ວັນທີ 21 ສິງຫາ 2018, ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ເດີນທາງໄປເຂົ້າຮ່ວມງານວາງສະແດງເຕັກໂນໂລຊີທັນສະໄຫມນາໆຊາດ ທີ່ ສປ ຈີນ ເປັນເຈົ້າພາບ (The Smart China Expo)ພາຍໃຕ້ຫົວຂໍ້ “Smart Technology Empowering Economy, Enriching Life” ຕາມການເຊື້ອເຊີນຂອງລັດຖະບານ ສປ ຈີນ ທີ່ຈະຈັດຂຶ້ນໃນວັນທີ 21-24 ສິງຫາ 2018 ທີ່ ນະຄອນ ສົງຊິງ, ສປ ຈີນ.
ງານວາງສະແດງດັ່ງກ່າວ ແມ່ນຈັດຂຶ້ນເປັນຄັ້ງທຳອິດ ໂດຍມີຈຸດປະສົງເພື່ອສົ່ງເສີມແລະ ແລກປ່ຽນບົດຮຽນ ກ່ຽວກັບ ເຕັກໂນໂລຊີຍຸກໃໝ່ ເຊິ່ງມີບັນດາຜູ້ນຳທາງພາກລັດ, ຜູ້ຊ່ຽວຊານ, ພາກສ່ວນທຸລະກິດ ແລະ ຜູ້ອຳນວຍການຈາກສະຖາບັນຕ່າງໆ ທີ່ ກ່ຽວຂ້ອງກັບ ນະວັດຕະກຳເຕັກໂນໂລຊີ ເຂົ້າຮ່ວມ.
ນອກຈາກເຂົ້າຮ່ວມງານວາງສະແດງຄັ້ງນີ້, ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຈະໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງຝ່າຍ ສປ ຈີນ ທ່ານ ຫານເຈິ່ງ, ຄະນະປະຈຳກົມການເມືອງ, ຮອງນາຍົກລັດຖະມົນຕີ ສປ ຈີນ ເພື່ອເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບແບບ 4 ດີ ລະຫວ່າງ ລາວ ແລະ ຈີນ ໃນຖານະເປັນຄູ່ຮ່ວມຊາຕາກຳຍຸດທະສາດ ທີ່ບໍ່ສາມາດທັບມ້າງໄດ້ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.