ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ແຈ້ງການ ແລະ ຊີວະປະຫວັດຂອງ ນາຍົກລັດຖະມົນຕີ ແຫ່ງ ແຫ່ງ ສປ ຈີນ

ແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

 

pm chinna

ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ, ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ທອງລຸນ ສີສຸລິດ,​ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ຈະດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 8-9 ກັນຍາ 2016, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ນະຄອນຫຼວງວຽງຈັນ.


 

ຊີວະປະຫວັດຫຍໍ້

 

ຊື່ ແລະ ນາມສະກຸນ: Li Keqiang, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

 

ເກີດເມື່ອ: ເດືອນກໍລະກົດ 1955, ທີ່ ແຂວງ ອ່ານຮຸ່ຍ

 

ວັນທີເຂົ້າການປະຕິວັດ: ເດືອນມີນາ 1974

 

ວັນເຂົ້າເປັນສະມາຊິກພັກ: ເດືອນພຶດສະພາ 1976

 

ລະດັບການສຶກສາ: ປະລິນຍາເອກ ດ້ານກົດໝາຍ ແລະ ດ້ານເສດຖະສາດ ມະຫາວິທະຍາໄລປັກກິ່ງ

 

ປະຫວັດການເຮັດວຽກ:

 

-  1974-1976   ຊາວໜຸ່ມກອງພົນນ້ອຍຕຸ່ງຫຼິງ, ກົມກອງຕ້າມ້ຽວ, ເມືອງເຟິ້ງຢາງ ແຂວງອ່ານຮຸ່ຍ

 

-  1976-1978   ເລຂາໜ່ວຍພັກ ກົມກອງຕ້າມ້ຽວ, ເມືອງເຟິ້ງຢາງ ແຂວງອ່ານຮຸ່ຍ

 

-  1978-1982   ນັກສຶກສາ,​ ຜູ້ຮັບຜິດຊອບສະມາຄົມນັກສຶກສາ ຄະນະກົດໝາຍຂອງມະຫາວິທະຍາໄລປັກກິ່ງ

 

-  1982-1983   ເລຂາຄະນະຊາວໜຸ່ມຂອງມະຫາວິທະຍາໄລປັກກິ່ງ; ຄະນະປະຈໍາກຳມະການສູນກາງຊາວໜຸ່ມ

 

-  1983-1983   ອໍານວຍການໂຮງຮຽນສູນກາງຊາວໜຸ່ມ, ຫົວໜ້າເລຂາສະມາຄົມນັກສຶກສາຈີນທົ່ວປະເທດ

 

-  1983-1985   ເລຂາທິການສໍາຮອງ, ຄະນະເລຂາທິການສູນກາງຊາວໜຸ່ມ

 

-  1985-1993   ເລຂາທິການ ຄະນະເລຂາທິການສູນກາງຊາວໜຸ່ມ, ຮອງປະທານສະມາຄົມຊາວໜຸ່ມທົ່ວປະເທດ

 

                 (ໄລຍະແຕ່ ເດືອນ 9/1991-11/1991 ເຂົ້າຮ່ວມຝຶກອົບຮົມພະນັກງານການນໍາຂັ້ນແຂວງ ແລະ ຂັ້ນ

 

                 ລັດຖະມົນຕີ ຢູ່ໂຮງຮຽນພັກສູນກາງ)

 

-  1993-1998   ເລຂາທິການຜູ້ທີ 1 ຄະນະເລຂາທິການສູນກາງຊາວໜຸ່ມ, ຫົວໜ້າສະຖາບັນການເມືອງຊາວໜຸ່ມຈີນ

 

(1988-1994    ສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ຄະນະເສດຖະສາດມະຫາວິທະຍາໄລປັກກິ່ງ)

 

-  1998-1999   ຮອງເລຂາພັກແຂວງ,​ ຮັກສາການເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການຕ້ານໄພນໍ້າ

 

ຖ້ວມແມ່ນໍ້າເຫຼືອງ (ຫວງເຫີ)

 

-  1999-2002   ຮອງເລຂາພັກແຂວງ,​ ເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການຕ້ານໄພນໍ້າຖ້ວມແມ່ນໍ້າ  

 

ເຫຼືອງ (ຫວງເຫີ)

 

-  2002-2003  ເລຂາພັກແຂວງ,​ ເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການຕ້ານໄພນໍ້າຖ້ວມແມ່ນໍ້າ  

 

ເຫຼືອງ (ຫວງເຫີ)

 

-  2003-2004  ເລຂາພັກແຂວງ, ປະທານຄະນະປະຈໍາ ສະພາຜູ້ແທນປະຊາຊົນແຂວງເຫີໜານ

 

-  2004-2005  ເລຂາພັກແຂວງຫຼຽວໜິງ

 

-  2005-2007  ເລຂາພັກແຂວງ, ປະທານຄະນະປະຈໍາ ສະພາຜູ້ແທນປະຊາຊົນແຂວງຫຼຽວໜິງ

 

-  2007-2008  ຄະນະປະຈໍາກົມການເມືອງສູນກາງພັກ

 

-  2008-2013   ຄະນະປະຈໍາກົມການເມືອງສູນກາງພັກ; ຮອງນາຍົກລັດຖະມົນຕີ, ຮອງເລຂາອົງຄະນະພັກ

 

ລັດຖະບານ; ປະທານຄະນະກໍາມະການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກຊານເຊຍ ແລະ ໂຄງການ

 

ຈັດສັນຊັບພະຍາກອນນໍ້າ ໃຕ້-ເໜືອ ຂອງລັດຖະບານ; ຫົວໜ້າຄະນະຊີ້ນໍາວຽກງານລົງເລິກການ

 

ປະຕິຮູບລະບົບສາທາລະນະສຸກ ແລະ ການຢາຂອງລັດຖະບານ

 

-  2013---        ຄະນະປະຈໍາກົມການເມືອງສູນກາງພັກ; ນາຍົກລັດຖະມົນຕີ, ເລຂາອົງຄະນະພັກລັດຖະບານ;

 

   ປະທານຄະນະກໍາມະການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກຊານເຊຍ ແລະ ໂຄງການຈັດສັນ

 

   ຊັບພະຍາກອນນໍ້າ ໃຕ້-ເໜືອ ຂອງລັດຖະບານ; ຫົວໜ້າຄະນະຊີ້ນໍາວຽກງານລົງເລິກການປະຕິຮູບ

 

   ລະບົບສາທາລະນະສຸກ ແລະ ການຢາຂອງລັດຖະບານ

 

-  ເປັນຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 15,16,17 ແລະ 18

 

-  ເປັນຄະນະກຳມະການກົມການເມືອງສູນກາງ ແລະ ຄະນະປະຈຳກົມການເມືອງສູນກາງພັກ ສະໄໝທີ 17 ແລະ 18

 

-  ເປັນຄະນະປະຈຳ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄໝທີ 8.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484471
ມື້ນີ້175
ມື້ວານ273
ອາທິດນີ້909
ເດືອນນີ້3776