ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

xi v pm1

xi v pm2

   ໃນຕອນເຊົ້າຂອງວັນທີ 14 ພະຈິກ 2017, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເນື່ອງໃນໂອກາດທີ່ສະຫາຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປ ຈີນ ເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 13-14 ພະຈິກ 2017, ຕາມການເຊື້ອເຊີນຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ.

          ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດຢ່າງຍິ່ງ ທີ່ມີໂອກາດຂໍ່ານັບຮັບຕ້ອນ ສະຫາຍ ສີ ຈິ້ນຜິງ ແລະ ຄະນະ ຢູ່ ສປປ ລາວ. ການຢ້ຽມຢາມຄັ້ງນີ້ ເປັນຂີດໝາຍປະຫວັດສາດອັນສໍາຄັນ ແຫ່ງການຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນສໍາເລັດອັນຍິ່ງໃຫຍ່ ຂອງກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະ ສະແດງຄວາມຂໍ່ານັບຊົມເຊີຍ ຢ່າງສຸດອົກສຸດໃຈ ຕໍ່ ສະຫາຍ ສີ ຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງຜູ້ນໍາສູງສຸດທີ່ເປັນແກນນໍາ ຂອງພັກກອມມູນິດຈີນ ອີກສະໄໝໜຶ່ງ, ຊຶ່ງເປັນການຢັ້ງຢືນຢ່າງມີຊີວິດຊີວາ ເຖິງຄວາມຮູ້ຄວາມສາມາດ ແລະ ຜົນງານອັນໂດດເດັ່ນ ໃນການຊີ້ນໍາ-ນໍາພາທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນທັງຊາດ; ນໍາເອົາປະເທດຈີນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ພົ້ນເດັ່ນໃນທຸກໆດ້ານ.ໃນຖານະເປັນສະຫາຍທີ່ຮ່ວມອຸດົມການດຽວກັນ, ຮ່ວມຊາຕາກຳອັນດຽວກັນ, ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ມີຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນໍາຂອງ ສະຫາຍ ສີ ຈິ້ນຜິງ ນັ້ນ, ພັກກອມມູນິດຈີນ ຈະສືບຕໍ່ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດອັນໃຫຍ່ຫຼວງ ໃນການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ໃຫ້ປະກົດເປັນຈິງ ຕາມແນວຄິດຂອງ ສະຫາຍ ສີ ຈິ້ນຜິງ ທີ່ໄດ້ຮັບການກໍານົດເອົາໃນກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກ, ບັນລຸຄວາມຝັນຂອງຈີນ ໃນການສ້າງສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງກົມກຽວປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ສວຍງາມ. ສິ່ງດັ່ງກ່າວ ເປັນການປຸກລະດົມກຳລັງໃຈ ອັນໃຫຍ່ຫຼວງໃຫ້ ສປປ ລາວ ໃນການສືບຕໍ່ກ້າວເດີນໄປໜ້າຢ່າງໜັກແໜ້ນ ສູ່ເປົ້າໝາຍສັງຄົມນິຍົມ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.ສະຫາຍ ທອງລຸນ ສີສຸລິດ ຍັງສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ການພົບປະລະຫວ່າງ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ກັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ບຸນຍັງ ວໍລະຈິດ, ເຊິ່ງເປັນພຶ້ນຖານ ອັນໜັກແໜ້ນໃຫ້ແກ່ ການເພີ່ມທະວີການຮ່ວມມືຮອບດ້ານໝັ້ນຄົງຍາວນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ລັດຖະບານ ສປປ ລາວ ຕີລາຄາສູງ ທີ່ໃນໄລຍະຢ້ຽມຢາມ ສປປ ລາວ ທັງສອງຝ່າຍ ໄດ້ລົງນາມເອກະສານສໍາຄັນຕ່າງໆ ຈໍານວນ 17 ສະບັບ, ຊຶ່ງເອກະສານດັ່ງກ່າວ ໄດ້ສະແດງອອກເຖິງການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ຂອງ ສປ ຈີນ ຕໍ່ ສປປ ລາວ, ເປັນການປະກອບສ່ວນອັນສໍາຄັນ ແລະ ມີປະສິດທິຜົນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

          ໃນການພົບປະຄັ້ງນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍມາໂດຍຕະຫລອດ ແລະ ນຳຜົນປະໂຫຍດຕົວຈິງມາໃຫ້ສອງຝ່າຍ, ໂດຍສະເພາະ ການຮ່ວມມືທາງດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຊ່ວຍເຫລືອທາງການຂອງ ສປ ຈີນ ໃຫ້ ສປປ ລາວ, ໂດຍສະເພາະ ການສະໜອງແຫລ່ງທຶນກູ້ຢືມເພື່ອການພັດທະນາ,​ ການຄ້າ ແລະ ການລົງທຶນ ແລະ ດ້ານອື່ນໆ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງຝ່າຍ ລາວ-ຈີນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ສີ ຈິ້ນຜິງ ທີ່ໄດ້ຊີ້ນໍາໃຫ້ກະຊວງການຄ້າຂອງຈີນ ແຕ່ງຕັ້ງທິມງານມາສໍາຫລວດເກັບກຳຂໍ້ມູນຄວາມຕ້ອງການ ແລະ ກຳນົດມາດຕະການໃຫ້ການຊ່ວຍເຫລືອ ແລະ ໄດ້ວາງແຜນຈຸດສຸມ ທີ່ຈະໃຫ້ການຊ່ວຍເຫລືອອີກ 3 ປີ ຕໍ່ຫນ້າ ແກ່ ສປປ ລາວ.

          ນອກຈາກນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າຄື: ສະໜັບສະໜູນແຜນຍຸດທະສາດການພັດທະນາຫນຶ່ງແລວ ຫນຶ່ງເສັ້ນທາງ”ແລະ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນຂອບການພັດທະນາສາກົນ ແລະ ພາກພື້ນທີ່ເອື້ອອຳນວຍ ແລະ ສອດຄ່ອງກັບຍຸດທະສາດຂອງລາວ ໃນຄວາມພະຍາຍາມຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ເປັນປະເທດເຊື່ອມຈອດເຊື່ອມໂຍງ; ສປປ ລາວ ສະຫນັບສະຫນູນຢ່າງເຕັມປ່ຽມ ແລະ ໃຫ້ສອງຝ່າຍສ້າງໂຄງການຮ່ວມມືຕົວຈິງໃຫ້ຫລາຍຂຶ້ນ ເພື່ອຈັດຕັ້ງປະຕິບັດ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ; ປະຈຸບັນພາກສ່ວນກ່ຽວຂ້ອງຂອງລາວກໍ່ໄດ້ຮ່ວມມືກັບວິສາຫະກິດຂອງຈີນຄົ້ນຄວ້າ, ສ້າງແຜນ ແລະ ໂຄງການ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງການພັດທະນາດັ່ງກ່າວເຊັ່ນ: ແຜນແມ່ບົດ ແລະ ໂຄງການພັດທະນາຢູ່ເຂດພູພຽງບໍລິເວນຢູ່ພາກໃຕ້ ແລະ ແຜນພັດທະນາແບບກວມລວມຂອງ 6 ແຂວງພາກເຫນືອຂອງລາວ; ຊຸກຍູ້ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສາມາດດຳເນີນໄປໄດ້ຕາມແຜນການວາງໄວ້; ການຮ່ວມມືໃນການຍົກລະດັບການພັດທະນາດ້ານບຸກຄະລະກອນດ້ານວິຊາສະເພາະໃນດ້ານຕ່າງໆ; ເປີດກວ້າງການຮ່ວມມືລະຫວ່າງຂະແໜງການ, ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ສະຖາບັນຄົ້ນຄວ້າ, ພາກທຸລະກິດ ແລະ ການຈັດຕັ້ງຕ່າງໆຂອງສອງປະເທດ ໃຫ້ຫຼາຍຂຶ້ນ ແລະ ມີປະສິດທິຜົນ; ປັບປຸງກົນໄກການຈັດຕັ້ງປະຕິບັດທິດທາງ ແລະ ແຜນການຮ່ວມມືທີ່ສອງພັກ ແລະ ສອງລັດ ໄດ້ເປັນເອກະພາບກັນແລ້ວ ໃຫ້ວ່ອງໄວ ແລະ ມີປະສິດທິຜົນຫຼາຍຂຶ້ນ; ສືບຕໍ່ຊຸກຍູ້ໃຫ້ວິສາຫະກິດທີ່ມີຄວາມສາມາດຂອງຈີນ ມາລົງທຶນໃນລາວຫລາຍຂຶ້ນ, ເປັນຕົ້ນແມ່ນ ຂົງເຂດໂຄງລ່າງພື້ນຖານຄົມມະນາຄົມ, ຂົນສົ່ງ, ຊົນລະປະທານ, ພະລັງງານ, ການທ່ອງທ່ຽວ, ອຸດສາຫະກຳປຸງແຕ່ງ, ກະສິກຳປອດສານຜິດ ເປັນມິດກັບສິ່ງແວດລ້ອມ ແລະ ອື່ນໆ ​ທີ່ສອງຝ່າຍມີທ່າແຮງ.    

          ໃນໂອກາດນີ້, ສະຫາຍ ສີ ຈິ້ນຜິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ພ້ອມທັງໄດ້ຕີ​ລາ​ຄາສູງ​ຕໍ່​​ການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ໃນໄລຍະຜ່ານມາ, ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ​ແລະ ການຮ່ວມ​ມື​ຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຊຶ່ງໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ໂດຍສະເພາະຢູ່ໃນສະພາບໃຫມ່ ແລະ ຍຸກສະໄຫມໃຫມ່ນີ້.

          ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອໝັ້ນຄົງຍາວນານ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ພ້ອມທັງ ອວຍພອນໃຫ້ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ ໃນພາລະກິດສ້າງສັງຄົມນິຍົມໃໝ່ ທີ່ມີສີສັນພິເສດຂອງຈີນ ແລະ ປະສົບຜົນສໍາເລັດດີງາມໃນການຢ້ຽມຢາມ ສປປ ລາວ ນີ້. ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງຫນ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ ແລະ ລໍ້າຄ່າ ໃຫ້ແກ່ ສປປ ລາວ ຕະຫຼອດມາ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480293
ມື້ນີ້123
ມື້ວານ157
ອາທິດນີ້691
ເດືອນນີ້6524