ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ທ່ານ ໂດນັນ ທັດສ, ປະທານ ສະຫະພາບເອີຣົບ ແລະ ທ່ານ ຈອນ ຄຣອດ ຈັງເກີ້, ປະທານ ກໍາມາທິການເອີຣົບ, ໃນວັນທີ 18-19 ຕຸລາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍໄດ້ຮັບການແຕ່ງຕັ້ງຈາກ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ,ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 12, ທີ່ ບຣຸກແຊນ, ປະເທດ ແບນຊິກ. ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມສາກົນ ສໍາລັບ ບັນດາສິ່ງທ້າທາຍສາກົນ (Global Partners for Global Challenges)”, ຊຶ່ງມີສະມາຊິກເຂົ້າຮ່ວມຈາກ ພາກພື້ນ ອາຊີ ແລະ ເອີຣົບ.
ກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງນີ້ ຈະໄດ້ປຶກສາຫາລື ແລະ ຮັດແໜ້ນການຮ່ວມມືລະຫວ່າງສອງພາກພື້ນ ໂດຍຊອກຫາວິທີການປະຕິບັດລວມໃນຫຼາຍຂົງເຂດ ຈາກການສົ່ງເສີມທາງດ້ານການຄ້າ-ການລົງທຶນ ໄປສູ່ການເຊື່ອມຈອດ, ການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ ແລະ ກວມເອົາບັນຫາຕ່າງໆ ທີ່ນອນຢູ່ໃນ 3 ເສົາຄໍ້າອາເຊັມ ຄື: ເສົາຄໍ້າການເມືອງ ແລະ ຄວາມໝັ້ນຄົງ, ເສົາຄໍ້າເສດຖະກິດ-ການເງິນ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມ.
ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງຈະໄດ້ເຄື່ອນໄຫວພົບປະສອງຝ່າຍ ກັບ ລັດຖະມົນຕີຕ່າງປະເທດ ຮົງກາລີ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນການທູດ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນຕໍ່ໜ້າ.
ຂອບການຮ່ວມມື ອາຊີ-ເອີຣົບ ສ້າງຕັ້ງຂຶ້ນໃນປີ 1996 ແລະ ປະຈຸບັນມີປະເທດສະມາຊິກ 51 ປະເທດ ຈາກ ອາຊີ ແລະ ເອີຣົບ ແລະ ສອງອົງການຈັດຕັ້ງເຂົ້າຮ່ວມ. ໃນປີ 2012 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັກກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ແລະ ໃນທ້າບເດືອນ ຕຸລາ ປີ 2017 ສປປ ລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມສໍາມະນາອາເຊັມວ່າດ້ວຍການຄຸ້ມຄອງຊັບພະຍາກອນນໍ້າ ແລະ ການພັດທະນາແບບຍືນຍົງ ຄັ້ງທີ 6 ເຊິ່ງເປັນສ່ວນໜຶ່ງ ໃນການປະກອບສ່ວນເຂົ້າໃນພັນທະອາເຊັມ.