ໃນວັນທີ 11 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຈະນຳພາຄະນະຜູ້ແທນ ສປປ ລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກ ກ່ຽວກັບ ອາຊຽນ ຄັ້ງທີ 27 (27th World Economic Forum on ASEAN), ພາຍໃຕ້ຫົວຂໍ້: “ອາຊຽນ 4.0: ການປະກອບການທຸລະກິດ ແລະ ການປະຕິວັດດ້ານອຸດສາຫະກຳ ຄັ້ງທີ 4(ASEAN 4.0: Entrepreneurship and the Fourth Industrial Revolution)”ຕາມການເຊື້ອເຊີນຂອງນາຍົກ ລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ປະທານອົງການເວທີປຶກສາຫາລືເສດຖະກິດໂລກ ທີ່ຈະຈັດຂຶ້ນໃນວັນທີ 11-13 ກັນຍາ 2018 ທີ່ ຮ່າໂນຍ, ສສ.ຫວຽດນາມ.
ກອງປະຊຸມດັ່ງກ່າວ ແມ່ນຈັດຂຶ້ນທຸກໆປີ ໂດຍໄດ້ເຊື້ອເຊີນເອົາບັນດາຜູ້ນຳຂັ້ນສູງທັງພາກລັດ, ຫົວໜ່ວຍທຸລະກິດຈາກທົ່ວໂລກ, ຜູ້ວາງນະໂຍບາຍຈາກຂະແໜງອຸດສາຫະກຳ, ບັນດາອົງການຈັດຕັ້ງສາກົນ ແລະ ບຸກຄົນ ທີ່ມີຊື່ສຽງແຖວໜ້າຂອງໂລກເຂົ້າຮ່ວມ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ວິໄສທັດ ຕາມຫົວຂໍ້ດັ່ງກ່າວ ແລະ ການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ໃນການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ ແລະ ສາກົນ.
ນອກຈາກເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຍັງຈະໄດ້ພົບປະ ກັບ ບັນດາຄູ່ຮ່ວມຕຳແໜ່ງ ລວມທັງ ທ່ານນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຈະຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານປະທານ ອົງການເວທີປຶກສາຫາລືເສດຖະກິດໂລກ ແລະ ບັນດາບໍລິສັດສາກົນທີ່ມີຊື່ສຽງຈໍານວນໜຶ່ງ ທີ່ມີການລົງທຶນພາຍໃນ ສປປ ລາວ.