ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີແຫ່ງ ປະເທດ ຍີ່ປຸ່ນ,ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນໍາພາ ຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ແລະ ກິດຈະກໍາປິ່ນອ້ອມຕ່າງໆ ຊຶ່ງຈະຈັດຂຶ້ນ ໃນລະຫວ່າງວັນທີ 8-9 ຕຸລາ 2018 ທີ່ ນະຄອນຫລວງໂຕກຽວ, ຍີ່ປຸ່ນ.
ຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງນີ້ ແມ່ນເພື່ອຕີລາຄາຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນວຽກຕ່າງໆ ພາຍໃຕ້ຍຸດທະສາດໂຕກຽວ 2015 ແລະ ແຜນປະຕິບັດງານ ສໍາລັບປີ 2016-2018 ຂອງຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ຮ່ວມກັນປຶກສາຫາລືກ່ຽວກັບທິດທາງເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ກໍແມ່ນການຮັບຮອງເອົາ ຍຸດທະສາດໂຕກຽວ 2018 ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມືລະຫວ່າງບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ ຂຶ້ນສູ່ລະດັບ ຄູ່ຮ່ວມຍຸດທະສາດ ແລະ ຮັບປະກັນຜົນປະໂຫຍດລວມແຫ່ງ ສັນຕິພາບ, ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໃນພາກພື້ນແມ່ນໍ້າຂອງ ໃຫ້ນັບມື້ນັບດີຂຶ້ນ, ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ກັບ ຍີ່ປຸ່ນ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ.
ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງຈະໄດ້ເຂົ້າຢ້ຽມຂໍ່ານັບເຈົ້າຈັກກະພັດຍີ່ປຸ່ນ, ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສປປ ລາວ - ຍີ່ປຸ່ນ, ເຂົ້າຮ່ວມພົບປະກັບ ສະມາຄົມມິດຕະພາບ ຝ່າຍລັດຖະສະພາ ຍີ່ປຸ່ນ-ແມ່ນໍ້າຂອງ ແລະ ເຂົ້າຮ່ວມເວທີສົນທະນາການລົງທຶນ ຢູ່ ພາກພື້ນແມ່ນໍ້າຂອງ ຊຶ່ງຈັດຂຶ້ນໂດຍ ອົງການສົ່ງເສີມການຄ້າຍີ່ປຸ່ນ ເພື່ອເພີ່ມທະວີການຮ່ວມມື ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ລະຫວ່າງ ບັນດາປະເທດແມ່ນໍ້າຂອງ ແລະ ຍີ່ປຸ່ນ.
ສໍາລັບໂຄງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ ສປປ ລາວ ລວມມີໂຄງການສົ່ງເສີມການເຊື່ອມຈອດພາກພື້ນ ແລະ ການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ ເຊັ່ນ: ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໂຄງການປັບປຸງເສັ້ນທາງຫມາຍເລກ 9, ໂຄງການສ້າງຂົວເຊກອງ ຢູ່ ເສັ້ນທາງຫລວງແຫ່ງຊາດ ຫມາຍເລກ 16B, ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ແລະ ອື່ນໆ.