ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຊີວະປະຫວັດຫຍໍ້ ຂອງ ສະຫາຍ ສີ ຈິ້ນຜິງ

Xi

ສະຫາຍ ສີ ຈິ້ນຜິງ (Xi Jinping) ເກີດເດືອນມິຖຸນາປີ 1953 (64 ປີ), ຊົນເຜົ່າຮັ້ນ, ເມືອງຟູຜິງແຂວງສານຊີ, ເຂົ້າຮ່ວມການປະຕິວັດໃນເດືອນມັງກອນ ປີ 1969, ເປັນສະມາຊິກພັກກອມມູນິດຈີນ ໃນເດືອນມັງກອນ ປີ 1974. ຈົບການສຶກສາລະດັບປະລິນຍາຕີ ຂະແໜງການສຶກສາດ້ານທິດສະດີ ແລະ ແນວຄິດການເມືອງລັດທິມາກ ຢູ່ ສະຖາບັນວັດທະນະທຳ ແລະ ສັງຄົມ ຂອງມະຫາວິທະຍາໄລຊິງຮວາ, ຈົບປະລິນຍາໂທເຊື່ອມຕໍ່, ຈົບປະລິນຍາເອກຂະແໜງກົດໝາຍ.

ຕຳແໜ່ງປະຈຸບັນ: ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານຄະນະກຳມະການທະຫານສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ, ປະທານຄະນະກຳມະການທະຫານສູນກາງ ຂອງ ສປ ຈີນ.

  • ການເຄື່ອນໄຫວສຳຄັນ ຂອງ ສະຫາຍ ສີ ຈິ້ນຜິງ ໃນໄລຍະຜ່ານມາ ມີຄືດັັ່ງນີ້:

          -    ແຕ່ປີ 1969-1975, ເປັນເລຂາໜ່ວຍພັກ, ມະຫາຊົນກ້າວໜ້າ ໃນກອງຜະລິດລຽງເຈ່ຍເຮີ, ສະຫະກອນອ່ານອີ້, ເມືອງຢຽນຊວນ ແຂວງສານຊີ;

          -     ແຕ່ປີ 1975-1979, ຮຽນວິຊາສານປະສົມອິນຊີພື້ນຖານ ຂະແໜງອຸດສະຫະກໍາເຄມີສາດ, ມະຫາວິທະຍາໄລຊິງຮົວ;

          -     ແຕ່ປີ 1979-1982, ​ເປັນເລຂາ ຂອງ ຫ້ອງວ່າການຄະນະລັດຖະບານຈີນ, ຫ້ອງວ່າການ ຄະນະກຳມະທິການ ການທະຫານສູນກາງ, (ຖະຫານປະຈຳກອງທັບ);

          -    ແຕ່ປີ 1982-1983, ເປັນຮອງເລຂາພັກເມືອງໆເຈິ້ງຕິ້ງ, ແຂວງເຫີເປີຍ;

          -   ແຕ່ປີ 1983-1985, ເປັນເລຂາພັກເມືອງໆເຈິ້ງຕິ້ງ, ແຂວງເຫີເປີຍ; ເປັນຄະນະກໍາມະການການເມືອງຜູ້ທີໜຶ່ງ, ທັງເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງ ກອງບັນຊາການປະກອບອາວຸດເມືອງເຈິ້ງຕິ້ງ, ແຂວງເຫີເປີຍ;

          -   ແຕ່ປີ 1985-1988, ເປັນຄະນະປະຈໍາພັກນະຄອນ, ຮອງເຈົ້າຄອງນະຄອນເຊຍເມີນ ແຂວງຟູຈ້ຽນ;

          -  ແຕ່ປີ 1988-1990, ເປັນເລຂາຄະນະພັກຮາກຖານເຂດນິງເຕີ ແລະ ເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງ ຄະນະພັກເຂດນິງເຕີ, ແຂວງຟູຈ້ຽນ;

          -  ແຕ່ປີ 1990-1993, ເປັນເລຂາພັກນະຄອນຟູໂຈ່, ປະທານຄະນະປະຈຳສະພາປະຊາຊົນນະຄອນຟູໂຈ່, ທັງເປັນ ເລຂາພັກຜູ້ທີໜຶ່ງຂອງອົງຄະນະພັກເຂດທະຫານນະຄອນຟູໂຈ່, ແຂວງຟູຈ້ຽນ;

          -  ແຕ່ປີ 1993-1995, ເປັນຄະນະປະຈໍາພັກແຂວງໆຟູຈ້ຽນ, ເລຂາພັກນະຄອນຟູໂຈ່, ປະທານຄະນະປະຈຳສະພາປະຊາຊົນນະຄອນຟູໂຈ່, ທັງເປັນ ເລຂາພັກຜູ້ທີໜຶ່ງຂອງອົງຄະນະພັກເຂດທະຫານນະຄອນຟູໂຈ່, ແຂວງຟູຈ້ຽນ;

          - ແຕ່ປີ 1995-1996, ເປັນຮອງເລຂາພັກແຂວງໆຟູຈ້ຽນ, ເລຂາພັກນະຄອນຟູໂຈ່, ປະທານຄະນະປະຈຳສະພາປະຊາຊົນນະຄອນຟູໂຈ່, ທັງເປັນ ເລຂາພັກຜູ້ທີໜຶ່ງຂອງອົງຄະນະພັກເຂດທະຫານນະຄອນຟູໂຈ່, ແຂວງຟູຈ້ຽນ;

         -  ແຕ່ປີ 1996-1999, ເປັນຮອງເລຂາພັກແຂວງໆຟູຈ້ຽນ, ທັງເປັນ ເລຂາພັກຜູ້ທີໜຶ່ງ ຂອງ ກອງພົນປຶນໃຫຍ່ກະກຽມສູ້ຮົບແຂວງຟູຈ້ຽນ;

         -  ແຕ່ປີ 1999-2000, ເປັນຮອງເລຂາພັກແຂວງໆຟູຈ້ຽນ, ຮັກສາການເຈົ້າແຂວງໆຟູຈ້ຽນ; ເປັນ​ຮອງປະທານຄະນະກໍາມະການວຽກງານໂຄສະນາປ້ອງກັນຊາດປະຈຳກອງທັບເຂດນານຈິ່ງ, ເປັນປະທານຄະນະກຳມະການວຽກງານໂຄສະນາປ້ອງກັນຊາດແຂວງຟູຈ້ຽນ, ເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງ ກອງພົນປຶນໃຫຍ່ກະກຽມສູ້ຮົບແຂວງຟູຈ້ຽນ.

         - ແຕ່ປີ 2000-2002, ເປັນຮອງເລຂາພັກແຂວງ, ທັງເປັນເຈົ້າແຂວງແຂວງໆຟູຈ້ຽນ; ເປັນຮອງປະທານຄະນະກໍາມະການວຽກງານໂຄສະນາປ້ອງກັນຊາດປະຈຳກອງທັບເຂດນານຈິ່ງ, ເປັນປະທານຄະນະກໍາມະການປ້ອງກັນຊາດປະຈໍາແຂວງຟູຈ້ຽນ, ທັງເປັນເລຂາຄະນະພັກຜູ້ທີໜຶ່ງ ຂອງ ກອງພົນປຶນໃຫຍ່ກະກຽມສູ້ຮົບແຂວງຟູຈ້ຽນ.

-        (ໃນໄລຍະແຕ່ປີ 1998-2002, ສຶກສາລະດັບປະລິນຍາຕີ ຂະແໜງການສຶກສາດ້ານທິດສະດີ ແລະ ແນວຄິດການເມືອງລັດທິມາກ ຢູ່ ສະຖາບັນວັດທະນະທຳ ແລະ ສັງຄົມ ຂອງ ມະຫາວິທະຍາໄລຊິງຮວາ, ຈົບປະລິນຍາໂທເຊື່ອມຕໍ່, ຈົບປະລິນຍາເອກ ຂະແໜງກົດໝາຍ).

        -   ແຕ່ປີ 2002-2002, ເປັນຮອງເລຂາພັກແຂວງໆເຈີຈ່ຽງ, ຮັກສາການເຈົ້າແຂວງໆເຈີຈ່ຽງ; ເປັນຮອງປະທານຄະນະກໍາມະການວຽກງານໂຄສະນາປ້ອງກັນຊາດປະຈໍາເຂດທະຫານນານຈິງ; ເປັນປະທານຄະນະກໍາມະການວຽກງານໂຄສະນາປ້ອງກັນຊາດປະຈໍາແຂວງເຈີຈ່ຽງ;

        - ແຕ່ປີ 2002-2003, ເປັນເລຂາພັກແຂວງໆເຈີຈ່ຽງ, ຮັກສາການເຈົ້າແຂວງໆເຈີຈ່ຽງ; ເປັນເລຂາຄະນະພັກຜູ້ທີໜຶ່ງຂອງ ຄະນະພັກທະຫານແຂວງເຈີຈ່ຽງ, ເປັນຮອງປະທານຄະນະກໍາມະການວຽກງານໂຄສະນາປ້ອງກັນຊາດປະຈໍາເຂດທະຫານນານຈິ່ງ, ທັງເປັນປະທານຄະນະກໍາມະການວຽກງານໂຄສະນາປ້ອງກັນຊາດແຂວງເຈີຈ່ຽງ;

       -  ແຕ່ປີ 2003-2007, ເປັນເລຂາພັກແຂວງໆເຈີຈ່ຽງ, ປະທານສະພາປະຊາຊົນແຂວງເຈີຈ່ຽງ, ເລຂາພັກຜູ້ທີໜຶ່ງ ຂອງ ຄະນະພັກທະຫານປະຈໍາແຂວງເຈີຈ່ຽງ;

       -  ແຕ່ປີ 2007-2007, ເປັນເລຂາພັກນະຄອນຊຽງໄຮ້, ທັງເປັນເລຂາພັກຜູ້ທີໜຶ່ງ ຂອງ ກອງປ້ອງກັນເຂດນະຄອນຊຽງໄຮ້;

       -  ແຕ່ປີ 2007-2008, ເປັນຄະນະປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດຈີນ, ອາທິການບໍດີ ໂຮງຮຽນພັກສູນກາງພັກກອມມູນິດຈີນ;

       -  ແຕ່ປີ 2008-2010, ເປັນຄະນະປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງປະທານປະເທດ    ສປ ຈີນ, ອາທິການບໍດີ ໂຮງຮຽນພັກສູນກາງພັກກອມມູນິດຈີນ;

       -   ແຕ່ປີ 2010-2012, ເປັນຄະນະປະຈຳກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງປະທານປະເທດ    ສປ ຈີນ, ຮອງປະທານຄະນະກໍາມະການທະຫານສູນກາງພັກ, ຮອງປະທານຄະນະກໍາມະການທະຫານສູນກາງແຫ່ງລັດ ສປ ຈີນ ອາທິການບໍດີ ໂຮງຮຽນພັກສູນກາງພັກກອມມູນິດຈີນ;

       -  ແຕ່ປີ 2012-2013, ເປັນເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານຄະນະກໍາມະການທະຫານສູນກາງພັກກອມມູນິດຈີນ, ຮອງປະທານປະເທດ ແຫ່ງ ສປ ຈີນ, ຮອງປະທານຄະນະກຳມະການທະຫານສູນກາງພັກແຫ່ງລັດ ສປ ຈີນ;

       - ແຕ່ປີ 2013-ປະຈຸບັນ, ເປັນເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານຄະນະກໍາມະການທະຫານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ປະທານຄະນະກຳມະການທະຫານສູນກາງ ແຫ່ງຊາດ ສປ ຈີນ.

    ສະຫາຍ ສີ ຈິ້ນຜິງ ໄດ້ຖືກເລືອກຕັ້ງເປັນ ກຳມະການສຳຮອງສູນກາງສະໄຫມທີ 15 ຂອງ ຄະນະກຳມະການສູນກາງພັກກອມມູນິດຈີນ; ເປັນກຳມະການສູນກາງສະໄຫມທີ 16, 17, 18, ແລະ 19 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ; ເປັນກຳມະການກົມການເມືອງສຸນກາງ, ກຳມະການຄະນະປະຈຳກົມການເມືອງສູນກາງ, ເລຂາທິການຄະນະເລຂາສູນກາງສະໄຫມທີ 17 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ; ເປັນກຳມະການກົມການເມືອງສູນກາງ, ກຳມະການຄະນະປະຈຳກົມການເມືອງສູນກາງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ; ໄດ້ຖືກເລືອກຕັ້ງເປັນຮອງປະທານປະເທດ ແຫ່ງ ສປ ຈີນ ໃນກອງປະຊຸມຄັ້ງປະຖົມມະເລີກຂອງສະພາຜູ້ແທນທົ່ວປະເທດສະໄຫມທີ 11, ໄດ້ເລືອກຕັ້ງເພີ່ມເຕີມເປັນຮອງປະທານຄະນະກຳມະການທະຫານສູນກາງພັກໃນກອງປະຊຸມຄົບຄະນະ ຄັ້ງທີ 5 ສະໄຫມທີ 17 ຂອງພັກກກອມມູນິດຈີນ; ໄດ້ຖືກແຕ່ງຕັ້ງເປັນຮອງປະທານຄະນະກຳມະການທະຫານສູນກາງຂອງ ສປ ຈີນ ໃນກອງປະຊຸມເທື່ອທີ 17 ຂອງຄະນະກຳມະການປະຈຳສະພາຜູ້ແທນທົ່ວປະເທດ ສະໄຫມທີ 11; ໄດ້ຮັບຕຳແຫນ່ງເປັນປະທານຄະນະກຳມະການທະຫານສູນກາງພັກໃນກອງປະຊຸມຄົບຄະນະຄັ້ງທີຫນຶ່ງສະໄຫມທີ 18 ຂອງຄະນະກຳມະ ການສູນກາງພັກກອມມູນິດຈີນ, ໄດ້ເລືອກຕັ້ງເປັນປະທານປະເທດ ແຫ່ງ ສປ ຈີນ ແລະ ປະທານຄະນະກຳມະການທະຫານສູນກາງຂອງ ສປ ຈີນ ໃນກອງປະຊຸມຄັ້ງປະຖົມມະເລີກຂອງສະພາຜູ້ແທນທົ່ວປະເທດສະໄຫມທີ 12; ໄດ້ຮັບຕຳແຫນ່ງເປັນປະທານຄະນະກຳມະການທະຫານສູນກາງພັກໃນກອງປະຊຸມຄົບຄະນະຄັ້ງປະຖົມມະເລີກສະໄຫມທີ 19 ຂອງຄະນະກຳມະການສູນກາງພັັກກອມມູນິດຈີນ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484606
ມື້ນີ້122
ມື້ວານ188
ອາທິດນີ້1044
ເດືອນນີ້3911