ແຈ້ງຂ່າວຂອງກະຊວງການຕ່າງປະເທດ
ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ທະໂຣ ໂຄໂນະ (H.E Mr. Taro KONO), ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ຈະເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 07-08 ເມສາ 2018.
ນະຄອນຫຼວງວຽງຈັນ, ວັນທີ 06 ເມສາ 2018
ກະຊວງການຕ່າງປະເທດ