ແຈ້ງການຂອງກະຊວງການຕ່າງປະເທດ
ເລື່ອງ: ການຂະຫຍາຍເວລາພັກເຊົາໃຫ້ແກ່ພົນລະເມືອງ ສ.ເກົາຫລີ ທີ່ເດີນທາງເຂົ້າມາ ສປປ ລາວ.
ລັດຖະບານ ແຫ່ງ ສປປ ລາວ ເຫັນດີອະນຸມັດໃຫ້ຂະຫຍາຍເວລາພັກເຊົາໃຫ້ແກ່ພົນລະເມືອງ ສ.ເກົາຫລີ ທີ່ຖືຫນັງສືຜ່ານແດນທໍາມະດາ ທີ່ເດີນທາງມາ ສປປ ລາວ ໃນຖານະຢ້ຽມຢາມ ແລະ ທ່ອງທ່ຽວ ຈາກ 15 ວັນ ມາເປັນ 30 ວັນ ຕາມການຕົກລົງຍົກເວັ້ນວີຊາຝ່າຍດຽວ ແລະ ເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 01 ກັນຍາ 2018 ເປັນຕົ້ນໄປ.
--------------------------------------