະ​ພາບ,​ ການ​ຮ່ວມ​ມື ​ແ​ລະ ພັດທະນາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ, ຝ່າຍລາວ​ສະ​ແ​ດງຄວາມ​ຊົ​ມ​ເຊີຍ​ຫວຽດນາມ​ ທີ່​ຈັດ​ປີີ​ເອ​ເປັກ 2017​ ຢ່າງ​ມີ​ຜົນສຳ​ເລັ​ດ; ຝ່າຍ​ຫວຽດນາ​ມສະ​ແດ​ງຄວາ​ມຂອບ​ໃ​ຈຢ່າງ​ຈິງ​ໃຈ​ມາ​ຍັງຝ່າຍ​ລາວ ທີ່​​ໄດ້​ໃຫ້ ການ​ສະໜັບສະໜູນຫວຽດນາມ ​ໃນ​ການ​ເຮັດ​ໜ້າທີ່​ອັນ​ມີ​ກຽ​ດສະຫງ່າ​ໃນ​ການ​ເປັນ​ເຈົ້າພາບຈັດກ​ອງປະ​ຊຸມ ​ເອ​ເປັກ ຢ່າງມີ​ຜົນສຳ​ເລັດ​ອັນ​ຈົບງາມ.

ສອ​ງຝ່າຍ ​ເປັນ​​ເອກ​ະພາບ​ກັນ​ໃນ​ການ​ສືບ​ຕໍ່​ເພີ່ມ​ທະວີ​ຮ່ວມມື, ປະສານ​ສົ​ມທົ​ບກັນຢ່າງ​ແໜ້ນ​​ແຟ້ນ ​ແລະ ປະສາ​ນສົມ​ທົ​ບກັບ​ບັນດາ​ປະ​ເທ​ດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວຂ້​​ອງ ​ເພື່ອ​ຄຸ້ມຄອງ,​ ນຳ​​ໃຊ້​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ ​ແລະ ມີ​ປະ​ສິດທິ​ຜົນ, ຮັບປະກັນ​ຜົນ​ປະ​​ໂຫຍ​ດຂອງ​ບບັນ​ດາ​ປະ​ເທ​ດ​ໃນ​ເຂ​ດລຽບ​ແມ່​ນ້ຳຂ​ອງ; ມີ​ກົນ​ໄກ​ການ​ປະ​ສານງາ​ນ ລະ​ຫວ່າງ​ສອງຝ່າຍ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້​ອງ​ເພື່ອ​ຕິດຕາມ​-ກວດ​ກາ ບັນດາ​ຜົນ​ກະທົບ​ຮອບ​ດ້ານ​ຈາກການ​ນຳ​ໃຊ້​ແມ່ນ້ຳຂອງ; ​ເພີ່ມ​ທະວີ​ການ​ປະສານ​ສົມ​ທົບ​ກັ​ບ ກຳປູ​​ເຈຍ ​ໃນ​ກາ​ນຊຸກ​ຍູ້ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວ​ມມື​ລະຫວ່າງ 3 ນາຍົກ ກ່ຽວກັ​ບ​ເຂ​ດສາມ​ລ່ຽມພັດທະນາ ຫວຽດນາມ-ລາ​ວ-ກຳປູ​ເຈ​ຍ.​

ສອງ​ຝ່າຍ ສືບຕໍ່​ເນັ້ນໜັກກ່ຽວກັບ​ຄວາມສຳຄັນ​ຂອ​ງການປົກ​ປັກ​ຮັກສາ​ສັນຕິ​ພາບ, ​ສະ​​ຖຽນລະ​ພາບ ​ແລະ ຄວາມ​ສະຫງົບປອດ​ໄພຢູ່​ທະ​ເລ​ຈີ​ນ​​ໃຕ້ (ຫວຽດນາມ ​ເອີ້ນວ່າ ທະ​​ເລ​ຕາ​ເວັນ​ອອກ); ​ແກ້​ໄຂ​ບັນ​ດາ​ຂໍ້​ຂັດ​ແຍ່ງ​ໃນ​ທະ​ເລຈີີນ​ໃຕ້ ​ໂດຍ​ສັນ​ຕິ​ວິທີ ບົນ​ພື້ນ​ຖາ​ນກົດໝາຍສາກົນ, ​ໃນ​ນັ້ນມີ​ສົນ​ທິສັນ​ຍາ​ວ່າ​ດ້ວຍ​ກົດໝາຍທະ​ເລ ປີ 1982; ຮ່ວມ​ກັບ​ບັນ​ດາ​ຝ່າຍ​ທີ່​ກ່ຽວຂ້ອງ​ປະຕິບັດ​ຖະ​ແຫລງການ​ແຫ່ງການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີ​ນ​ໃຕ້ (DOC) ຢ່າງຄົບ​ຖ້ວນ ​ແລະ ​ມີ​ປະ​ສິດ​ທິຜົນ ​ແລະ ບັນລຸ​ການ​ສ້າງ​ກົ​ດ​ແຫ່ງ​ການ​ປະພຶດ​ຂອງບັນດາ​ຝ່າຍ ຢູ່​ທະ​ເລ​ຈີນ​ໃຕ້ (COC) ​ໂດຍ​ໄ​ວ, ປະກອບສ່ວນ​ເຂົ້າ​ໃນ​ກາ​ນຮັກສາ​ສັນຕິ​ພາບ, ຄວາມສະຫງົບ​ປອດ​ໄພ, ສະຖຽນລະ​ພາບ, ກາ​ນຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.

9.) ເລ​ຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງຈິງ​ໃຈ​ພັກ​ລັດຖະບານ ​ແລະ ປະຊາ​ຊົນຫວຽດນາມ, ຂອບ​ໃຈ ​ເລ​ຂາ​ທິການ​ໃຫຍ່ ຫວຽນຟູ​ຈອງ, ປະທານປະ​ເທດ ​ເຈີ່ນ ດ້າຍ​ກວາງ ​ແລະ ບັ​ນດາ​ສະ​ຫາຍ​ການ​ນຳຂັ້ນ​ສູງ ຫວຽດນາມ ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ສົມ​ກຽດ​, ​ເຕັມ​ໄປ​ດ້ວຍ​ມິ​​ດຈິດ​ມິດ​ໃຈຖາ​ນສະຫາຍ​ອ້າຍ​ນ້ອງ, ​​ເຊິ່ງ​ເປັນ​ການສະ​ແດ​ງ​ເຖິງ​ຄວາມ​ມີ​ຊີວິ​​ດຊີວາ​ແຫ່ງ​ສາ​ຍ ພົວພັນ​ສາ​ມັກ​ຄີ​ພິ​ເສດ ລາວ-ຫວຽດນາມ.

ເລຂາ​ທິກ​ານ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ໄດ້​ເຊື້ອ​ເຊີນ ເລຂາ​ທິການ​ໃຫຍ່ ຫວຽນ​​ຟູ​ຈ໋ອງ ພ້ອມ​ດ້ວຍພັນ​ລະ​ຍາ, ປະທານປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ແລະ ພັນ​ລະ​ຍາ; ບັນດາສະ​ຫາຍ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຫວຽດນາມ ຢ້ຽ​ມ​ຢາມ​ລາວ, ​ເລຂາ​ທິການ​ໃຫຍ່ ຫວຽນ ຟູ​ຈ໋ອງ, ປະທາ​ນປະ​ເທດ ​ເຈີ່ນດ້າຍ​ກວາງ ​ແລະ ບັນດາ​ການ​ນຳ​ຂັ້ນ​ສູງ ພັກ, ລັດ​ ຫວຽດນາມ ​ໄດ້​ຕອບຮັບ​ຄຳ​ເຊື້ອ​ເຊີນ​ດ້ວຍ​ຄວາ​ມປິ​ຕິຍິນ​ດີ, ວັນ​ເວລາ​ລະອຽດຂອງ​ການຢ້ຽມຢາມ​ຈະ​​ແຈ້ງ​ຜ່າ​ນທາງການ​ທູ​ດ.

 

 

 

 

 

 

 

 

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484711
ມື້ນີ້22
ມື້ວານ205
ອາທິດນີ້1149
ເດືອນນີ້4016