ໂດຍຕອບສະໜອງຕາມຄຳເຊີນ ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນວັນທີ 4-5 ເມສາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ່ 3, ທີ່ ສຽມຣຽບ, ຣາຊະອານາຈັກ ກໍາປູເຈຍ. ພາຍໃຕ້ຫົວຂໍ້ “ເສີມສ້າງການເປັນຄູ່ຮ່ວມ ແລະ ສຸມທຸກຄວາມພະຍາຍາມຮ່ວມກັນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຢູ່ຂົງເຂດອ່າງແມ່ນໍ້າຂອງ ”.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີແຜນຈະພົບປະສອງຝ່າຍກັບ ພະນະທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ.