ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ລີ ຊຽນ ລຸງ (Lee Hsien Loong), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ໃນລະຫວ່າງວັນທີ 27-28 ເມສາ 2018, ທີ່ ປະເທດ ສິງກະໂປ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32, ຈະຈັດຂຶ້ນພາຍໃຕ້ການເປັນປະທານຂອງ ສິງກະໂປ ແລະ ຈະດຳເນີນໄປພາຍໃຕ້ຄຳຂວັນ: “ຄວາມເຂັ້ມແຂງ” ແລະ “ທັນສະໄໝ”. ໃນກອງປະຊຸມສຸດຍອດອາຊຽນຄັ້ງນີ້, ບັນດາຜູ້ນໍາປະເທດສະມາຊິກອາຊຽນ ຈະໄດ້ຮ່ວມກັນຕີລາຄາ, ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍ່ຄືວຽກງານການເຊື່ອມໂຍງພາກພື້ນ, ພ້ອມທັງປຶກສາຫາລື ທິດທາງແຜນການຮ່ວມມືກັນໃນອະນາຄົດ ເພື່ອບັນລຸເປົ້າໝາຍຕາມຄຳຂວັນທີ່ວາງໄວ້ໃນຄັ້ງນີ້ ແລະ ເພື່ອຮັບປະກັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ສ້າງພາກພື້ນອາຊຽນ ໃຫ້ເປັນພາກພື້ນທີ່ເຂັ້ມແຂງ ແລະ ຈະເລີນກ້າວໜ້າ ກໍ່ຄື ການສົ່ງເສີມໃຫ້ປະຊາຄົມອາຊຽນ ມີຄວາມເຂັ້ມແຂງ ແລະ ປະຊາຊົນມີຄວາມຜາສຸກ. ນອກຈາກນີ້, ບັນດາຜູ້ນຳອາຊຽນ ຈະໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະພົບປະສອງຝ່າຍກັບ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ສິງກະໂປ, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.