ນະຄອນຫຼວງວຽງຈັນ, ໃນວັນທີ 16 ມິນາ 2018 - ຄະນະກຳມະການ ວ່າດ້ວຍນະໂຍບາຍເພື່ອການພັດທະນາ, ຊຶ່ງເປັນໜ່ວຍງານສະເພາະກິດໜຶ່ງຂອງ ສະພາເສດຖະກິດ-ສັງຄົມອົງການສະຫະປະຊາຊາດ ຕັ້ງຢູ່ນິວຢອກໄດ້ປະກາດວ່າສປປລາວ ປະຕິບັດໄດ້ຕາມເງື່ອນໄຂແລະມາດຕະຖານຂອງອົງການສະຫະປະຊາຊາດ ໃນການຫຼຸດພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາຄັ້ງທຳອິດ. ຄະນະກຳມະການ ດັ່ງກ່າວ ທົບທວນຄວາມຄືບໜ້າ ເພື່ອຈະຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງແຕ່ລະປະເທດໃນທຸກໆສາມປີ. ໃນນັ້ນ ປະເທດທີ່ຈະສາມາດຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວໄດ້ຕ້ອງໃຫ້ໄດ້ສອງໃນສາມເງື່ອນໄຂ ແລະມາດຕະຖານ ທີ່ວາງໄວ້.
1.) ໂດຍຕອບສະໜອງຕາກມການເຊື້ອເຊີນຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິຫວຽດນາມ ຫງວຽນ ຟູ ຈ້ອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຈີນ ດ້າຍ ກວາງ, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 19 ເຖິງ 21 ທັນວາ 2017.
1. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍ ລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 13-14 ພະຈິກ 2017.