ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາເຊັມຄັ້ງທີ 13, ທີ່ ເນປີດໍ, ສສ. ມຽນມາ

Asem m1

         ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສໍາເລັດການ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊີ-ເອີຣົບ ຫລື ອາເຊັມ ຄັ້ງທີ 13, ທີ່ ເນປີດໍ, ສາທາລະນະ ລັດ ສະຫະພາບ ມຽນມາ, ໃນວັນທີ 20-21 ພະຈິກ 2017, ພາຍໃຕ້ຫົວຂໍ້ ການສົ່ງເສີມການເປັນຄູ່ຮ່ວມມືເພື່ອສັນຕິ ພາບ ແລະ ການພັດທະນາແບບຍືນຍົງ” (Strengthening Partnership for Peace and Sustainable Development), ຊຶ່ງມີຄະນະຜູ້ແທນທັງໝົດ 53 ຄະນະ ຈາກພາກພື້ນ ອາຊີ ແລະ ເອີຣົບ ເຂົ້າຮ່ວມ.

  ກອງປະຊຸມລັດຖະມົນຕີຕ່າງປະເທດຄັ້ງນີ້ ໄດ້ທົບທວນຄືນຜົນການຮ່ວມມືຂອງອາເຊັມ ໃນສອງທົດສະວັດ ທີ່ຜ່ານມາ ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ກໍ່ຄືການກ້າວເຂົ້າສູ່ທົດສະວັດທີ 3 ໂດຍໄດ້ມີການປຶກສາຫາລືກັນ ໃນຫົວຂໍ້ສໍາຄັນຕ່າງໆ ທີ່ບັນດາລັດຖະມົນຕີໃຫ້ຄວາມສົນໃຈ ເພື່ອສ້າງຄວາມເຂັ້ມແຂງ, ຂະຫຍາຍຕົວ ແລະ ຄວາມ ສົມບູນພູນສຸກລະຫວ່າງ 2 ພາກພື້ນ ແລະ ເພື່ອບັນລຸການປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ 2030. ພ້ອມ ດຽວກັນນັ້ນ, ບັນດາລັດຖະມົນຕີຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການ ພາກພື້ນ ແລະ ສາກົນ ໃນປະຈຸບັນ ທີ່ສົ່ງຜົນກະທົບຕໍ່ 2 ທະວີບ, ເປັນຕົ້ນແມ່ນ ໄພຄຸກຄາມຈາກ ລັດທິກໍ່ການຮ້າຍ, ອາຊະຍາກໍາທາງຄອມພິວເຕີ, ການ ເຄື່ອນຍ້າຍຖິ່ນຖານ, ໄພທໍາມະຊາດ, ການຮ່ວມມືທາງດ້ານເສດຖະກິດ ແລະ ບັນຫາອື່ນໆ ຊຶ່ງກວມເອົາເສົາຄໍ້າຂອງ ການຮ່ວມມື ທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ນອກຈາກນັ້ນ, ກອງປະຊຸມຍັງ ໄດ້ຮັບຮອງ ເອົາຖະແຫຼງການຂອງປະທານລວມທັງຮັບຮອງເອົາບັນດາກິດຈະກໍາຕ່າງໆທີ່ຈະເຄື່ອນໄຫວໃນປີ 2018 ແລະ ບັນດາ ໂຄງການຮ່ວມມືທີ່ມີໝາກຜົນຕົວຈິງ ຊຶ່ງຖືເປັນເອກະສານສໍາຄັນ ຂອງກອງປະຊຸມຄັ້ງນີ້. ນອກນັ້ນ, ບັນດາລັດຖະມົນຕີ ຍັງໄດ້ຮັບຮອງເອກະສານ ວ່າດ້ວຍການເຊື່ອມຈອດ ເພື່ອກໍານົດທິດທາງເບື້ອງຕົ້ນໃຫ້ແກ່ການເສີມຂະຫຍາຍການຮ່ວມ ມືໃນການເຊື່ອມຈອດລະຫວ່າງສອງພາກພື້ນໃນອະນາຄົດ.

    ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ ຢໍ້າຄືນເຖິງບົດບາດ ແລະ ຄວາມສໍາຄັນຂອງອາເຊັມໃນໄລຍະຜ່ານມາ ພ້ອມທັງຊຸກຍູ້ການເຊື່ອມຈອດລະຫວ່າງອາຊີ ແລະ ເອີຣົບ ໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ຊຶ່ງປະຈຸບັນ ສປປ ລາວ ກໍກໍາລັງຢູ່ໃນໄລຍະການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ (2016-2020) ຂອງຕົນລວມໄປເຖິງການປັບປຸງ ກໍ່ສ້າງພື້ນຖານໂຄງລ່າງຈາກປະເທດ ທີ່ບໍ່ມີອອກສູ່ທະເລ ໄປສູ່ການເປັນປະເທດເຊື່ອມຈອດອານຸພາກພື້ນຕາມແຜນແມ່ ບົດການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ຊຶ່ງ ສປປ ລາວ ກໍ່ແມ່ນໜຶ່ງໃນປະເທດທີ່ຢູ່ລຽບຕາມໜຶ່ງແລວ ໜຶ່ງເສັ້ນທາງດັ່ງກ່າວ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງໜ່ວຍ ງານລິເລີ່ມດ້ານການເຊື່ອມຈອດອາເຊັມທີ່ຖືກສ້າງຕັ້ງຂຶ້ນໃນກອງປະຊຸມສຸດຍອດອາເຊັມຄັ້ງທີ 11 ໃນປີ 2016 ເພື່ອ ເຮັດໜ້າທີ່ຄົ້ນຄວ້າກໍານົດຄໍານິຍາມດ້ານການເຊື່ອມລະຫວ່າງ ອາຊີ ແລະ ເອີຣົບ ໃຫ້ສໍາເລັດກ່ອນກອງປະຊຸມສຸດຍອດ ອາເຊັມຄັ້ງທີ 12 ທີ່ຈະຈັດຂຶ້ນຢູ່ ປະເທດ ແບນຊິກ ໃນທ້າຍປີ 2018, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ແຈ້ງຜົນ ການຈັດສໍາມະນາອາເຊັມ ວ່າດ້ວຍການຄຸ້ມຄອງນໍ້າ ແລະ ການພັດທະນາແບບຍືນຍົງ ຄັ້ງທີ 6 ທີ່ ສປປ ລາວເປັນເຈົ້າ ພາບຈັດຂຶ້ນຢູ່ ຈໍາປາສັກ ໃນວັນທີ 25-26 ຕຸລາ ຜ່ານມາ ຊຶ່ງຖືເປັນການປະກອບສ່ວນຂອງ ສປປ ລາວ ໃນເວທີຮ່ວມ ມືອາເຊັມ ແລະ ເຊີນຊວນບັນດາສະມາຊິກອາເຊັມມາທ່ອງທ່ຽວ ລາວ ໃນໂອກາດເປີດປີທ່ອງທ່ຽວລາວໃນປີ 2018.

          ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍ ກັບ ຄູ່ຮ່ວມຕໍາແໜ່ງຈາກ ລຸກຊໍາບວກ, ຮົງ ກາລີ, ອຽກລັງ, ຣູມານີ, ຍີ່ປຸ່ນ, ນອກແວ ແລະ ດານມາກ ເພື່ອເສີມຂະຫຍາຍ ແລະ ຮັດ ແໜ້ນການຮ່ວມມືສອງຝ່າຍ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480406
ມື້ນີ້64
ມື້ວານ172
ອາທິດນີ້804
ເດືອນນີ້6637