ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ນາງ ຮາລິມາ ຢາໂຄບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງໄປຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ສິງກະໂປ ໃນລະຫວ່າງວັນທີ 09-10 ພຶດສະພາ 2018, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ສິງກະໂປ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນເລື້ອຍໆ.
ໃນໂອກາດຢ້ຽມຢາມຄັ້ງນີ້, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ຍັງຈະຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສິງກະໂປ ແລະ ຈະຢ້ຽມຢາມສຳນັກງານການພັດທະນາຕົວເມືອງຂອງ ສິງກະໂປ ອີກດ້ວຍ.