ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມ ກອງປະຊຸມ (ACMECS) ຄັ້ງທີ 8 ແລະ ກອງປະຊຸມ(CLMV) ຄັ້ງທີ 9 ໃນວັນທີ 15-16 ມິຖຸນາ 2018

 

ໃນວັນທີ 15 ມິຖຸນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫຼື ແອັກແມັກ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫຼື ຊີແອວແອັມວີ (CLMV) ຄັ້ງທີ 9, ໃນວັນທີ 15-16 ມິຖຸນາ 2018, ທີ່ ບາງກອກ, ປະເທດໄທ, ຕາມການເຊື້ອເຊີນ ຂອງ ພະນະທ່ານ ປຣະຍຸດ ຈັນ​ໂອ​ຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ​ໄທ, ​ປະທານ​ກອງ​ປະຊຸມສຸດຍອດ ACMECS ຄັ້ງທີ 8 ​ແລະ ສົມ​ເດັດ ​ເຕ​ໂຊ ຮຸນ​ເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາ​ຈັກ ກໍາປູ​ເຈຍ, ປະທານ​ກອງ​ປະຊຸມສຸດຍອດ CLMV ຄັ້ງທີ 9.

ກອງປະຊຸມສຸດຍອດ ACMECS ຄັ້ງທີ 8ນີ້ ຈະ​ດໍາ​ເນີນ​ໄປພາຍ​ໃຕ້​ຫົວ​ຂໍ້ “ກ້າວ​ໄປ​ສູ່​ກາ​ນ​ເຊື່ອມ​ໂຍງ ແລະ ເຊື່ອມຈອດປະຊາ​ຄົມ ​ແມ່​ນໍ້າຂອງ (Towards an Integrated and Connected Mekong Community) ” ​ເພື່ອ​ໃຫ້​ບັນດາ​ຜູ້​ນໍາ ​ໄດ້​ແລກປ່ຽນທັດສະນະ ກ່ຽວກັບ ການທົບ​ທວນ ແລະ ຕີ​ລາຄາ​ຄືນການ​ຮ່ວມມື​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ໃນ​ຕໍ່ໜ້າ ແນໃສ່ສ້າງຄວາມເຂັ້ມແຂງໃນຂະ​ບວນການ​ຮ່ວມ​ມື ​ແລະ ​ເຊື່ອມ​​ໂຍງ​ເສດຖະກິດ​ພາກ​ພື້ນ ​ແລະ ສາກົນ ແລະ ​ສອດ​ຄ່ອງ​ກັບໃນໄລຍະຂ້າມຜ່ານຂອງ​ຍຸກໄໝ ແຫ່ງ​ໂລກາ​ພິວັດ. ກອງ​ປະຊຸມ​ຄັ້ງ​ນີ້ ຈະຮັບຮອງເອົາຖະແຫຼງ ການບາງກອກ ແລະ ​ແຜນ​ແມ່​ບົດ​ແອັກ​ແມັກ​ 2019-2023 ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ.

ກອງປະຊຸມສຸດຍອດ (CLMV)ຄັ້ງທີ 9 ​ຈະ​ດໍາ​ເນີນໄປ​ພາຍ​ໃຕ້​ຫົວ​ຂໍ້ “ ເພື່ອການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດໃຫ້ຫຼາຍຂຶ້ນກວ່າເກົ່າ( For Greater Economic Integration and Connectivity)” ເພື່ອໃຫ້ ຜູ້ນໍາ 4 ປະເທດ ໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍ ຜົນກອງປະຊຸມສຸດຍອດ CLMV ຄັ້ງທີ 8 ໃນປີ 2016 ຜ່ານມາ ແລະ ທິດທາງການຮ່ວມມືໃນ 2ປີ ຕໍ່ໜ້າ ທັງນີ້ກໍເພື່ອແນໃສ່ຮັດແຄບຊ່ອງຫວ່າງຄວາມແຕກໂຕນດ້ານການພັດທະນາ ລະຫວ່າງ ປະເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ແລະ ສະມາຊິກອາຊຽນເກົ່າ ໃຫ້ຍັບເຂົ້າໃກ້ກັນ ເທື່ອລະກ້າວ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ. ກອງປະຊຸມຄັ້ງນີ້ຈະຮັບຮອງ ເອົາຖະແຫຼງການຮ່ວມ ເພື່ອເປັນທິດທາງໃນການຮ່ວມມື ໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ​ກອງ​ປະຊຸມACMECS CEO Forum ຈະຖືກຈັດຂຶ້ນເປັນຄັ້ງທໍາອິດ ເພື່ອໂຄສະນາເຜີຍແຜ່ ບັນດາທ່າແຮງບົ່ມຊ້ອນ ແລະ ກາລະໂອກາດໃນບັນດາປະເທດແອັກແມັກ ໃຫ້ແກ່ ພາກເອກະຊົນ, ຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ລວມທັງ ບັນດາປະເທດທີ່ມີຄວາມສົນໃຈຕໍ່ ຂອບການຮ່ວມມືແອັກແມັກ ແນໃສ່ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນນີ້ ໃຫ້ນັບມື້ນັບຫຼາຍຂຶ້ນ. ຄຽງຄູ່ກັນນີ້, ຈະມີການຈັດງານວາງສະແດງ ຮູບພາບ ແລະ ວີດີໂອ ທີ່ສະທ້ອນໃຫ້ເຫັນເຖິງຜົນສໍາເລັດ ແລະ ຄວາມຄາດຫວັງຂອງການຮ່ວມມືໃນອະນາຄົດ ຂອງຂອບການຮ່ວມມືດັ່ງກ່າວ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະພົບປະສອງຝ່າຍ ກັບ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ນາຍົກລັດຖະມົນຕີ ໄທ ອີກດ້ວຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485302
ມື້ນີ້3
ມື້ວານ227
ອາທິດນີ້338
ເດືອນນີ້4607