ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 12, ທີ່ ບຣຸກແຊນ, ປະເທດ ແບນຊິກ

         ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ທ່ານ ໂດນັນ ທັດສ, ປະທານ ສະຫະພາບເອີຣົບ ແລະ ທ່ານ ຈອນ ຄຣອດ ຈັງເກີ້, ປະທານ ກໍາມາທິການເອີຣົບ, ໃນວັນທີ 18-19 ຕຸລາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍໄດ້ຮັບການແຕ່ງຕັ້ງຈາກ  ທ່ານ ທອງລຸນ ສີສຸລິດ,  ນາຍົກລັດຖະມົນຕີ,ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 12, ທີ່ ບຣຸກແຊນ, ປະເທດ ແບນຊິກ. ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມສາກົນ ສໍາລັບ ບັນດາສິ່ງທ້າທາຍສາກົນ (Global Partners for Global Challenges)”, ຊຶ່ງມີສະມາຊິກເຂົ້າຮ່ວມຈາກ ພາກພື້ນ ອາຊີ ແລະ ເອີຣົບ.

          ກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງນີ້ ຈະໄດ້ປຶກສາຫາລື ແລະ ຮັດແໜ້ນການຮ່ວມມືລະຫວ່າງສອງພາກພື້ນ ໂດຍຊອກຫາວິທີການປະຕິບັດລວມໃນຫຼາຍຂົງເຂດ ຈາກການສົ່ງເສີມທາງດ້ານການຄ້າ-ການລົງທຶນ ໄປສູ່ການເຊື່ອມຈອດ, ການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ ແລະ ກວມເອົາບັນຫາຕ່າງໆ ທີ່ນອນຢູ່ໃນ 3 ເສົາຄໍ້າອາເຊັມ ຄື: ເສົາຄໍ້າການເມືອງ ແລະ ຄວາມໝັ້ນຄົງ, ເສົາຄໍ້າເສດຖະກິດ-ການເງິນ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມ.

          ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງຈະໄດ້ເຄື່ອນໄຫວພົບປະສອງຝ່າຍ ກັບ ລັດຖະມົນຕີຕ່າງປະເທດ ຮົງກາລີ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນການທູດ ແລະ ການຮ່ວມມືລະຫວ່າງ 2 ປະເທດໃນຕໍ່ໜ້າ.

          ຂອບການຮ່ວມມື ອາຊີ-ເອີຣົບ ສ້າງຕັ້ງຂຶ້ນໃນປີ 1996 ແລະ ປະຈຸບັນມີປະເທດສະມາຊິກ 51 ປະເທດ ຈາກ ອາຊີ ແລະ ເອີຣົບ ແລະ ສອງອົງການຈັດຕັ້ງເຂົ້າຮ່ວມ. ໃນປີ 2012 ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັກກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9 ແລະ ໃນທ້າບເດືອນ ຕຸລາ ປີ 2017 ສປປ ລາວ ຍັງໄດ້ເປັນເຈົ້າພາບຈັດກອງປະຊຸມສໍາມະນາອາເຊັມວ່າດ້ວຍການຄຸ້ມຄອງຊັບພະຍາກອນນໍ້າ ແລະ ການພັດທະນາແບບຍືນຍົງ ຄັ້ງທີ 6 ເຊິ່ງເປັນສ່ວນໜຶ່ງ ໃນການປະກອບສ່ວນເຂົ້າໃນພັນທະອາເຊັມ.

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483898
ມື້ນີ້22
ມື້ວານ183
ອາທິດນີ້336
ເດືອນນີ້3203